郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຊືນາຕິງໂຈ ເຜົ່າຕິເບດທີ່ອັດສະຈັນ

2022-01-12 17:14:28 cri

ມີຜູ້ຊາຍ​ຄົນ​ໜຶ່ງ, ລາວ​ໄດ້​ອອກ​ຈາກ​ເຂດ​ພູ​ດອຍ​ໃນ​ຍາມ​ອາ​ຍຸ 13 ປີ, ຕໍ່​ມາ​ສ້າງລາຍຮັບມາ​ໄດ້​​ຫຼາຍ​ສິບ​ລ້ານຢວນ; ເມື່ອອາຍຸໄດ້ 41 ປີ ລາວໄດ້ຕັດ​ສິນ​ໃຈ​ກັບ​ເມືອ​ບ້ານ​ເກີດ​ເພື່ອ​​ສ້າງ​ທາງ​ຫຼວງທີ່ເຊື່ອມຕໍ່ກັບພາຍນອກ, ທັງ​ໄດ້​ສ້າງ​ເຂດ​ທ່ອງທ່ອງລະດັບ 4A ເຊິ່ງປຽບເໝືອນເສັ້ນ​ທາງ​ດຳລົງຊີ​ວິດ​ ແລະ ເສັ້ນ​ທາງ​ສ້າງຄວາມຮັ່ງ​ມີ​​ໃຫ້​ແກ່​ຊາວ​ບ້ານ, ເຮັດ​ໃຫ້​ບ້ານ​ພູ​ດອຍ​ທີ່​ທຸກ​ຍາກ ກາຍ​ເປັນ​ບ້ານ​ຮັ່ງ​ມີ​ ເຊິ່ງແຕ່ລະ​ຄອບ​ຄົວ​ມີ​ລາຍ​ໄດ້​ຫຼາຍກວ່າ 1 ແສນຢວນ​ຕໍ່​ປີ. ຄົນຜູ້ນີ້ກໍ່​ແມ່ນ​ທ່ານ ຊືນາຕິງໂຈ ຊາວ​ເຜົ່າ​ຕິ​ເບດ​ທີ່​ມີ​ປະ​ສົບ​ການ​ທີ່​ອັດ​ສະ​ຈັນ.

ທ່ານ ຊືນາຕິງໂຈ ພັກອາໄສຢູ່​ບ້ານ​ບາລອກ ບ້ານ​​ນ້ອຍໆ​ແຫ່​ງ​ໜຶ່ງຕາມ ເຂດ ພູດອຍ​ທີ່​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ຊາວ​ບ້ານນີ້ ​ເປັນ​ຊົນ​ເຜົ່າ​ຕິ​ເບດ​ໝົດ.

ບ້ານນີ້ ຕັ້ງ​ຢູ່​ໂນນ​ພູ, ສາມ​ດ້ານ​ແມ່ນ​ພູ​ຫິ​ມະ​ທີ່​ສູງ​ພຽງເມກ, ຢູ່​ທາງ​ໜ້າ​ແມ່ນ​ເຫວ​ເລິກ​ໆ. ຈາກ​ບ້ານນີ້​ໄປ​ພາຍນອກ ​ມີ​ແຕ່ທາງ​​ທີ່​ຄົດໆ​ລ້ຽວໆ​ ແລະ ກວ້າງ​ພຽງແຕ່ 30 ຊັງ​ຕິ​ແມັດ​ເທົ່າ​ນັ້ນ, ເຮັດ​ໃຫ້ຊາວ​ບ້ານທັງຫຼາຍຕິດຕໍ່ພົວ​ພັນ​ກັບ​ໂລກ ພາຍນອກໄດ້ຍາກທີ່ສຸດ.

ທ່ານ ຊືນາຕິງໂຈ  ເຜົ່າຕິເບດທີ່ອັດສະຈັນ_fororder_斯那定珠2

ໃນ​ຍາມຊືນາຕິງໂຈ​ມີ​ອາ​ຍຸໄດ້ 10 ປີ, ລາວ​ໄປ​ຊ່ວຍ​ເຮັດ​ວຽກ​ຢູ່​ຮ້ານ​ຕີ​ເຫຼັກ ຄື​ ​ນັ່ງ​ຢູ່​ທາງ​ຂ້າງ​ເຕົາ​ໄຟ​ເພື່ອ​ດຶງ​ບັ້ງສູບລົມ, ແຕ່​ບໍ່​ນຶກ​ບໍ່​ຝັນ​ວ່າ ເສດເຫຼັກທີ່ຖືກເຜົາ ແດງ ທີ່ຊ່າງ​ຕີ​ເຫຼັກ​ຕີ​ອອກມານັ້ນ ໄດ້​ປິວ​ເຂົ້າ​ຕາ​ຂອງ​ລາວໂດຍບັງເອີນ.

