ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ມີສາວຄົນໜຶ່ງ ລາວເປັນຄົນພາກໃຕ້, ພັດໄດ້ດຳລົງຊີວິດຢູ່ທະເລຊາຍທີ່ເມືອງຕູ່ນຮວງ ທາງພາກຕາເວັນຕົກສຽງເໜືອຂອງປະເທດຈີນເປັນເວລາເຖິງ 56 ປີ; ມີນັກປາດຄົນໜຶ່ງ, ໃນຕະຫຼອດຊີວິດຂອງເພິ່ນ ເຮັດວຽກພຽງແຕ່ເລື່ອງດຽວ ນັ້ນກໍຄື: ຄົ້ນຄວ້າ, ປົກປັກຮັກສາແລະໂຄສະນາເຜີຍແຜ່ວັດທະນະທຳຕຸ່ນຮວງ; ມີຜູ້ເຖົ້າຄົນໜຶ່ງ, ຖືກຂະໜານນາມວ່າ ເປັນລູກສາວຂອງເມືອງຕູ່ນຮວງ, ເພິ່ນຜູ້ນີ້ ກໍແມ່ນທ່ານນາງ ຟັນຈິນຊື່ ອະດີດຫົວໜ້າສະຖາບັນຄົ້ນຄວ້າຕູ່ນຮວງ.
ເຖິງວ່າໄດ້ຮັບກຽດຕິຍົດຫຼາຍຢ່າງ, ແຕ່ເພິ່ນພັດໄດ້ກ່າວເນັ້ນໜັກຫຼາຍເທື່ອວ່າ: “ຂ້າພະເຈົ້າເປັນຄົນທຳມະດາເທົ່ານັ້ນ, ກຽດຕິຍົດທີ່ໄດ້ຮັບນັ້ນ ທີ່ຈິງແລ້ວແມ່ນຂອງກຸ່ມຄົນທີ່ເຮັດວຽກອະນຸລັກ ວັດຖຸບູຮານທັງໝົດ.”
ຍ້ອນໄດ້ຮັບອິດທິພົນຈາກພໍ່ຜູ້ມັກສິລະປະ, ແຕ່ຍາມຍັງນ້ອຍ ຟັນຈິນຊື່ກໍ່ມັກໄປທ່ຽວຊົມຫໍພິພິທະພັນ ແລະ ຫໍວິຈິດສິນຕ່າງໆແລ້ວ, ແນ່ນອນທ່ານກໍໄດ້ຮູ້ເລື້ອງຕູ່ນຮວງ ແລະ ເກີດມີ ຄວາມໃຝ່ຝັນຢາກເຫັນຢາກຮຽນຮູ້ໃນຄັງສິລະປະແຫ່ງນີ້ທີ່ສຸດ.
ປີ 1962, ຟັນຈິນຊື່ ແລະ ໝູ່ຮ່ວມຮຽນ 3 ຄົນໄດ້ໄປຝຶກງານຢູ່ຕູ່ນຮວງ, ເທື່ອນັ້ນແມ່ນເທື່ອທຳອິດທີ່ເພິ່ນໄດ້ເຫັນຕູ່ນຮວງ. ນາງກັບໝູ່ຮ່ວມຮຽນຫາກໍແລ່ນເຂົ້າໄປໃນຖ້ຳ ກໍຮູ້ສຶກປະທັບໃຈຫຼາຍຕໍ່ກັບພະພຸດທະຮູບນ້ອຍໃຫຍ່ແລະ ຮູບຝາຜະໜັງນາງຟ້າທີ່ສວຍສົດງົດງາມ, ນາງຈົນອຸທານຂຶ້ນວ່າ: “ໂອ, ດີແທ້ໆ! ງາມຫຼາຍ!”
ແຕ່ວ່າ ຊີວິດການເປັນຢູ່ຢູ່ນອກຖ້ຳພັດຫຍຸ້ງຍາກລຳບາກທີ່ສຸດ.
