覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານຖາຢວນຈ່ວງ-2

2022-01-26 12:01:22 cri


 

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານຖາຢວນຈ່ວງ-2_fororder_塔元庄看望群众7月11日
 

ເດືອນ​ກໍ​ລະ​ກົດ​ປີ2013, ທ່ານ​​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບ້ານ​ຖາ​ຢວນ​ຈ່ວງ​ເມືອງ​ເຈີ້ງ​ຕິ້ງ​ແຂວງ​ເຫີ​ເປີຍ. ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ພ້ອມ​ດ້ວຍຄະ​ນະ​ແມ່ນ​ໄດ້​ເດີນ​ທາງ​ໄປ​ເຖິງ​ບ້ານ​ຖາ​ຢວນ​ຈ່ວງ​ໃນ​ເວ​ລາ 10 ໂມງ​ຍັງ​ຂອງ​ຕອນ​ເຊົ້າ​ວັນ​ທີ 11, ບໍ່​ມີ​ລົດ​ຕຳ​ຫຼວດ​ເປີດ​ທາງ​ໃຫ້, ມີ​ພຽງ​ແຕ່​ລົດ​ບັ​ສ​​ຂະ​ໜາດ​ກາງສອງ​ຄັນ​ເທົ່າ​ນັ້ນ ໂດຍ​ໄດ້​ແຂ່ງ​ຝົນ​ເດີນ​ທາງ​ໄປ​ເຖິງ​ປະ​ຕູ​ຕຶກ​ນ້ອຍໆ​ທີ່​ເປັນ​ອາ​ຄານ​ຫ້ອງ​​ການຂອງ​ຄະ​ນະ​ກຳ​ມະ​ການ​ຊາວ​ບ້ານ.
 

ເດືອນ​ມັງ​ກອນ​ປີ2008, ທ່ານ​ສີ​ຈິ້ນ​ຜິງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ເວ​ລາ​ນັ້ນ​ໄດ້​ເດີນ​ທາງ​ໄປ​ສຳ​ຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ບ້ານ​ຖາ​ຢວນ​ຈ່ວງ, ຕອນ​ນັ້ນ ທ່ານ​ໄດ້​ບອກວ່າ​ ຈະ​ຕ້ອງ​ກັບ​ມາ​ຢາມ​ພວກ​ສະ​ຫາຍ​ອີກ​ຢ່າງ​ແນ່ນອນ. ທ່ານ​ຢິນ​ຈີ້​ຜິງ ​ເລ​ຂາ​ໜ່ວຍ​ພັກ​ບ້ານ​ຖາ​ຢວນ​ຈ່ວງ​ບໍ່​ນຶກ​ເລີຍ​ວ່າ ຫຼັງ​ຈາກ​ນັ້ນ 5 ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ ​​ກັບມາ​ຢາມ​ບ້ານ​ຂອງ​ຕົນ​ອີກ​ຄັ້ງ​ໜຶ່ງ​ຢ່າງ​ແທ້​ຈິງ.
 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສຸ່ມ​ເລືອກ​ໄປ​ເຮືອນ​ຂອງ​ຊາວ​ບ້ານ​ຜູ້​ຊື່​ວ່າ ​ເຊ້​ຈິ່ນ​ຂ້າຍ. ເມື່ອ​ຫວນ​ຄືນ​ເຖິງ​ສະ​ພາບ​ການ​ໃນ​ເວ​ລາ​ນັ້ນ, ທ້າວ​ເຊ້​ຈິ່ນ​ຂ້າຍ​ເວົ້າ​ວ່າ “ພະ​ນັກ​ງານ​ບ້ານ​ໄດ້​ເຄາະ​ປະ​ຕູ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ກໍ​ຍ່າງ​ເຂົ້າ​ມາ​ໃນ​ເຮືອນ. ຕອນ​ນັ້ນ, ຂ້ອຍ​ກຳ​ລັງ​ຫຼິ້ນ​ຄອມ​ພິວ​ເຕີ, ນ້ອງ​ສາວ​ກຳ​ລັງ​ເບິ່ງ​ໂທ​ລະ​ພາບ, ສ່ວນ​ຍ່າ​ແລະພໍ່​ແມ່​ຂ້ອຍ​ຕ່າງ​ກໍ​ຄາ​ນຳ​ວຽກ​ອື່ນ, ຕອນ​ນັ້ນ​,ຈັ່ງ​ແມ່ນ​ບໍ່​ກ້າ​ເຊື່ອ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ​ເລີຍ.”
 