ຄົນໝົດຄອບ​ຄົວ ໃຜກໍ​ບໍ່​ຮູ້​ວ່າ​ຊິ​ເຮັດ​ແນວ​ໃດ, ຕະຫຼອດຮອດ​ເວ​ລາ​ຜ່ານ​ໄປ​ສອງມື້​ແລ້ວ ທີ່ພໍ່​ຂອງ​ລາວ​ກັບ​ເມືອ​ບ້ານ ຈຶ່ງ​ພາ​ລາວເຂົ້າ​ໄປໃນເມືອງ. ພໍ່ ​ແລະ​ລູກ​ຍ່າງຕາມທາງນ້ອຍເສັ້ນນັ້ນ 4 ມື້ ​ຈຶ່ງ​ໄປ​ຮອດ​ໂຮງ​ໝໍ​ໃນ​ເມືອງ. ແຕ່​ຍ້ອນ​ວ່າ​ໄປຊ້າ​ໂພດ ​ຈຶ່ງ​ໄດ້ພາດ​ໂອ​ກາດ​ທີ່​ດີ​ໃນການ​ປິ່ນ​ປົວ​.

ເທື່ອນີ້ກໍແມ່ນເທື່ອ​ທຳ​ອິດທີ່​​ ຊືນາຕິງໂຈ ໄດ້​ເຫັນ​ລົດ​ຍົນໃນ​ເມືອງ.

ໝົດ​ວິ​ທີ, ພໍ່​ ແລະ​ລູກ​ ຈຳ​ເປັນ​ຕ້ອງ​ເດີນ​ທາງ​ກັບ​ເມືອ​ບ້ານ​ທີ່​ຕ້ອງ​​ໃຊ້​ເວ​ລາ 4 ມື້. ຊືນາຕິງໂຈຍ່າງ​ຕາມ​ຫຼັງ​ພໍ່ ທັງ​ຍ່າງ​ທັງ​ຄຶດ. ເມື່ອ​ຍ່າງ​ໄປໄດ້ຫຼາຍກວ່າ​ເຄິ່ງ​ທາງ​, ຊືນາຕິງໂຈ ໄດ້ຢຸດຈຶ້ງ ​ແລະ ​ເວົ້າ​ກັບ​ພໍ່​ວ່າ: ລູກ​ຢາກ​ສ້າງ​ທາງ​ເສັ້ນ​ໜຶ່ງ!

ຮອດ​ອາ​ຍຸ 13 ປີ​ແລ້ວ, ຊືນາຕິງໂຈໄດ້​ບອກ​ຄວາມ​ຕັດສິນໃຈ​ຂອງ​ຕົນໃຫ້​ຄອບ​ຄົວ​ຊາບ​ວ່າ ລາວ​ຢາກໄປເຮັດວຽກຢູ່ນອກ​ພູ​ດອຍ ແຕ່​ໝົດ​ຄອບ​ຄົວ​ພັດ​ປະ​ຕິ​ເສດ​, ພໍ່​ໄດ້ຫ້າມ​ລາວ​ຫຼາຍ​ເທື່ອ. ແຕ່​ສຸດ​ທ້າຍ​ກໍ​ບໍ່​ມີ​ໃຜ​ສາມາດຫ້າມ​ລາວ​ໄດ້. ຮອດມື້ທີ່ ຊືນາຕິງໂຈ ​ອອກ​ເຮືອນ, ພໍ່​ໄດ້ເອົາເງິນ 35 ຢວນ​ມອບໃຫ້ແກ່ລາວ, ເງິນກ້ອນນີ້​ເປັນ​ເງິນຂອງ​ຄອ​ບ​ຄົວທີ່ສະສົມມາ​ທັງ​ໝົດ​.

