秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດມູນຄ່າການຂົນສົ່ງສິນຄ້າສາກົນຜ່ານທາງລົດໄຟລາວ-ຈີນບັນລຸຫຼາຍກວ່າ 1 ຕື້ຢວນ

2022-01-19 14:51:42 cri

ວັນ​ທີ 18 ມັງ​ກອນ​ນີ້, ດ່ານ​ພາ​ສີ​ຄຸນ​ໝີງ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ນັບ​ແຕ່​ທາງ​ລົດ​ໄຟ​ລາວ-​ຈີນ​ໄດ້​ເປີດ​​ນຳ​ໃຊ້​ໃນ​ວັນ​ທີ 3 ທັນ​ວາ​ປີ 2021 ເປັ​ນ​ຕົ້ນ​ມາ, ການ​ຂົນ​ສົ່ງ​ສິ​ນ​ຄ້າ​​ສາ​ກົນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ມາ​ຮອດ​ວັນ​ທີ 17 ມັງ​ກອນ​ນີ້, ດ່ານ​ພາ​ສີ​ຄຸນ​ໝີງ​ໄດ້​ກວດ​ກາ​ ແລະ​ອະ​ນາ​ຍາດ​ໃຫ້ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິ​ນ​ຄ້າ​ສາ​ກົນ​​ແລ່ນຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ນວນ 153 ຖ້ຽວ, ​ມີສິນ​ຄ້າ​ລວມ​ທັງ​ໝົດ 59.500 ໂຕນ, ​ມີມູນ​ຄ່າ 1.068.000.000 ຢ​ວນ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ນັບ​ແຕ່ທາງ​ລົດ​ໄຟ​ລາວ​ຈີນ​ໄດ້​ເປີດຂະ​ບວນ​ລົດ​ໄຟ​ຂົນ​ສົ່​ງ​ສິນ​ຄ້າ​ສາ​ກົນ​ເ​ປັນ​ຕົ້ນ​ມາ, ໄດ້​ຂົນ​ສົ່​ງ​ສິນ​ຄ້າ​​ນຳ​ເຂົ້າ ແລະ​ສົ່ງ​ອອກຫຼາຍກວ່າ 100 ຊະ​ນິດ, ໃນ​ນັ້ນ, ສິນ​ຄ້າ​ນຳ​ເຂົ້າ​ລວມມີຢາ​ງພາ​ລາ, ​ແຮ່​​ເຫຼັກ, ຖ່ານດັງ​ໄຟ ແລະ​ອື່ນໆ, ສິນ​ຄ້າ​ສົ່ງ​ອອກ​ລວມມີ​ຜັກ​ສົດ, ເຄື່ອງ​ໃຊ້​ປະ​ຈຳ​ວັນ, ກົນ​ຈັກ, ເຄື່ອງ​ໄຟ​ຟ້າ ແລ​ະ​ອື່ນໆ.

ດ່ານ​ພາ​ສີ​ຄຸນ​ໝີງ​​ຍັງ​​ໃຫ້​ຮູ້​ຕື່ມ​ອີກວ່າ: ເຄືອ​ຂ່າຍ​ຂົນ​ສົ່ງ​ຂອງ​ທາ​ງ​ລົດ​ໄຟ​ລາວ​-ຈີນ​ໄດ້​ກວມ​ເອົາ 9 ແຂວງ ແລະ 15 ກຳ​ແພງ​ນະ​ຄອນ​ຢູ່​ຈີນ ແລະ 10 ກວ່າ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊິ່ງລວມ​ທັງ​ປະ​ເທດ​ລາວ ​ໄດ້​​ເປັນ​ການເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ລາວ ກໍ​ຄື​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ກັນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ຄຳ​ເຫັນ

0