ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
“ການຫຼຸດພົ້ນອອກຈາກຄວາມທຸກຍາກເປັນບັ້ນຮົບທີ່ຍິ່ງໃຫຍ່, ຂ້າພະເຈົ້າຮູ້ສຶກພາກພູມ ໃຈຫຼາຍ ແລະມີກຽດຫຼາຍທີ່ໄດ້ທຸ່ມເທເຫື່ອແຮງເພື່ອການລຶບລ້າງຄວາມທຸກຍາກດ້ວຍການສຶກ ສາ.” ທ່ານຜູ້ຟັງ ນີ້ແມ່ນຄວາມເວົ້າຂອງທ່ານນາງ ຈື່ເຢວ້ຢີ່ງ ທີ່ກ່າວໃນເວລາກ່າວລາຍງານ ໃນກອງປະຊຸມຍ້ອງຍໍບຸກຄົນ ແລະ ໜ່ວຍງານເພື່ອການແກ້ຂອດຫຍຸ້ງຍາກໃນການລຶບລ້າງ ຄວາມທຸກຍາກທົ່ວປະເທດປີ 2020.
ທ່ານນາງ ຈື່ເຢວ້ຢີ່ງ ເປັນຜູ້ຮັບຜິດຊອບໂຮງຮຽນປະຖົມປາຍຢາງ ຂອງຕາແສງຈາວເຊ້ຍ, ເມືອງເຟີ້ງຊິ່ນ, ແຂວງຈ່ຽງຊີ່. ນາງໄດ້ເດີນທາງໄປໃນເຂດພູດອຍຫຼາຍໆບ່ອນ ແລະໄດ້ພົບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ ເພື່ອໃຫ້ການສິດສອນ ແລະຊ່ວຍເຫຼືອແກ່ເດັກນ້ອຍໃນເຂດ ພູດອຍ. ໃນນັ້ນ ເພິ່ນໄດ້ເຮັດໃຫ້ເດັກນ້ອຍ 1100 ກວ່າຄົນ ຫຼຸດພົ້ນອອກຈາກເຂດພູດອຍ ແຕ່ເພິ່ນເອງພັດໄດ້ເຝົ້າຮັກສາຢູ່ເຂດພູດອຍມາໂດຍຕະຫຼອດ ແລະບໍ່ເຄີຍອອກຈາກເຂດ ພູດອຍຈັກເທື່ອ.
ປີ 1980, ທ່ານນາງ ຈື່ເຢວ້ຢີ່ງ ຫາກໍມີອາຍຸພຽງແຕ່ 19 ປີເທົ່ານັ້ນ, ທ່ານໄດ້ໄປເປັນຄູສອນຢູ່ໂຮງຮຽນປະຖົມນີຢາງ ທີ່ຢູ່ເຂດພູດອຍ ແລະຫ່າງໄກສອກຫຼີກ ໂດຍບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງຮຸນແຮງຈາກພໍ່ແມ່ພີ່ນ້ອງ. ຕໍ່ມາ ກໍໄດ້ໄປເປັນຄູສອນຢູ່ໂຮງຮຽນປະຖົມປາຍຢາງ ທີ່ຫ່າງໄກສອກຫຼີກກວ່າເກົ່າ. ນັບແຕ່ນັ້ນມາ ເພິ່ນກໍໄດ້ເຮັດວຽກຢູ່ຫັ້ນເປັນເວລາ 41 ປີ. ຈາກ ການຫາບຫາມອຸປະກອນການຮຽນ-ການສອນຍ່າງຕາມເສັ້ນທາງເທິງພູ 10 ກວ່າກິໂລແມັດ, ການຂີ່ລົດຈັກໄປສອນ ຈົນວ່າລົດຈັກໄດ້ເພໄປແລ້ວ 6 ຄັນ, ເພິ່ນບໍ່ເຄີຍຫົວຊາວ່າ ຕົນໂຕ ຈະຕິດຂີ້ຕົມ ແລະລົດຈັກລົ້ມໃນທ່າມກາງສາຍຝົນເທົ່າໃດເທື່ອແລ້ວ. ແຕ່ເພື່ອພວກເດັກນ້ອຍ ເພິ່ນບໍ່ເຄີຍກິນແໜງແຄງໃຈຈັກເທື່ອ. ເພິ່ນມັກເວົ້າເລື້ອຍໆວ່າ: “ບໍ່ແມ່ນຍ້ອນວ່າ ມີຄວາມຫວັງແລ້ວ ຂ້າພະເຈົ້າຈຶ່ງຍອມເຝົ້າຮັກສາຢູ່ໃນເຂດພູດອຍ ແຕ່ຫາກແມ່ນຍ້ອນວ່າ ມີແຕ່ຍຶດໝັ້ນເທົ່ານັ້ນ ຈຶ່ງຈະສາມາດມີຄວາມຫວັງໄດ້. ຕະຫຼອດຊີວິດຂອງຂ້າພະເຈົ້າ ກໍເພື່ອເຝົ້າຮັກສາຄວາມໄຝ່ຝັນຂອງພວກເດັກນ້ອຍ.” ພາຍຫຼັງມາ ໄດ້ມີຮູບເງົາເລື່ອງ “ຕະຫຼອດຊີວິດເພື່ອເລື່ອງດຽວ” ທີ່ເປັນເລື່ອງຈິງຂອງທ່ານນາງ ຈື່ເຢວ້ຢີ່ງ ໄດ້ສາຍຢູ່ຈີນ ແລະມີຜູ້ຊົນເປັນພັນເປັນໝື່ນຄົນຮູ້ສຶກຊາບຊຶ້ງເຖິງຈິດໃຈຂອງເພິ່ນ.
“ບໍ່ໃຫ້ເດັກນ້ອຍແມ່ນແຕ່ຄົນດຽວເສຍໂອກາດການຮຽນຍ້ອນຄວາມທຸກຍາກ”, ນີ້ແມ່ນເປົ້າໝາຍທີ່ເພິ່ນສະແຫວງຫາມາໂດຍຕະຫຼອດ. ມີປີໜຶ່ງ ຫາກໍເປີດສົກຮຽນໃໝ່, ເພິ່ນໄດ້ພົບເຫັນວ່າ ທ້າວ ລີວຊຽງ ບໍ່ໄດ້ມາຮຽນ. ເພິ່ນຈຶ່ງຟ້າວໄປຢາມຄອບຄົວຂອງລີວຊຽງ ພໍມາຮອດເຮືອນ ກໍເຫັນແມ່ຂອງລີວຊຽງ ເຮັດຄິ້ວຫຍຸ້ງ, ສ່ວນພໍ່ນັ່ງຢ່ອງຢໍ້ສູບຢາຢູ່ບໍ່ເຊົາ. ເມື່ອເຫັນອາຈານຈື່ມາຢາມ, ທ້າວ ລີວຊຽງ ຈຶ່ງໄຫ້ຂຶ້ນ ທັງຮ້ອງວ່າ “ຢາກໄປຮຽນ”. ແມ່ຂອງລີວຊຽງທັງໄຫ້ທັງເວົ້າວ່າ: “ຂອບໃຈອາຈານທີ່ມາຢາມ, ແຕ່ເຮືອນເຮົາບໍ່ມີເງິນຈ່າຍຄ່າຮຽນຂອງລູກ.” ທ່ານນາງ ຈື່ເຢວ້ຢີ່ງ ໄດ້ຍິນດັ່ງນັ້ນແລ້ວ ຈຶ່ງຈົກເອົາເງິນເດືອນທີ່ຫາກໍ່ໄດ້ຮັບນັ້ນອອກມາຈາກຖົງເສື້ອ ແລະ ຍື່ນໃຫ້ແມ່ຂອງລີວຊຽງວ່າ: “ເອົາໄປໃຊ້ສາ ຖ້າບໍ່ໃຫ້ລູກຮຽນ ແມ່ນບໍ່ໄດ້ເດັດຂາດ.” ພໍ່ຂອງລີວຊຽງ ນ້ຳຕາໄຫຼເຕັມເບົ້າ ທັງຮັບເອົາເງິນ ແລະ ກົ້ມຫົວລົງໃສ່ອາຈານດ້ວຍຄວາມເຄົາລົບ ແລະຮູ້ບຸນຄຸນ. ເລື່ອງແບບນີ້ ທ່ານນາງ ຈື່ເຢວ້ຢີ່ງ ໄດ້ເຮັດມາບໍ່ຈັກວ່າເທົ່າໃດເທື່ອແລ້ວ.
