郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄ້າຍຊິ່ນໂຫ ຄະນະສົ່ງທອດຈິດໃຈເລີຍເຟີ່ງ

2021-12-15 17:18:07 cri

"ຂ້າພະເຈົ້າ​ແມ່ນ​ໝູ່​ຮ່ວມ​ຮົບ​ຂອງ​ທ່ານ​ເລີຍ​ເຟີ່ງ, ຕ້ອງ​ສ້າງ​ກຽດ​ຕິ​ຍົດໃຫ້​ເລີຍ​ເຟີ່ງ, ເຮັດ​ທຸກຢ່າງ​ເໝືອນ​ດັ່ງ​ເລີຍ​ເຟີ່ງ.” ນີ້​ແມ່ນ​ຄໍາໝັ້ນສັນຍາອັນເດັດດ່ຽວ​ຂອງ​ຄະ​ນະ​​ສົ່ງທອດຈິດໃຈ ເລີຍ​ເຟີ່ງ, ຍິ່ງ​ເປັນ​ຄຳ​ຊີ້​ທິດ​ພາ​ທາງ​ການ​ເຄື່ອນ​ໄຫວ​ຂອງ​ຄ້າຍ​ຊິ່ນ​ໂຫ.

ສະມາຊິກໝົດທຸກຄົນຂອງຄ້າຍ​ຊິ່ນ​ໂຫ ຄະ​ນະ​ສົ່ງທອດຈິດໃຈເລີຍ​ເຟີ່ງ​​ຂອງ​ນະ​ຄອນ​ເຕີ້ງ​ໂຈ່ວ​ແຂວງ​ເຮີ​ນານ ​ ລ້ວນແຕ່ແມ່ນ​ທະ​ຫານ​ທີ່ຈົບພັນທະ, ເປັນ​ໜຶ່ງ​ໃນ​ບັນ​ດາ​ຄ້າຍ​ຕົ້ນ​ຕໍ​ຂອງ​ຄະ​ນະ​​ສົ່ງທອດຈິດໃຈເລີຍ​ເຟີ່ງຂອງ​ນະ​ຄອນ​ເຕີ້ງ​ໂຈ່ວ. ໃນ​ຫຼາຍ​ປີ​ມໍ່ໆ​ມານີ້, ​ຄ້າຍ​ດັ່ງ​ກ່າວ​ໄດ້​ສືບ​ທອດ ແລະ ເຜີຍແຜ່​ຈິດໃຈເລີຍ​ເຟີ່ງຢູ່ນະຄອນເຕີ້ງໂຈ່ວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ຄ້າຍຊິ່ນໂຫ ຄະນະສົ່ງທອດຈິດໃຈເລີຍເຟີ່ງ_fororder_薪火

ວັນ​ທີ 15 ສິງ​ຫາ​ ປີ 2014, ເປັນ​ວັນ​ສ້າງ​ຕັ້ງ​ຄ້າຍ​ຊິ່ນ​ໂຫ. ທະ​ຫານທີ່ຈົບພັນທະຈາກກອງ​ທະຫານ​ທີ່​ທ່ານ ເລີຍ​ເຟີ່ງ​ເຄີຍ​ຢູ່ນັ້ນ 108 ຄົນ ​ບໍ່​ວ່າ​ຈະ​ເຮັດ​ວຽກຢູ່​ນາ, ​ສວນ, ໂຮງ​ງານ ຫຼື ຕຶກ​ອາ​ຄານແລະອື່ນໆ ໄດ້​ເຕົ້າ​ໂຮມ​ກັນ​ເຂົ້າ​​ຮ່ວມ​ຄ້າຍ​ຊິ່ນ​ໂຫ ຄະນະສົ່ງທອດຈິດ​ໃຈ​ເລີຍ​ເຟີ່ງ.

