郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແມ່ເຖົ້າຜູ້ມັກໃຊ້ເນັດ ກາຍເປັນເນັດໄອດໍ

2022-01-12 17:44:24 cri

“ໄດ້​ຍິນ​ວ່າ ໄວ​ໜຸ່ມ​ລ້ວນ​ແຕ່​ມັກ​ຫຼິ້ນ​ເວັບ​ໄຊ​ບີ​ລີ​ບີ​ລີ. ຂ້າພະເຈົ້າ ​ກໍ​ຢາກ​ເປັນ​ອັບໂຫຼດຄືກັນ (uploader)”

ທ່ານ​ຜູ້ຟັງລອງເດົາເອົາເບິ່ງດຸວ່າ: ຜູ້​ທີ່​ກ່າວຄວາມເວົ້າດັ່ງກ່າວນີ້ ​ມີ​ອາ​ຍຸ​ເທົ່າ​ໃດແລ້ວ? ຈະເອີ້ນເພິ່ນວ່າຈັ່ງໃດດີ? ເພິ່ນ​ເປັນ​ຜູ້ເຖົ້າ​ທີ່​ມີ​ອາ​ຍຸ 90 ປີ​ແລ້ວ.

ແມ່ເຖົ້າຜູ້ມັກໃຊ້ເນັດ ກາຍເປັນເນັດໄອດໍ_fororder_n1

ເວັບ​ໄຊ​ບີ​ລີ​ບີ​ລີ ແມ່ນ​ເວັບ​ໄຊ​ທີ່​ໄວ​ໜຸ່ມ​ຄົນ​ຈີນ​ມັ​ກ​ຫຼາຍ. ໃນ​ເວ​ລາ 3 ປີ​ຜ່ານ​ມາ, ຈຳ​ນວນ​ຄົນ​ໃຊ້​ເວັບ​ໄຊ​ບີ​ລີ​ບີ​ລີ​ທີ່ເພີ່ມຂຶ້ນໃໝ່ ມີ​ອາ​ຍຸ​ສະ​ເລ່ຍ​ພຽງແຕ່ 21 ປີເທົ່ານັ້ນ, ເຂົາ​ເຈົ້າ​ມັກ​ອັບໂຫຼດ​ວິ​ດີ​ໂອ​ທີ່​ມ່ວນໆ ແລະ​ມີ​ເນື້ອ​ຫາສາລະດີໆປະ​ເພດ​ຕ່າງໆ​ຂຶ້ນ​ເວັບ​ໄຊ. ແມ່ເຖົ້າ ຈ່ຽງ​ໝີນ​ຊື ທີ່​ມີ​ອາ​ຍຸ 90 ປີ ເມື່ອ​ເຫັນ​ຫຼານ​ຊາຍ​ຫຼິ້ນ​ເວັບ​ໄຊ​ນີ້​ມ່ວນ, ຕົນເອງກໍ່​ຢາກ​ມ່ວນ​ນຳ​ເຂົາ, ປີ​ກາຍນີ້ ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ ໂດຍ​ໄປ​ໃສ​ກໍ​ບໍ່​ໄດ້, ແມ່​ເຖົ້າ​ກໍ​ເລີ່ມ​ຫຼິ້ນ​ເວັບ​ໄຊ​ບີ​ລີ​ບີ​ລີ.

ວີ​ດີ​ໂອ​ເລື່ອງທຳອິດຂອງ​ແມ່​ເຖົ້າ ແມ່ນອັບໂຫຼດຂຶ້ນເວັບ​ໃນ​ຕອນ​ທ່ຽງ​ຂອງວັນ​ທີ 30 ເມ​ສາ​ປີ 2020, ພໍຮອດຕອນຄ່ຳ ກໍ​ມີ​ຈຳ​ນວນ​ການ​ເປີດ​ເບິ່ງ​ຫຼາຍ​ແສນ​ເທື່ອ, ເມື່ອຮອດ​ຕອນ​ເຊົ້າ​ມື້​ທີ​ສອງ, ຕົວເລກດັ່ງກ່າວນີ້​ໄດ້​ເພີ່ມ​ຂຶ້ນເປັນ 2 ລ້ານກວ່າ​ເທື່ອ. ພຽງແຕ່​ສອງມື້ເທົ່ານັ້ນ ແຟນ​​ຂອງ​ແມ່​ເຖົ້າ​ກໍມີ​ຫຼາຍກວ່າ 1 ແສນ​ຄົນ. ບໍ່​ດົນ, ຈຳ​ນວນ​ການເປີດ​ເບິ່ງວິ​ດີ​ໂອ​ເລື່ອງນັ້ນ ກໍ​ລື່ນ​ກາຍ 10 ລ້ານ​ເທື່ອ​. ເວັບ​ໄຊ​ບີ​ລີ​ບີ​ລີ​ຈຶ່ງໄດ້​ມອບ​ຫຼຽນ “ໂທ​ລະ​ພາບ​ເງິນ” ໃຫ້​ແມ່​ເຖົ້າເປັນກໍລະນີພິເສດ.

