何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຈີນ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວເນື່ອງ​ໃນ​ໂອ​ກາດ​ທີ່​ສ​ປ​ປ​ລາວ​ສະ​ຖາ​ປະ​ນາ​ຂຶ້ນ​ຄົບ​ຮອບ 46 ປີ

2021-12-02 11:09:12 CRI

ໃນວັນທີ 2 ທັນວາ 2021, ​ທ່ານຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນໄດ້​ສົ່ງໂທລະເລກຊົມເຊີຍ​ໃຫ້ ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະຖາປະນາຂຶ້ນ ຄົບຮອບ 46 ປີ.

 

ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະຖາປະນາຂຶ້ນ ຄົບຮອບ 46 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນມາຍັງສະຫາຍ. ປີນີ້, ປະເທດລາວ ມີການພັດທະນາທາງດ້ານເສດຖະກິດສັງຄົມຢ່າງຕໍ່ເນື່ອງ, ຖານະບົດບາດໃນເວທີສາກົນນັບມື້ນັບສູງຂຶ້ນ. ເນື່ອງໃນເວລາປະເທດຈີນ ກັບ ປະເທດລາວ ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ, ສາຍພົວພັນມິດຕະພາບ ຈີນ-ລາວ ໄດ້ລົງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ ມີຄວາມຄືບໜ້າຢ່າງໝັນທ່ຽງ, ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາ ຊົນສອງຊາດ. ຝ່າຍຈີນ ຍິນດີຮ່ວມກັນກັບຝ່າຍລາວ, ຮັກສາການປຶກສາຫາລືທາງດ້ານຍຸດທະສາດ, ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການປະສານງານໃນວຽກງານຫລາຍຝ່າຍ ເພື່ອຊຸກຍູ້ໃຫ້ສາຍພົວພັນຈີນ-ລາວ ມີການພັດທະນາຢ່າງແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຮ່ວມກັນເປີດສັງກາດໃໝ່ ແຫ່ງມິດຕະພາບ ຈີນ-ລາວ.

 

ຂໍອວຍພອນປະເທດລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນຢູ່ເຢັນເປັນສຸກ.

ຂໍອວຍພອນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ຈີນ-ລາວ ຈົ່ງມີການພັດທະ ນາ ແລະ ປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ.

ຄຳ​ເຫັນ

0