ທ່ານ​ສີ​ຈິ້ນ​ຜິງ​ເມື່ອຍ່າງ​ເຂົ້າ​ໄປ​ໃນ​ເຮືອນ ​ກໍ​​ໄດ້ຈັບ​ມື​ກັບ​ແຕ່​ລະ​ຄົນ​ໃນ​ຄອບ​ຄົວ​ທ້າວ​ເຊ້​ຈິ່ນ​ຂ້າຍ​ຢ່າງ​ສະ​ໜິດ​ສະ​ໜົມ ​ພ້ອມທັງ​ໂອ້​ລົມ​ກັບ​ຄອບ​ຄົວ​ນັ້ນ​ແບບ​ເປັນ​ກັນ​ເອງ, ທ່ານ​ໄດ້​ຖາມ​ດ້ວຍ​ຄວາມ​ສະ​ໜິດ​ສະ​ໜົມກ່ຽວ​ກັບລາຍ​ຮັບ​​ຂອງຄອບ​ຄົວ​, ການ​ຮຽນ​ຂອງ​ເດັກ​ນ້ອຍ, ການ​ປະ​ກັນ​ໄພ​ຄ່າ​ຄອງ​ຊີບ​ຂອງ​ຜູ້​ເຖົ້າ ແລະ​ອື່ນໆ. ເຊິ່ງ​ຍັງ​ຄົງ​ສະ​ໜິດ​ສະ​ໜົມ​ເປັນ​ແບບ​ທຳ​ມະ​ຊາດ​ຄື​​ກັນ​ກັບຕອນ​ທີ່​ທ່ານ​ລົງ​ສຳ​ຫຼວດ​ຄົ້ນ​ຄວ້າ​ຢູ່​ຊົນ​ນະ​ບົດ​ໃນ​ເມື່ອ​ກ່ອນ.
 

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານຖາຢວນຈ່ວງ-2_fororder_塔元庄7月11日和干部村民座谈


ວັນ​ທີ 11 ກໍ​ລະ​ກົດ​ປີ2013, ທ່ານສີຈິ້ນຜິງໄດ້ໂອ້ລົມກັບພະນັກງານແລະພີ່ນ້ອງປະຊາຊົນບ້ານຖາຢວນຈ່ວງ.

 

ຢູ່​ສູນ​ເຄື່​ອ​ນ​ໄຫວ​ສຳ​ລັບ​ຜູ້​​ເຖົ້າຂອງ​ບ້ານ​ຖາ​ຢວນ​ຈ່ວງ, ໂຕະ​ຍາວ​ທີ່​ປະ​ກອບ​ດ້ວຍ​ໂຕະ​ຫຼາຍ​ໜ່ວຍ, ມີ​ຕັ່ງ​ອີ້​ຊະ​ນິດ​ຕ່າງໆ​ວາງ​​ຢູ່ອ້ອມ​ໂຕະ, ທຸກ​ສິ່ງ​ຢ່າງ​ໃນ​ເຮືອນ​ຍັງ​ເໝືອນ​ເດີມ​ຄື​ກັບ​ຕອນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ການ​ສົນ​ທະ​ນາ​ແລກ​ປ່ຽນ​ຄວ​າມ​ເຫັນ​ກັບຊາວບ້ານ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ປີ2013.
 

​ນາງ ຕູ້​ຈ່ວນ ຄູ​ສອນ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ຖາ​ຢວນ​ຈ່ວງ​ໄດ້ເລົ່າ​ຄືນ​ຫຼັງ​ດ້ວຍ​ຄວາມ​ສຸກ​ໃຈ​ວ່າ: “​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຈັບ​ມື​ກັບ​ທຸກ​ຄົນ, ມື​ຂອງ​ທ່ານ​ອົບ​ອຸ່ນ​ຫຼາຍ, ເຮັດໃຫ້​ພວກ​ເຮົາ​​ຮູ້​ສຶກ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ແລະ​​ການ​ໃຫ້ກຳ​ລັງ​ໃຈ​ຈາກ​ທ່ານ.”
 

