覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ-1

2022-01-27 10:42:28 cri


 

ເມື່ອ​ອອກ​ຈາກ​ນະ​ຄອນ​ຊີ່​ຊ່າງ​ແຂວງ​ເສ​ສວນ, ຂັບ​ລົດ​ເດີນ​ທາງໄປຕາມ​ເສັ້ນ​ທາງ​ອັນ​ຄົດ​ລ້ຽວ​ຢູ່​ເທິງ​ພູ​ປະ​ມານ 70 ກິ​ໂລ​ແມັດ, ໃຊ້​ເວ​ລາ​ປະ​ມານ 2 ຊົ່ວ​ໂມງ, ຂ້າມ​ຈອມ​ພູ​ທີ່ປົກ​ຄຸ້ມ​ໄປ​ດ້ວຍ​ເມກ​​ໝອກ, ກໍ​ໄດ້​ໄປ​ຮອດ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ. ເມື່ອ​ໄປ​ຮອດ​ຫົວ​ບ້ານ, ຈະ​ໄດ້​ເຫັນ​ສິ່ງ​ກໍ່​ສ້າງ​ໃໝ່ຫຼາຍ​ແຖວ.ຢູ່​ໃນ​ເດີ່ນ​ບ້ານ​ຂອງ​ເຮືອນ​ປະ​ຊາ​ຊົນ​ຢູ່​ຫົວ​ບ້ານ ​ແມ່ນ​ເຕັມ​ໄປ​ດ້ວຍ​ສາ​ລີ​ສີ​ເຫຼືອງ​ຄ້າຍ​ຄື​ຄຳ, ເຊິ່ງ​ເຮືອ​ນ​ແຫ່ງ​ນີ້​ແມ່ນ​ເຮືອນ​ໃໝ່​ຂອງທ້າວ​ຈີ​ຫາວ​ເຢ​ຊິວ​ທີ່​ເປັນຄົນ​ຊົນ​ເຜົ່າ​ອີ.

 

ວັນ​ທີ 11 ກຸ​ມ​ພາ​ປີ 2018, ໃນ​ໄລ​ຍະ​ກ່ອນ​ບຸນ​ກຸດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຮອດ​ບ້ານ​ສ່ານ​ເຫີ ແລະ ເຂົ້າ​ສູ່​ເຮືອນ​ເກົ່າ​ຂອງທ້າວ​ຈີ​ຫາວ​ເຢ​ຊິວ. ເຮືອນ​ເກົ່າ​ທີ່​ກໍ່​ດ້ວຍ​ດິນແມ່ນ​ຕ່ຳຫຼາຍ, ບໍ່​ມີ​ປ່ອງ​ຢ້ຽມ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກົ້ມ​ຫົວ​ຍ່າງ​ເຂົ້າ​ເຮືອນ, ໂອ້​ລົມ​ກັບ​ຄອບ​ຄົວທ້າວ​ຈີ​ຫາວ​ເຢ​ຊິວຢ່າງ​ສະ​ໜິດ​ສະ​ໜົມ, ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໂດຍ​ໄວ.
 

 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ_fororder_1


 

ວັນ​ທີ 11 ກຸ​ມ​ພາ​ປີ 2018,ທ່ານສີຈິ້ນຜິງຢ້ັຽມຢາມເຮືອນຂອງທ້າວຈີຫາວເຢຊິວ

 

ກິ່ງ​ແຂວ​ງ​ລຽງ​ສ່ານ​ທີ່​ເຮືອນທ້າວ​ຈີ​ຫາວ​ເຢ​ຊິວ​ຕັ້ງ​ຢູ່​ນັ້ນ​ເປັນ​ເຂດ​ຊຸມ​ຊົນ​ເຜົ່າ​ອີ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ​ຈີນ, ປະ​ຊາ​ຊົນ​ເຜົ່າ​ອີ​ກວມ 54,16% ເຄີຍ​ເປັນ​ໜຶ່ງ​ໃນ​ເຂດ​ທຸກ​ຍາກ​ທີ່​ສຸດ. ທ່ານ​ສີ​ຈິ້ນ​ຜິງ​ເພິ່ນ​ເອົາ​ໃຈ​ໃສ່ຫຼາຍ​ຕໍ່​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ກິ່ງ​ແຂວງ​ລຽງ​ສ່ານ, ແລະ ​ຫ່ວງ​ໃຍ​ປະ​ຊາ​ຊົນ​ຢູ່​ແຫ່ງ​ນັ້ນ.