ແຕ່ນັ້ນ​ມາ 28 ປີ, ຊືນາຕິງໂຈ ໄດ້​ເຮັດ​ວຽກ​ຕ່າງໆ ເຊັ່ນ ເປັນ​ຜູ້​ອອກ​ແຮງ​ງານທາງກາຍທີ່ໜັກ, ເຂົ້າ​ຮ່ວມ​ກຸ່ມ​ຂົນ​ສົ່ງ​ດ້ວຍ​ຝູງ​ມ້າ, ຂາຍ​ເຄື່ອງ​ຕາມ​ຖະ​ໜົນ, ເປີດຮ້ານຂາຍ​ເຄື່ອງ​ໃຊ້​ໂລ​ຫະ, ເປີດ​ຮ້ານຊີ້ນ​ຈຸ່ມ ແລະອື່ນໆ. ຍ້ອນ​ວ່າ​ລາວ​ມີ​ນິດ​ໄສ​ໃຈ​ກວ້າງ, ເປັນຄົນຊື່ສັດ, ທັງມັກ​ຊ່ວຍ​ຄົນ​ອື່ນ, ການ​ດຳເນີນທຸ​ລະ​ກິດ​ຂອງ ຊືນາຕິງໂຈ ຈຶ່ງ​ນັບ​ມື້​ນັບ​ໃຫຍ່​ຂຶ້ນ, ໃນ​ເມືອງ​ໄດ້ເປີດ​ຮ້ານ​ຫຼາຍ​ແຫ່ງ ທັງ​ໄດ້​ຊື້​ເຮືອນ​ຢູ່ ​ແລະ​ລົດໃຫຍ່, ຢູ່​ໃນ​ທະ​ນາ​ຄານ​ກໍ​ມີ​ເງິນ​ອອມສິນ​ຈຳ​ນວນ​ຫຼວງຫຼາຍ. ແຕ່​ສິ່ງ​ທີ່ລາວ​ຄຶດໃນ​ໃຈຕະ​ຫຼອດມາ ຍັງ​ແມ່ນ​ຄວາມ​ຫວັງ​ທີ່​ຢາກ​ສ້າງ​ທາງ​​ເສັ້ນໜຶ່ງໃຫ້​ບ້ານ​ເກີດ​ ທີ່​ຕັ້ງ​ໄວ້​ໃນ​ຍາມອາຍຸ 10 ປີ​​.

ດັ່ງ​ນັ້ນ ອີກ​ຄັ້ງ​ໜຶ່ງ, ຊືນາຕິງໂຈ ບໍ່​ເອົາ​ຫົວ​ຊາ​ນຳ​ຄວາມ​ຄັດ​ຄ້ານ​ຂອງ​ຄອບ​ຄົວ, ລາວ​ໄດ້​ຂາຍ​ຮ້ານ​ຄ້າ​ຂອງ​ຕົນ​ໝົດ, ຈົນ​ກະ​ທັ້ງ​ເອົາ​ລົດ​ໃຫຍ່ ​ແລະ​ເຮືອນ​ຢູ່​ຂອງ​ຕົນ​ເປັນ​ສິ່ງມັດຈຳໃຫ້ທະນາຄານ ໂດຍລະດົມເງິນທຶນມາ​​ໄດ້​ 40 ລ້ານຢວນ ເພື່ອ​ສ້າງ​ທາງ​ຫຼວງ​ເສັ້ນໜຶ່ງ​ຈາກ​ບ້ານບາລອກ​ໄປ​ສູ່​ນອກພູ.

ຊືນາຕິງໂຈ ໄດ້ໄປ​ນະ​ຄອນ​ຄຸນ​ມິງ​ເພື່ອ​ເຊີນ​ຜູ້​ຊ່ຽວ​ຊານ​ທີ່​ກ່ຽວ​ຂ້ອງ​ລົງ​ໄປ​ສຳ​ຫຼວດ​ຢູ່​ບ້ານ​ເກີດ, ເມື່ອຜູ້​ຊ່ຽວ​ຊານໄປສຳຫຼວດ​ແລ້ວບອກວ່າ​ ສ້າງ​ທາງເສັ້ນນີ້ ຢ່າງ​ໜ້ອຍ​ຕ້ອງ​ການ​ຫຼາຍຮ້ອຍລ້ານຢວນ,​ ສ່ວນ 40 ລ້ານ​ຢວນ​ມັນ​ບໍ່​ພໍ​ດອກ. ຊືນາຕິງໂຈ ຈຶ່ງເລີ່ມກູ້ຢືມ​ເງິນ​ຈາກ​ແຫ່ງ​ຕ່າງໆ. ເພື່ອໃຫ້​ໄດ້​ເງິນ​ກູ້, ທະ​ນາ​ຄານ​ບາງແຫ່ງ​ເຄີຍ​ໄປ​​ຮອດ 50 ກວ່າ​ເທື່ອກໍມີ.

