吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ: ບັນ​ດາ​ຝ່າ​ຍ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈ​ລະ​ຈາ​ສັນ​ຍາ​​ກ່ຽວ​ກັບບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ເຫັນ​ດີ​ພິ​ຈາ​ລະ​ນາ​​ຍົກ​ເລີກ​ການ​ຂວ້ຳ​ບາດ​ທີ່​ມີ​ຕໍ່​ອີ​ຣານ​ກ່ອນ

2021-12-01 18:17:22 cri

图片默认标题_fororder_伊朗

    ວັນ​ທີ 1 ທັນ​ວາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ອອກ​ຖະ​ແຫລງ​ການ​ຜ່ານ​ທາງ​ເວັບ​ໄຊ​ທາງ​ການ​ໂດຍ​ລະ​ບຸ​ວ່າ: ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ​ທັງ​ໝົດ​ຢ່າ​ສູ່​ຂີດ​​ເສັ້ນແບ່ງ“ປະ​ຊາ​ທິ​ປະ​ໄຕ”​ ຕາມ​ອາ​ເມ​ຣິ​ກາ​, ຫາກ​ແຕ່​ຄວ​ຮ​ກັບ​ຄືນ​ສູ່​ກາາ​ເຄົາ​ລົບ ແລະ​ປະ​ຕິ​ບັດ​ຕາມ​ຫລັກ​ການ​ກົດ​ໝາຍ​ສາ​ກົນ, ຮັບ​ຮອງ​ຄວາມ​ສະ​ເໜີ​ພາບ​ດ້ານ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທີ່ກົດ​ບັດ​​ອົງ​ການສະ​ຫະ​ປະ​ຊ​າ​ຊາ​ດກຳ​ນົດ​ໄວ້​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ.

    ຖະ​ແຫລງ​ການ​ຍັງ​ໄດ້ລະ​ບຸ​​ຕື່ມ​ວ່າ: ຄຳ​ເວົ້າ​ກ່ຽວ​ກັບ​ “ປະ​ຊາ​ທິ​ປະ​ໄຕ​”ຂອງ​ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ຕັດ​ແຍກ​ອອກ​ຈາກ​ຄວາມ​ເປັນ​ຈິງ​ເທົ່າ​ນັ້ນ,  ຍັງ​ເປັນຄວາມເວົ້າ​ຈອມ​ປອ​ມ​ອີກ​ດ້ວຍ. ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຄວນ​ແກ້​ໄຂ​ບັນ​ຫາ​ພາຍ​ໃນ​ຂອງ​ຕົນ​ກ່ອນ​​ຈະ​ເຜີຍ​ແຜ່ແນວ​ຄິດ“ປະ​ຊາ​ທິ​ປະ​ໄຕ​”ຂອງ​ຕົນ, ​ແກ້​ໄຂຄວາມ​​ແຕກ​ແຍກດ້ານ​ຄຸນ​ນະ​ທຳ ແລະ​ຄ່າ​ນິ​ຍົມ​ທີ່​​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ​ພາຍ​ໃນ​ສັງ​ຄົມ​ຂອງ​ຕົນ.

ຄຳ​ເຫັນ

0