覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການທີ່ປະມຸກລັດຈີນ-ລາວຈະຮ່ວມກັນເປັນສັກຂີພິຍານໃຫ້ແກ່ການເປີດນຳໃຊ້ທາງລົດໄຟຈີນ-ລາວນັ້ນເປັນເຫດການຍິ່ງໃຫຍ່ແລະເຫດການເບີກບານມ່ວນຊື່ນ

2021-12-02 16:47:55 cri

ການທີ່ປະມຸກລັດຈີນ-ລາວຈະຮ່ວມກັນເປັນສັກຂີພິຍານໃຫ້ແກ່ການເປີດນຳໃຊ້ທາງລົດໄຟຈີນ-ລາວນັ້ນເປັນເຫດການຍິ່ງໃຫຍ່ແລະເຫດການເບີກບານມ່ວນຊື່ນ_fororder_王文斌
 

ທ່ານວ່າງເວີນປິ່ນ ໃນກອງປະຊຸມຖະແຫລງຂ່າວປະຈຳວັນທີ 1 ທັນວາ2021
 

ວັນທີ 3 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ກອມມູນິດຈີນ ປະທານປະເທດຈີນຈະພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວຜ່ານຮູບແບບວີດີໂອ, ທັງຈະເປັນສັກສີພິຍານ ຮ່ວມກັນໃນພິທີເປີດນຳໃຊ້ທາງລົດໄຟຈີນ-ລາວ ຜ່ານຮູບແບບວີດີໂອ. ວັນທີ 1 ທັນວານີ້, ຢູ່ນະຄອນຫລວງປັກກິ່ງ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການ ຕ່າງປະເທດຈີນກ່າວວ່າ: ຜູ້ນຳສູງສຸດຂອງສອງພັກສອງລັດຈີນ-ລາວຈະເປັນ ສັກສີພິຍານໃຫ້ກັບຜົນສຳເລັດການສ້າງທາງລົດໄຟຈີນ-ລາວແລະເປີດນຳໃຊ້ຢ່າງເປັນທາງການ ເຊິ່ງເປັນເຫດການອັນຍິ່ງໃຫຍ່ແລະເຫດການເບີກບານມ່ວນຊື່ນ ທີ່ມີຄວາມຫມາຍປະຫວັດສາດຂອງການພົວພັນລະຫວ່າງສອງຝ່າຍ.
 

ທ່ານວ່າງເວີນປີ່ນກ່າວວ່າ: ທ່ານສີຈິ້ນຜິງແລະທ່ານທອງລຸນສີສຸລິດພົບປະກັນຜ່ານຮູບແບບວິດີໂອ ຈະເປັນການສະຫນອງທິດທາງຍຸດທະສາດໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນລາວ, ເປັນການເພີ່ມແຮງຂັບເຄື່ອນອັນເຂັ້ມແຂງໃນການຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ພັດທະນາຢ່າງຍາວສານ, ທາງລົດໄຟຈີນ-ລາວເປັນໂຄງການສຳຄັນທີ່ສອງປະເທດຮ່ວມກັນສ້າງ ‍‍"ຫນ່ຶງແລວຫນຶ່ງເສັ້ນທາງ"ໃນຄຸນນະພາບສູງ ແລະເປັນການບັນລຸຄວາມໃຝ່ຝັນຂອງປະຊາຊົນລາວທີ່ຢາກມີທາງລົດໄຟ.ເນື່ອງໃນໂອກາດທີ່ສອງປະເທດຈີນລາວສ້າງສາຍພົວພັນທາງການທູດຄົບຮອບ 60 ປີ, ຜູ້ນຳສູງສຸດຂອງສອງພັກສອງລັດຈີນ-ລາວຈະເປັນ ສັກສີພິຍານໃຫ້ກັບຜົນສຳເລັດການສ້າງທາງລົດໄຟຈີນ-ລາວແລະເປີດນຳໃຊ້ຢ່າງເປັນທາງການ ເຊິ່ງເປັນເຫດການອັນຍິ່ງໃຫຍ່ແລະເຫດການເບີກບານມ່ວນຊື່ນ ທີ່ມີຄວາມຫມາຍປະຫວັດສາດຂອງການພົວພັນລະຫວ່າງສອງຝ່າຍ.

 

 ທ່ານວ່າງເວີນປິ່ນຢືນຢັນວ່າ: ເຊື່ອຫມັ້ນວ່າ ທາງລົດໄຟຈີນ-ລາວຈະ ປະກອບສ່ວນເຮັດໃຫ້ລາວບັນລຸເປົ້າຫມາຍຍຸດທະສາດ "ຫັນຈາກປະເທດທີ່ ບໍ່ມີທາງອອກສູ່ທະເລກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດ", ເປັນການ ເລັ່ງຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ເປັນການສ້າງຜົນປະ ໂຫຍດໃຫ້ກັບສອງປະເທດກໍຄືປະຊາຊົນສອງຊາດຢ່າງມີປະສິດທິຜົນຫລາຍກວ່າ ເກົ່າ, ຍັງຈະມີຜົນດີຕໍ່ການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນ ແລະຮັກສາຄວາມຫມັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະ ຫນອງ, ປະກອບສ່ວນອັນຕັ້ງຫນ້າເຂົ້າໃນການພັດທະນາແລະສ້າງຄວາມຈະ ເລີນຮຸ່ງເຮືອງຂອງພາກພື້ນ.

ຄຳ​ເຫັນ

0