覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ເຄີຍຈັບ​ມື​ກັບ​ຂ້ອຍ: ຢ້ຽມ​ຢາມ​ບ້ານ​ຖາ​ຢວນ​ຈ່ວງ​-1

2022-01-24 17:21:12 cri


 

ກ່ຽວ​ກັບການ​ເຮັດ​ວຽກ​ຂັ້ນ​ຮາກ​ຖານ​ໃຫ້​ດີ​ແນວ​ໃດ?ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ວ່າ: “ການ​ເຮັດ​ວຽກ​ພື້ນ​ຖານ​ຂອງ​ຂັ້ນ​ຮາກ​ຖານ​ໃຫ້​ດີ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ, ຂໍ​ແຕ່​ການ​ຈັດ​ຕັ້ງ​ພັກ​ແຕ່​ລະ​ແຫ່ງ​ແລະ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ແຕ່​ລະ​ຄົນ​ຕ່າງ​ກໍ​ມີ​ສະ​ຕິ​ຈຸດ​ປະ​ສົງ ​ແລະ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ແຮງ​ກ້າ, ກໍ​ລ້ວນ​ແຕ່​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ປ້ອມ​ສູ້​ຮົບ, ເປັນ​ແບບ​ຢ່າງ​ນຳ​ໜ້າ​ໄດ້, ພັກຂອງ​ພວກ​ເຮົາ​ກໍ​ຈະ​ມີ​ກຳ​ລັງ​ແຮງ​ຫຼາຍ,ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ກໍ​ຈະ​ມີ​ກຳ​ລັງ​ແຮງ​ຫຼາຍ, ປະ​ຊ​າ​ຊົນ​ຂອງ​ພວກ​ເຮົາ​ກໍ​ຈະ​ມີ​ກຳ​ລັງ​ແຮງ​ຫຼາຍ, ພື້ນ​ຖານ​ກຳ​ອຳ​ນາດ​ຂອງ​ພັກ​ກໍ​ຈະ​ມີ​ຄວາມ​ໝັ້ນ​ແກ່ນ​ປານ​ຫີນ​ຜາ.”

 

ຈາກ​ການ​ເປັນ​ການ​ນຳ​​ຂັ້ນທ້ອງ​ຖິ່ນ​ຈົນ​ຮອດ​ການ​ເປັນ​ຜູ້​ນຳ​​ສູງ​ສຸດ​ຂອງປະ​ເທດ​ຈີນ, ຮູບ​ແບບ​ການ​ເຮັດ​ວຽກ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໂດຍ​ການ​ລົງ​ຢ້ຽມ​ຢາມ​ຂັ້ນ​ຮາກ​ຖານ​ເພື່ອ​ສຳ​ຫຼວດ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ຊາ​ຊົນ​ນັ້ນ​ບໍ່​ເຄີຍ​ປ່ຽນ​ແປງ​ຕະຫຼອດ​ມາ, ທັດ​ສະ​ນະ, ແນວ​ຄວາມ​ຄິດ, ມາດຕະ​ການ​ຕ່າງໆ​ທີ່​​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ແລະ​ວິ​ໄສ​ທັດ​ອັນ​ກວ້າງ​ໄກ​​ເຊິ່ງທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ອອກ​ມາ​ນັ້ນ​ເປັນ​ຜົນ​ໄດ້​​ຮັບມາ​ຈາກ​ການ​ລົງ​ເລິກ​ສຳ​ຫຼວດ​ຄົ້ນ​ຄວ້າ ແລະ​ສາ​ມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້. ​ຕໍ່​ໄປ ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ຮັບ​ຮູ້​ວ່າ ທ້ອງ​ຖິ່​ນ​ຕ່າງໆ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳ​ຫຼວດກວດ​ກາ​ວຽກ​ງານ​ໃນ​ຫຼາຍ​ປີ​ຜ່ານ​ມາ​ນັ້ນ ໃນ​ທຸກ​ມື້​ນີ້​ໄດ້​ມີ​ການ​ພັດ​ທະ​ນາ​ໄປ​ຄືແນວ​ໃດ​ແລ້ວ? ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ທ່ານ​ເຄີຍ​ໄປ​ຢ້ຽມ​ຢາມ​ນັ້ນ​ເປັນ​ແນວ​ໃດແດ່?
 