​ຊື່​ເນັດ​ຂອງ​ແມ່​ເຖົ້າ​ຈ່ຽງ ຊື່​ວ່າ “ໝິນ​ຊື​ບໍ່​ເຖົ້າ”, ທຳອິດ ເພິ່ນ​ຢາກ​ແຕ່ງ​ບົດ​ບັນທຶກຊີວະປະຫວັດຂອງ​ຕົນ​ດ້ວຍວິ​ດິ​ໂອ. ແຕ່ບາງ​ຄົນ​ເວົ້າ​ວ່າ, ຜູ້​ເຖົ້າ​ຂຶ້ນ​ເນັດ​ຫຼິ້ນ​ວິ​ດີ​ໂອ​ ຊິມີ​ໃຜ​ຢາກ​ເບິ່ງ? ແຕ່​ແມ່​ເຖົ້າ​ຈ່ຽງ​ບໍ່​ຍອມ​ໄດ໋; ເພິ່ນເວົ້າວ່າ: “ເຈົ້າ​ວ່າ​ຂ້ອຍເຮັດ​ບໍ່​ໄດ້ບໍ, ຂ້ອຍຊິໄປ​ຖາມ​ເວັບ​ໄຊ​ບີ​ລີ​ບີ​ລີ, ຖາມ​ຜູ້​ໃຊ້​ເນັດວ່າ ຂ້ອຍເຮັດ​ໄດ້ບໍ​?”. ເມື່ອຫຼິ້ນ​ໄປຫຼິ້ນມາ ຫຼິ້ນໄດ້ໄລ​ຍະໜຶ່ງ​ແລ້ວ, ແມ່​ເຖົ້າ​ປາກົດເຫັນວ່າ ຈະຢຸດ​ບໍ່​ໄດ້ແລ້ວ​ລະ. ເລື່ອງລາວ​ຂອງ​ຕົນໃນຫຼາຍສິບປີຜ່ານມາ ເມື່ອຊາວ​ໜຸ່ມ​ເຫັນແລ້ວ ຮູ້ສຶກວ່າເປັນ​ກຳ​ລັງ​ໜູນຫຼັງດ້ານ​ຈິດ​ໃຈ​, ເພິ່ນ​ຈິ່ງ​ຮູ້​ສຶກວ່າ​ ຕົນ​ເອງ​ຍັງ​ມີ​ບົດ​ບ​າດ​ຢູ່. ຈາກນັ້ນ ເພິ່ນ​ຈິ່ງ​ເລີຍຂຸ້ນຂ້ຽວນຳວຽກນີ້​ກວ່າເກົ່າ.

ແມ່ເຖົ້າຜູ້ມັກໃຊ້ເນັດ ກາຍເປັນເນັດໄອດໍ_fororder_n2

ໃນເວລາແມ່​ເຖົ້າ​ຈ່ຽງ​ອັບໂຫຼດ​ວິ​ດີ​ໂອ​ເລື່ອງທຳອິດ​ຂອງ​ຕົນ​ຂຶ້ນ​ເວັບ​ໄຊ ກໍ​ຕົກສະເງີ້ ເພາະເພິ່ນໄດ້ເຫັນ​ຂໍ້​ຄວາມ​ທີ່ຂຽນໄວ້ວ່າ “ສະບາຍດີ ແມ່ເຖົ້າ” ແລ່ນ​ຜ່ານໜ້າຈໍໂດຍຈົນນັບບໍ່ຖ້ວນ ທັງ​ມີ​ຄົນປະກອບຄຳຄິດເຫັນ​ວ່າ: “ພວກ​ເຮົາ​ລ້ວນ​ແຕ່​ເປັນ​ຄົນມີຄວາມທັນສະໄໝ, ບໍ່ຈຳເປັນແຍກວ່າເປັນເຈົ້າ​ກັບ​ຂ້ອຍໄດ໋. ໝາຍ ຄວາມວ່າ ຊາວໜຸ່ມຜູ້​ໃຊ້​ເນັດ​ໄດ້​ຍອມຮັບເອົາແມ່​ເຖົ້າ​ຈ່ຽງ​​ຜູ້ມີຄວາມທັນສະໄໝ ເຊັ່ນດຽວກັນ ເຂົ້າຮ່ວມນໍາພວກເຂົາ.