ຖ້ຳໂມ້ກ່າວຕັ້ງຢູ່ພາກຕາເວັນຕົກຂອງແຂວງກັ່ນຊູ້, ອາກາດແຫ້ງຫຼາຍ, ມີດິນຊາຍເຫຼືອງພັດປິວເຕັມທ້ອງຟ້າ, ສະນັ້ນ ຈຶ່ງບໍ່ມີຜູ້ໃດຕັ້ງຖິ່ນຖານຢູ່ຫັ້ນ. ເຖິງວ່າໃຈກຽມພ້ອມແລ້ວກໍຕາມ, ແຕ່ຍ້ອນວ່າບໍ່ລຶ້ງກັບສະພາບດິນຟ້າອາກາດ ແລະ ອາຫານການກິນ, ທັງມັກເຫັນໜູແລ່ນໄປມາໃນຫ້ອງ ລ້ວນແຕ່ເຮັດໃຫ້ນາງທົນບໍ່ໄຫວ. ໄລຍະຝຶກງານບໍ່ທັນໝົດເວລາກຳນົດ ນາງຟັນຈິນຊື່ກໍກັບຄືນໂຮງຮຽນຍ້ອນເປັນພະຍາດ, ແລະ ກໍບໍ່ຄຶດວ່າຈະກັບຄືນໄປຖ້ຳໂມ້ກ່າວອີກ.
ແຕ່ບໍ່ນຶກບໍ່ຝັນວ່າ, ເມື່ອຮອດປີ 1963 ເຊິ່ງເປັນປີທີ່ນາງຮຽນຈົບ, ຟັນຈິນຊື່ໄດ້ຖືກສັບຊ້ອນໄປເຮັດວຽກຢູ່ຕູ່ນຮວງ. ພໍ່ຂອງນາງເປັນຫ່ວງສຸຂະພາບຂອງລູກສາວຫລາຍ ຈຶ່ງຂຽນຈົດໝາຍສະບັບໜຶ່ງໄປເຖິງໂຮງຮຽນໂດຍສະເພາະ, ເພື່ອຂໍໃຫ້ທາງໂຮງຮຽນພິຈາລະນາວຽກງານຂອງລູກສາວຄືນໃໝ່. ເວລານັ້ນທົ່ວປະເທດຈີນກຳລັງສົ່ງເສີມໃຫ້ຮຽນນຳທ່ານເລີຍເຟີ່ງ. ຟັນຈິນຊື່ຄຶດວ່າ “ຄວາມຕ້ອງການຂອງລັດກໍ່ເປັນຄວາມປາຖະໜາຂອງພວກເຮົາ.” ສະນັ້ນ ຟັນຈິນຊື່ຈຶ່ງໄດ້ “ເກັບມ້ຽນ” ຈົດໝາຍສະບັບນີ້ເອົາໄວ້ ໂດຍບໍ່ສົ່ງໄປໃຫ້ທາງໂຮງຮຽນ. ຈາກນັ້ນເປັນຕົ້ນມາ, ຊາຕາກຳຂອງນາງກໍ່ຕິດພັນກັບຕູ່ນຮວງເລີຍ.
ປີ 1998, ທ່ານນາງ ຟັນຈິນຊື່ ໄດ້ຂຶ້ນຮັບຕຳແໜ່ງເປັນຫົວໜ້າສະຖາບັນຄົ້ນຄວ້າຕູ່ນຮວງຊຸດທີ 3. ເວລານັ້ນ ນາງໄດ້ພົບກັບບັນຫາຮີບດ່ວນອັນໜຶ່ງ ກໍຄື: ເມື່ອຜະເຊີນໜ້າກັບສິ່ງທ້າທາຍ 3 ຢ່າງພ້ອມກັນ ຄື: ການທຳລາຍຈາກສິ່ງແວດລ້ອມທຳມະຊາດ, ສະພາບຖ້ຳເກົ່າຂຶ້ນຫລາຍ ແລະ ມີນັກທ່ອງທ່ຽວເຂົ້າມາຊົມຫລາຍໂພດ, ຄັນຊັ້ນຈະເຮັດແນວໃດຈຶ່ງຈະສາມາດປົກປັກຮັກສາ ມິ່ງຂວັນດ້ານສິລະປະທີ່ມີອາຍຸພັນກວ່າປີທີ່ກຳລັງຊຸດໂຊມລົງໃຫ້ສາມາດຄົງຕົວໄດ້ຍາວນານ ກວ່າເກົ່າ? ໃນທີ່ສຸດ, ຟັນຈິນຊື່ຈຶ່ງຕົກລົງໃຊ້ເຕັກນິກດິຈິຕອນເພື່ອໃຫ້ຖ້ຳໂມ້ກ່າວ “ມີຄວາມ ສວຍງາມຕະຫຼອດ”.
