覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ບຸກ​ບືນ​ສູ້​ຊົນ​ຂອງ​ບ້ານ​ຮ​ວ້າ​ອູ່

2022-01-14 17:16:02 cri


 

ການ​ບຸກ​ບືນ​ສູ້​ຊົນ​ຂອງ​ບ້ານ​ຮ​ວ້າ​ອູ່_fororder_化屋村远眺
 

ບ້ານຮວ້າອູ່
 

ຢູ່​ທ່າມ​ກາງ​ສາຍ​ພູ​ອູ່ເມີງ​ທີ່​ນອນ​ຢູ່​ໃນພູ​ພຽງ​ຢຸນ​ກຸ້ຍ​ຂອງ​ຈີນ, ມີ​​ບ້ານເຜົ່າ​ມົ້ງ​ແຫ່ງ​ໜຶ່ງ​ຕັ້ງ​ຢູ່​​ລຽບ​ຕາມ​ຕີນພູ​ຜາ​ສູງ​ຊັນ ມີ​ຊື່​ວ່າ ບ້ານ​ຮ​ວ້າ​​ອູ່. ເມື່​ອ​ຕົ້ນ​ປີ 2021, ກ່ອນ​ໄລ​ຍະ​ບຸນ​ກຸດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ກຸ້ຍ​ໂຈ່, ໂດຍ​ໄດ້​ໄປ​ຢ້ຽມ​ຢາມ​ບ້ານ​ຮ​ວ້າ​​ອູ່ເປັນ​ບ່ອນ​ທຳ​ອິດ​ໃນ​ການ​ສຳຫຼວດກວດ​ກາ​ວຽກ​ງານ​ຄັ້ງ​ນີ້. ດັ່ງ​ນັ້ນ, ບ້ານ​ຮ​ວ້າອູ່​​ຈຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ຂຶ້ນ.
 

ຍ້ອນ​ຕັ້ງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ບ້ານ​ຮ​ວ້າ​ອູ່​ຈຶ່ງ​ຫ່າງ​ເຫີນ​ຈາກ​ພາຍນອກ ແລະ ຢູ່​ໃນ​ສະ​ພາບ​ທຸກ​ຍາກ​ທີ່​ສຸດ. ຄຽງ​ຄູ່​ກັບ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ໄຊ​ຊະ​ນະຢ່າງ​ຮອບ​ດ້ານ, ບ້ານ​ແຫ່ງ​ນີ້​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນຫຼັງ​ມື. ຫຼັງ​ຈາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ, ປະ​ຊາ​ຊົນ​ບ້ານ​ຮ​ວ້າອູ່​ໄດ້​ສືບ​ຕໍ່​ບຸກ​ບືນ​ສູ້​ຊົນ​ເພື່ອ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່​ງ​ເຮືອງ.

 

ເມື່ອ​ຫວນ​ຄືນ​ເຖິງປະ​ສົບ​ການ​ໃນ​ວັນ​ທີ 3 ​ກຸມ​ພາ​ປີ 2021, ນາງ​ເຜີງ​ຢີ້ ສາວ​ເຜົ່າ​ມົ້ງ​ຂອງ​ບ້ານ​ຮ​ວ້າອູ່​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ.
 

ນາງ​ເ​ຜີງ​ຢີ້​ເວົ້າ​ວ່າ: “ຄວາມ​ເວົ້າ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ກາຍ​ເປັນ​ພະ​ລັງ​ແຮງ​ຕໍ່​ຈິດໃຈຫຼາຍ, ເຮັດ​ໃຫ້​ຄົນ​ທີ່​ບໍ່​ມີ​ຄວ​າມ​ໝັ້ນ​ໃຈ​ກໍ​ມີ​ຈິດ​ໃຈ​​ທີ່ເຂັ້ມ​ແຂງ​ຂຶ້ນ, ​ແລະມີ​ຄວາມ​ຫ້າວ​ຫັນຢາກ​ລົງ​ມື​ເຮັດ​ວຽກ.”
 