ຫຼານ​ຊາຍ​ຂອງ​ເພິ່ນກໍສະອອນນຳ​ຫຼາຍ, ເພາະ​ວ່າ​ຕົນ​ເອງ​ຫຼິ້ນ​ເວັບ​ໄຊ​ນີ້​ເປັນ​ເວ​ລາ​ສອງ​ປີ​ປາຍ​ ຈຶ່ງ​ໄດ້​ແຟນ​ 1 ໝື່ນ​ຄົນ ແຕ່ຍ່າໃຊ້ເວລາບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກໍໄດ້ຮັບ​ແຟນ​ຫຼາຍກວ່າ​ຕົວເລກ​ນີ້​ຊໍ້າ. ອີກ​ບໍ່​ດົນ ກໍກາຍ​ເປັນ 2 ເທົ່າ, 5 ເທົ່າ, 10 ເທົ່າ ແລະ​ຕໍ່ໆ​ໄປ.

ໃນເວລາແມ່​ເຖົ້າ​ຈ່ຽງເລົ່າ​ເລື່ອງຂອງ​ຕົນ, ວິ​ດີ​ໂອ​ແຕ່​ລະ​ເລື່ອງ ລ້ວນ​ແຕ່​ເປັນ​ການຫວນຄືນອະ​ດີດ, ເພິ່ນ​ຄ່ອຍໆ​ເລົ່າສູ່ຟັງ​ດ້ວຍ​ຄວາມ​ຈິງ​ໃຈ.

ມີ​ວີ​ດີ​ໂອ​ເລື່ອງໜຶ່ງ, ແມ່​ເຖົ້າ​ຈ່ຽງ ​ໄດ້​ເລົ່າ​ປະ​ສົບ​ການ​ຂອງ​ຕົນ​ທີ່​ໜີ​ອອກ​ຈາກ​ງານດອງ​ທີ່​ພໍ່​ແມ່​ບັງຄັບໃຫ້ແຕ່ງ ​ເພື່ອຫາວິທີ​ໄປ​​ຮຽນໜັງສື.

ໃນເວລາທີ່ອາ​ຍຸຂອງເພິ່ນຍັງ​ບໍ່​ຮອດ​ 20 ປີ, ​ແມ່​ເຖົ້າ​ຊາວ​ຈີນ​ຕ່າງ​ດ້າວຜູ້ໜຶ່ງ​ ທີ່​ກັບ​ຄືນ​ມາ​ປະ​ເທດ ​ເພື່ອ​ຢາມ​ພີ່​ນ້ອງນັ້ນ​ຖືກ​ໃຈ​ເພິ່ນຫຼາຍ ໂດຍ​ຫວັງ​ຢາກພາ​ເພິ່ນໄປ​ອາ​ເມ​ຣິ​ກາ ​ເພື່ອ​ເອົາເພິ່ນ​ເປັນ​ລູກ​ໄພ້ຂອງຕົນ. ເວ​ລານັ້ນ,​ ຄອບ​ຄົວ​ຈ່ຽງ​ທຸກ​ຍາກ​ຫຼາຍ, ພໍ່ ​ແລະອາວ​ຂອງເພິ່ນຫຼາຍ​ຄົນກໍບໍ່ມີວຽກເຮັດ ແຕ່​ແມ່​ເຖົ້າ​ຊາວ​ຈີນ​ຕ່າງ​ດ້າວ​ຜູ້ນີ້ ​ພັດ​ເປັນຄົນຮັ່ງມີ, ​ດຳ​ລົງ​ຊີ​ວິດ​ຢູ່ເມືອງຊນ​ຟ​ຣານ​ຊີ​ສ​ໂປະ​ເທດອາ​ເມ​ຣິ​ກາ ເປັນເຈົ້າຂອງບໍ່ຄຳ. ​ໝັ້ນດອງແບບ​ນີ້ ຫຼາຍຄອບຄົວກໍຢາກໄດ້ ແຕ່ບໍ່ມີ ໂອກາດໄດ້. ສະນັ້ນພໍ່​ແມ່ຈຶ່ງຄຶດ​ວ່າເພິ່ນຕ້ອງ​​ມັກ​ຄື​ກັນ.

