陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນຜູ້ເປັນພະຍາດໂຄວິດ-19ຢູ່ອາເມຣິກາເພີ່ມຂຶ້ນຢ່າງວ່ອງໄວ ລະບົບການແພດໄດ້ຮັບຜົນກະທົບຢ່າງໜັກໜ່ວງ

2022-01-03 15:25:59 cri

ຈຳນວນຜູ້ເປັນພະຍາດໂຄວິດ-19ຢູ່ອາເມຣິກາເພີ່ມຂຶ້ນຢ່າງວ່ອງໄວ ລະບົບການແພດໄດ້ຮັບຜົນກະທົບຢ່າງໜັກໜ່ວງ_fororder_微信图片_xinguan

ວັນທີ 2 ມັງກອນນີ້ຕາມເວລາທ້ອງຖິ່ນ,ນັກວິຊາການດ້ານພະຍາດຕິດແປດ ທີ່ມີຊື່ສຽງຂອງອາເມຣິກາໄດ້ກ່າວວ່າ,ຄຽງຄູ່ກັບເຊື້ອພະຍາດໂອມິຄຣອນໄດ້ແຜ່ ລະບາດຢູ່ອາເມຣິກາຢ່າງວ່ອງໄວ,ຈຳນວນຜູ້ເປັນພະຍາດໂຄວິດ-19ຢູ່ອາເມຣິກາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ,ລະບົບການແພດຈະໄດ້ຮັບຄວາມກົດດັນອັນໃຫຍ່ ຫຼວງ.

 

ສິ່ງທີ່ຕ່າງກັບກະແສສູງຂອງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາຫຼາຍຄັ້ງກ່ອນນັ້ນແມ່ນ,ປັດຈຸບັນ,ລະບົບການແພດຢູ່ອາເມຣິກາຂາດແຄນກຳລັງຄົນ,ຢ່າງໜ້ອຍໄດ້ສູນເສຍພະນັກງານການແພດ20%,ຜູ້ເປັນພະ ຍາດໂຄວິດ-19ທີ່ຫຼັ່ງໄຫຼເຂົ້າໂຮງໝໍຢ່າງບໍ່ຢຸດຢັ້ງອາດຈະປະເຊີນກັບສະພາບທີ່ບໍ່ມີຄົນເບິ່ງແຍງ.

 

ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນອາເມຣິກາໃນວັນທີ 2 ມັງກອນນີ້ຕາມເວລາ ທ້ອງຖ່ິນ,ນັກວິຊາການດ້ານພະຍາດຕິດແປດທີ່ມີຊື່ສຽງຂອງອາເມຣິກາໄດ້ຊີ້ອອກວ່າ:ເຊື່ອພະຍາດໂອມິຄຣອນພວມແຜ່ລະບາດຢູ່ທົ່ວປະເທດອາເມຣິກາ.ຫວ່າງມໍ່ໆມານີ້,ເສັ້ນໂຄ້ງສະພາບພະຍາດຂອງອາເມຣິກາເກືອບຕັ້ງຊື່ຂຶ້ນ.ທ່ານກ່າວວ່າ,ເຖິງວ່າຜູ້ຕິເຊື້ອພະຍາດໂອມິຄຣອນມີອາການອ່າວເບົາກໍ່ຕາມ,ແຕ່ໃນເວລາປາກົດມີ

 

ສະພາບທີ່ຈຳນວນຜູ້ຕິດເຊື້ິອເພີ່ມຂຶ້ນເປັນເທົ່າ,ຍັງຄົງມີຄົນຈຳນວນຫຼາຍຫຼັ່ງໄຫຼ ເຂົ້າໂຮງໝໍ,ຜູ້ເປັນພະຍາດທີ່ເພີ່ມຂຶ້ນຢ່າງວ່ອງໄວຈະສ້າງຄວາມກົດດັນຢ່າງຫຼວງຫຼາຍໃຫ້ແກ່ລະບົບການແພດຂອງອາເມຣິກາ.

 

 

ຄຳ​ເຫັນ

0