ມີເທື່ອໜຶ່ງ, ​ກອງປະຊຸມ​ຂອງໂຄງ​ການດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຢູ່​ຄຸນ​ມິງ, ຫຼັງ​ຈາກ​ຄົ້ນຄວ້າພິ​ຈາ​ລະ​ນາ​ສະ​ພາບ​ການ​ຂອງ​ບ້ານບາລອກ​ແລ້ວ ​ຜູ້​ຊ່ຽວ​ຊານທັງຫຼາຍ​ໄດ້ໃຫ້​ຂໍ້​ສະ​ຫຼຸບວ່າ ໂຄງການນີ້ເຮັດ​ບໍ່​ໄດ້. ຊືນາຕິງໂຈ ​ເວົ້າ​ກັບ​ຜູ້​ຊ່ຽວ​ຊານທັງຫຼາຍ ດ້ວຍຄວາມດູດດື່ມ​ວ່າ: “ໃນ​ບ່ອນ​ຢູ່ຂອງພວກ​ທ່ານ ມີ​ນ້ຳ​ປະ​ປາ ​ມີ​ໄຟ​ຟ້າ​ ແລະ ມີ​ທາງ​ຫຼວງ, ແຕ່​ພວກ​ເຮົາ​ພັດ​ບໍ່​ມີ​ທາງ​ຫຼວງ​ຊ້ຳ, ບໍ່ຕ້ອງເວົ້າເຖິງນ້ຳປະປາ ແລະ ໄຟຟ້າ.”

ເພື່ອສຳຫຼວດ ແລະ ຊອກແລວ​ທາງ​ດັ່ງກ່າວ, ຊືນາຕິງໂຈ​ ມັກຈະຍ່າງຢູ່ຮ່ອມ​ພູຫຼາຍມື້ຕິດຕໍ່ກັນ​ເລື້ອຍໆ, ທັງລະດົມທຶນ, ​ທັງ​ອອກ​ແບບ, ທັງກໍ່ສ້າງ, ເຮັດ​ຢູ່ຈັ່ງຊີ້ເປັນ​ເວ​ລາ 4 ປີ ໂດຍ​ໃຊ້​ເງິນ​ລວມທັງໝົດ 850 ລ້ານຢວນ​ແລ້ວ, ຈຶ່ງ​ໄດ້​ສ້າງ​ທາງປູຢາງທີ່ກວ້າງ 6,5 ແມັດ​ ແລະ ​ຍາວ 58 ກິ​ໂລ​ແມັດ​ຕາມ​ຫີນພູ​ຊັນສາຍ​ໜຶ່ງ​​ໃຫ້​ແກ່​ບ້ານ​ເກີດ. ເຮັດ​ໃຫ້​ຄວາມຝັນ ທີ່ຍ່າງອອກຈາກພູສູງຂອງບ້ານ​ເກີດ​ເມືອງນອນ​ປາກົດຜົນເປັນ​ຈິງ.

