秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳປັ່ນບັນທຸກເຫຼັກນິກແກນລຳທຳອິດຂອງອິນໂດເນເຊຍໄດ້ອອກເດີນທາງໄປປະເທດຈີນ

2022-01-21 14:21:10 cri

ເວ​ລາ 18 ໂມງຂອງວັນ​ທີ 20 ມັງ​ກອນ​ນີ້, ກຳ​ປັ່ນທີ່​ບັນ​ທຸກ​ເຫຼັກ​ນິກ​ແກນ​ຈຳ​ນວນ 13.677 ໂຕນ ທີ່​ເປັນ​ເຫຼັກ​ນິກ​ແກນ​ງວດ​ທຳ​ອິດ​ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ນິກ​ແກ​ນ GNI ຂອງ​ອິນ​ໂດ​ເນ​ເຊຍ​ນັ້ນ ໄດ້​ແລ່ນ​ອອກ​ຈາກ​ແຂວງ​ສຸ​ລາ​ເວ​ຊີ ເຕັງ​ກາ​ລາ​​ປ​ະ​ເທດ​ອິນ​ໂດ​ເນ​ເຊຍ ມຸ່ງ​ໜ້າ​ສູ່​ປະ​ເທດ​ຈີນ.

ບໍ​ລິ​ສັດນິກ​ແກ​ນ GNI ​ຕັ້ງ​ຢູ່​ແຂວງ​ສຸ​ລາ​ເວ​ຊີ ເຕັງ​ກາ​ລາ​​ ປະ​ເທດ​ອິນ​ໂດ​ເນ​ເຊຍ, ເປັນ​ບໍ​ລິ​ສັດ​ທີ່​ລົງ​ທຶ​ນ​ສ້າງ​ໂດຍ​ບໍ​ລິ​ສັດ​ນິກ​ແກນ​ເຕີ​ລົງແຂ​ວງ​ຈ່ຽງ​ຊູ່ປະ​ເທດ​ຈີນ ແລະ​ເປັນ​ໂຄງ​ການ​ທີ່​ສຳ​ຄັນ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ໃນ​ກາ​ນ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ທ່ານ​ໂຈ​ໂກ ວິ​ໂດ​ໂດ, ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ຍ້ອງ​ຍໍ​ວ່າ: ໂຄງ​ການ​ດັ່ງ​ກ່າ​ວ​ໄດ້​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ກັບ​ອຸ​ດ​ສາ​ຫະ​ກຳ​ອິນ​ໂດ​ເນ​ເຊຍ, ຊ່ວຍແກ້​ໄຂ​ບັນ​ຫາ​ການ​ປະ​ກອບ​ອາ​ຊີບ​ ພ້ອ​ມ​ທັງ​ໄດ້​ສ້າງ​ໂອ​ກາດ​ການ​ພັດ​ທະ​ນາ​ໃຫ້​ກັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ​ຂະ​ໜາດ​ນ້ອຍ​ຢູ່​ອິນ​ໂດ​ເນ​ເຊຍ. ທ່ານ​ໂຈ​ໂກ​ ວິ​ໂດ​ໂດ​ຍັງກ່າວ​ຕື່ມ​ວ່າ: ບໍ​ລິ​ສັດ​ນິກ​ແກ​ນ GNI ໄດ້​ສ້າງ​ໂຮງ​ງານ ຫຼອມ​ໂລ​ຫະ​ຢູ່​ອິນ​ໂດ​ເນ​ເຊຍ ເຊິ່ງ​ໄດ້​ສ້າງ​ມູນ​ຄ່າ​ເພີ່ມ​ເປັນ​ຈຳ​ນວນຫຼວງຫຼາຍ​ໃຫ້​ກັບ​ອຸດ​ສາ​ຫະ​ກຳ​ນິກ​ແກນ​ຂອງ​ອິນ​ໂດ​ເນ​ເຊຍ.

ປັດ​ຈຸ​ບັນ, ຍ້ອນ​​ວ່າ​ມີ​ການ​ລົງ​ທຶນ​ຈາກວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ຂອງ​ຈີນ, ປະ​ເທດ​ອິນ​ໂດຍ​ເນ​ເຊຍ ທີ່​ເຄີຍ​ສາ​ມາດ​ສົ່ງ​ອອກ​ແຕ່ແຮ່​ນິກ​ແກ​ນ​ເທົ່າ​​ນັ້ນ ໄດ້​ສົ່ງ​ອອກ​ເຫຼັກ​ສະ​ແຕນ​ເລ​ສ​ທີ່​ມີ​ມູນ​ຄ່າ​ເຖິງ 20,8 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ປີ 2021 ຜ່ານ​ມາ. ທ່ານ​ໂຈ​ໂກ ວິ​ໂດ​ໂດ​ຍັງ​ກ່າວ​ຕື່ມ​ວ່າ: ນີ້​ເປັນ “​ບາດ​ກ້າວ​ກະ​ໂດດ​​ຄັ້ງໃຫຍ່” ສຳ​ລັບ​ເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ.

ຄຳ​ເຫັນ

0