覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລຂາທິການໃຫຍ່ສປຊກ່າວວ່າ ການສັກວັກຊີນໃນທົ່ວໂລກເປັນທາງອອກ ພຽງຫນຶ່ງດຽວເພື່ອຫລຸດພົ້ນຈາກສະພາບພະຍາດໂຄວິດ-19

2021-12-01 17:47:53 cri

 ວັນທີ 30 ພະຈິກ 2021ນີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຢືນຢັນວ່າ, ການສັກວັກຊີນໃນທົ່ວໂລກເປັນທາງອອກພຽງຫນຶ່ງດຽວເພື່ອຫລຸດພົ້ນອອກຈາກສະພາບພະຍາດໂຄວິດ-19.
 

  ທ່ານກູເຕີເຣັສໄດ້ກ່າວໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຂອງກຸ່ມ 77 ປະເທດກັບຈີນຄັ້ງທີ 45ວ່າ: ປີນີ້ ຈຳນວນຄົນເສຍຊີວິດ ຈາກພະຍາດ ໂຄວິດ-19 ຫລາຍກວ່າ ປີ2020 ຜ່ານມາ,  ທາງອອກພຽງຫນຶ່ງດຽວໃນ ການຫລຸດພົ້ນອອກຈາກສະພາບພະຍາດລະບາດຂະຫນາດໃຫຍ່ໃນທົ່ວໂລກນັ້ນກໍຄືຕ້ອງປະຕິີບັດໂຄງການສັກວັກຊີນທົ່ວໂລກ.
c

  ທ່ານຢືນຢັນວ່າ: ອົງການສະຫະປະຊາຊາດສະໜັບສະໜູນຍຸດທະສາດ ສັກວັກຊີນປ້ອງກັນໂຄວິດ-19ທົ່ວໂລກທີ່ອົງການອະນາໄມໂລກສ້າງຂຶ້ນ, ເປົ້າ ໝາຍກໍຄື, ຮອດທ້າຍປີ2021ນີ້, ປະຊາກອນຂອງທຸກປະປະເທດ  ຢ່າງຫນ້ອຍຕ້ອງໄດ້ສັກວັກຊີນປ້ອງກັນໂຄວິດ-19ກວມ40%, ເມື່ອຮອດກາງປີ2022, ຈະເຮັດ ໃຫ້ອັດຕາສ່ວນດັ່ງກ່າວເພີ່ມຂຶ້ນເຖິງ 70%.
 

ນອກນີ້, ທ່ານກູເຕີເຣັສຍັງກ່າວເຕືອນວ່າ: ເຖິງວ່າເສດຖະກິດໂລກປີນີ້ຄາດວ່າ ຈະເຕີບໂຕ 5,9%ກໍຕາມ, ແຕ່ຈັງຫວະການຟື້ນຟູເສດຖະກິດຂອງ ບັນດາປະ ເທດແມ່ນບໍ່ດຸນດ່ຽງກັນຫລາຍ, ການເຕີບໂຕດ້ານເສດຖະກິດຢູ່ພາກພື້ນອາຟຣິກກາ ທາງພາກໃຕ້ຊາຮາລາ ອາດຈະຫລຸດໂຕນກັນຕື່ມອີກກັບເຂດແຄວ້ນອື່ນໆຂອງໂລກ.

ຄຳ​ເຫັນ

0