 

ວັນ​ທີ 8 ມີ​ນາ​ປີ 2017, ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ເສ​ສວນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12, ແລະ​ຊອກ​ຮູ້​ຄວາມ​ຄືບ​ໜ້າ​ຂອງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ນຳ​ຜູ້​ແທນ​ຈາກ​ກິ່ງ​ແຂວງ​ລຽງ​ສ່ານ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ເຂດ​ທຸກ​ຍາກ​ທີ່​ສຸດ​ທີ່​ຕິດ​ຈອດ​​ກັນ​ໃນ​ທົ່ວ​ປະ​ເທດສ່ວນ​ໃຫຍ່ ແມ່ນຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ໄປ​ຢາມ​​ໝົດ​ແລ້ວ, ສຳ​ລັບ​ລ​ວີ​ລຽງ ແລະ ລຽງ​ສ່ານ, ຂ້າ​ພະ​ເຈົ້າ​​ຍັງ​ບໍ່​ທັນ​ໄດ້​ໄປ​ເຖິງ ແລະ ຈະ​ພະ​ຍາ​ຍາມ​ໄປ​ໃນ​ໄວໆ​ນີ້.

 

ຫຼັງ​ຈາກ​ນັ້ນ​ບໍ່​ຮອດ 1 ປີ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ເດີນ​ທາງ​ໄປ​ສ່ວນ​ເລິກ​ຂອງ​ພູ​​ລຽງ​ສ່ານ, ແລະ ເຂົ້າ​ໄປ​ບ້ານ​ສ່ານ​ເຫີ.
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ_fororder_总书记来到三河村2
 

ວັນ​ທີ 11 ກຸ​ມ​ພາ​ປີ 2018,ທ່ານສີຈິ້ນຜິງຢ້ຽມຢາມບ້ານສ່ານເຫີ

 

ເມື່ອ​ຫວນ​ຄືນ​ເຖິງ​ສະ​ພາບ​ການ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ຈັບ​ມື​ກັບ​ຕົນ​ຢ່າງ​ສະ​ໜິດ​ສະ​ໜົມ​ກັນ​ເມື່ອກ່ອນ​ນີ້ 3 ປີ​ປາຍ, ທ້າວ​ຈີ​ຫາວ​ເຢ​ຊິວຍັງ​ຄົງ​ຮູ້​ສຶກ​ຕື່ນ​ເຕັ້ນ​ໃຈ​ທີ່​ສຸດ, ລາວ​ເວົ້າ​ວ່າ: “ໃນ​ມື້​ນັ້ນ, ຫຼັງ​ຈາ​ກ​ຫິ​ມະ​ຕົກ​ແລ້ວ​ແມ່ນ​ມີ​ແສງ​ແດດ​ປອດ​ໂປ່ງ​ສົດ​ໃສຫຼາຍ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍ່າງ​ໄປ​ຕາມ​ທາງ​ທີ່​ເຕັມ​ດ້ວຍ​ດິນ​ຕົມຫຼັງ​​ຈາກຫິ​ມະ​ຕົກ. ທ່ານ​ໄດ້​ຈັບ​ມື​ ແລະ​ລົມ​ເລື່ອງ​ຊີ​ວິດ​ປະ​ຈຳ​ວັນກັບ​ພວກ​ເຮົາ​ຢ່າງ​ສະ​ໜິດ​ສະ​ໜົມ​ກັນ, ແລະ​ໄດ້​ກວດ​ເບິ່ງ​ເດີ່ນ​ບ້ານ, ເອົາ​ໃຈ​ໃສ່​ພວກ​ເຮົາວ່າ​ມີ​​ນ້ຳປະ​ປາ​ໃຊ້​ບໍ່, ​​ເພິ່ນເປີດ​ ແລະ ​​ຈັບເບິ່ງ​ຜ້າ​ຫົ່ມ, ​ແລ້ວຖາມ​ວ່າ ຜ້າ​ຫົ່ມ​ອົບ​ອຸ່ນ​ບໍ່? ແລະ​ຖາມ​ພວກ​ເຮົາ​ວ່າ ການ​ກິນ ການ​ນຸ່ງ​​ຖືເປັນ​ແນວ​ໃດ, ລູກ​ໄດ້​ເຂົ້າ​ໂຮງ​ຮຽນ​ແລ້ວ​ບໍ່?”

 

​ທ້າວ​ຈີ​ຫາວ​ເຢ​ຊິວ​ເລົ່າ​ສູ່​ຟັງ​ວ່າ: “ທ່ານ​ສີ​ຈິ້ນ​ຜິງບອກ​ຄອບ​ຄົວ​ຂອງຂ້ອຍ​ວ່າ: ທ່ານ​ໄດ້​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ປະ​ຊາ​ຊົນ​ເຜົ່າ​ອີ​​ມາ​ໂດຍຕະຫຼອດ, ເມື່ອ​ເຫັນ​ພວກ​ສະ​ຫາຍ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ນັບ​ມື້​ນັບ​ດີ​ຂຶ້ນ, ​ທ່ານ​ກໍ​ຮູ້​ສຶກ​ດີ​ໃຈຫຼາຍ, ຫວັງ​ວ່າ​ພວກ​ເດັກ​ນ້ອຍ​ຈະ​ໄດ້​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ.”
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ_fororder_吉好也求一家合影
 