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານຖາຢວນຈ່ວງ-2_fororder_塔元村了解村委会工作
 

ວັນທີ 11 ກໍລະກົດປີ2013,ທ່ານສີຈິ້ນຜິງຊອກຮູ້ສະພາບການປະຕິບັດໜ້າທີ່ວຽກງານຂອງຄະນະກຳມະການຊາວບ້ານແລະໜ່ວຍພັກບ້ານຖາຢວນຈ່ວງ.

 

ຢູ່​ເທິງ​ຝາ​ໃນ​ລະ​ບຽງ​ຂອງ​ຕຶກ​ອາ​ຄານ​​ຫ້ອງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ຊາວ​ບ້ານ​ໄດ້​ຕິດ​ “ໃບ​ຄຳ​ໝັ້ນ​ສັນ​ຍາ” ໃບ​ໜຶ່ງ. ໃນ​ທຸກໆ​ຕົ້ນ​ປີ, ຜູ້​ແທນ​ສະ​ມາ​ຊິກ​ພັກ​ແລະ​ຜູ້​ແທນ​ຊາວ​ບ້ານ​ກໍ​ໄດ້​ຈັດ​ກອງ​ປະ​ຊຸມ​ເພື່ອ​ປຶກ​ສາ​ຫາ​ລື​ແລະ​ຕົກ​ລົງ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ບ້ານ​ໃນ​ປີ​ນັ້ນ ເຊິ່ງ​ລ້ວນ​ແຕ່​ແມ່ນ​ວຽກ​ງານ​ລະ​ອຽດ​ທີ່​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ຂອງ​ບ້ານ​ແລະ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ບ້ານ, ຄະ​ນະໜ່ວຍ​ພັກ​ແລະ​ຄະ​ນະ​ກຳ​ມ​ະ​ການ​ຊາວ​ບ້ານ​ໄດ້​ຮັບ​ເອົາ​ໜ້າ​ວຽກ​ພ້ອມທັງໃຫ້​ຄຳ​ໝັ້ນ​ສັນ​ຍາ​ແລ້ວ​ຕິດ​ໄວ້​ຢູ່​ເທິງ​ຝາ​ໃນ​ຕຶກ​ອາ​ຄານ​ຫ້ອງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ຊາວ​ບ້ານ ເພື່ອ​ຮັບ​ເອົາ​ການ​ຕິດ​ຕາມກວດ​ກາຈາກຊາວ​ບ້ານທັງ​ຫຼາຍ.

 

ວັນ​ທີ 12 ມັງ​ກອນ​ປີ2008, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສຳ​ຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ການ​ກໍ່​ສ້າງ​ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາ​ກຖານ​ຢູ່​ບ້ານ​ຖາ​ຢວນ​ຈ່ວງໂດຍ​ກ່າວ​ວ່າ: “ລົດ​ໄຟ​ແລ່ນ​ໄດ້​ໄວ​ກໍ​ແມ່ນ​ຕ້ອງ​ອາ​ໄສ​ຫົວ​ຈັກ​ລົດ​ໄຟ, ຫວັງ​ວ່າ​ພວກ​ສະ​ຫາຍ​ຈົ່ງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ປ້ອມ​ສູ້​ຮົບ​ໃຫ້​ດີ, ນຳ​ພາ​ປະ​ຊາ​ຊົນ​ກ້າວ​ໄປ​ສູ່​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ​ໂດຍ​ໄວ.”
 

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານຖາຢວນຈ່ວງ-2_fororder_塔元庄村委会
 

ສຳນັກງານຄະນະກຳມະການຊາວບ້ານຖາຢວນຈ່ວງ

 

