覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດຖະກິດດິຈີຕອນ

2022-01-17 16:52:41 cri

ເສດຖະກິດດິຈີຕອນ_fororder_数字经济1
 

   ວາລະສານ “ສິວຊື້” ສະບັບວັນທີ 16 ມັງກອນປີ 2021 ໄດ້ລົງພິມບົດ ຄວາມສຳຄັນຂອງທ່ານສີຈິ້ິນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ກອມມູນິດຈີນ ທີ່ພາດຫົວຂໍ້ວ່າ “ພັດທະນາເສດຖະກິດດິຈີຕອນຂອງປະເທດຈີນ ໃຫ້ເຂັ້ມແຂງ,ມີຄຸນນະພາບແລະເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ”. ເຊິ່ງບົດຄວາມໄດ້ ເນັ້ນໜັກວ່າ: ຕ້ອງຊຸກຍູ້ເຕັກນິກດິຈີຕອນແລະເສດຖະກິດຮູບປະທຳໃຫ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ເສີມສ້າງອຸດສາຫະກຳດັ້ງເດີມເພື່ອຫັນປ່ຽນ ແລະຍົກລະດັບໃຫ້ສູງຂຶ້ນ, ກະຕຸກຊຸກຍູ້ໃຫ້ອຸດສາຫະກຳໃໝ່, ຮູບແບບອຸດສາຫະກຳໃໝ່ ແລະຮູບແບບທຸລະກິດໃໝ່ເກີດຂຶ້ນ, ພັດທະນາເສດຖະກິດດິຈີຕອນຂອງ ປະເທດຈີນ ໃຫ້ເຂັ້ມແຂງ,ມີຄຸນນະພາບແລະເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ.
 

ຄັນຊັ້ນ, ເສດຖະກິດດິຈີຕອນແມ່ນຫຍັງ?
 

ຂໍຍົກຕົວຢ່າງງ່າຍໆອັນໜຶ່ງ, ເມື່ອເຮົາບໍ່ຢາກແຕ່ງກິນ ແຕ່ກໍບໍ່ຢາກໄປກິນ ເຂົ້າຢູ່ນອກ, ເຮົາກໍສາມາດເປີດAPPມືຖືສັ່ງອາຫານໄດ້,ເຊັ່ນວ່າ ຢູ່ລາວມີAPPຄື  M FOOD、FOOD panda, ເມື່ອເຮົາເລືອກອາຫານແລ້ວສັ່ງຊື້ ແລະຈ່າຍເງິນຜ່ານ APPເຫຼົ່ານີ້ແລ້ວ, ຜູ້ສົ່ງອາຫານເຖິງທີ່ກໍຈະມາ ສົ່ງອາ ຫານຮອດເຮືອນເລີຍ. ການເຄື່ອນໄຫວແບບນີ້ິຂອງພວກເຮົາກໍຖືວ່າເປັນເສດຖະ ກິດດິຈີຕອນ.
 

ເສດຖະກິດດິຈີຕອນ_fororder_数字经济2
 

ໃນຊຸມປີຜ່ານມານີ້, ເສດຖະກິດດິຈີຕອນຂອງຈີນກຳລັງພັດທະນາຢ່າງວ່ອງໄວ. ອີງຕາມຕົວເລກສະແດງໃຫ້ເຫັນວ່າ: ປີ2020, ຂະໜາດເສດຖະກິດດິຈີຕອນ ຂອງຈີນໄດ້ບັນລຸເຖິງ 39.200 ຕື້ຢວນ, ກວມ GDPເຖິງ 38,6%. ນັບມາຮອດເດືອນມິຖຸນາປີ 2021,ຈີນມີຜູ້ໃຊ້ອິນເຕີເນັດລວມທັງໝົດ 1 ຕື້ 11 ລ້ານຄົນ,ປັດຈຸບັນ, ສະຖານີຮັບສົ່ງສັນຍານ 5G ໄດ້ມີເຖິງ 1.159.000 ແຫ່ງ,ຈຳນວນຜູ້ຊົມໃຊ້ຂໍ້ມູນຜ່ານລະບົບ 5Gບັນລຸເຖິງ 450 ລ້ານເລກໝາຍ.
 

