ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງກ່ອນນີ້ບໍ່ດົນ, ຖ້ອຍຄຳທີ່ຜິດພາດກ່ຽວກັບບັນຫາໄຕ້ຫວັນຂອງນາຍົກລັດຖະມົນຕີປະເທດສະໂລເວນີ ແລະການກ່າວຕອບໂຕ້ຢ່າງເຄັ່ງຂຶມ ຈາກກະຊວງຕ່າງປະເທດຈີນ ໄດ້ພາໃຫ້ເກີດມີການຫາງສຽງວິພາກວິຈານຢ່າງດຸເດືອດພາຍໃນປະເທດສະໂລເວນີ, ບຸກຄົນໃນວົງການການເມືອງຫຼາຍທ່ານໄດ້ກ່າວຕຳໜິຢ່າງຮຸນແຮງຕໍ່ກັບຖ້ອຍຄຳທີ່ຜິດພາດຂອງນາຍົກລັດຖະມົນຕີສະໂລເວນີ.
ທ່ານເນເມັກ, ສະມາຊິກຄະນະກຳມະການນະໂຍບາຍການຕ່າງປະເທດສະໂລເວນີໄດ້ຢືນຢັນວ່າ: ພັກຝ່າຍຕ່າງໆຂອງສະໂລເວນີໄດ້ຮຽກຮ້ອງໃຫ້ຈັດກອງປະຊຸມພິເສດ ຍ້ອນທ່ານນາຍົກກ່າວຖ້ອຍຄຳທີ່ບໍ່ຖືກຕ້ອງ. ທ່ານເນເມັກກ່າວເນັ້ນວ່າ: ນີ້ເປັນພຽງແຕ່ຈຸດຢືນສ່ວນຕົວຂອງນາຍົກລັດຖະມົນຕີສະໂລເວນີເອງເທົ່ານັ້ນ, ບໍ່ສາມາດເປັນຕົວແທນໃຫ້ກັບຈຸດຢືນຂອງປະເທດສາທາລະນະລັດສະໂລເວນີໄດ້. ຖ້ອຍຄຳດັ່ງກ່າວອາດຈະທຳລາຍຜົນປະໂຫຍດຂອງສະໂລເວນີ ແລະສ້າງຜົນກະທົບໃຫ້ກັບການຮ່ວມມືລະຫວ່າງຈີນກັບສະໂລເວນີ.
ທ່ານມີລານ ເບີເກລສ, ສະມາຊິກສະພາເອີິຣົບ, ອະດີດປະທານສະພາສະໂລເວນີໄດ້ກ່າວຊີ້ແຈງຢ່າງດຸເດືອດວ່າ: ຖ້ອຍຄຳຂອງທ່ານນາຍົກລັດຖະມົນຕີສະໂລເວນີເປັນການຫັນນະໂຍບາຍການຕ່າງປະເທດຂອງປະເທດຕົນເປັນຂອງສ່ວນຕົວຢ່າງຫຍາບຄາຍ ແລະປ່ວງບ້າ.
ຄຳເຫັນ
0