陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:ອາເມຣິິກາຈະຈັດກອງປະຊຸມ ອັນທີີ່ເອີ້ນວ່າ“ກອງປະຊຸມສຸດຍອດປະຊາທິປະໄຕ”ມີແຕ່ຈະສິ້ນສຸດລົງດ້ວຍ ຄວາມປະລາໄຊ ເທົ່ານັ້ນ

2021-12-01 15:37:29 cri

ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 30 ພະຈິກຜ່ານມານີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ,ອາເມຣິກາຈະຈັດກອງປະຊຸມ ອັນທີ່ເອີ້ນວ່າ ກອງປະຊຸູມສຸດຍອດປະຊາທິປະໄຕ,ໂດຍຖືເອົາອັນທີ່ເອີ້ນວ່າ ການຊຸກຍູ້ປະຊາທິປະໄຕ ເປັນຂໍ້ອ້າງເພື່ອດຳເນີນການທຳລາຍປະຊາທິປະໄຕ ເຊິ່ງເປັນການຝືນກັບ ຄວາມມຸ້ງມາດປາຖະນາຂອງໂລກເຊິ່ງມີແຕ່ຈະສິ້ນສຸດລົງ ດ້ວຍຄວາມປະລາໄຊເທົ່ານັ້ນ.

 

ມີລາຍງານຂ່າວກ່າວວ່າ,ທ່ານອັນເດຣ ກໍຕູນົຟ ຜູ້ອຳນວຍການໃຫຍ່ຂອງຄະນະ ກຳມະການວຽກງານສາກົນເຊິ່ງເປັນຄັງປັນຍາທີ່ມີຊື່ສຽງຂອງຣັດເຊຍໄດ້ພິມບົດ ຄວາມລົງໃນສື່ໃນຫວ່າງມໍ່ໆມານີ້ວ່າ,ອາເມຣິກາຈະຈັດກອງປະຊຸມອັນທີ່ີເອີ້ນວ່າ“ກອງປະຊຸມສຸດຍອດປະຊາທິປະໄຕ”“ຫວັງຢາກຫັນປ່ຽນໂລກທີ່ມີຄວາມ ຫຼາກຫຼາຍສີສັນ ເປັນໂລກຂາວດຳ”.

 

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ,ທ່ານຈ້າວລີ້ຈ່ຽນກ່າວວ່າ:ບັນດາປະເທດໃນ ໂລກໄດ້ສະແຫວງຫາຄ່ານິຍົມຮ່ວມກັນດ້ານປະຊາທິປະໄຕ.ການປຶກສາ ຫາລືກ່ຽວກັບການປະຕິບັດຄ່ານິຍົມດ້ານປະຊາທິປະໄຕຄວນແມ່ນເຕັມໄປດ້ວຍຄວາມຫຼາກຫຼາຍສີສັນແລະຟັງຄວາມຄິດເຫັນຕ່າງໆ.ລະຫວ່າງປະເທດທີ່ມີສະພາບແຫ່ງຊາດຕ່າງກັນແລະມີລະບອບສັງຄົມຕ່າງກັນຄວນແລກປ່ຽນຄວາມຄິດຄວາມເຫັນແລະຖອດຖອນບົດຮຽນເຊິ່ງກັນແລະກັນ.ອາເມຣິກາດື້ດ້ານຂະຫຍາຍອັນທີ່ ເອີ້ນວ່າ ປະຊາທິປະໄຕ ດ້ວຍຄວາມຮູ້ສຶກເລີດລ້ຳ,ຈົນເຖິງຂັ້ນແຊກແຊງ ວຽກງານພາຍໃນຂອງປະເທດອື່ນແລະດຳເນີນການຮຸກຮານທາງການທະຫານ,ມີແຕ່ສ້າງຄວາມປັ່ນປ່ວນວຸ້ນວາຍ ກໍ່ສົງຄາມແລະສ້າງບັນຫາດ້ານຊາວອົບພະຍົບ ໃຫ້ກັບປະເທດອື່ນເທົ່ານັ້ນ.ອາເມຣິກາດື້ດ້ານວາດພາບໂລກທີ່ມີຫຼາຍສີຫຼາຍສັນ ດ້ວຍສີຂາວດຳ,ເອົາມາດຕະຖານຂອງຕົນໄປຜູກຂາດນິຍາມປະຊາທິປະໄຕ,ປະໝາດຄວາມແຕກຕ່າງກັນອັນໃຫຍ່ຫຼວງໃນດ້ານວັດທະນະທຳ ປະຫວັດສາດ ແລະຄວາມສີວິໄລຂອງປະເທດທີ່ຕ່າງກັນ,ເປັນຜູ້ພິພາກສາອັນທີ່ເອີ້ນວ່າ ປະຊາທິ ປະໄຕທີ່ຕົນກຳນົດຂຶ້ນ,ການກະທຳເຫຼົ່ານັ້ນກໍເປັນການເຍາະເຍີ້ຍປະຊາທິປະໄຕ ແລະເປັນການກະທຳທີ່ບໍ່ມີປະຊາທິປະໄຕທີ່ສຸດ.‍‍‍

 

ຄຳ​ເຫັນ

0