ບ້ານ​ນ້ອຍໆ​ແຫ່ງ​ນີ້​ໄດ້​ຟົດ​ຟື້ນ​ຂຶ້ນ​ຍ້ອນ​ການ​ມາຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ພາຍນອກ​ກໍ​ໄດ້​ມີ​ຄວາມ​ຮັບ​ຮູ້​ເພີ່ມ​ຂຶ້ນ​ຕໍ່​ບ້ານ​ນ້ອຍໆ​​ທີ່​ຕັ້ງ​ຢູ່​ສ່ວນ​ເລິກ​ຂອງ​ເຂດ​ພູ​ດອຍ​ແຫ່ງ​ນີ້.
 

ບ້ານ​ຮ​ວ້າ​ອູ່​ຖືກ​ຂະ​ໜານ​ນາມ​ວ່າ ​ເປັນ“ລະ​ບຽງ​ຮູບ​ແຕ້ມ​ຮ້ອຍ​ລີ້​ຢູ່​ແຫຼ່ງ​ແມ່​ນ້ຳ​ອູ່​ຈ່ຽງ”, ໂດຍ​ມີ 3 ດ້ານ​ຕິດ​ກັບ​ແມ່​ນ້ຳ​, ທາງ​ດ້ານຫຼັງ​ຕິດ​ກັບ​ພູ​ຜາ​ສູງ​ຊັນ, ເຄີຍ​ຕົກ​ຢູ່​ໃນຄວາມ​ທຸກ​ຍາກທີ່​ສຸດ​ຍ້ອນ​ຖືກ​ເຂດ​ພູ​ດອຍ​ກັ້ນ​ໄວ້ ແລະ ບໍ່​ມີ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ທີ່​ສະ​ດວກ. ​ເພື່ອ​ກ້າວ​ອອກ​ຈາກ​ເຂດ​ພູ​ດອຍ​ທີ່​ທຸ​ລະ​ກັນ​ດານ, ປະ​ຊາ​ຊົນ​ບ້ານ​ຮ​ວ້າອູ່ຫຼາຍ​ເຊັ່ນ​ຄົນ​ໄດ້​ສ່ຽງ​ຄວາມ​ອັນ​ຕະ​ລາຍ​ຕໍ່​ການ​ເສຍ​ຊີ​ວິດ, ​ປີນໄຕ່​ໄປ​ຕາມ​ພູ​ຜາ​ສູງ​ຊັນ, ເມື່ອຫຼາຍ​ປີ​ຜ່ານ​ມາ, ກໍ​ໄດ້​ປາ​ກົດ​ມີ “ທາງຫີນ​ມື​ຈັບ”, ເຊິ່ງ​ແມ່ນ​ເສັ້ນ​ທາງ​ສາຍ​ດຽວ​ທີ່​ນາງ​ເ​ຜີງ​ຢີ້ ແລະ ປະ​ຊາ​ຊົນ​ບ້ານ​ຮ​ວ້າອູ່​ໃຊ້​ເປັນ​ເສັ້ນ​ທາງ​ທຽວ​ອອກ​ໄປ​ນອກ.
 

​ນາງ​ເຜີງ​ຢີ້​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ບອກ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ວ່າ, ເສັ້ນ​ທາງ​ທີ່​ອອກ​ຈາກ​ບ້ານ​ໄປ​ທາງນອກ ກໍ​ແມ່ນ​ທາງ​ຫີນ​​ມືຈັບ​ນັ້ນ. ພວກ​ເຮົາ​ຕ້ອງ​ເ​ປ້​ເອົາ​ຂີງ ແລະ​ໝາກ​ໄມ້​ທີ່​ພວກ​ເຮົາ​ຜະ​ລິດ​ໄດ້​ນັ້ນ, ​ແລ້ວ​ຈັບ​ກ້ອນ​ຫີນ​ໄຕ່​ໄປ​ຕາມ​ໜ້າ​ຜາ​, ເພື່ອສົ່ງ​ໄປ​ຂາຍ​ຢູ່​ທາງນອກ, ແລ້ວ​ຊື້​ເກືອ​ກັບ​ມາ​ແຕ່ງ​ອາ​ຫານ​ກິນ.
 