ກ່ອນ​ອື່ນ, ພວກ​ເຮົາ​ຈະ​ພາ​ທ່ານ​ໄປຮູ້​ຈັກ​ກັບ​ບ້ານ​ຖາ​ຢວນ​ຈ່ວງ​ເມືອງ​ເຈີ້ງ​ຕິ້ງ​ແຂວງ​ເຫີ​ເປີຍ.

 

​​​​ຕອນຮຸ່ງ​ເຊົ້າ​ຂອງແຕ່​ລະ​ມື້, ຢູ່​ຖະ​ໜົນ​ສາຍ​ຫຼັກ​ໃນ​ບ້ານ​ຖາ​ຢວນ​ຈ່ວງ​ເມືອງ​ເຈີ້ງ​ຕິ້ງ​ແຂວງ​ເຫີ​ເປີຍກໍ​​ຈະໄດ້​ເຫັນ​ພາບ​ການ​ອອກ​ແຮງ​ງານ​ຢ່າງ​ຟົດ​ຟື້ນ​ແລ້ວ, ສະ​ມາ​ຊິກ​ພັກ​ແລະ​ພະ​ນັກ​ງານ​ພາຍ​ໃນ​ບ້ານ​ໄດ້​ນຳ​ພາ​ຊາວ​ບ້ານ​ທັງ​ຫຼາຍ​ອະ​ນາ​ໄມ​ຖະ​ໜົນ​ຮ່ວມ​ກັນ.
 

ທ່ານ​ຢີນ​ຈີ້​ຜິງ ເລ​ຂາ​ໜ່ວຍ​ພັກ​ບ້ານ​ໄດ້​ບອກ​ນັກ​ຂ່າວ​ວ່າ: ເດືອນ​ກໍ​ລະ​ກົດ​ປີ2013, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ແມ່ນ​ລົງ​ລົດ​ຢູ່​ທີ່​ນີ້. ເມື່ອ​ເບິ່ງ​ຕຶກ​ອາ​ຄານ​ທີ່​ສ້າງ​ໃໝ່ຕ່າງໆ​ກໍ​ຮູ້​ໂລດ​ວ່າ ຊາວ​ບ້ານ​ສ່ວນ​ໃຫຍ່​ໄດ້​ຍ້າຍ​ເຂົ້າ​​ໄປ​ຢູ່ເຮືອນ​ໃໝ່​ແລ້ວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ດີ​ໃຈ​ຫຼາຍ,​ເຖິງ​ຂັ້ນຍ້ອງ​ຍໍ​ຢ່າງ​ບໍ່​ຂາດ​ສົບ​ຂາດ​ປາກວ່າ: “ບໍ່​ນຶກ​ເລີຍ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ໄວ​ປານ​ນີ້ ແລະ​ປ່ຽນ​ແປງ​ຫຼາຍ​ປານ​ນີ້”.

 

​ນັບແຕ່​ປີ1982 ຫາ 1985, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ເລ​ຂາ ແລະ​ເລ​ຂາ​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ​ແຂວງ​ເຫີ​ເປີຍ​ຕາມ​ລຳ​ດັບ, ທ່ານ​ໄດ້​ຂີ່​ລົດ​ຖີບ​ລົງ​ໄປ​ສຳ​ຫຼວດ​ຄົ້ນ​ຄວ້າ​ຢູ່​ຊົນ​ນະ​ບົດ​ເລື້ອຍໆ, ໃນ​ນັ້ນ, ທ່ານ​ກໍ​ເຄີຍ​ໄປ​ເຖິງ​ບ້ານ​ຖາ​ຢວນ​ຈ່ວງ.
 