ທ່ານ ຊືນາຕິງໂຈ  ເຜົ່າຕິເບດທີ່ອັດສະຈັນ_fororder_斯那定珠3

ທ່ານ ຊືນາຕິງໂຈ  ເຜົ່າຕິເບດທີ່ອັດສະຈັນ_fororder_斯那定珠1

ຫຼັງ​ຈາກ​ສ້າງ​ທາງ​ຫຼວງ​ສຳ​ເລັດ​ແລ້ວ, ຊືນາຕິງໂຈ​ ໄດ້ສືບ​ຕໍ່ລະດົມທຶນ​ເພື່ອ​ແກ້​ໄຂ​ບັນ​ຫາ​​ໄຟ​ຟ້າ​ຂອງ​ບ້ານ​ບາລອກ. ແລະ​ມາຮອດ​ປີ 2008 ໄດ້​ບັນ​ລຸ​ເປົ້າ​ໝາຍ ທີ່ມີໄຟ​ຟ້າໃຊ້​, ມີ​ທາງ​ຫຼວງ​ ແລະ​ສື່​ສານ​ກັບ​ພາຍນອກ​ ເຊິ່ງ​ເປັນ​ການ​ປ່ຽນ​ແປງ​ສະ​ພາບ​ການຂອງບ້ານບາລອກ ທີ່​ຕິດ​ຕໍ່​ພົວ​ພັນ​ກັບ​ພາຍນອກ​ໄດ້ຍາກນັ້ນ ໄດ້ຢ່າງ​​ເຖິງ​ຖອງ​.

ທ່ານ ຊືນາຕິງໂຈ ​ມັກ​ເວົ້າ​ຄຳສຸພາສິດຈີນຄຳໜຶ່ງເລື້ອຍໆ​ວ່າ: “ມອບ​ປາ​ໃຫ້​ ບໍ່​ທໍ່​ມອບແຫ​ໃຫ້​.” ເພື່ອ​ປ່ຽນ​ແປງ​ສະ​ພາບ​ຫຼ້າ​ຫຼັງ​ທຸກ​ຍາກ​ຂອງ​ບ້ານ​ບາລອກ​ຢ່າງ​ເຖິງ​ຖອງ ໂດຍພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກຄະນະພັກ ​ອົງ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ​ ແລະ ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ, ທ່ານ ຊືນາຕິງໂຈ​ ໄດ້​ລະດົມທຶນ 1,6 ຕື້ຢວນ​ເພື່ອ​ກໍ່​ສ້າງ​ເຂດ​ທ່ອງທ່ຽວລະ​ດັບ​ຊາດ 4A ຢູ່​ຮ່ອມ​ພູ​​ຊຽງ​ເກີ​ລີ​ລາ-ບາລອກ ຈົນເຮັດ​ໃຫ້​ພວກ​ຊາວ​ບ້ານ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ ແລະ​ ການ​ດຳເນີນທຸ​ລະ​ກິດ​ຂອງເຂດ ທ່ອງທ່ຽວ ໂດຍ​ສາມາດ​ມີ​ລາຍ​ໄດ້​ຈາກ​ຫຼາຍ​ຊ່ອງ​ທາງ ໂດຍ​ໄດ້​ແກ້​ໄຂ​ບັນ​ຫາ​ປະ​ກອບ​ອາ​ຊີບ ​ແລະ​ ບັນ​ຫາລຶບລ້າງ​ຄວາມ​ທຸກ​ຍາກ​ຂອງ​ຊາວບ້ານ 500 ກວ່າ​ຄົນຢູ່​ບ້ານ​ທີ່​ຢູ່​ອ້ອມ​ຂ້າງ​ເຂດທ່ອງທ່ຽວ, ໄດ້ຊ່ວຍ​ຊາວ​ບ້ານ​ທັງຫຼາຍເດີນ​ໄປ​ສູ່​ເສັ້ນ​ທາງ​ສ້າງ​ຄວາມ​ຮັ່ງ​ມີ ​ແລະ ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ໂດຍ​ຜ່ານການ​ທ່ອງ​ທ່ຽວ. ເຮັດ​ໃຫ້​ລາຍ​ໄດ້​ຂອງ​ຊາວ​ບ້ານແຕ່​ລະ​ຄອບ​ຄົວ​ທີ່​ສະ​ເລ່ຍ​ຕໍ່​ປີ ເພີ່ມຂຶ້ນຈາກສອງ​ສາມ​ພັນ​ຢວນ​ ເປັນ​ໜຶ່ງແສນກວ່າ​ຢວນ. ພ້ອມ​ກັນ​ນັ້ນ ກໍເປັນການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເຂດ​ຕິ​ເບດ​ນຳອີກ.

ທ່ານ ຊືນາຕິງໂຈ  ເຜົ່າຕິເບດທີ່ອັດສະຈັນ_fororder_斯那定珠4

 

ຄຳ​ເຫັນ

0