ນອກຈາກຊ່ວຍເຫຼືອນັກຮຽນຜູ້ທຸກຍາກໃນທ້ອງຖິ່ນຕົນແລ້ວ, ທ່ານນາງ ຈື່ເຢວ້ຢີ່ງ ຍັງໄດ້ຊ່ວຍເຫຼືອນັກຮຽນຜູ້ທຸກຍາກຂອງທ້ອງຖິ່ນອື່ນໆເລື້ອຍໆມາ ເພື່ອຊຸກຍູ້ນັກຮຽນໃຫ້ໄດ້ຮຽນ ຫຼາຍຍິ່ງຂຶ້ນ. ໃນວັນບຸນວັນພັກຜ່ອນ, ເພິ່ນມັກໄປນຳພວກຜູ້ຊາຍທີ່ແຂງແຮງ ທີ່ໄປລາກແກ່ໄມ້ທ່ອນ ແລະໄມ້ໄພ່ຢູ່ໃນເຂດພູດອຍ. ມີເທື່ອໜຶ່ງ ລົດຂົນສົ່ງທີ່ເພິ່ນຂີ່ນັ້ນເກີດອຸບັດເຫດ ຈົນ ເຮັດໃຫ້ເພິ່ນສະຫຼົບໄປດົນເຕີບຈຶ່ງຟື້ນຄືນມາ. ຢ້ານວ່າກະທົບເຖິງການສອນ ເພິ່ນຈຶ່ງບໍ່ໄດ້ລົງໄປປິ່ນປົວຢ່າງທັນການ ຈົນພາດໂອກາດການປິ່ນປົວທີ່ດີ ເລີຍເຮັດໃຫ້ຫູເບື້ອງຂວາຂອງ ເພິ່ນ ສູນເສຍຄວາມສາມາດໃນການຮັບຟັງ ແລະ ຕາເບື້ອງຂວາກໍສູນເສຍຄວາມສາມາດໃນການເບິ່ງເຫັນ.
ໃນຫຼາຍປີຜ່ານມາ, ມີເດັກນ້ອຍນັບມື້ນັບຫຼາຍຂຶ້ນ ທີ່ໄປນຳພໍ່ແມ່ທີ່ໄປເຮັດວຽກໃນຕົວເມືອງ ນັ້ນ ໄປຮຽນຢູ່ໃນເມືອງ, ສ່ວນຢູ່ໂຮງຮຽນປະຖົມນີຢາງ ຈຶ່ງເຫຼືອແຕ່ອາຈານ ຈື່ເຢວ້ຢີ່ງຄົນດຽວ. ພາຍຫຼັງມາ ໂຮງຮຽນປະຖົມນີຢາງຖືກຍຸບ, ຄອບຄົວຂອງເພິ່ນຈຶ່ງຄຶດວ່າ ຈະລົງຈາກພູດອຍ ກັບໄປຕັ້ງເຮືອນໃນເຂດຊຸມຊົນ. ແຕ່ບໍ່ນຶກບໍ່ຝັນວ່າ ໂຮງຮຽນປະຖົມປາຍຢາງ ທີ່ມີຄວາມຫຍຸ້ງ ຍາກ ແລະຢູ່ຫ່າງໄກສອກຫຼີກກວ່າໂຮງຮຽນນີຢາງນັ້ນ ພັດຍັງຕ້ອງການອາຈານອີກ, ຊາວບ້ານທັງຫຼາຍ ຈຶ່ງພ້ອມກັນເຊີນເພິ່ນໄປເປັນອາຈານຢູ່ແຫ່ງນັ້ນ. “ຖ້າວ່າ ທຸກຄົນລ້ວນແຕ່ໜີ ອອກຈາກດິນແດນແຫ່ງນີ້ ຊິມີໃຜມາສອນເດັກນ້ອຍໃນເຂດພູດອຍ?”