ວັນ​ທີ 12 ມັງ​ກອນ​ປີ2008, ທ່ານ​ສີ​ຈິ້ນ​ຜິງ​ຫາ​ກໍ່​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ກຳ​ມະ​ການປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ແລະຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນໄດ້​ບໍ່​ດົນ, ທ່ານ​ກໍ​ໄດ້​ອອກ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເດີນ​ທາງ​ໄປ​ສຳ​ຫຼວດກວດ​ກາ​ວຽກ​ງານ​ຢູ່​ທ້ອງ​ຖິ່ນ​ເປັນ​ເທື່ອ​ທຳ​ອິດ ເຊິ່ງເທື່ອ​ນັ້ນ​ທ່ານ​ໄດ້​ໄປ​ເຖິງ​ບ້ານ​ຖາ​ຢວນ​ຈ່ວງ.
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ເຄີຍຈັບ​ມື​ກັບ​ຂ້ອຍ: ຢ້ຽມ​ຢາມ​ບ້ານ​ຖາ​ຢວນ​ຈ່ວງ​-1_fororder_7月11日塔元庄看望群众

 

ວັນ​ທີ 11 ກໍລະ​ກົດ​ປີ2013, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມຢາມປະຊາຊົນ​ບ້ານ​ຖາ​ຢວນ​ຈ່ວງ​

 

ວັນ​ທີ 11 ກໍລະ​ກົດ​ປີ2013, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສຳ​ຫຼວດກວດ​ກາ​ວຽກ​ງານ​ຢູ່​ບ້ານ​ຖາ​ຢວນ​ຈ່ວງ​ອີກ​ຄັ້ງ​ໜຶ່ງ. ທ່ານ​ກ່າວ​ວ່າ: “​ສະ​ຖານ​ທີ່ແຫ່ງ​ນີ້​ຂ້າ​ພະ​ເຈົ້າ​​ມີ​ຄວາມຄຸ້ນ​ເຄີຍ​ຫຼາຍ, ໃນ​ເມື່ອ​ກ່ອນ​ກໍ​ເຄີຍ​ໄດ້​ຂີ່​ລົດ​ຖີບ​ມາ​ສຳ​ຫຼວດ​ຄົ້ນ​ຄວ້າ​​ຢູ່ໃນ​ບ້ານ​ນີ້. ສຳ​ລັບ​ການ​ມາ​ມື້​ນີ້​ກໍ​ເພື່ອ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ພວກ​ທ່ານ, ເພື່ອ​ມາ​ຢາມ​ພີ່​ນ້ອງ​ປະ​ຊາ​ຊົນ, ໃກ້​ຊິດ​ຕິດ​ແທດ​ກັບ​ພີ່​ນ້ອງ​ປະ​ຊ​າ​ຊົນ ແລະ​ຮັບ​ຮູ້​ສະ​ພາບ​ຕົວ​ຈິງ​ໃນ​ຊົນ​ນະ​ບົດ.” ຄຳ​ເວົ້າ​ເປີ​ດ​ການ​ໂອ້​ລົມ​ແບບ​ນີ້​ໄດ້​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຢູ່​ອ້ອມ​ຂ້າງ​ຮູ້​ສຶກ​ອົບ​ອຸ່ນ​ໃຈ​ຫຼາຍ.​
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ເຄີຍຈັບ​ມື​ກັບ​ຂ້ອຍ: ຢ້ຽມ​ຢາມ​ບ້ານ​ຖາ​ຢວນ​ຈ່ວງ​-1_fororder_看望群众
 

ວັນ​ທີ 11 ກໍລະ​ກົດ​ປີ2013, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໂອ້ລົມກັບປະຊາຊົນ​ຢູ່ຮ້ານຊັບເປີມະເກັດຂອງບ້ານ​ຖາ​ຢວນ​ຈ່ວງ​
 