ການ​ບຸກ​ບືນ​ສູ້​ຊົນ​ຂອງ​ບ້ານ​ຮ​ວ້າ​ອູ່_fororder_化屋村路修到家门
 

ເສັ້ນ​ທາງ​​ໄດ້​ຖືກ​ສ້າງ​ຂຶ້ນ​​ແລະ​ໄປ​ຮອດ​ໄປ​ເຖິງ​ເຮືອນ​ຂອງ​ປະ​ຊາ​ຊົນບ້ານຮວ້າອູ່
 

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫຼັງ​ຈາກ​ພັກ ແລະ ລັດ​ຖະ​ບານ​ໄດ້​ປະ​ຕິ​ບັດນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ຕ່າງໆ​ທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ ເຊັ່ນ: ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ອາ​ໄສ​ຢູ່ບ່ອນ​ທີ່​ເໝາະ​ສົມ​ກວ່າເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ​ອື່ນໆ​ແລ້ວ, ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແຫ່ງ​ນີ້​ໄດ້​ເກີດ​ມີ​ພະ​ລັງ​ຊີ​ວິດ​ຊີ​ວາ​ຄືນ​ໃໝ່. ປີ 2017, ບ້ານ​ຮ​ວ້າ​ອູ່​ທີ່​ເຄີຍ​ມີ​ອັດ​ຕາ​​ຄວາມ​ທຸກ​ຍາກ​ສູງກວ່າ 60% ນັ້ນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ​ເສັ້ນ​ທາງ​ກໍ​ໄດ້​ຖືກ​ສ້າງ​ຂຶ້ນ​​ແລະ​ໄປ​ຮອດ​ໄປ​ເຖິງ​ເຮືອນ​ຂອງ​ປະ​ຊາ​ຊົນ. “ທາງ​ຫີນ​ມື​ຈັບ” ກໍ​ໄດ້​ກາຍ​ເປັນ​ເລື່ອງ​ອະ​ດີດ​ໄປ​ແລ້ວ​ຢ່າງ​ສິ້ນ​ເຊີງ.
 

ໃນ​ບໍ່​ເທົ່າ​ໃດ​ເດືອນ​ກ່ອນທີ່​ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ບ້ານ​ຮ​ວ້າອູ່, ຄື ໃນ​ວັນ​ທີ 23 ພະ​ຈິກ​ປີ 2020, ແຂວງ​ກຸ້ຍ​ໂຈ່ທີ່​ບ້ານ​ຮ​ວ້າ​ອູ​ສັງ​ກັດ​ນັ້ນ​ໄດ້​ປະ​ກາດ​ວ່າ​ເມືອງ​ທຸກ​ຍາກ​ທັງ​ໝົດ​ລ້ວນ​ແຕ່​ໄດ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ມາ​ຮອດ​ເວ​ລາ​ນີ້, 832 ເມືອງ​ທຸກ​ຍາກ​ລະ​ດັບ​ຊາດ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທັງ​ໝົດ. ສຳ​ລັບ​ປະ​ເທດ​ຈີນ​ໃນ​ໄລ​ຍະ​ນີ້, ກໍພວມ​ຢູ່​ໃນ​ໄລ​ຍະ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ​ທີ່​ຫັນ​ຈາກ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ກ້າວ​ໄປ​ສູ່​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ນີ້​ກໍ​ເປັນ​ຈຸດ​ປະ​ສົງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ບ້ານ​ຮ​ວ້າ​ອູ່.
 

ການ​ບຸກ​ບືນ​ສູ້​ຊົນ​ຂອງ​ບ້ານ​ຮ​ວ້າ​ອູ່_fororder_彭艺
 

ນາງເຜີງຢີ້ກຳລັງເຮັດເຄື່ອງຫັດຖະກຳ
 

ໃນ​ຖາ​ນະ​ເປັນ “ບ້ານ​ສິ​ລະ​ປະ​ວັດ​ທະ​ນະ​ທຳພື້ນ​ເມືອງ​ຂອງ​ຈີນ”, ເຄື່ອງ​ປັກ​ແສ່ວ​ເຜົ່າ​ມົ້ງ, ​ການ​ຍ້ອມ​ສີ​ແບບ​ບາ​ຕິກ ແລະ ສິ​ລະ​ປະ​ຫັດ​ຖະ​ກຳ​ພື້ນ​ເມືອງ​ອື່ນໆ​ກໍ​ພວມ​ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ​ແຫ່ງ​ນັ້ນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຝາກ​ຄວາມ​ຫວັງ​ຕໍ່​ບົດ​ບາດ​ພິ​ເສດ​ຂອງ​ອຸດ​ສາ​ຫະ​ກຳ​ພິ​ເສດ​ເຫຼົ່າ​ນີ້​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.

