吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກ​ຮ້ອງ​ໃຫ້ບຸກ​ຄົນ​ທີ່​ມີ​​ວິ​ໄສ​ທັດ​ເບິ່ງກວ້າງ​ມອງ​ໄກ​ຮ່ວມ​ກັນ​ຕໍ່​ຕ້ານ​ກາ​ນ​ກະ​ທຳ​ທີ່​ຕ້ານ​ກັບ​ປະ​ຊາ​ທິ​ປະ​ໄຕ ແລະ​ປະ​ຊາ​ທິ​ປະ​ໄຕ​ແບບຈອມ​ປອມ

2021-11-30 15:26:42 cri

图片默认标题_fororder_微信图片_20211130141224

     ວັນ​ທີ 29 ພະ​ຈິກ​ນີ້, ທ່ານ​ຫວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ວ່າ: ປີ​ນີ້​ເປັນ​ປີ​ທີ່​ສົງ​ຄາມ​ເຢັນ​ສິ້ນ​ສຸດ​ລົງ​ຄົບ​ຮອບ 30 ປີ. ອາ​ເມ​ຣິ​ກາ​ໄດ້ຈັ​ດ​ກອງ​ປະ​ຊຸມ​ສຸດຍອດ “​ປະ​ຊາ​ທິ​ປະ​ໄຕ”​ເຊິ່ງແມ່ນ​ການ​ກະ​ທຳ​ທີ່​ເປັນ​ອັນ​ຕະ​ລາຍ​ທີ່​ຢາກ​ຮື້​ຟື້ນແນວ​ຄິດ​ສົງ​ຄາມ​ເຢັນ​ຄືນ​ໃໝ່,   ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ມີ​ຄ​ວາມ​ເປັນ​ຫ່ວງ​ເປັນ​ໃຍຢ່າງ​ສູງ. ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ບຸກ​ຄົນ​ທີ່​ມີ​ວິ​ໄສ​ທັດ​ເບິ່ງກວ້າງມອງ​ໄກ​ໃນ​ວົງ​ການ​ຕ່າງໆ​ຮ່ວມ​ກັນ​ຕໍ່​ຕ້ານ​​ການ​ກະ​ທຳ​ທີ່​ຕ້ານ​ກັບ​ປະ​ຊາ​ທິ​ປະ​ໄຕ ແລະ​ປະ​ຊາ​ທິ​ປະ​ໄຕ​ແບບ​ຈອມ​ປອມ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ສາ​ມັກ​ຄີ ແລະ​ການ​ຮ່ວມ​ມື​ສາ​ກົນ, ຮ່ວມ​ກັນ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

     ຕາມ​ຂ່າວ​ລ​າຍ​ງານ​ວ່າ: ​ວັນ​ທີ 25 ພະ​ຈິກ​ນີ້, ທ່ານ​ຊີ​ຈາ​ໂຕ ປີ​ເຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮົງ​ກາ​ຣີໄດ້​ຕຳ​ໜິກອ​ງ​ປະ​ຊຸມ​ສຸດຍອດ“​ປະ​ຊາ​ທິ​ປະ​ໄຕ”ທີ່​ຈັດ​ໂດຍ​ອາ​ເມຣິ​ກາໂດຍ​ກ່າວ​ວ່າ: ກອງ​ປະ​ຊຸມ​ດັ່ງ​ກ່າວ​ມີ​ລັກ​ສະ​​ນະ​ພິ​ເສດສຳ​ລັບ​ການ​ເມືອງ​ພາຍ​ໃນ​ອາ​ເມ​ຣິ​ກາ.

     ສຳ​ລັບ​ເລື່ອງ​ນີ້, ທ່ານ​ຫວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ສະ​ພາບ​ການ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ​ມີຂໍ້​ບົກ​ຜ່ອງ​ຢ່າງ​ຫລວງ​ຫລາຍ ແລະ​ໜັກ​ໜ່ວງ. ​ການ​ຢັ່ງ​ຫາ​ສຽງ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຊາ​ຊົນ​​ທົ່ວ​ໂລກ 44% ເຫັນ​ວ່າ​ອາ​ເມ​ຣິ​ກາ​ເປັນ​ໄພ​ຂົ່ມ​ຂູ່​ອັນ​ໃຫຍ່​ຫລວງ​ຕໍ່​ປະ​ຊາ​ທິ​ປະ​ໄຕ​​ຂອງ​ໂລກ, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 81%ເຫັນ​ວ່າປະ​ຊາ​ທິ​ປະ​ໄຕ​ໃນ​ອາ​ເມ​ຣິ​ກາ​​ໄດ້ຜະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ອັນ​ໜັກ​ໜ່ວງ​ຈາກ​ພາຍ​ໃນ​ປະ​ເທດ​​ຕົນ​ເອງ. ອາ​ເມ​ຣິ​ກາ​ຍັງ​ສືບ​ຕໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ ແລະ​​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ອື່ນ​ດ້ວຍ​ຂໍ້​ອ້າງ​ປະ​ຊາ​ທິ​ປະ​ໄຕ, ເຊິ່ງ​ໄດ້​ຝ່າ​ຝືນ​ຫລັກ​ກາ​ນ​ພື້ນ​ຖານ​​ຂອງ​ກົດ​ໝາຍສາ​ກົນ ແລະຫລັກການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ.

ຄຳ​ເຫັນ

0