ຈາກ​ການ​ແກ້​ໄຂ​ບັນ​ຫາ​ກິ່ນ​ອີ່ມ​ນຸ່ງ​ອຸ່ນ, ເອົາ​ຊະ​ນະ​ຄວາມ​ທຸກ​ຍາກ ຈົນ​ຮອດ​ການ​ບັນ​ລຸ​ຄວາມ​ໃຝ່​ຝັນ​ທີ່​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​, ບ້ານ​ຖາ​ຢວນ​ຈ່ວງ​ໄດ້​ກາຍ​ເປັນ​ພາບ​ຫຍໍ້​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຈີນ.
 

ທ່ານ​ຢິນ​ຈີ້​ຜິງ ເລ​ຂາ​ໜ່ວຍ​ພັກ​ບ້ານ​ຖາ​ຢວນ​ຈ່ວງ​ໄດ້​ເວົ້າ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ວ່າ: “ເມື່ອ​ເບິ່ງ​ຄືນ​ຫຼັງ​ແລ້ວ​ເຫັນ​ວ່າ ການ​ພັດ​ທະ​ນາ​ທຸກ​ບາດ​ກ້າວ​ຂອງ​ບ້ານ​ພວກ​ເຮົາ​ແມ່ນ​ຕັດແຍກ​ອອກ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ບໍ່​ໄດ້.”
 

​ຕອນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ​ໃນ​ເມື່ອ​ກ່ອນ, ທ່ານ​ໄດ້​ແນ​ໃສ່​ຈຸດ​ພິ​ເສດ​ທີ່​ຕັ້ງ​ຂອງ​ເມືອງ​ເຈີ້ງ​ຕິ້ງ​ທີ່​ໄດ້​​ຕິດແປະ​ກັບ ນະ​ຄອນ​ສື​ເຈ່ຍ​ຈ່ວງ ​ເທດ​ສະ​ບານ​ແຂວງ​ເຫີ​ເປີຍ, ຜ່ານ​ຈາກ​ການ​ລົງ​ເລິກ​ສຳ​ຫຼວດ​ຄົ້ນ​ຄວ້າ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ທິດ​ທາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ “ເຄິ່ງ​ຊານ​ເມືອງ” ​ພ້ອມທັງ​ໄດ້ສະຫຼຸບ​ບົດ​ຮຽນ​ການ​ພັດ​ທະ​ນາ​ທີ່​ເລັງ​ໃສ່​ຕົວ​ເມືອງ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງຄື: ​ເລັງ​ໃສ່​​ພັດ​ທະ​ນາສິ່ງ​ທີ່ຕົວ​ເມືອງ​ນິ​ຍົມ, ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕົວ​ເມືອງ, ​​ນຳ​ໃຊ້​ທ່າ​ແຮງ​ຂອງ​ຕົວ​ເມືອງ, ແກ້​ໄຂ​ຈຸດ​ອ່ອນ​​ຂອງ​ຕົວ​ເມືອງ ແລະ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ຕົວ​ເມືອງ.
 

ບ້ານ​ຖາ​ຢວນ​ຈ່ວງ​ໄດ້​ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ຊີ້​ນຳ, ພາຍ​ໃນ​ເວ​ລາ​ບໍ່​ດົນ​ກໍ​ສາ​ມາດ​ພັດ​ທະ​ນາ​ໃຫ້​ພົ້ນ​ເດັ່ນ​ຂຶ້ນ​ໃນ​ບັນ​ດາ​ບ້ານ​ທີ່​ຢູ່​ທ້ອງ​ຖິ່ນ​ຕົນ.
 

