黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ບ​ຣິກ​ສ໌ຈັດ​ກອ​ງ​ປະ​ຊຸມ​ຜູ້​ປະ​ສານ​ງານ​ປີ 2022 ຄັ້ງ​ທຳ​ອິດ

2022-01-20 14:13:22 cri

ປະ​ເທດ​ບ​ຣິກ​ສ໌ຈັດ​ກອ​ງ​ປະ​ຊຸມ​ຜູ້​ປະ​ສານ​ງານ​ປີ 2022 ຄັ້ງ​ທຳ​ອິດ_fororder_a686c9177f3e67093b91f587be515e34f9dc5551

ວັນ​ທີ 18 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ຜູ້​ປະ​ສານ​ງານ​ປີ​ 2022 ຂອງ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ, ໄດ້​ເປີດ​ຂະ​ບວນ​ການ “ປີ​​ສຳ​ລັບປະ​ເທດ​ຈີນ” ຂອງ​ປະ​ເທດບ​ຣິກ​ສ໌.

ທ່ານ​ມາ​ຈ່າວ​ຊູ້ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທັງ​ເປັນຜູ້​ປະ​ສານ​ງານ​ວຽກ​ງານ​ປະ​ເທດບ​ຣິກ​ສ໌​ຂອງ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ຜູ້​ປະ​ສານ​ງານ​ວຽກ​ງານ​ປະ​ເທດບ​ຣິກ​ສ໌​ຂອງ​ຣັດ​ເຊຍ, ອິນ​ເດຍ, ​ບ​ຣາ​ຊີນ​ແລະ​ອາ​ຟ​ຣິ​ກາ​ໃຕ້​ແລະ​ຜູ້​ຕາງ​ໜ້າ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ. ໃນ​ກອງ​ປະ​ຊຸມ​ດັ່​ງ​ກ່າວ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ແນະ​ນຳ​ແນວ​ຄິດ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ລະ​ອຽດ, ຝ່າຍ​ຕ່າງໆ​ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ແລະ​ວຽກ​ງານ​ສຳ​ຄັນ​​ຂອງ​ປະ​ເທດບ​ຣິ​ກ​ສ໌, ສຳ​ລັບ​ປີ​ນີ້​ແລະໄດ້​ກ້າວ​ເຖິງ​​ຂັ້ນ​ມີຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ.

ວັນ​ທີ 1 ມັງ​ກອນ​ນີ້, ຈີນ​ໄດ້​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ປະ​ເທດບ​ຣິ​ກ​ສ໌, ​ທັງຈະ​ເປັນ​ເຈົ້າ​ພາບ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ: ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 14 ແລະ​ອື່ນໆ. ກອງ​ປະ​ຊຸມ​ຜູ້​ປະ​ສານ​ງານ​ຄັ້ງ​ນີ້​ແມ່ນ​ກິດ​ຈະ​ກຳ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ຈີນເປັນ​ປະ​ເທດ​ປ​ະ​ທານ​ໝູນ​ວຽນ​ປະ​ເທດບ​ຣິກ​ສ໌​, ໜ້າ​ທີ່​ຕົ້ນ​ຕໍ​ແມ່ນ​ເລີ່ມ​ປະ​ຕິ​ບັດ​ວຽກ​ງານ​ກະ​ກຽມ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິ​ກ​ສ໌.

ຄຳ​ເຫັນ

0