吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດມຽນມາປະທ້ວງຊາວອາເມຣິກາທີ່ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ຂອງມຽນມາ

2022-01-11 15:02:46 CRI

ກະຊວງການຕ່າງປະເທດມຽນມາປະທ້ວງຊາວອາເມຣິກາທີ່ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ຂອງມຽນມາ_fororder_缅甸疫情

 

    ວັນທີ 10 ມັງກອນນີ້, ກະຊວງການຕ່າງປະເທດມຽນມາໄດ້ອອກຖະແຫຼງການໂດຍປະທ້ວງຊາວອາເມຣິກາທີ່ໄດ້ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ຂອງມຽນມາ.


    ຖະແຫຼງການກ່າວວ່າ, ເຈົ້າໜ້າທີ່ສະຖານທູດອາເມຣິກາປະຈຳມຽນມາທີ່ຖືໜັງສືຜ່ານແດນທາງການທູດສອງຄົນໄດ້ຂີ່ເຮືອບິນເດີນທາງມາຮອດມຽນມາໃນວັນທີ 2 ແລະ ວັນທີ 3 ມັງກອນນີ້ຕາມລຳດັບ, ລ້ວນແຕ່ຖືກບົ່ງມະຕິເປັນຜູ້ຕິດເຊື້ອພະຍາດໂຄວິດ-19, ຕ້ອງໄດ້ຮັບການປິ່ນປົວແບບກັກບໍລິເວນຕາມມາດຕະການປ້ອງກັນພະຍາດຂອງພາກສ່ວນສາທາລະນະສຸກມຽນມາ, ແຕ່ສະຖານທູດອາເມຣິກາປະຈຳມຽນມາພັດບັງຄັບຮັບເອົາສອງຄົນນີ້ກັບໄປ.


    ກະຊວງການຕ່າງປະເທດມຽນມາກ່າວວ່າ, ເຈົ້າໜ້າທີ່ການຕ່າງປະເທດເຫຼົ່ານີ້ບໍ່ເຄົາລົບກົດໝາຍຂອງປະເທດທີ່ຕົນປະຈຳການຢູ່ ແລະ ສ້າງຄວາມສ່ຽງໃຫ້ກັບການແຜ່ລະບາດພະຍາດ, ແລະຈະທຳລາຍໍ່ສຸຂະພາບຂອງປະຊາຊົນມຽນມາຢ່າງຮ້າຍແຮງ, ມຽນມາປະທ້ວງເລື່ອງນີ້ຢ່າງເຄັ່ງຂຶມ ແລະ ຈະສືບຕໍ່ລົງໂທດຜູ້ທີ່ລະເມີດມາດຕະການປ້ອງກັນພະຍາດທີ່ກ່ຽວຂ້ອງ. 

ຄຳ​ເຫັນ

0