 

ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ: ສິ່ງ​ດັ້ງ​ເດີມ ກໍ​ສາ​ມາດ​ເປັນ​​ສິ່ງ​ທັນ​ສະ​ໄໝຫຼື ແຟ​ຊັນ​ໄດ້. ມັນ​ເປັນ​ວັດ​ທະ​ນ​ະ​ທຳ, ທັງ​ເປັນ​ອຸດ​ສາ​ຫະ​ກຳ, ມັນ​ສາ​ມາດ​ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ແລະ ວັດ​ທະ​ນະ​ທຳ​ມູນ​ເຊື້ອ​ໄດ້, ພ້ອມທັງ​ສາ​ມາດ​ນຳ​ໃຊ້​ອຸ​ດ​ສາ​ຫະ​ກຳ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້.
 

ຄວາມ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ເຮັດ​ໃຫ້​ນາງ​ເ​ຜີງ​ຢີ້​ຮູ້​ສຶກ​ຕື່ນ​ເຕັ້ນ​ໃຈ​ທີ່​ສຸດ. ຫຼັງ​ຈາກ​ນາງ​ຮຽນ​ຈົບ​ໃນ​ປີ 2018 ແລ້ວ, ນາງ​​ເຜີງ​ຢີ້​ມີ​ໂອ​ກາດ​​ໄດ້​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ, ແຕ່​ນາງ​ໄດ້​ຕັດ​ສິນ​ໃຈ​ກັບ​ເມືອ​ໄປ​ສ້າງ​ທຸ​ລະ​ກິດ​ຢູ່​ບ້ານ​ຮ​ວ້າອູ່​ທີ່​ເປັນ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ, ນາງ​ຢາກ​ໃຊ້​ຄວາມ​ຮູ້​ທີ່​ຮຽນ​ມາ​ນັ້ນ​ເພື່ອ​ພັດ​ທະ​ນາ​ຫັດ​ຖະ​​ກຳເຄື່ອງ​ປັກ​ແສ່ວ​ເຜົ່າ​ມົ້ງ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ແລະ​ຊຸກ​ຍູ້​ພີ່​ນ້ອງ​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ​ໃນ​ການ​ປະ​ກອບ​ອາ​ຊີບ​ຢູ່​ບ້ານ​ເກີດ​ເມືອງນອ​ນ​ຂອງ​ຕົນ.
 

ນາງ​ເພີງ​ຢີ້​ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຄວນ​ປະ​ກອບ​ສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ບໍ່​ຕ້ອງ​ຊັ່ງ​ຊ​າ​ຜົນ​ໄດ້​ຜົນ​ເສຍ​ຂອງ​​ຕົນ, ແຕ່​ຄວນ​ຮຽນ​ຮູ້​ການ​ອຸ​ທິດ​ຕົນ. ຂ້າ​ພະ​ເຈົ້າ​ຫວັງ​ຢາກ​ເຮັດ​ວຽກ​ຕົວ​ຈິງ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​​ມາໃຫ້​ແກ່​ຊົນ​ເຜົ່າ​ພວກ​ເຮົາ ແລະ ພີ່​ນ້ອງ​ປະ​ຊ​າ​ຊົນ. ເລືອກ​ເອົາ​ພາ​ລະ​ກິດ​ຢ່າງ​ໜຶ່ງ​ແລະ​ຍຶດ​ໝັ້ນ​ດຳ​ເນີນ​ໄປ​ຕະຫຼອດ​ຊີ​ວິດ. ຂ້າ​ພະ​ເຈົ້​າ​ຢາກ​ຖື​ເລື່ອງ​ນີ້​ເປັນ​ພາ​ລະ​ກິດ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ, ນຳ​ພາ​ຄົນ​ກຸ່ມ​ໜຶ່ງ ແລະ​ປະ​ຕິ​ບັດ​ຕໍ່​ໄປ​ຕະຫຼອດ​ຊີ​ວິດ. ​ເຮັດ​ແນວ​ນີ້​ຮູ້​ສຶກ​ຊີ​ວິດ​ມີ​​ຄຸນ​ຄ່າ ແລະ ມີ​ຄວາມ​ໝາ​ຍ​ທີ່​ສຳ​ຄັນ.
 

