黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ກ່ຽວ​ກັບ​ການຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ 147 ປະ​ເທດ​ແລະ​ 32 ອົງ​ການ​ຈັດ​ຕັ້ງ​ສາ​ກົນ

2022-01-20 14:10:57 cri

 

ໃນ​ກອ​ງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ຈິ່ນ​ສຽນ​ຕຸ່ງ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບແຫ່ງ​ຊາດ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​​ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ທ່ານ​ຈິ່ນ​ສຽນ​ຕຸ່ງ ກ່າວ​ວ່າ: ເລີ່ມ​ແຕ່​ເດືອນ​ທັນ​ວາ​ປີ 2021 ເປັນ​ຕົ້ນ​ມາ, ຈີນ​ໄດ້​ເຊັນ​ເອ​ກະ​ສານຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ຫຼາຍ​ປະ​ເທດ​ເຊັ່ນ: ​ຊາວ​ໂຕ​ເມ​ແລະ​​ແພ​ຣງ​ຊີບ ​ກູ​ບາ ມາຣົກ ​ນີກາຣາກວາແລະ​ຊີ​ຣີ. ນອກ​ນີ້, ຄະ​ນະ​ກຳ​ມະ​ການ​​ພັດ​ທະ​ນາ​ແລະ​​ປະ​ຕິ​ຮູບແຫ່ງ​ຊາດ​ຈີນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ​ຂອງ​ປະ​ເທດ​ລາວ​ກ່ຽວ​ກັບ​ການ​​ຮ່ວມ​ກັນສ້າງ​ກົນ​ໄກ​ປະ​ສານ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ 147 ປະ​ເທດ​ແລະ​ 32 ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ຄຳ​ເຫັນ

0