. ເວລານັ້ນ ທ່ານນາງ ຈື່ເຢວ້ຢີ່ງ ມີອາຍຸໄດ້ 51 ປີແລ້ວ, ເປັນອີກຄັ້ງໜຶ່ງ ທີ່ເພິ່ນໄດ້ເລືອກໄປເປັນຄູສອນເດັກນ້ອຍຫຼາຍສິບຄົນ ໃນບ້ານທີ່ພໍ່ແມ່ໄປເຮັດວຽກຢູ່ນອກ ທັງເປັນອາຈານທີ່ສອນໝົດທຸກວິຊາ ແລະທັງເປັນແມ່ຂອງພວກເຂົາ.
ຕະຫຼອດເວລາແຫ່ງການສິດສອນມານີ້, ທ່ານນາງ ຈື່ເຢວ້ຢີ່ງ ໄດ້ສອນເດັກນ້ອຍຢູ່ເຂດພູດອຍ ລວມທັງໝົດ 1000 ກວ່າຄົນ; ໃນນັ້ນ ມີ 52 ຄົນໄດ້ເສັງເຂົ້າມະຫາວິທະຍາໄລ. ປີ 2018, ເພິ່ນໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນ, ຫຼັງຈາກນັ້ນ, ທ່ານນາງ ຈື່ເຢວ້ຢີ່ງ ໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ການສຶກສາຢູ່ຊົນນະບົດໃນກໍລະນີຕ່າງໆ ເພື່ອຮັບປະກັນສິດທິໃນການເຂົ້າເຖິງການສຶກສາຂອງເດັກນ້ອຍຜູ້ຢູ່ເຂດພູດອຍ.
ກາໝາຍໂຮງຮຽນປາຍຢາງ ແມ່ນອອກແບບໂດຍທ່ານນາງ ຈື່ເຢວ້ຢີ່ງ, ມັນປະກອບດ້ວຍຕົ້ນໄມ້ 3 ຕົ້ນ ແລະນົກກາງແກສີຂາວໂຕໜຶ່ງ; ຕົ້ນໄມ້ 3 ຕົ້ນນີ້ ເປັນສັນຍະລັກຂອງພູດອຍ, ນົກກາງແກແມ່ນໝາຍເຖິງຄວາມມຸ່ງຫວັງຂອງເພິ່ນ ທີ່ຕ້ອງການໃຫ້ພວກເດັກນ້ອຍບິນອອກຈາກເຂດພູດອຍໄປສູ່ການສຶກສາທີ່ດີ. “ຕະຫຼອດຊີວິດເຮັດແຕ່ເລື່ອງດຽວ, ຖ້າວ່າຂ້າພະເຈົ້າມີສຸຂະພາບດີ, ຂ້າພະເຈົ້າຈະເປັນຄູສອນຕະຫຼອດໄປ”. ປັດຈຸບັນ, ທ່ານນາງ ຈື່ເຢວ້ຢີ່ງ ມີອາຍຸເກືອບ 60 ປີແລ້ວ ແຕ່ເພິ່ນກໍຍັງບໍ່ໄດ້ປ່ຽນແປງອຸດົມການທີ່ຕັ້ງໄວ້ໃນເບື້ອງຕົ້ນ.
ຄຳເຫັນ
0