ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 29 ພະຈິກນີ້, ທ່ານເຈີໂຣມພາວເວວ ຜູ້ວ່າການທະນາຄານກາງອາເມຣິກາຫຼື FEDກ່າວວ່າ: ເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ ໂອມິຄຼອນ ແລະຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19ທີ່ເພີ່ມຂຶ້ນໃນໄລຍະມໍ່ໆມານີ້ໄດ້ກາຍເປັນໄພຂົ່ມຂູ່ອີກຄັ້ງໃໝ່ຕໍ່ເສດຖະກິດອາເມຣິກາ ແລະນຳເອົາຄວາມບໍ່ແນ່ນອນຫຼາຍກວ່າເກົ່າໃຫ້ກັບໄພເງິນເຟີ້ໃນອະນາຄົດ.
ທ່ານພາວເວວກ່າວວ່າ: ເຊື້ອພະຍາດໂອມິຄຼອນຈະນຳເອົາຄວາມສ່ຽງມາໃຫ້ການປະກອບອາຊີບແລະການເຄື່ອນໄຫວທາງເສດຖະກິດຕ່າງໆ,ເຊິ່ງຄວາມກັງວົນທີ່ເກີດຈາກເລື່ອງນີ້ຈະເຮັດໃຫ້ຕະຫຼາດແຮງງານຟື້ນຄືນໄດ້ຊ້າລົງ ທັງເຮັດໃຫ້ຕ່ອງໂສ້ການສະໜອງພົບກັບບັນຫາຫຍຸ້ງຍາກຮຸນແຮງຂຶ້ນຕື່ມ.
ຄຳເຫັນ
0