何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ຕໍ່ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ປະ​ດິດ​ສ້າງ​ໃໝ່​ດ້ານ​ສື່ມວນ​ຊົນ​ໂລກ​ຄັ້ງ​ທຳ​ອິດ

2022-01-26 23:07:16 CRI

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານຊົມ​ເຊີຍ​ຕໍ່ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ປະ​ດິດ​ສ້າງ​ໃໝ່​ດ້ານ​ສື່ມວນ​ຊົນ​ໂລກ​ຄັ້ງ​ທຳ​ອິດ_fororder_0126vip

 

ວັນ​ທີ 26 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ຕໍ່ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ປະ​ດິດ​ສ້າງ​ໃໝ່​ດ້ານ​ສື່ມວນ​ຊົນ​ໂລກ​ຄັ້ງ​ທຳ​ອິດ.

ເນື້ອ​ໃນ​ສານ​ຂອງທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ໃກ້​ຈະ​ຈັດ​ຂຶ້ນ, ຈີນ​ຈະ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ທີ່​ກະ​ທັດ​ຮັດ ປອດ​ໄພ ແລະ ໜ້າ​ຊົມ​ໃຫ້​ກັບ​ໂລກ. ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ຮ່ວມ​ກັນ​ຊົມ​ໃຊ້ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ມີ​ເຕັກ​ນິກ​ສູງ​”, ຫວັງ​ວ່າ​ແຂກ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈະ​ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ ຮ່ວມ​ກັນ​ປຶກ​ສາ​ຫາ​ລື, ແລກ​ປ່ຽນ ແລະ ແບ່ງ​ປັນ​ບົດ​ຮຽນ​ນຳ​ກັນ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການເຮັດ​ໃຫ້​​ຊາວ​ໂລກ​ໄດ້​ເຫັນ​ເຖິງ​ຄວາມ​ໜ້າ​ຊົມ​ຂອງງານ​ກິ​ລາ​ລະ​ດູ​ໜາວ​ຄັ້ງ​ນີ້ໂດຍ​ສະ​ແດງ​ມົນ​ສະ​ເໜ່​ທີ່​ມີ​ເອ​ກະ​ລັກ​ຂອ​ງ​ກິ​ລາ​ຫິ​ມະ ແລະ ນ້ຳ​ກ້ອນ, ສົ່ງ​ເສີມ​ຈິດ​ໃຈ​ໂອ​ລິມ​ປິກ, ​ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ປະ​ດິດ​ສ້າງ​ໃໝ່​ດ້ານ​ສື່ມວນ​ຊົນ​ໂລກ​ຄັ້ງ​ທຳ​ອິດໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 26 ມັງ​ກອນ​ນີ້, ເຊິ່ງ​​ແມ່ນ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ.

ຄຳ​ເຫັນ

0