ໃນ​ຫຼາຍປີ​ຜ່ານ​ມາ​ນີ້, ໂດຍ​ຈື່​ຈຳ​ຄຳ​ສັ່ງ​ສອນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ແໜ້ນ, ທ່ານ​ຢິນ​ຈີ້​ຜິງ​ ເລ​ຂາ​ໜ່ວຍ​ພັກ​ບ້ານ​ຖາ​ຢວນ​ຈ່ວງ​ໄດ້​ນຳ​ພາ​ຄະ​ນະ​ໜ່ວຍ​ພັກ​ແລະ​ຄະ​ນະ​ກຳ​ມະ​ການ​ຊາວ​ບ້ານ​ປະ​ຕິ​ບັດ​ຕາມ ກົດ​ເຫຼັກ “3 ບໍ່ 3 ​ປ​ອດ​​ໃສ​ຂາວສະ​ອາດ”​ຢ່າງ​ເຂັ້ມ​ງວດ​ຄື “ບໍ່​ກິນ, ບໍ່​ເອົາ, ບໍ່​ສໍ້​ລາດ​ບັງ​ຫຼວງ”, “ຕົນ​ເອງ​ປອດ​​ໃສ​ຂາວ​ສະ​ອາດ, ຄອບ​ຄົວ​ປອດ​ໃສ​ຂາວ​ສະ​ອາດ​ແລະ​ໝູ່​ເພື່ອນ​ປອດ​ໃສ​ຂາວ​ສະ​ອາດ”, ​ແຕ່​ລະ​ປີ, ພະ​ນັກ​ງານ​ບ້ານຕ່າງ​ກໍໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ແລະ​ສ້າງ​ຜົນ​ງານ​ທີ່​ດີ, ຄອບ​ຄົວ​ສະ​ມາ​ຊິກ​​ພັກໄດ້​ແຂວນ​ປ້າຍ​ແບບ​ຢ່າງ “​ຄອບ​ຄົວ​ຂ້ອຍ​​ເປັນ​ສະ​ມາ​ຊິກ​ພັກ” ແລະ​ຮັບ​ຜິດ​ຊອບ​ຕິດ​ຕໍ່​ພົວ​ພັນ​ແລະ​ຊ່ວຍ​ເຫຼືອ​ຄອບ​ຄົວ​ຜູ້​ທຸກ​ຍາກ.

 

ທ່ານ​ຢິນ​ຈີ້​ຜິງ ເລຂາໜ່ວຍພັກບ້ານຖາ​ຢວນ​ຈ່ວງ​ກ່າວ​ວ່າ: “ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເວົ້າ​ວ່າ: ປະ​ເທດ​ຊາດ​ກໍ​ແມ່ນ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ກໍ​ແມ່ນ​ປະ​ເທດ​ຊາດ.ໃນ​ຖາ​ນະ​ເປັນ​ພະ​ນັກ​ງານ​​​ຂັ້ນ​ຮາກ​ຖານ​ຂອງ​ພັກ, ​ຕ້ອງ​ມີ​ປະ​ຊາ​ຊົນ​ໄວ້​ຢູ່​ໃນ​ໃຈ, ​ເຮັດທຸກ​ສິ່ງ​ຢ່າງ​ຕ້ອງ​ຄິດ​ຫາ​ສ່ວນ​ລວມ, ເມື່ອ​ມີ​ສະ​ຕິ​ເພື່ອ​ສ່ວນ​ລວມ​ກໍ​ຈະ​ສາ​ມາດ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ​ໄດ້, ແນ່ນອນ​ກໍ​ຈະ​ມີ​ຄວາມ​ສາ​ມັກ​ຄີ,ເຮັດ​ວຽກ​ໃດ​ກໍ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້.”

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານຖາຢວນຈ່ວງ-2_fororder_塔元庄模型
 

ຫຸ່ນຈຳລອງຂອງບ້ານຖາຢວນຈ່ວງ

 

ຢູ່​ນິ​ຄົມ​ອັດ​ສະ​ລີ​ຍະ​ທີ່​ຫາ​ກໍ່​ສ້າງ​ຂຶ້ນ​ໃໝ່​ຂອງ​ບ້ານ​ຖາ​ຢວນ​ຈ່ວງ, ລະ​ບົບ​ຄວບ​ຄຸມ​ອຸນ​ຫະ​ພູມ​ແລະ​ຄວາມ​ຊຸ່ມ​ໂດຍ​ອັດ​ຕະ​ໂນ​ມັດ, ການ​ປູກ​ພືດໂດຍ​ບໍ່​​ໃຊ້ດິນ, ​​ລະ​ບົບປູ​ກ​ພືດໂດຍ​ບໍ່​ໃຊ້​ດິນ​ກັບ​ການ​ລ້ຽງ​​ປາ​ພ້ອມ​ກັນ, ເຊິ່ງເປັນ​ສິ່ງ​ໃໝ່ໆ​ທີ່​ໜ້າ​ປະ​ທັບ​ໃຈ​ຫຼາຍ. ນິ​ຄົມ​ແຫ່ງ​ນີ້​ໄດ້​ລວມ​​ເຖິງ​ຫຼາຍ​ອຸດ​ສາ​ຫະ​ກຳ​ເຊັ່ນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ວັດ​ທະ​ນະ​ທຳ ການ​ທ່ອງ​ທ່ຽວ ແລະ​ອື່ນໆ, ເພື່ອ​ສຸມ​ໃສ່​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ອຸດ​ສາ​ຫະ​ກຳ​ໃນ​ຊົນ​ນະ​ບົດ.