ທ່ານ​ ເລີຍ​ທ່ຽນ​ໄຊ ​ທີ່​ເປັນ​​ທະ​ຫານ 5 ປີ, ເປັນ​ທະ​ຫານ​ແບບ​ຢ່າງທີ່ດີໃນການ​ຮຽນນຳ​ເລີຍ​ເຟີ່ງ ​ໃນ​ກອງ​ທະຫານ​ທີ່​ທ່ານ​ເລີຍ​ເຟີ່ງ​ເຄີຍ​ຢູ່. ທ່ານ ​ເລີຍ​ທ່ຽນ​ໄຊ​ເລົ່າ​ຄືນ​ວ່າ: “ເມື່ອ​ໄດ້​ຍິນ​ວ່າ​ຈະ​ສ້າງ​ຕັ້ງ​ຄ້າຍ​ຊິ່ນ​ໂຫ, ຄົນ​ທັງ​ຫຼາຍ​ກໍ​ໄດ້​ຟ້າວ​ຮ້ອງ​ຂໍ​ເຂົ້​າ​ຮ່ວມ. ​ພວກ​ເຮົາສ່ວນ​ຫຼາຍ​​ກໍມີວຽກ​ເຮັດຂອງໃຜມັນ ແຕ່​ເຖິງວ່າ​ຈະຄາ​ວຽກ​ແບບ​ໃດ, ​ເມື່ອຍ​ແນວ​ໃດ, ເລື່ອງ​ຂອງ​ຄ້າຍ​ກໍ​ຕ້ອງ​ເຮັດ​ໃຫ້ທັນ​ເວ​ລາ”.

ທ້າວ​ ລີວ​ເພີງ ສະ​ມາ​ຊິກ​ຄ້າຍ​ທີ່​ມີ​ອາ​ຍຸ​ໜຸ່ມ​ນ້ອຍກວ່າ​ໝູ່​ໄດ້​ເວົ້າ​ວ່າ: “ຂ້າພະເຈົ້າ​ເຄີຍ​ເປັນ​ທະ​ຫານ​ຢູ່ກອງ​ທະຫານທີ່ທ່ານເລີຍ​ເຟີ່ງເຄີຍຢູ່, ຫຼັງຈາກຈົບພັນທະແລ້ວກໍ​ໄດ້​ເຂົ້າ​ຮ່ວມ​ຄ້າຍ​ຊິ່ນ​ໂຫ ແລະ​ຮູ້​ສຶກວ່າ ​ໄດ້ກັບຄືນຄອບ​ຄົວ​ຂອງຕົນ”. ແຕ່​ຍາມຍັງ​ນ້ອຍ, ລີວ​ເພີງ​ກໍໄດ້​​ຮຽນແຕ່ງກິນ ແລະໄດ້​ເປີດ​ຮ້ານ​ອາ​ຫານ​ນ້ອຍ​ແຫ່ງ​ໜຶ່ງຫຼັງຈາກຈົບພັນທະເປັນທະຫານແລ້ວ. ຫຼັງ​ຈາກ​ເຂົ້າ​ຮ່ວມ​ຄ້າຍ​ຊິ່ນ​ໂຫ​ແລ້ວ, ລາວ​ຖື​ຄຳເວົ້າທີ່ວ່າ “ໝູ່​ຮ່ວມ​ຮົບ​ຂອງ​ເລີຍ​ເຟີ່ງ​ຕ້ອງ​ສ້າງກຽດຕິຍົດ ໃຫ້ ເລີຍ​ເຟີ່ງ” ເປັນ​ຄະຕິເຕືອນໃຈ. ໂດຍໄດ້ບໍລິຈາກອາ​ຫານ​ໃຫ້​ຜູ້​ພະເນຈອນ ແລະຜູ້​ເຖົ້າທີ່​ໂດດ​ດ່ຽວ​ເລື້ອຍໆ.

“ຂ້າພະເຈົ້າ​ບໍ່ຄ່ອຍ​ຢູ່​ເຮືອນ, ແຕ່​ເມື່ອ​ຮອດ​ເວ​ລາ​ຈັດ​ກິດຈະກຳ​ໃນ​ຄ້າຍເມື່ອໃດ, ຕາບ​ໃດ​ເມື່ອນັ້ນ, ສິ່ງ​ທີ່​ຂ້າພະເຈົ້າຊ່ວຍ​ເຮັດ​ໄດ້ ຂ້າພະເຈົ້າກໍ​ຕ້ອງ​ປະ​ກອບ​ສ່ວນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ”. ທ່ານ​ ເຊີນ​ຫ​ຢີວ​ຮ້ານ​ ໄປ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່ນະຄອນ​ເຊີ່ນ​ເຈີ້ນ​ເລື້ອຍໆ ແຕ່​ລາວ​ບໍ່​ເຄີຍ​ລືມ​ຄວາມເປັນ​ສະ​ມາ​ຊິກ​ຄ້າຍ​ຊິ່ນ​ໂຫຂອງຕົນ​ເອງ​, ທ່ານໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກໍາ​ບໍ​ລິ​ຈາກ​​ຂອງ​ຄ້າຍ​ຊິ່ນ​ໂຫ 5 ຄັ້ງ.

