秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດ່ານຊາຍແດນຫຼາຍແຫ່ງຂອງຫວຽດນາມໂຈະການອະນຸມັດຜ່ານດ່ານຂອງລົດຂົນສົ່ງໝາກໄມ້ ແລະຜັກທີ່ຈະສົ່ງອອກສູ່ຈີນ

2022-01-18 14:26:36 cri

ວັນ​ທີ 16 ມັງ​ກອນ​ນີ້, ອຳ​ນາດ​ການ​ປົກ​ຄອງ​ແຂວງ​ລາວ​ກາຍ ປະ​ເທດ​ຫວຽດ​ນາມ ໄດ້​ອອກ​ແຈ້ງ​ການ​ໃຫ້ແຂວງ ແລະ​ກຳ​ແພງ​ນະ​ຄອນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ໂດຍ​ຊີ້​ອອກ​ວ່າ: ນັບ​ແຕ່​ເວ​ລາ 0 ໂມງ​ຂອງວັນ​ທີ 18 ມັງ​ກອນ​ປີ 2022 ເປັນ​ຕົ້ນ​ໄປ, ລາວ​ກາຍ​ຈະ​ໂຈ​ະການ​ອະ​ນຸ​ມັດ​ໃຫ້​ລົດ​ຂົນ​ສົ່ງ​ສິນ​ຄ້າ​ຈາກ​ທ້ອງ​ຖິ່ນ​ຕ່າງໆໃນ​ທົ່ວ​ປະ​ເທດ ທີ່​ຈະ​ສົ່ງ​ສິນ​ຄ້າ​ໄປ​ປະ​ເທດ​ຈີນ​ໂດຍ​ຜ່ານ​ດ່ານ​ສາ​ກົນ​ກິມແທັງ (​ລາວ​ກາຍ)-ເປີຍ​ຊ່ານ(​ຈີນ)​ຕາມເສັ້ນ​ທາງ​ເລກ 2 ເຂົ້າ​ແຂວງ​ຕົນ.

ວັນ​ທີ 12 ມັງ​ກອນ​ນີ້, ວຽກ​ງານ​ຜ່ານ​ດ່ານ​ຂອງແຂ​ວງ​ຢູນ​ນານ​ປະ​ເທດ​ຈີນ ຢູ່​ດ່ານ​ສາ​ກົນ​ກິມ​ແທັງ (​ລາວ​ກາຍ)-ເປີຍ​ຊ່ານ(​ຈີນ) ໄດ້​ເປີດ​ບໍ​ລິ​ການ​ຄືນ​ໃໝ່ ໂດຍ​ອະ​ນຸ​ຍາດ​ໃຫ້ນຳ​ເຂົ້າ​ໝາກ​ໄມ້​ສົດ​ ​ລ​ວ​ມ​ທັງ​ໝາກ​ມັງ​ກອນ ແລະ​ອາ​​ຫານ​ແຊ່​ເຢັນ ​ຕ່າງ​ໆ​ຈາກ​ຫວຽດ​ນາມ. ແຕ່​​ຍ້ອນ​ຈີນ​ໄດ້​ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ເຂດ​ຊາຍ​ແດນ, ຄວາມ​ສາ​ມາດ​ຜ່ານ​ດ່ານ​ຢູ່​ເຂດ​ຊາຍ​ແດນ​ຈີນ-ຫວຽດ​ນາມ​ຈຶ່ງ​ໄດ້ຫຼຸດ​ລົງ. ປັດ​ຈຸ​ບັນ, ລົດ​ຂົນ​ສົ່ງ​ທີ່​ຄ້າງ​ຄາຢູ່​ດ່ານ​ສາ​ກົນ​ລາວ​ກາຍ ແລະ​ລໍ​ຖ້າ​ຜ່ານ​ດ່ານ​ໄປ​ສູ່​​ປະ​ເທດຈີນ​ນັ້ນ ມີ​ປະ​ມານ 1.000 ຄັ​ນ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ນັບ​ແຕ່​ວັນ​ທີ 5 ມັງ​ກອນປີ 2022 ເປັນ​ຕົ້ນ​ມາ, ​ວຽກ​ງານ​ຜ່ານ​ດ່ານ​ຢູ່ເຂດກວາງ​ຊີ​ປະ​ເທດ​ຈີນ​ ແລະ​ເສັ້ນ​ທາງ​ຕ່າງໆ​ລະ​ຫວ່າງ​ດ່ານ​ຈີນ​ກັບ​ຫວຽດ​ນາມ​ໄດ້​ເປີດ​ບໍ​ລິ​ການ​ຄືນ​ໃໝ່ ເພື່ອ​ຊ່ວຍ​ຫວຽດ​ນາມ​ແກ້​ໄຂ​ບັນ​ຫາ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ທີ່​ຍັງ​ຄ້າງ​ຄາ.

ຄຳ​ເຫັນ

0