ແມ່ເຖົ້າຜູ້ມັກໃຊ້ເນັດ ກາຍເປັນເນັດໄອດໍ_fororder_n2

ແຕ່ແມ່​ເຖົ້າ​ຈ່ຽງ​ບໍ່​ຍອມ​ຮັບ​ຊາ​ຕາ​ກຳ​ແບບນີ້. ເພິ່ນໄດ້​ນຳ​ເອົາ​ເສື້ອ​ສອງ​ຊຸດ​ແລະ ​ຜ້າ​ຫົ່ມ​ຜືນ​ໜຶ່ງ ທັງ​ນຳ​ເອົາ​ປຶ້ມ​ທັງໝົດ, ທັງລາກ ທັງເປ້ໄປຈົນຕະຫຼອດທາງ. ຍ່າງຈາກ​ເຮືອນ ​ໄປ​ຫາເມືອງກວາງ​ໂຈ່ວ ໃຊ້​ເວ​ລາ 4 ຊົ່ວ​ໂມງ​ປາຍຈຶ່ງຮອດ. ເພາະ​ວ່າເພິ່ນຢາກ​ໄປ​ເຂົ້າ​ຮ່ວມ​ການ​ເສັງ​ເຂົ້າ​ໂຮງ​ຮຽນ, ນີ້​ແມ່ນ​ການ​ຕັດ​ສິນ​ໃຈ​ຂອງ​ເພິ່ນ.

ຢູ່​ປະ​ເທດ​ຈີນ​ໃນ​ສະໄໝ​ນັ້ນ, ການທີ່ສາ​ມາດ​ທຳ​ການ​ຕັດ​ສິນ​ໃຈແບບນີ້​ໄດ້ ມັນ​ບໍ່​ທຳ​ມະ​ດາ​ໄດ໋. ເພາະການກະທໍາແບບນີ້​ໝາຍ​ເຖິງ ການແຍກອອກ​ຈາກ​ຄອບ​ຄົວຢ່າງແນ່ນອນ​, ຄົນໃນຄອບຄົວ ຈະບໍ່ຍອມຮັບຕົນເອງອີກແລ້ວ. ສະໄໝ​ນັ້ນ​ບໍ່​ຄື​​ປັດ​ຈຸ​ບັນທີ່ຜູ້ຍິງສາມາດຮຽນໜັງສື ແລະປະກອບອາຊີບໄດ້ຢ່າງ​ເສ​ລີ, ສະໄໝນັ້ນ ກໍບໍ່​ມີ​ໂອ​ກາດ​ໃນການປະກອບອາຊີບທີ່ຫຼາກຫຼາຍຄືປັດຈຸບັນ.

ໄກ​ຈາກ​ຄອບ​ຄົວ​ແລ້ວ, ສາວ​ນ້ອຍ​ຄົນ​ໜຶ່ງ​ຈະລ້ຽງຊີບຕົນເອງແບບ​ໃດ​? ໝົດ​ຄອບ​ຄົວ​ລ້ວນ​ແຕ່​ຄັດ​ຄ້ານ ນອກ​ຈາກ​ແມ່ຜູ້ດຽວທີ່​ສະ​ໜັບ​ສະ​ໜູນ​ເພິ່ນ ແລະ ຫວັງ​ຢາກ​ໃຫ້ເພິ່ນ​ສືບ​ຕໍ່​ຮຽນ​ໜັງສືເພື່ອ​ສະ​ແຫວງ​ຫາ​ຊີ​ວິດທີ່ດີງາມ​ຂອງ​ຕົນ. ໃນທີ່ສຸດ ແມ່​ເຖົ້າ​ຈ່ຽງ​ໄດ້​ເສັງ​ເຂົ້າ​ໂຮງ​ຮຽນ​ທາງ​ລົດ​ໄຟ ໃນ​ນະ​ຄອນ​ເຮີງ​ຢາງ​ ແຂວງ​ຮູນານ​ຢ່າງ​ສຳ​ເລັດ​ຜົນ. ເວ​ລານັ້ນ ອັດຕາສ່ວນຂອງນັກຮຽນຊາຍຕໍ່ນັກຮຽນຍິງຂອງໂຮງ​ຮຽນ​ດັ່ງກ່າວ ແມ່ນ​ 9 ຕໍ່ 1.