ຄຽງ​ຄູ່​ກັບການ​ເຂົ້າ​ຮ່ວມຂອງ​ທະ​ຫານທີ່ຈົບພັນທະເປັນ​ກຸ່ມໆ, ສະມາຊິກຂອງຄ້າຍ​ຊິ່ນ​ໂຫ​ ກໍໄດ້ເພີ່ມຂຶ້ນຕາມລຳ​ດັບ; ຈາກຈໍານວນສະມາຊິກເບື້ອງຕົ້ນ 108 ຄົນ ​ເພີ່ມ​ຂຶ້ນ​ເຖິງ 600 ກວ່າ​ຄົນ. ເຂົາ​ເຈົ້າ​ໄດ້​ປະ​ຕິ​ບັດ​ຕາມ​ຈິດ​ໃຈ “ຕະປູ” ຂອງ​ທ່ານ​ເລີຍ​ເຟີ່ງ, ​ ຄືເປັນ​ຜູ້​ປະຕິບັດ​ຕົວ​ຈິງ ​ທັງເປັນ​ຜູ້​ຊຸກ​ຍູ້​ ແລະສ້າງສາ​ຢູ່ຂັ້ນຮາກຖານ.

ໃນ​ບັ້ນການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ທ່ານ​ຮວງ​ຈື້ ສະ​ມາ​ຊິກ​ຄ້າຍ​ຊິ່ນ​ໂຫ​ໄດ້​ສ້າງ​ນິຄົມລ້ຽງສັດ ໂດຍໄດ້ນຳ​ພາປະຊາຊົນ 3000 ກວ່າ​ຄອ​ບ​ຄົວ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ​ແລະ​ຮັ່ງ​ມີ​ຂຶ້ນ. ທ່ານ ຮ​ວງ​ຈື້ ກ່າວ​ວ່າ: “ໃນການສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ພີ່​ນ້ອງ​ທັງ​ຫຼາຍ​ໃນ​ບ້ານ​ເກີດ​ເມືອງ ນອນ, ການອອກ​ແຮງ​ສຸດ​ຂີດ​ເພື່ອຊ່ວຍ​ເຫຼືອ​ຄອບ​ຄົວ​ທີ່​ທຸກ​ຍາກ​ແຕ່​ລະ​ຄອບ​ຄົວ ແລະສະ​ໜັບ​ສະ​ໜູນ​ຊາວ​ບ້ານ​ຜູ້​ມີ​ຄວາມ​ຕ້ອງ​ການ... ສິ່ງ​ເຫຼົ່າ​ນີ້ ຂ້າ​ພະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ຢ່າງແນ່ນອນ.”

ໃນ​ການ​ຊຸກ​ຍູ້​​​ສ້າງ​ຊົນນະບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຮອບ​ດ້ານ, ສະມາຊິກ 600 ກວ່າຄົນ ​ ໄດ້​​ລະດົມ​ເງິນ​ທຶນດຳເນີນໂຄງການ​ປຸງ​ແຕ່ງ ຫຼືປູກ​​ເຂົ້າ ແລະ ​ລ້ຽງ​ກຸ້ງຮ່ວມ​ກັນ ຫຼື​ ​ປູກ​ພືດ​ພິ​ເສດ. ໃນ​ນັ້ນ​, ມີ​ເກືອບ 300 ຄົນ​ ໄດ້​ຖືເອົາການ​​ປູກ​ພືດ, ລ້ຽງ​ສັດ ແລະ ​ປຸງ​ແຕ່ງ ເປັນອາຊີບຕົ້ນຕໍ.

