何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົ​ສ​ຕ​ຣາ​ລີ​ກ່າວ​ວ່າ: ລັດ​ຖະ​ບານ​ຈະ​ບໍ່​ແຈກ​ເຄື່ອງກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19ໂດຍ​ບໍ່​ເສຍ​ຄ່າ

2022-01-03 16:35:36 CRI

 

ວັນ​ທີ 3 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອີງ​ຕາມ​ຂ່າວ​ຈາກ​ບໍ​ລິ​ສັດ​ວິ​ທະ​ຍຸ​ອົ​ສ​ຕ​ຣາ​ລີ, ທ່ານສະ​ຄົດ ໂມ​ຣີ​ຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົ​ສ​ຕ​ຣາ​ລີ​ກ່າວ​ວ່າ, ລັດ​ຖະ​ບານ​ຈະ​ບໍ່​ແຈກ​ເຄື່ອງກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19ໂດຍ​ບໍ່​ເສຍ​ຄ່າ, ໂດຍ​ເພິ່ນ​ເຫັນ​ວ່າ ການ​ອຸດ​ໜູນ​ຈະ​ສ້າງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ຂະ​ແໜງ​ການ​ຂາຍ​ຍ່ອຍ.

ລັດ​ຖະ​ບານ​ໂມ​ຣີ​ຊັນ​ເຄີຍ​ເຫັນ​ດີ​ຈັດ​ຊື້​ຢາ​ກວດ​ຫາ​ເຊື້ອ​ພະ​ຍາດ​ຈຳ​ນວນ​ໜຶ່ງ​ເພື່ອ​ແຈກ​ໃຫ້​ປະ​ຊາ​ຊົນ​ໂດຍ​ບໍ່​ເສຍ​ຄ່າ. ແຕ່​ໃນ​ວັນ​ທີ 3 ມັງ​ກອນ​ນີ້, ທ່ານ​ໂມ​ຣີ​ຊັນ​ກ່າວ​ອີກ​ເທື່ອ​ໜຶ່ງວ່າ, ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ຈະ​ບໍ່​ສາ​ມາດ​ສະ​ໜອງ​ຊັບ​ພະ​ຍາ​ກອນ​ປ້ອງ​ກັນ​ພະ​ຍາດ​ໂດຍ​ບໍ່​ເສຍ​ຄ່າ.

 

ຄຳ​ເຫັນ

0