 

​ວັນ​ທີ 11 ກໍ​ລະ​ກົດ​ປີ2013,ໃນ​ເວ​ລາ​ທີ່​ລົງ​ຢ້ຽມ​ຢາມ​ແລະ​ສຳ​ຫຼວດກວດ​ກາ​ວຽກ​ງານ​ຢູ່​ບ້ານ​ຖາ​ຢວນ​ຈ່ວງ, ທ່ານ​ສີ​ຈິ້ນ​ຜິງໄດ້​ມີ​ຂໍ້​ຮຽກ​ຮ້ອງວ່າ: “ພວກ​ສະ​ຫາຍ​ຕ້ອງ​ເຂົ້າ​ສູ່​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ລ່ວງ​ໜ້າ​ໃນ​ທົ່ວ​ປະ​ເທດ, ພັດ​ທ​ະ​ນາ​ກະ​ສິ​ກຳ​ໃຫ້​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ພັດ​ທະ​ນາ​ວຽກ​ງານ​ການ​ບໍ​ລິ​ການ​​ລ້ຽງ​ດູ​ຜູ້​ເຖົ້າ​ໃຫ້ຫັນ​ເປັນ​ຕະ​ຫຼາດ​ແລະ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ເປັນ​ລະ​ບຽບ​ແບບ​ແຜນ.”
 

ຂໍ້​ຮຽກ​ຮ້ອງ​ນີ້​ໄດ້​ກາຍ​ເປັນ​ທິດ​ທາງ​ຊີ້​ນຳ​ການ​ພັດ​ທະ​ນາ​ບ້ານ​ຖາ​ຢວນ​ຈ່ວງ, ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ທົ່ວ​ທັງ​ບ້ານ​ໄດ້​ພາ​ກັນ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ປະ​ຕິ​ບັດ​ຂໍ້​ຮຽກ​ຮ້ອງ​ນີ້​ໃຫ້​ບັນ​ລຸ​ຜົນ​ເປັນ​ຈິງ​ທີ່​ດີ​ງາມ.
 

ບ້ານ​ຖາ​ຢວນ​ໃນ​ທຸກ​ມື້​ນີ້​ໄດ້​ບັນ​ລຸ​ການ​ຫັນ​ກະ​ສິ​ກຳ​ເປັນ​ອຸດ​ສາ​ຫະ​ກຳ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຕ່າງໆ​ເຊັ່ນ ເຂົ້າ​ສານ, ແປ້ງ​ໝີ່, ເຫຼົ້າດອງ​ຢາ​ພື້ນ​ເມືອງ​ນີວ​ປ້າງຫຼື burdock ແລະ​ອື່ນ​ໆ​ໄດ້​ສົ່ງ​ໄປ​ຂາ​ຍຢູ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ວຽກ​ງານ​ການ​ບໍ​ລິ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ໄດ້​ຫັນ​ເປັນ​ຕະ​ຫຼາດ, ໂດຍ​ໄດ້​ສ້າງ​ສູນ​ບໍ​ລິ​ການ​ລ້ຽງ​ດູ​ຜູ້​ເຖົ້າ, ປະ​ກອບ​ມີ​ສະ​ໜາມ​ຫັດ​ກາຍ​ບໍ​ລິ​ຫານ, ສຸກ​ສາ​ລາ, ຮ້ານ​ຊຸບ​ເປີ​ມາ​ເກັດ​ແລະ​ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ, ໄດ້​ສ້າງ​​ຮູບ​ແບບ​ບໍ​ລິ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ແບບ​ໃໝ່ຄື ການ​ບໍ​ລິ​ການລ້ຽງ​ດູ​ຜູ້​ເຖົ້າ​​ຢູ່​ໃນ​ເຮືອນ. ນອກ​ນີ້ ຍັງ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ຫັນ​ການ​ທ່ອງ​ທ່ຽວ​ໃຫ້​ເປັນ​ລະ​ບຽບ​ແບບ​ແຜນ, ປີ2020, ບ້ານ​ຖາ​ຢວນ​ຈ່ວງ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຫຼ​າຍກວ່າ 5 ແສນ​ເທື່ອ​ຄົນ, ລາຍ​ຮັບ​ສັງ​ລວມ​ຈາກ​ການ​ທ່ອງ​ທ່ຽວ​ບັນ​ລຸ​ໄດ້​ຫຼາຍກວ່າ 8 ລ້ານຢວນ.
 

