ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ມັງກອນນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ສປ ຈີນໄດ້ສົ່ງສານອວຍພອນເຖິງທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ທ່ານຫງວຽນຊວນຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ຈີນແລະຫວຽດນາມສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 72 ປີ.
ໃນສານອວຍພອນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຈີນແລະຫວຽດນາມເປັນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ດີນຳກັນ, ເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ. ພາຍໃຕ້ສະຖານະການອັນສັບສົນ ທີ່ເກີດຈາກສະພາບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໜັກໜ່ວງ, ຈີນແລະຫວຽດນາມໄດ້ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ ແລະ ໄດ້ຍຶດໝັ້ນການເດີນຕາມທິດທາງການຮ່ວມມືບົນຈິດໃຈມິດຕະພາບລະຫວ່າງຈີນແລະຫວຽດນາມ ເຊິ່ງສອດຄ່ອງກັບຜົນປະໂຫຍດດ້ານຍຸດທະສາດຮ່ວມຂອງສອງຝ່າຍ, ທັງມີຜົນດີຕໍ່ການຊຸກຍູ້ສັນຕິພາບແລະການພັດທະນາຂອງພາກພື້ນ ກໍຄືຂອງໂລກ. ຂ້າພະເຈົ້າໄດ້ເອົາໃຈໃສ່ຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ຫວຽດນາມ, ຍິນດີຮ່ວມກັບທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ແລະ ທ່ານປະທານຫງວຽນຊວນຟຸກສຸມຄວາມພະຍາຍາມຮ່ວມກັນ, ຊີ້ນຳນຳພາການພົວພັນລະຫວ່າງສອງພັກສອງລັດໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ ເພື່ອສ້າງຄວາມສຸກໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດ.
ຄຳເຫັນ
0