ແມ່ເຖົ້າຜູ້ມັກໃຊ້ເນັດ ກາຍເປັນເນັດໄອດໍ_fororder_n3

ການທີ່ແມ່​ເຖົ້າ​ຈ່ຽງ​ແຕ່ງ​ງານ​ແທ້ໆ ແມ່​ນເລື່ອງທີ່ຫຼັງຈາກນັ້ນ 12 ປີແລ້ວ. ໃນ​ໄລ​ຍະ 12 ປີນີ້, ຜູ້​ທີ່​ມັກເພິ່ນ ກໍມີ​ຫຼາຍ​ຄົນ ແຕ່​ເພິ່ນ​ພັດຍັງ​ລໍ​ຖ້າ​ຕະ​ຫຼອດ.

ສຳ​ລັບ​ຄູ່​ຮັກ, ເພິ່ນ​ມີ​ມາດ​ຖານ​ຂອງ​ຕົນ ຄື​ວ່າ: ​ຕ້ອງມີຄວາມ​ມັກຮັກຄ້າຍຄື​ກັນກັບຕົນເອງ, ​ຕ້ອງ​ເປັນ​ຜູ້ຊາຍທີ່ເປັນທຳ, ດີ​ທີ່​ສຸດຕ້ອງເປັນຄົນທີ່ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ດຽວ​ກັນ ຈຶ່ງສາ​ມາດ​ຮ່ວມ​ກັນ​ຄົ້​ນ​ຄວ້າ​, ປຶ​ກ​ສາ​ຫາ​ລື​ວຽກ​ງານ​ນຳ​ກັນໄດ້. ມາດຕະຖານ​ເຫຼົ່າ​ນີ້ ​​ຝ່າຍຜູ້​ຊ​າຍຕ້ອງ​ມີ​ໝົດ​ ຂາດຂໍ້ໃດກໍບໍ່ໄດ້. ເມື່ອ​ຮອດ​ອາ​ຍຸ 30 ປີ, ເພິ່ນໄດ້ພົບ​ຄູ່​ຮັກ​ຂອງ​ຕົນ. ສອງ​ຄົນ​ມັກ​ຮັກ​ກັນ​ຢ່າງ​ອິດສະຫຼະ​ເປັນ​ເວ​ລາ​ໜຶ່ງ​ປີ​ ແລ້ວ​ກໍຈຶ່ງສ້າງ​ຄອບ​ຄົວ.

ສຳ​ລັບ​ຊີ​ວິດ​ສົມລົດຂອງເພິ່ນ ແມ່ນເຕັມໄປດ້ວຍເລື່ອງທີ່ມ່ວນຊື່ນໝົດ, ເລື່ອງທີ່ເພິ່ນບໍ່ພໍໃຈນັ້ນ ມີແຕ່ເລື່ອງດຽວ ນັ້ນ​ກໍ​ຄືຜູ້ເປັນສາ​ມີ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ, ອາ​ຍຸຫາ​ກໍຮອດ​ 70 ກວ່າ​ປີ ກໍ​ເສຍໄປກ່ອນ​, ບໍ່​ເປັນຕາມ​ສັນຍາທີ່ວ່າ ​​ຈະ​ຢູ່​ນຳ​ກັນ​​ຈົນຮອດຍາມ​ຜົມ​ຫງອກໝົດທຸກເສັ້ນ.

ຜູ້​ໃຊ້​ເນັດ​ທັງຫຼາຍ ພາ​ກັນ​​ຍ້ອງ​ຍໍ​ຄວາມ​ອົງ​ອາ​ດ​ກ້າ​ຫານ​ ແລະ​ສະ​ຕິ​ປັນ​ຍາ​ຂອງ​ແມ່​ເຖົ້າ​ຈ່ຽງ ​ຜ່ານ​ການປະກອບຄຳຄິດເຫັນ.

