黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ນຳ​ເຂົ້າ​ກາ​ເຟ​ຈາກ​ເອ​ທີ​ໂອ​ປີ​ຫຼາຍ​ທີ່​ສຸດ​ເປັນ​ຄັ້ງ​ທຳ​ອິດ

2022-01-21 14:30:12 cri

ວັນ​ທີ 20 ມັງ​ກອນ​ນີ້, ກົມ​ຄຸ້ມ​ຄອງ​ກາ​ເຟ​ແລະ​ໃບ​ຊາ​ເອ​ທີ​ໂອ​ປີ​​ໄດ້ເປີດ​ເຜີຍ​ວ່າ: ເອ​ທີ​ໂອ​ປີ​ມີ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ກາ​ເຟ​ໃນ​ໄລ​ຍະ​ເຄິ່ງ​ປີ​ມາ​ນີ້ 578 ລ້ານ​ໂດ​ລາ​ສະ​ຫະ​ລັດ​, ປະ​ເທດ​ຈີນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ນຳ​ເຂົ້າ​ກາ​ເຟຈາກ​ເອ​ທີ​ໂອ​ປີ​ຫຼາຍ​ທີ່​ສຸດ​​ເປັນ​ຄັ້ງ​ທຳ​ອິດ.

ໃນ​ຫຼາຍ​ປີ​ມາ​ນີ້, ກາ​ເຟ​ຂອງ​ເອ​ທີ​ໂອ​ປີ​ໄດ້​ຮັບ​ຄວາມ​ນິ​ຍົມ​​ຈາກ​ຜູ້​ບໍ​ລິ​ໂພກ​ຊາວ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ວັນ​ທີ 19 ມັງ​ກອນ​ນີ້, ທ່ານ​ເຕ​ສ​ໂຮ​ເມ ໂທ​ກາ ຊາ​ນະ​ກາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເອ​ທີ​ໂອ​ປີ​ປະ​ຈຳ​ຈີນ​ໄດ້​ຮັບ​ການ​ເຊື້ອ​ເຊີນຈາກເວ​ທີ​ການ​ຄ້າ​ເອ​ເລັກ​ໂຕຣນິກ​ໃຫ້​​ເປັນ​ຜູ້​ຂາຍ​ສິນ​ຄ້າ, ​ທ່ານໄດ້​ຂາຍ​ກາ​ເຟ​ເອ​ທີ​ໂອ​ປີໝົດ 1 ໝື່ນ​ກັບ​​ໃຊ້​ເວ​ລາພຽງ 5 ວິ​ນາ​ທີ, ໄດ້​ຊ່ວຍ​ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ກະ​ສິ​ກຳ​ແລະ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ແລະ​ເອ​ທີ​ໂອ​ປີ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ຄຳ​ເຫັນ

0