ການ​ບຸກ​ບືນ​ສູ້​ຊົນ​ຂອງ​ບ້ານ​ຮ​ວ້າ​ອູ່_fororder_彭艺2
 

ນາງເຜີງຢີ້ໂພສພາບເດີນທາງໄປຕ່າງຖິ່ນເຄື່ອນໄຫວໂຄສະນາຫັດຖະກຳເຄື່ອງປັກແສ່ວເຜົ່າມົ້ງລົງທາງວີແຊັດ
 

ປີ 2021, ນາ​ງ​ເ​ຜີງ​ຢີ້​ໄດ້​ໄປ​ນະ​ຄອນ​ຊຽງ​ໄຮ ແລະ ນະ​ຄອນຫຼວງ​ປັກ​ກິ່ງ, ເພື່ອ​ໃຫ້​ຄົນຫຼາຍກວ່າ​ເກົ່າໄດ້​ຮັບ​ຮູ້​ເຄື່ອງ​ປັກ​ແສ່ວ​ເຜົ່າ​ມົ້ງ, ນາງ​ບໍ່​ໄດ້​ປະ​ລະ​ທຸກ​ໂອ​ກາດ​. ນາງ​ເ​ຜີງ​ຢີ້​ກ່າວ​ວ່າ, ມັນ​ເມື່ອຍຫຼາຍ, ແຕ່​ມັນ​ກຸ້ມ​ຄ່າ. ຄວາມ​ພະ​ຍາ​ຍາມ​ຂອງ​ນາງ​ໄດ້​ຮັບ​ຜົນ​ຕອບ​ແທນ​ໃນ​ທີ່​ສຸດ, ໃນ​ທ້າຍ​ປີ 2021, ​ອົງ​ການ​ຂະ​ແໜງ​ການ​ລະ​ດັບ​ຊາດ​ໄດ້​ປະ​ກາດ​ໃຫ້ນາງ​​ເຜີງ​ຢີ້​​ເປັນ “ທູດ​ໂຄ​ສະ​ນາ​ເຄື່ອງ​ປັກ​ແສ່ວ​ເຜົ່າ​ມົ້ງ​ທີ່​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ດ້ານ​ການ​ຕ່ຳ​ແຜ່ນ​ຂອງ​ຈີນ”.

 

ຢູ່​ບ້ານ​ຮ​ວ້າ​ອູ່, ປະ​ຊາ​ຊົນ​ທີ່​ພະ​ຍາ​ຍາມ​ບຸກ​ບືນ​ສູ້​ຊົນ​ເພື່ອ​ອະ​ນາ​ຄົດ​ທີ່​ດີ​ງາມ ຄື​ກັບ​ນາງ​​ເຜີງ​ຢີ້​ແບບ​ນີ້​ຍັງ​ມີ​ເປັນ​ຈຳ​ນວນຫຼາຍ. ຢູ່​ປະ​ເທດ​ຈີນ, ບ້ານ​ທີ່​ພວມ​ບຸກ​ບືນ​ສູ້​ຊົນ​ຄື​ກັບ​ບ້ານ​ຮ​ວ້າ​ອູ່​ກໍ​ນັບ​ມື້​ນັບຫຼາຍ​ຂຶ້ນ, ໃນ​ຂະ​ບວ​ນ​ການ​ໃໝ່​ທີ່​ຈີນ​​ພວມກ້າວ​ໄປ​ສູ່​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ເຫດ​ການ​ທີ 2, ​ບ້ານ​ເຫຼົ່າ​ນີ້​ພວມ​ເຕົ້າ​ໂຮມ​​ເຂົ້າ​ເປັນ​ຮູບ​ແຕ້ມ​ແຫ່ງ​ຍຸກ​ສະ​ໄໝ​ຕາມ​ດິນ​ແດນ​ທີ່ກວ້າງ​ໃຫຍ່​ໄພ​ສານ.

ຄຳ​ເຫັນ

0