ທ່ານ​ ຈ້າວ​ຜູ​ລິນ ທີ່​ເປັນ​ສະ​ມາ​ຊິກ​ຄ້າຍ​ຊິ່ນ​ໂຫ ໄດ້​ຄ່ອຍໆ​ຊອກ​ຄົ້ນ ​ແລະ​ສະ​ສົມ​ບົດ​ຮຽນ ໂດຍ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດບໍລິການຮ້ານອາຫານ, ເຮັດ​ໃຫ້​ຈຳ​ນວນ​​ທະ​ຫານທີ່ຈົບພັນທະ 62 ຄົນ​ມີ​ວຽກ​ເຮັດ​ງານ​ທຳ; ສ່ວນ​ທ່ານ ​ຕີ່ງ​ເຊີ້ງ​ຈ​ວີ່ນ ໄດ້​ສ້າງ​ຕັ້ງ​ໂຮງ​ຮຽນ​ສອນຂັບລົດ​ ແລະ​ສວນ​ສາ​ທາ​ລະ​ນະ​ຊີ​ວະ​ພາບ​ດ້ານວັດທະນະທຳລົດ ໂດຍ​ໄດ້​ຊ່ວຍ​ໃຫ້​​ທະ​ຫານທີ່ຈົບພັນທະ 860 ຄົນ​ໄດ້​ປະ​ກອບ​ອາ​ຊີບ​ຄືນ​ໃໝ່.

ສະ​ມາ​ຊິກ​ຄ້າຍ​ຊິ່ນ​ໂຫມາ​ຈາກ​ຂະ​ແໜງກ​ານ​ຕ່າງໆ, ເຂົ​າ​ເຈົ້າ​ໄດ້​ປະ​ກອບ​ສ່ວນ​ແບບ​ງຽບ​ໆຕາມ ອາຊີບ​ຂອງ​ຕົນ, ໄດ້​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ເລີຍ​ເຟີ່ງຕະ​ຫຼອດມາ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ສ້າງແຮງ ບັນດານ​ໃຈ​ແກ່ຄົນ​ອື່ນ. ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເລີຍ​ເຟີ່ງ​ໄປ​ຮອດ​ທຸກ​ແຈ​ທຸກ​ຈໍ​ໃນ​ທົ່ວ​ສັງ​ຄົມ.

ຄ້າຍຊິ່ນໂຫ ຄະນະສົ່ງທອດຈິດໃຈເລີຍເຟີ່ງ_fororder_薪火1

ໃນ​ລະ​ດູ​ໃບ​ໄມ້​ປົ່ງຂອງປີ 2020, ເມື່ອ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ຈີນ, ຄ້າຍ​ຊິ່ນ​ໂຫ​ໄດ້​ບຸກ​ບືນ​ສູ້​ຮົບ​ຢູ່​ແນວ​ໜ້າ​ຕ້ານ​ພະ​ຍາດ. ມີ​ສະ​ມາ​ຊິກ 20 ກວ່າ​ຄົນ ​ໄດ້​ຊ່ວຍ​ເຫຼືອ​ຊາວ​ສວນເກັບພືດ​ຜັກ​​ ແລະ ​ຫໍ່​ເອົາພືດຜັກ ໄດ້ 5-6 ໂຕນ ແລ້​ວ​ສົ່ງ​ໄປ​ໃຫ້​ນະ​ຄອ​ນ​ອູ​ຮັ້ນ​ຢ່າງ​ທັນ​ການ.

