蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ເພື່ອ​ຄົ້ນ​ຄວ້າ​ວິ​ເຄາະ​ກ່ຽວ​ກັບ​ວຽກ​ງານ​ເສດ​ຖະ​ກິດ​ປີ 2022

2021-12-07 14:15:35 CRI

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນໄດ້​ຈັດ​ກອ​ງ​ປະ​ຊຸມ​ໃນ​ວັນ​ທີ 6 ທັນ​ວາ​ນີ້ ເພື່ອ​ຄົ້ນ​ຄວ້າ​ວິເຄາະ​ກ່ຽວ​ກັບວຽກ​ງານ​ເສດ​ຖະ​ກິດ​ປີ 2022, ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ວິ​ໄນ​ສູນ​ກາງ​ພັກ ແລະ ຄະ​ນະ​ກຳ​ມະ​ການ​ຕິດ​ຕາມກວດ​ກາ​ແຫ່ງ​ລັດ​ຈີນ, ຄົ້ນ​ຄວ້າ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ການ​ສ້າງ​ແບບ​ແຜນ​ຂອງ​ພັກ​ທີ່ປອດ​ໃສ​ໄຮ້​ມົນ​ທິນ ແລະ ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ; ​ຄົ້ນ​ຄວ້າພິ​ຈາ​ລະ​ນາ “ກົດ​ລະ​ບຽບວ່າ​ດ້ວຍ​ວຽກ​ງານ​​ຂອງຄະ​ນະ​ກຳ​ມະ​ການກວດ​ກາ​ວິ​ໄນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ”. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ.

ກອງ​ປະ​ຊຸມ​​ໄດ້ຮຽກ​ຮ້ອງ​ໃຫ້​ຮັກ​ສາ​​ລະ​ດັບການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ປີ​ໜ້າ​​ໃຫ້​ໄດ້​ດີ, ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​​ກ່ຽວ​ກັບການ​ພັດ​ທະ​ນາ​ໃໝ່​ຢ່າງ​ຄົບ​ຖ້ວນ, ແມ່ນ​ຢຳ ແລະ ຮອບ​ດ້ານ, ເລັ່ງ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່, ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​ການ​ຂັບ​ເຄືື່ອນ​ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່, ຊຸກ​ຍູ້​ການ​ພັດ​ທະ​ນາ​ທີີ່​ມີ​ຄຸນ​ນະ​ພາບ​ສູງ, ຍຶດ​ໝັ້ນ​ການເນັ້ນ​ໃສ່​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ດ້ານ​ການ​ສະ​ໜອງ​ເປັນຫຼັກ, ພິ​ຈາ​ລະ​ນາ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສຸມ​ໃສ່​ຮັກ​ສາຄວາມ​ໝັ້ນ​ຄົງ​​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​, ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢູ່​ໃນ​ລະ​ດັບ​ທີ່​ສົມ​ເຫດ​ສົມ​ຜົນ, ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ.

ກອງ​ປະ​ຊຸມ​ຍັງ​ຊີ້​ອອກວ່າ: ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ໜັກ​ແໜ້ນ ແລະ ຖືກ​ຕ້ອງ​ຕາມຫຼັກ​ວິ​ທະ​ຍາ​ສາດ, ​ສຸມ​ໃສ່​ການກະ​ກຽມ​​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ, ຮັບ​ປະ​ກັນ​ໃຫ້​​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ເປັນແບບ​ປະ​ຢັດ​ມັດ​ທະ​ຍັດ, ປອດ​ໄພ ແລະ ດີ​ເດັ່ນ.

ຄຳ​ເຫັນ

0