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານຖາຢວນຈ່ວງ-2_fororder_塔元庄全家福
 

ຮູບຖ່າຍລວມໝູ່ຂອງຊາວບ້ານຖາຢວນຈ່ວງ

 

ທ່ານ​ຢິນ​ຈີ້​ຜິງເລຂາໜ່ວຍພັກບ້ານຖາ​ຢວນ​ຈ່ວງໄດ້​ຊີ້​ໃສ່​ຮູບ​ຖ່າຍ​ລວມ​ໝູ່​ຂອງ​ຊາວ​ບ້ານ​ທີ່​ຕິດ​ຢູ່​ເທິງ​ຝາ​ຕຶກ​ອາ​ຄານ​​ຫ້ອງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ຊາວ​ບ້ານ​ແລະ​ເວົ້າ​ວ່າ “ເບິ່ງ​ແມ້, ພີ່​ນ້ອງ​ຊາວ​ບ້​ານ​ທັງ​ຫຼາຍ​ມີ​ໃບ​ໜ້າຍີ້ມ​ແຍ້ມ​ແຈ່ມ​ໃສ​​ ​ຂະ​ໜາດ!” ​ທຸກໆ​ສາມ​ປີ​ໃດ, ຊາວ​ບ້ານ​ຍິງ​ຊາຍ​ເຖົ້າ​ແກ່​ນ້ອຍ​ໃຫຍ່​ທົ່ວ​ບ້ານ​ໄດ້​ຖ່າຍ​ຮູບ​ຮ່ວມກັນ​ຄັ້ງ​ໜຶ່ງ, ​​ພາບ​ໃນ​ຮູບ​ຖ່າຍ​ກໍ​ສະ​ແດງ​ເຖິງຄວາມ​ຈະ​ເລີນ​ຍິ່ງ​ຂຶ້ນ​ທຸກ​ຄັ້ງ,  ​ພວກ​ຊາວ​ບ້ານກໍ​ມີ​ໜ້າ​ຕາສົດ​ໃສ​ຂຶ້ນ​ທຸກ​ຄັ້ງ.
 

ທ່ານ​ຢິນ​ຈີ້​ຜິງ​ກ່າວ​ວ່າ: “ພວກ​ຊາວ​ບ້ານ​ທັງ​ຫຼາຍ​ໃຜໆ​ກໍ​ມີ​ຄວາມ​ປາ​ຖະ​ໜາ​​​ຢ່າງ​ໜຶ່ງ​ທີ່ຫວັງ​ວ່າ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຈະ​ກັບ​ມາ​ຢາມ​ບ້ານ​ຖາ​ຢວນ​ຈ່ວງ​ອີກ​ຄັ້ງ​ໜຶ່ງ.” ບ້ານ​ຖາ​ຢວນ​ຈ່ວງ​ໄດ້​ບັນ​ລຸຕາມ​ຂໍ້​ຮຽ​ກ​ຮ້ອງ​​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ທີ່​ໃຫ້​ກ້າວ​ເຂົ້າ​ສູ່​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ລ່ວງ​ໜ້າ​ໃນ​ທົ່ວ​ປະ​ເທດ. ພວກ​ເຮົາ​ຈະ​ຈື່​ຈຳ​ຄຳ​ສັ່ງ​ສອນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຢ່າງ​ແນ່ນອນ, ສືບ​ຕໍ່​ກໍ້​ແຂນ​ເສື້ອ​ຂຶ້ນ, ສູ້​ຊົນ​ເຮັດ​ວຽກ​ເພື່ອ​ສ້າງ​ບ້ານ​ຕົນ​ເອງ​ໃຫ້​ກາຍ​ເປັນ​ບ້ານ​ແຖວ​ໜ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.

 

ຄຳ​ເຫັນ

0