“ໃນ​ຖາ​ນະ​ທີ່ເປັນສະ​ມາ​ຊິກ​ຄ້າຍ​ຊິ່ນ​ໂຫ ​ແລະ​ເປັນ​ສະມາຊິກ​ຂອງ​ຄະ​ນະ​ສົ່ງທອດຈິດໃຈເລີຍ​ເຟີ່ງ, ການ​ຊ່ວຍ​ເຫຼືອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ​ມະ​ຫາ​ຊົນ​ເປັນ​ໜ້າ​ທີ່ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ.” ທ່ານ​ຕູ້​ເຮີງ ຜູ້​ຊີ້​ນຳ​ຂອງ​ຄ້າຍ​ຊິ່ນ​ໂຫ​ແນະ​ນຳ​ໃຫ້​ຮູ້​ວ່າ: “ໃນ​ລະ​ດູ​ຮ້ອນ​ປີນີ້ ຢູ່​ປະ​ເທດ​ຈີນ​ມີ​ຫຼາຍໆ​ແຫ່ງ​ໄດ້​ມີ​ຝົນ​ຕົກ​ໜັກ, ສະ​ມາ​ຊິກ​ຄ້າຍ​ຊິ່ນ​ໂຫ 200 ກວ່າ​ຄົນ ໄດ້​ຂົນ​ສົ່ງ​ວັດ​ຖຸ​​ກູ້​ຊີບ ​ເດີນ​ທາງ​ໄປ​ຮອດ​ເຈີ້ງ​ໂຈ່ວ​ ແລະ​ຊິ່ນ​ຊ່ຽງ. ເຂົາ​ເຈົ້າ​ໄດ້​ຍ່າງ​ຕາມ​ທາງ​ຂີ້ຕົມ 10 ກວ່າ​ກິ​ໂລ ​ເພື່ອ​ຊອກ​ຫາ​ ແລະ​ຊ່ວຍກອບ​ກູ້​ຕາມ​ຄອບ​ຄົວ​ຕ່າງໆ; ທັງ​ຂັບ​ເຮືອ​ໄວ​ຂົນ​ສົ່ງ​ປະ​ຊາ​ຊົນໄປ-​ກັບ ມື້​ລະ​ 30 ກວ່າຖ້ຽວ. ໃນ 6 ວັນ 6 ຄືນ, ຄ້າຍ​ຊິ່ນ​ໂຫ​ໄດ້​ຊ່ວຍກອ​ບ​ກູ້ ແລະ​ຍົກ​ຍ້າຍ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ ໄດ້ 2 ພັນ​ກວ່າ​ຄົນ.”

ຕັ້ງ​ແຕ່​ສ້າງ​ຕັ້ງ​ຄ້າຍ​ຊິ່ນ​ໂຫມານີ້ ເຂົາ​ເຈົ້າ​ໄດ້​ບໍ​ລິ​ຈາກ​ເງິນ​ໃຫ້​ຄອບ​ຄົວ​ຜູ້​ທຸກ​ຍາກ, ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ ແລະ​ຄົນ​ເຈັບ​ຜູ້​ທຸກ​ຍາກ​ເກືອບ 2 ລ້ານຢວນ, ບໍ​ລິ​ຈາກ​ເຄື່ອງ​ໃຊ້ 2 ໝື່ນກວ່າຢ່າງ, ເຮັດ​ເລື່ອງ​ທີ່​ດີ 1 ໝື່ນກວ່າ​ເທື່ອ. ໃນ​ສະ​ມາ​ຊິກ​ຄົນ​ເຫຼົ່າ​ນີ້ ມີ 50 ກວ່າ​ຄົນ​ໄດ້​ຮັບ​ຕຳ​ແໜ່ງ​ເປັນເຈົ້າ​ໜ້າ​ທີ່​ປະ​ຈຳ​ບ້ານ, ເຄີຍ​ໄດ້​ນຳ​ພາ​ບ້ານ​ທຸກ​ຍາກ 20 ກວ່າ​ບ້ານ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ​ແລະ​ຮັ່ງ​ມີ​ຂຶ້ນ. ມີ 100 ກວ່າ​ຄົນ ​ຖືກ​ອົງ​ການ​ປົກ​ຄອງ​ນະ​ຄອນ​ເຕີ້ງ​ໂຈ່ວ​ປະ​ເມີນ​ເປັນ “ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຜູ້​ດີ​ເດັ່ນ”. ເຂົາ​ເຈົ້າ​ໄດ້​ເດີນ​ຕາມ​ອຸດົມຄະຕິຂອງ​ເລີຍ​ເຟີ່ງ ໂດຍ​ໄດ້​ສ້າງໂສມ​ໜ້າ​ໃໝ່​ແຫ່ງ​ຈິດ​ໃຈ​ເລີຍ​ເຟີ່ງ​ໃນ​ຍຸກ​ສະ​ໄໝ​ໃໝ່.

ຄຳ​ເຫັນ

0