ປັດ​ຈຸ​ບັນ ເມື່ອ​ຫວນ​ຄືນ​ເຖິງ​ເລື່ອງ​ອະ​ດີດ​ເລື່ອງນີ້, ແມ່​ເຖົ້າ​ຈ່ຽງ​ ໄດ້ອຸ​ທານ​ວ່າ “ຍາມນັ້ນ ​ຈັ່ງ​ແມ່ນ​ໄຮ້ດຽງສາ ທັງ​ເປັນ​ບ້າ​ແທ້ໆ.

ແຕ່​ວ່າ ເພິ່ນ​ໄດ້​ຍຶດ​ໝັ້ນ​ຕະ​ຫຼອດ​ມາວ່າ ຜູ້​ຍິງ​ຕ້ອງ​ມີຄວາມເປັນ​ເອ​ກະ​ລາດ, ເພິ່ນ​ເວົ້າວ່າ: “ແມ່​ເຖົ້າ​ບໍ່​ເຫັນ​ດີກັບ​ຄຳ​ທີ່​ວ່າ ເມື່ອ​ຜູ້​ຍິງ​ແຕ່ງດອງ​ແລ້ວ​ ກໍຕ້ອງ​ກາຍ​ເປັນ​ແມ່​ບ້ານ, ເຂົາ​ເຈົ້າ​ຄວນ​ມີ​ພາ​ລະ​ກິດ​ ກໍ​ຄື​​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ, ນີ້​ກໍແມ່ນ​ທັດ​ສະ​ນະ​ອັນ​ໜຶ່ງ​ທີ່​ແມ່​ເຖົ້າ​ຢາກ​ສົ່ງ​ຕໍ່​ໃຫ້​ແຟນ​​ຍິງ​ຂອງ​ແມ່​ເຖົ້າ​”.

ໃນ​ສັງຄົມອິນ​ເຕີ​ເນັດຖືວ່າ ເປັນຂອງຊາວ​ໜຸ່ມນັ້ນ, ແມ່​ເຖົ້າ​ຈ່ຽງ​ໄດ້​ເລົ່າ​ເລື່ອງເກົ່າ​ຫຼາຍ​ເລື່ອງ​ຂອງ​ຕົນ​ສູ່​ຊາວ​ເນັດ​ຟັງ ຕົວຢ່າງຄືເລື່ອງ​ແມ່​ເຖົ້າ​ອົບ​ພະ​ຍົບ​ໃນ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ຜູ້​ຮຸກ​ຮານຈີນເມື່ອ 85 ປີ​ກ່ອນ”, “ຍຸກ​ສະ​ໄໝ​ການ​ເປັນ​ນັກ​ຮຽນ​ຂອງ​ແມ່​ເຖົ້າເມື່ອ 70 ປີ​ກ່ອນ”, “​​​​ນັກຮຽນທີ່ແມ່ເຖົ້າສອນນັ້ນເປັນ​ຄົນ​ປະເພດ ໃດ​ແດ່ໃນເວລາ​ຫາ​ກໍສະ​ຖາ​ປະ​ນາ​ປະ​ເທດ​ຈີນ​ໃໝ່... ເຊິ່ງເຮັດໃຫ້ຊາວເນັດ ທັງຫຼາຍສົນໃຈ.

ແມ່​ເຖົ້າ​ເວົ້າ​ວ່າ: “ຕະ​ຫຼອດ​ຊີ​ວິດ​ຂອງແມ່​ເຖົ້າ​ ຊິເວົ້າວ່າ​ທຳ​ມະ​ດາ ກໍທໍາມະດາ​ຢູ່ ແຕ່ກໍໄດ້​ຢູ່​ນຳ​ຂະ​ບວນ​ການ​ພັດ​ທະ​ນາ​ທີ່​ຂຶ້ນໆ​ລົງໆ​ຂອງ​ປະ​ເທດ​ຊາດ​ ແລະ​ປະ​ຫວັດ​ສາດ​ຂອງ​ຈີນ, ເບິ່ງແລ້ວກໍປຽບ​ເໝືອນ​ຮູບ​ຫຍໍ້​ແຜ່ນໜຶ່ງ.”

ຄຳ​ເຫັນ

0