ທ້າຍປີ 2008, ວຽກງານການອະນຸລັກຖ້ຳໂມ້ກ່າວແບບສັງລວມທີ່ມີຂະໜາດໃຫຍ່ທີ່ສຸດ ແລະ ຮອບດ້ານທີ່ສຸດໃນປະຫວັດສາດໄດ້ເລີ່ມຂຶ້ນ, ໃນນີ້ ລວມທັງການປັບປຸງຜາຫີນໃຫ້ມີ ຄວາມ ແຂງທົນກວ່າເກົ່າ, ການປັບປຸງແກ້ໄຂພາຍຸຊາຍ, ການຖ່າຍຮູບ ແລະ ຖ່າຍວິດີໂອວັດຖຸບູຮານຢູ່ໃນ 149 ຖ້ຳລະດັບ A ພ້ອມດ້ວຍການຈັດແຈງ ແລະ ການສ້າງຖານຂໍ້ມູນເປັນຕົ້ນ. ຂະບວນການນີ້ຫຍຸ້ງຍາກລຳບາກຫຼາຍ, ແຕ່ຟັນຈິນຊື່ໄດ້ກັດແຂ້ວຍຶດໝັ້ນເຮັດຕະຫຼອດມາ.
ເດືອນສິງຫາປີ 2014, ສູນສະແດງແບບດິຈິຕອນຂອງຖ້ຳໂມ້ກ່າວໄດ້ເລີ່ມເປີດບໍລິການ, ຮູບການທ່ອງທ່ຽວແບບໃໝ່ທີ່ “ຄວບຄຸມຈຳນວນນັກທ່ອງທ່ຽວ, ຈອງການທ່ອງທ່ຽວລ່ວງໜ້າຜ່ານທາງອິນເຕີເນັດ, ຈ່າຍຄ່າບໍລິການຜ່ານທາງອິນເຕີເນັດ, ທ່ຽວຊົມຖ້ຳຜ່ານທາງວີດີໂອ ແລະ ທ່ຽວຊົມຢູ່ໃນຖ້ຳຕົວຈິງ” ກໍໄດ້ເລີ່ມຈັດຕັ້ງປະຕິບັດ. ວັນທີ 1 ພຶດສະພາປີ 2016, “ຕູ່ນຮວງດິຈິຕອນ” ໄດ້ເປີດບໍລິການທາງເນັດຢ່າງເປັນທາງການ. ຊາວເນັດໃນທົ່ວໂລກ ມີແຕ່ເຂົ້າເນັດເທົ່ານັ້ນ ກໍສາມາດຊົມຂໍ້ມູນດິຈິຕອນແບບ HD (ຄວາມຊັດເຈນທີ່ສຸດ) ແລະ ຮູບ ສາມມິຕິໃນ 30 ຖ້ຳໂມ້ກ່າວໄດ້ໂດຍບໍ່ເສຍຄ່າ. ພ້ອມດຽວກັນນັ້ນ, ຫໍຮັບແຂກ ແລະ ໂຮງຮູບເງົາດິຈິຕອນ ຂອງຖ້ຳໂມ້ກ່າວ ກໍໄດ້ເປີດບໍລິການ, ນັກທ່ອງທ່ຽວກໍສາມາດຊົມ “ຕູ່ນຮວງດິຈິຕອນ” ຢູ່ສອງແຫ່ງນີ້ໄດ້ເຊັ່ນກັນ.