ຮູບແບບ “ດິຈີຕອນ”ແບບນີ້ໄດ້ປ່ຽນແປງຮູບການຜະລິດແລະວິຖີຊີວິດ ຂອງປະຊາຊົນຈີນຢ່າງເລິກເຊິ່ງ, ຕົວຢ່າງເຊັ່ນ: ໃນໂຮງງານຜະລິດ, ຫຸ່ນຍົນ ອຸດສາຫະກຳໄດ້ຈັບເຄື່ອງຂອງຢ່າງຖືກຕ້ອງແມ່ນຢ້ຳ, ຢູ່ທ່າກຳປັ່ນ,ບໍ່ແຮ່, ລົດທີ່ ບໍ່ມີຄົນຂັບໄດ້ເຮັດວຽກຢ່າງປອດໄພແລະເປັນລະບຽບ, ໃນຊີວິດປະຈຳວັນ, ຄົນ ເຮົາສາມາດໃຊ້ໂທລະສັບມືຖືຈ່າຍເງິນ, ອ່ານຂ່າວ,ຫຼິ້ນເກມ,ໃຊ້ລົດຖີບສາທາລະ ນະ(Bicycle-sharing) ແລະອື່ນໆ, ໂດຍສະເພາະແມ່ນການພັດທະນາດ້ານ ການຄ້າເອເລັກໂຕຣນິກຂ້າມຊາດໄດ້ເຮັດໃຫ້ຄົນເຮົາຢູ່ໃນເຮືອນກໍສາມາດຊື້້ສິນຄ້າໄດ້ຈາກແຫ່ງຕ່າງໆໃນທົ່ວໂລກ, ຖືວ່າ້ປະຢັດໄດ້ທັງເວລາແລະເງິນຢ່າງແທ້ຈິງ.
 

ແຕ່ວ່າໃນຂະນະດຽວກັນ, ພວກເຮົາກໍຄວນເຫັນແຈ້ງວ່າ: ເສດຖະກິດດິຈີ ຕອນໃນຂະນະທີ່ພັດທະນາໄປຢ່າງວ່ອງໄວນັ້ນກໍປາກົດມີທ່າອ່ຽງທີ່ຫຍໍ້ທໍ້ ແລະບໍ່ ເປັນລະບຽບແບບແຜນຈຳນວນໜຶ່ງ. ສະນັ້ນ, ຄວນແກ້ໄຂບັນຫາການຕິດຕາມ ຄຸ້ມຄອງການພັດທະນາເສດຖະກິດດິຈີຕອນແນວໃດ? ຄວນປົກປ້ອງສິດຜົນປະ ໂຫຍດແລະຄວາມປອດໄພດ້ານຂໍ້ມູນຂ່າວສານຂອງຜູ້ຊົມໃຊ້ໃຫ້ດີກວ່າເກົ່າໄດ້ແນວໃດ ແລະອື່ນໆ ລ້ວນແຕ່ຈະຕ້ອງໄດ້ຄົ້ນຄວ້າແລະປັບປຸງໃຫ້ສົມບູນຂຶ້ນຕື່ມອີກ ແລະສ້າງຕັ້ງລະບຽບການຄຸ້ມຄອງທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາຮູບແບບອຸດສາຫະກຳໃໝ່.
 

ຈີນໄດ້ກຳນົດຢ່າງຈະແຈ້ງແລ້ວວ່າ ຈະປັບປຸງການພັດທະນາເສດຖະກິດດິຈີ ຕອນໃຫ້ເປັນລະບຽບແບບແຜນ, ຍຶດໝັ້ນການອອກແຮງຊຸກຍູ້ການພັດທະ ນາເສດຖະກິດດິຈີຕອນໄປຄຽງຄູ່ກັບການຕິດຕາມກວດກາແລະປັບປຸງໃຫ້ເປັນລະບຽບແບບແຜນ. ໃນຊຸມປີຜ່ານມານີ້, ກະຊວງອຸດສາຫະກຳແລະເຕັກໂນໂລຊີ ຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ເອກະສານລັກສະນະລະບຽບການເກືອບ 20 ສະ ບັບ, ໄດ້ປະກາດໃຊ້ມາດຕະຖານຄວາມປອດໄພຂອງເຄືອຂ່າຍອິນເຕີເນັດ ແລະ ຂໍ້ມູນຂ່າວສານ 300 ກວ່າປະການ, ໄດ້ປັບປຸງຄວາມສາມາດໃນການປ້ອງກັນ ຄວາມປອດໄພຂອງພື້ນຖານໂຄງລ່າງເຄືອຂ່າຍອິນເຕີເນັດໃຫ້ສູງຂຶ້ນຢ່າງບໍ່ຢຸດ ຢັ້ງ. ຜ່ານຈາກການປັບປຸງມາດຕະການທີ່ກ່ຽວຂ້ອງໃຫ້ສົມບູນຂຶ້ນ, ແກ້ໄຂຂບົກ ຜ່ອງແລະຈຸດອ່ອນຢ່າງທັນການ,ເພື່ອເຮັດໃຫ້ເສດຖະກິດດິຈີຕອນພັດທະນາຢ່າງ ຍາວນານໃຫ້ດີກວ່າເກົ່າ, ອຳນວຍການບໍລິການສາທາລະນະທີ່ມີອັດສະລີຍະ ຫຼາຍກວ່າເກົ່າ,ວ່ອງໄວສະດວກກວ່າເກົ່າແລະປອດໄພກວ່າເກົ່າໃຫ້ແກ່ປະຊາຊົນ.

 

 

 

 

 

 

‍‍

ຄຳ​ເຫັນ

0