ທ່ານ​ຈ້າວ​ກຸ້ຍ​ລິນ ​ອະ​ດີດເລ​ຂາ​ໜ່ວຍ​ພັກ​ບ້ານ​ຖາ​ຢວນ​ຈ່ວງ​​ຍັງ​ຈື່​ບໍ່​ລືມ​ສະ​ພາບ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ລົງ​ໄປ​ສຳ​ຫຼວດ​ຄົ້ນ​ຄວ້າ​ຢູ່​ບ້ານ​ຂອງ​ຕົນ​ໃນ​ເວ​ລາ​ນັ້ນ,ທ່ານ​ເລົ່າ​ຄືນ​ວ່າ: “​ທ່ານ​ສີ​ຈິ້ນ​ຜິງ​ບໍ່​ໄດ້​ແຈ້ງ​ລ່ວງ​ໜ້າ​ກັບ​ພວກ​ເຮົາ​ໂດຍ​ໄດ້​ລົງ​ໄປ​ທົ່ງ​ໄຮ່​ທົ່ງ​ນາ​ໂດຍ​ກົງ​ເລີຍ,ທ່ານ​ໄປ​ໂອ້​ລົມ​ກັບ​ພີ່​ນ້ອງ​ປະ​ຊາ​ຊົນ​ແບບ​ເປັນ​ກັນ​ເອງ, ສົ່ງ​ເສີມ​ໃຫ້​ພີ່​ນ້ອງ​ປະ​ຊາ​ຊົນ​ພັດ​ທະ​ນາ​​ຂະ​ແໜງ​ອຸດ​ສາ​ຫະ​​ກຳ, ພັດ​ທະ​ນາການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ ກະ​ສິ​ກຳ​ສຳ​ຮອງຢ່າງ​ລະ​ອຽດ​ໃຫ້​ມີ​ປະ​ສິດ​ທິ​ຜົນ.”
 

ທ່ານ​ຈ້າວ​ກຸ້ນ​ລິນ​ເລົ່າ​ສູ່​ຟັງ​ຕໍ່​ວ່າ: “ບ້ານ​ເຮົາ​ໂຊກ​ດີ​ທີ່​ສຸດ, ໃນ​ເວ​ລາ​ນັ້ນ, ບໍ່​ວ່າ​ຈະ​ເປັນ​ການ​ສຳ​ຫຼວດ​ສະ​ພາບ​ຕົວ​ຈິງ​ກ່ອນ​​ທີ່ຈະ​ວາງ​ນະ​ໂຍ​ບາຍ,ຫຼື​ການ​ເບິ່ງ​ຜົນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ພາຍ​ຫຼັງ​ທີ່​ໄດ້​ວາງ​ນະ​ໂຍ​ບາຍ, ທ່ານ​ສີ​ຈິ້ນ​ຜິງ​ລ້ວນ​ແຕ່​ໄດ້​ດຳ​ເນີນການ​ສຳ​ຫຼວດ​ຄົ້ນ​ຄວ້າ, ​ເຊິ່ງ​ໃນ​ນັ້ນ ບ້ານ​ຖາ​ຢວນ​ຈ່ວງ​ກໍ​ເປັນ​ຈຸດ​ສຸມ​ແຫ່ງ​ໜຶ່ງ.” “​ໄລ​ຍະ​ເວ​ລາຫຼາຍ​ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ໃຈ​ໃສ່​ແລະ​ຫ່ວງ​ໃຍ​ເຖິງ​ພວກ​ເຮົາມາ​ໂດຍ​ຕະຫຼອດ, ຫຼັງ​ຈາກ​ໄປ​ເຮັດ​ວຽກ​ຢູ່​ຂັ້ນ​ສູນ​ກາງ​ແລ້ວ, ທ່ານ​ຍັງ​ກັບ​ຄືນ​ມາ​ຢາມ​ພວກ​ເຮົາ​ອີກ, ຄວາມ​ຮັກ​ແພງ​ແບບ​ນີ້, ພີ່​ນ້ອງ​ຊາວ​ບ້ານ​ຖາ​ຢວນ​ຈ່ວງ​ໄດ້​ຈື່​ຈຳ​ໄ​ວ້​ຢູ່​ໃນ​ໃຈ​ຢ່າງ​ເລິກ​ເຊິ່ງ.”
 

