何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

6 ສິ່ງທີ່ຄວນຮູ້ກ່ອນຂຶ້ນລົດໄຟ

2021-12-01 17:42:16 CRI

ລົດໄຟລາວ-ຈີນຈະເລີ່ມບໍລິການພາຍໃນປະເທດແຕ່ວັນທີ 4 ທັນວາ 2021_fororder_微信图片_20211201174152

 

ສໍາລັບຜູ້ທີ່ຕ້ອງການໃຊ້ບໍລິກການທາງລົດໄຟລາວ-ຈີນ ຕ້ອງຮູ້ຈັກລະບຽບສໍາຄັນ 6 ຂໍ້. ອີງຕາມແຈ້ງການຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ ອອກໃນວັນທີ 30 ພະຈິກ 2021.

ລະບຽບ 6 ຂໍ້ທີ່ສໍາຄັນມີທັງຂໍ້ຫ້າມ ແລະຄໍາແນະນໍາກ່ອນຂຶ້ນ-ລົງລົດ ເພື່ອ ເຮັດໃຫ້ການບໍລິການຂອງທຸກຄົນມີຄວາມປອດ ເຊິ່ງມີລາຍລະອຽດດັ່ງນີ້:

1.ຫ້າມພົກພາສິ່ງຂອງມີຄົມ ຫຼືວັດຖຸອັນຕະລາຍທີ່ໄວໄຟ, ມີພິດ ຫຼືກໍາມັນຕະລັງສີຂຶ້ນລົດໄຟຢ່າງເດັດຂາດ.

2.ຜູ້ໂດຍສານຕ້ອງຕິດຕາມການປະກາດເວລາກວດປີ້, ກະລຸນາຂຶ້ນລົດໄປກ່ອນລ່ວງຫນ້າ ຫຼືລໍຖ້າໃນເສັ້ນຂີດແດນຄວາມປອດໄພເທິງແທ່ນ ຂື້ນລົງລົດໄຟ

3.ເວລາຂຶ້ນ-ລົງລົດໄຟ ກະລຸນາລຽນແຖວໃຫ້ເປັນລະບຽບ, ຫ້າມບຽດແຫຍ້ກັນ ໃຫ້ ຜູ້ໂດຍສານທີ່ຈະລົງລົງໄປກ່ອນ ແລ້ວຈິ່ງຢ່າງຂຶ້ນລົດໄຟ. ຫ້າມໂດດລົງທາງລົດໄຟ, ຫ້າມເຂົ້າໄປໃນແລວທາງລົດໄຟ ແລະອື່ນໆທີ່ເປັນອັນຕະລາຍ, ຫ້າມແລ່ນໃນເວລາລົດໄຟຍັງບໍ່ຈອດຢຸດນິ່ງ.

4.ຫ້າມຢືນຕິດ ຫຼືຕັນປະຕູ. ຫ້າມດຶງ ຫຼືກົດປຸ່ມສຸກເສີນຕ່າງໆທີ່ຢູ່ເທິງຂະບວນລົດໄຟເຊັ່ນ ປຸ່ມເບກສຸກເສີນ, ປຸ່ມຢຸດລົດສຸກເສີນ ແລະອຸປະກອນຄວາມປອດໄພຕ່າງໆເດັດຂາດ.

5.ເວລາເກີດເຫດມີສະພາບຄວາມສ່ຽງຕໍ່ຄວາມປອດໄພຂອງຜູ້ໂດຍສານ ແລະຂະບວນ ລົດໄຟ, ຕ້ອງຟັງຄໍາແນະນໍາຈາກພະນັກງານເທິງລົດໄຟ, ຮັກສາຄວາມເປັນລະບຽບໃຫ້ດີ ບໍ່ຟ້າວເອົາເຄື່ອງ. ຕ້ອງຊ່ວຍເຫຼືອຜູ້ຕ້ອງການຄວາມຊ່ວຍເຫຼືອເຊັ່ນ: ຜູ້ເຖົ້າ, ເດັກນ້ອຍ, ຄົນປ່ວຍ, ຄົນພິການ ແລະຜູ້ຖືພາກ່ອນ. ກໍລະນີມີເຫດອັນຕະລາຍ, ກະລຸນາແຈ້ງໃຫ້ພະນັກງານເທິງຂະບວນຮັບຊາບທັນທີ.

 6.ໃນສະຖານະການສຸກເສີນຕ້ອງອອກຈາກຕູ້ຂະບວນລົດໄຟ, ສາມາດອອກຫຼັງຈາກ ຂະບວນລົດໄຟຢຸດຈອດນິ່ງ ແລ້ວໃຊ້ຄ້ອນຕີທຸບກະຈົກເພື່ອອອກ, ສາມາດກົດປຸ່ມ (ລາວ)ຢຸດລົດສຸກ ເສີນໃນຂະບວນລົດໄຟດ່ວນ.

 

ຄຳ​ເຫັນ

0