黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະນະກຳມະການໂອລິມປິກສາກົນຊົມເຊີຍ ສປຊ ທີ່ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງເຄົາລົບ “ການຢຸດຍິງກ່ອນແລະຫລັງການຈັດງານກິລາໂອລິມປິກ”

2022-01-21 15:59:14 CRI

ຫລັງຈາກກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄຫມທີ 76 ໄດ້ຜ່ານ ການຮັບຮອງສັນຍາຢຸດຍິງໃນໄລຍະຈັດງານກິລາໂອລິມປິກລະດູຫນາວປັກກິ່ງເມື່ອເດືອນທັນວາປີ 2021 ຜ່ານມາ, ວັນທີ 20 ມັງກອນນີ, ທ່ານອັບດຸນລາ ຊາຮິດ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 76 ໄດ້ຮຽກຮ້ອງໄປຍັງບັນດາ ປະເທດສະມາຊິກຢ່າງເຄັ່ງຂຶມອີກຄັ້ງຫນຶ່ງວ່າ: ຈົ່ງເຄົາລົບ “ການຢຸດຍິງໃນໄລຍະຈັດງານກິລາໂອລິມປິກ” ກ່ອນເປີດພິທີງານກິລາໂອລິມປິກລະດູຫນາວ ປັກກິ່ງ 7 ວັນແລະພິທີປິດງານກິລາໂອລິມປິກຄົນພິການລະດູຫນາວປັກກິ່ງ 7 ວັນ. ຄະນະກຳມະການໂອລິມປິກສາກົນ ສະແດງຄວາມຊົມເຊີຍຕໍ່ຄຳຮຽກຮ້ອງດັ່ງກ່າວ.

ທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນ ກ່າວວ່າ: ປະທານ ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ມີຄຳຮຽກຮ້ອງດັ່ງກ່າວ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ອົງການສະຫະປະຊາຊາດໃຫ້ການສະຫນັບສະຫນູນຄວາມເປັນກາງດ້ານການເມືອງຂອງກິລາໂອ ລິມປິກ ແລະຄະນະກຳມະການໂອລິມປິກສາກົນ. ທ່ານຍັງກ່າວຕື່ມວ່າ: ໃນໂລກປັດຈຸບັນທີ່ ຫັນເປັນສອງຂົ້ວ, ສາຍພານແລະຄວາມຜູກພັນຂອງຄວາມເປັນມະນຸດລະຫວ່າງພວກເຮົາຍິ່ງມີຄວາມ ສຳຄັນຫລາຍ.

ງານກິລາໂອລິມປິກລະດູຫນາວປັກກິ່ງຄັ້ງທີ 24 ຈະຈັດຂຶ້ນແຕ່ວັນທີ 4-20 ກຸມພາຫນ້ານີ້, ຈາກນັ້ນກໍຈະຈັດງານກິລາໂອລິມປິກຄົນພິການລະດູຫນາວປັກກກິ່ງຄັ້ງທີ 13 ແຕ່ວັນທີ 3-13 ມີນາປີນີ້.

ຄຳ​ເຫັນ

0