ຢູ່​ເທິງ​ປ້າຍ​ວາງ​ສະ​ແດງ​ໃນ​ລະ​ບຽງ​ຂອງ​ເດີ່ນ​ສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ຊາວ​ບ້ານ​ຖາ​ຢວນ​ຈ່ວງ​ໄດ້​ບັນ​ທຶກ​ຢ່າງ​ລະ​ອຽດ​ວ່າ: ການ​ກຳ​ເນີດ​ແລະ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ແນວ​ຄິດ​​ພັດ​ທະ​ນາ “ຊົນ​ນະ​ບົດ​,ກະ​ສິ​ກຳ​ແລະ​ຊາວ​ກະ​ສິ​ກອນ” ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຕອນ​ທີ່​​ທ່ານເຮັດ​ວຽກ​ຢູ່​​ເມືອງເຈີ້ງ​ຕິ້ງຄື: “ກົດ​ເກນ​ຄວາມ​ດຸນ​ດ່ຽງ​ດ້ານ​ນິ​ເວດ​ແມ່ນ​ມີ​ສ່ວນ​ພວ​ພັນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ສ້າງ​ເສ​ດ​ຖະ​ກິດ ແລະ​ການ​ພັດ​ທະ​ນາ​ກະ​ສິ​ກຳ”, “ສ້າງ​ຊົນ​ນະ​ບົດ​ຍຸກ​ປັດ​ຈຸ​ບັນ​ທີ່​ມີ​ຊີ​ວິດ​ຢ່າງ​ມີ​ວິດ​ທະ​ຍາ​ສາດ”, “ການ​​ພັດ​ທະ​ນາ​ວຽກ​ງານ​ຊົນນະ​ບົດ​ໃຫ້​ດີ​ແມ່ນ​ຕ້ອງ​ອາ​ໄສ​ຜູູ້​ນຳ​ພາ​ທີ່​ດີ, ຕ້ອງ​ອາ​ໄສ​ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ​ທີ່​ດີ.” ແລະ​ອື່ນໆ.
 

ທ່ານ​ຢິນ​ຈີ້​ຜິງ ເລ​ຂາ​ໜ່ວຍ​ພັກ​ບ້ານ​ຖາ​ຢວນ​ຈ່ວງ​ເລົ່າ​ສູ່​ຟັງ​ວ່າ: “ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ສຳ​ຫຼວດ​ສະ​ພາບ​ຕົວ​ຈິງ​ຂອງ​ເມືອງ​ເຈີ້ງ​ຕິ້ງ​ໃຫ້​ລະ​ອຽດ​ເຖິງ​ຖອງແລ້ວ, ​ວຽກ​ທຸກ​ຢ່າງ​ຂອງ​ຊົນ​ນະ​ບົດ​ທ່ານ​ກໍ​ໄດ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ໃຫ້​ຈະ​ແຈ້ງ​ໝົດ​ແລ້ວ, ແລະ​ທ່ານ​ມີ​ວິ​ໄສ​ທັດ​ທີ່​ສຸດ. ​​ຄວາມ​ຄາດຄິດຕ່າງໆ​ທີ່​ທ່ານ​ສະ​ເໜີ​ອອກ​ມາ​ໃນ​ເວ​ລາ​ນັ້ນ​ລ້ວນ​ແຕ່​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ແລ້ວ, ຂໍ້​ຮຽກ​ຮ້ອງ​ທີ່​ທ່ານ​ສະ​ເໜີ​ຈົນ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້​ກໍ​ຍັງ​ໃຊ້​ເປັນ​ປະ​ໂຫຍດ​ຫຼາຍ!” “ທຸກ​ມື້​ນີ້, ຜະ​ລິດ​ຕະ​ພັນ​ຂອງ​ພວກ​ເຮົາ​ບໍ່​ພຽງ​ແຕ່​ສະ​ໜອງ​ໃຫ້​ນະ​ຄອນ​ສື​ເຈ່ຍ​ຈ່ວງ​ ເທດ​ສະ​ບານ​ແຂວງ​ເຫີ​ເປີຍ​ເທົ່າ​ນັ້ນ, ຍັງ​ສົ່ງ​ໄປ​ຂາຍ​ໃຫ້​ນະ​ຄອນ​ຫຼວງ​ປັກ​ກິ່ງ, ເຊິ່ງ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບ​ບ​ປະ​ສົມ​ປະ​ສານ​ກັນ​ລະ​ຫວ່າງ​ນະ​ຄອນ​ຫຼວງ​ປັກ​ກິ່ງ-ທຽນ​ສິນ-ເຫີ​ເປີຍ, ຍິ່ງ​ໄປ​ກວ່າ​ນັ້ນ​ຍັງ​ໄດ້​ເລັງ​ໃສ່​ຕະ​ຫຼາດ​ທົ່ວ​ປະ​ເທດ​ອີກ​ດ້ວຍ.”
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ເຄີຍຈັບ​ມື​ກັບ​ຂ້ອຍ: ຢ້ຽມ​ຢາມ​ບ້ານ​ຖາ​ຢວນ​ຈ່ວງ​-1_fororder_记者们在塔元庄村史馆听塔元庄发展
 