ປັດຈຸບັນ, ພາຍໃຕ້ການຊຸກຍູ້ຂອງທ່ານນາງຟັນຈີນຊື່, ສະຖາບັນຄົ້ນຄວ້າຕູ່ນຮວງໄດ້ມີເຕັກນິກດິຈິຕອນສຳລັບການເກັບຮັກສາຮູບຝາຜະໜັງຕູ່ນຮວງ ເຊິ່ງເປັນເຕັກນິກ ທີ່ກ້າວໜ້າ ຊຸດໜຶ່ງ, ໄດ້ກຳນົດມາດຕະຖານກ່ຽວກັບການອະນຸລັກວັດຖຸບູຮານ ດ້ວຍເຕັກນິກດິຈິຕອນ ຢ່າງເປັນລະບົບ, ແລະຄ່ອຍໆເຮັດໃຫ້ທົ່ວໂລກສາມາດຊົມໃຊ້ຮູບພາບ ແລະ ວີດີໂອຂອງ 30 ຖ້ຳໂມ້ກ່າວທີ່ມີຄວາມຊັດເຈນສູງ ໄດ້ຮ່ວມກັນ. ມາຮອດປັດຈຸບັນນີ້, ຈຳນວນຜູ້ເຂົ້າຊົມເວັບໄຊຊັບພະຍາກອນ “ຕູ່ນຮວງດິຈິຕອນ” ໃນທົ່ວໂລກໄດ້ມີຫຼາຍກວ່າ 7 ລ້ານເທື່ອຄົນ.
ສຳລັບຄວາມພະຍາຍາມຂອງຕົນເປັນເວລາຫຼາຍປີ, ທ່ານນາງຟັນຈິນຊື່ ກ່າວວ່າ: ຕົນເອງ “ພຽງແຕ່ເປັນຜູ້ສືບທອດແລະຖ່າຍທອດຄົນໜຶ່ງເທົ່ານັ້ນ, ການອະນຸລັກມໍລະດົກວັດທະນະທຳ ຍັງຕ້ອງການການຊຸກຍູ້ຈາກຫຼາຍເຊັ່ນຄົນ”. ຫຼັງຈາກໝົດອາຍຸການ ການເປັນຫົວໜ້າສະຖາບັນແລ້ວ, ເພິ່ນໄດ້ເຂົ້າຮ່ວມວຽກງານຮຽບຮຽງບົດລາຍງານກ່ຽວກັບບູຮານນະຄະດີຖ້ຳຕູ່ນຮວງທີ່ມີ ຈຳນວນ 100 ເຫຼັ້ມ. ປີ 2011, ບົດລາຍງານກ່ຽວກັບບູຮານນະຄະດີຖ້ຳຕຸ່ນຮວງເລກທີ 266-275 ເຫຼັ້ມທີ 1 ໄດ້ຖືກພິມຈຳໜ່າຍ, ນີ້ເປັນເອກະສານທີ່ລະອຽດທີ່ສຸດກ່ຽວກັບຖ້ຳໂມ້ກ່າວ.
ທ່ານນາງຟັນຈິນຊື່ເວົ້າວ່າ: ເມື່ອ “ຮອດອາຍຸຄືກັບຂ້າພະເຈົ້ານີ້, ກໍຈະຮູ້ສຶກວ່າ ຊີວິດ ຄົນເຮົານີ້ມັນສັ້ນແທ້ໆ. ຖ້າທຸກຄົນລ້ວນແຕ່ພະຍາຍາມເຮັດເລື່ອງນ້ອຍເລື້ອງໜຶ່ງ ສັງຄົມກໍ່ຈະກ້າວໜ້າໄດ້, ຕົນເອງກໍບໍ່ແມ່ນເກີດມາໃນໂລກນີ້ແບບໄຮ້ປະໂຫຍດ. ຕະຫຼອດຊີວິດຂອງ ຂ້າພະເຈົ້າ ພຽງແຕ່ເຮັດວຽກເລື່ອງດຽວເທົ່ານັ້ນ, ນັ້ນກໍ່ຄື: ເຝົ້າຮັກສາ, ຄົ້ນຄວ້າ ແລະ ໂຄສະນາ ເຜີຍແຜ່ມໍລະດົກວັດທະນະທຳໂລກ ຄື: ຖ້ຳໂມ້ກ່າວທີ່ເມືອງຕູ່ນຮວງເທົ່ານັ້ນ, ນີ້ກໍ່ເປັນຄວາມສຸກອັນໃຫຍ່ຫລວງສຳລັບຂ້າພະເຈົ້າ. ຂ້າພະເຈົ້າໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ກັບຕູ່ນຮວງນັ້ນ ແມ່ນຄຸ້ມຄ່າທີ່ສຸດແລ້ວ, ຂ້າພະເຈົ້າບໍ່ກິນແໜງແຄງໃຈທີ່ໄດ້ເຮັດວຽກນີ້.”
ຄຳເຫັນ
0