蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຍື່ນ​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ນຳ​ໃຊ້​ຢາ​ແລະແພດ​ແຜນຈີນ​​ເພື່ອປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ໃຫ້ WHO

2022-01-21 10:46:21 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຮວງ​ລູ້​ສີ ຮອງ​ຫົວ​ໜ້າ​ອົງ​ການ​ຄຸ້ມ​ຄອງ​ຢາ​ແລະ​ແພດ​ແຜນຈີນ​ແຫ່ງ​ຊາດ​ຈີນ​ໄດ້​ຍື່ນ​ບົດ​ລາຍ​ງານ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ດ້ວຍ​ຢາ​ແລະແພດ​ແຜນ​ຈີນໃຫ້ WHO ຢ່າງ​ເປັນ​ທາງ​ການ.

ທ່ານ​ຮວງ​ລູ້​ສີ​ໄດ້​ແນະ​ນຳ​ສະ​ພາບ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ຢູ່​ໂຮງ​ໝໍ​ຈິ່ນ​ຢິນ​ຖານ​​ນະ​ຄອນ​ອູ​ຮັ້ນ​ປະ​ເທດ​ຈີນ​ໃຫ້​ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່ WHO ​ໄດ້​ຮັບຊາບ ພ້ອມ​ທັງ​ແນະ​ນຳ​ທ່າ​ແຮງ​ພິ​ເສດ​ຂອງ​ຢາ​ແລະແພດ​ແຜນ​ຈີນ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ປິ່ນ​ປົວ​ພະ​ຍາດ​ໂຄວິດ-19. ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ​ຈີນ​ໄດ້​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ມີ​ອາ​ການ​ໜັກ​ດ້ວຍ​ຢາ​ແລະ​ແພດ​ແຜນ​ຈີນ ແລະ ໄດ້​ປະ​ສົມ​ປະ​ສານ​ກັບ​ຢາຫຼວງ ເຊິ່ງ​ໄດ້​ຮັບ​ໝາກ​ຜົນ​ທີ່​ດີຢ່າງ​ຈະ​ແຈ້ງ.​ ຫວັງ​ວ່າ: WHO ​ຈະ​ປະ​ເມີນ​ຜົນ​ປະ​ສິດ​ທິ​ພາບຂອງ​ຢາ​ ແລະ ແພດ​ແຜນ​ຈີນ ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້ຢ່າງ​ຕັ້ງ​ໜ້າ ແລະ ພາ​ວະ​ວິ​.

ໃນ​ເວ​ລາ​ປ​ະ​ກອບ​ຄຳ​ເຫັນ, ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊູ​ສໄດ້ຕີລາ​ຄາ​ສູງ ແລະ ສະ​ແດງ​ຄວາມ​ຂອບ​ໃຈ​​ລັດ​ຖະ​ບານ​ຈີນ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ​​ວຽກ​ງານ WHO ຢ່າງ​ແຂງ​ແຮງ ແລະ ກ່າວ​ວ່າ: ​ອົງ​ການ​ອະ​ນາ​ໄມ​ໂລກຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ດຳ​ເນີນ​ການ​​ປະ​ເມີນ​ຜົນແລະ​ພິ​ສູດ​ປະ​ສິດ​ທິ​ຜົນຂອງຢາ​ແລະແພດ​ແຜນຈີນໃນ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0