ຢູ່ຫໍວາງສະແດງປະຫວັດສາດບ້ານຖາຢວນຈ່ວງ, ນັກຂ່າວກຳລັງຮັບຟັງພະນັກງານບັນຍາຍປະຫວັດການພັດທະນາຂອງຍ້ານຖາຢວນຈ່ວງ

 

ນອກ​ຈາກ​ນັ້ນ​ແລ້ວ, ບ້ານ​ຖາ​ຢວນ​ຈ່ວງ​ໃນ​ທຸກ​ມື້​ນີ້​ຍັງ​ໄດ້​ກາຍ​ເປັນ​ບ້ານ​ອີ່ມ​ໜຳ​ສຳ​ລານ​ທີ່​ມີ​ຊື່​ສຽງ​ອີກ, ຜູ້​ຄົນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ລັ່ງ​ໄຫຼ​ເຂົ້າໄປທັດ​ສະ​ນະສຶກ​ສາ​ແລະ​​ຢ້ຽມ​ຢາມ​ບ້ານ​ຖາ​ຢວນ​ຈ່ວ​ງ​ຢ່າງ​ບໍ່​ຂາດ​ສາຍ, ໃນ​ນີ້​ສ່ວນ​ໃຫຍ່​ເປັນ​ພະ​ນັກ​ງານ​ໜຸ່ມ​ແລະ​ຊາວ​ໜຸ່ມ​ນັກ​ສຶກ​ສາ, ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​​ກັບ​ບ່ອນ​ກ່ຽວ​ກັບວິ​ທີ​ການ​ເຮັດ​ວຽກ​ຂອງ​ທ່ານ​​ເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິງ​ໃນ​ການ​ລົງ​ໄປ​ສຳຫຼວດ​ຄົ້ນ​ຄວ້າ​ຢູ່​ຂັ້ນ​ຮາກ​ຖານ, ໄດ້​ຕິດ​ຕາມ​ເສັ້ນ​ທາງ​ເຄື່​ອນ​ໄຫວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຕອນ​ເພິ່ນ​ຍັງ​ເປັນ​ໄຫວ​ໜຸ່ມ ເພື່ອ​ຄົ້ນ​ຄິດ​ເສັ້ນ​ທາງ​ຊີ​ວິດ​ແຫ່ງ​ການ​ສູ້​ຊົນ​ໃນ​ຍຸກ​ໃໝ່.

ຄຳ​ເຫັນ

0