ທ່ານສີຈິ້ນຜິງຖ່າຍຮູບຮ່ວມກັບຄອບຄົວທ້າວຈີຫາວເຢຊິວ

 

ໃນ​ເວ​ລາ​ອຳ​ລາ​ໄປ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​​ເປັນ​ເຈົ້າ​ການສະ​ເໜີ​ວ່າ​ຖ່າຍ​ຮູບ​ຮ່ວມ​ກັບ​ຄອບ​ຄົວ​ຂອງທ້າວ​ຈີ​ຫາວ​ເຢ​ຊິວ​ເພື່ອ​ເປັນ​ທີ່​ລະ​ນຶກ, ​ພ້ອມ​ທັງທັງ​ບອກ​ໃຫ້​ພະ​ນັກ​ງານ​ວ່າ ຕ້ອງ​ສົ່ງ​ຮູບ​ຖ່າຍ​ນີ້​ໃຫ້ທ້າວ​ຈີ​ຫາວ​ເຢ​ຊິວ. ທ້າວ​ຈີ​ຫາວ​ເຢ​ຊິວເວົ້າ​ວ່າ “ເມື່ອ​ຟັງ​ຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ແລ້ວ, ຮູ້​ສຶກປະ​ທັບ​ໃຈຫຼາຍ.”

 

ຢູ່​ບ້ານ​ສ່ານ​ເຫີ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ພວກ​ເຮົາ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ, ກໍ​ແມ່ນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ. ໜ້າ​ທີ່​ທີ່​ລຳ​ບາກ​ທີ່​ສຸດ ແລະ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ການ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຜົນ​ຢ່າງ​ຮອບ​ດ້ານ ນັ້ນ ​ແມ່ນຂຶ້ນ​ຢູ່​ກັບ​ເຂດ​ທຸກ​ຍາກ, ໂດຍ​ສະ​ເພາະ​ແມ່ນ​ເຂດ​ທຸກ​ຍາກ​ທີ່​ສຸດ, ບໍ່​ວ່າ​ຈະ​ເປັນ​ບັນ​ຫາ​ຫຍຸ້ງ​ຍາກຫຼາຍ​ເທົ່າ​ໃດ​ກໍ​ຕ້ອງ​ແກ້​ໄຂ​ໃຫ້​ໄດ້, ບໍ່​ວ່າ​ບັ້ນ​ບຸກ​ທະ​ລຸ​ຄັ້ງ​ນີ້​ຈະ​ລຳ​ບາກຫຼາຍ​ເທົ່າ​ໃດ ກໍ​ຕ້ອງ​ສູ້​ໃຫ້​ໄດ້​ຮັບ​ໄຊ​ຊະ​ນະ, ຢູ່​ບົນ​ເສັ້ນ​ທາງ​ທີ່​ກ້າວ​ໄປ​ສູ່​ຄວາມ​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ ຈະ​ບໍ່​ຄວນ​ລືມ​ທຸກ​ຊົນ​ເຜົ່າ ແລະ ທຸກ​ຄອບ​ຄົວ. ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ເນັ້ນ​ໜັກ​ຕື່ມ​ອີກວ່າ, ຕ້ອງ​ສືບ​ຕໍ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ທີ່​ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ອາ​ໄສ​ຢູ່​ບ່ອນ​ທີ່​ເໝາະ​ສົມ​ກວ່າ​ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ເຮັດ​ໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ເຜົ່າ​ອີ​ທີ່​ຢູ່​ໃນ​ສ່ວນ​ເລິກ​ຂອງ​ເຂດ​ພູ​ດອຍ​ຍ້າຍ​ເຂົ້າ​ໄປ​ສູ່​ເຮືອນ​ໃໝ່​ທີ່​ປອດ​ໄພ ແລະ ສະ​ດວກ​ສະ​ບາຍ, ​ພ້ອມ​ທັງແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ດ້ານ​ການ​ເດີນ​ທາງໃຫ້​ເຂົາ​ເຈົ້າ.

 

​ປັດ​ຈຸ​ບັນ​ນີ້, ຢູ່​​ຈຸດ​ຈັດ​ສັນ​ປະ​ຊາ​ຊົນ​ຜູ້​ຍົກ​ຍ້າຍ​ທີ່​ສ້າງ​ຂຶ້ນ​ໃໝ່​ຂອງບ້ານ​ສ່ານ​ເຫີ, 253 ຄອບ​ຄົວ ລວມ​ທັງ​ໝົດ 1294 ຄົນ​ໄດ້​ຍ້າຍ​ເຂົ້າ​ສູ່​ເຮືອນ​ໃໝ່. ທ້າວ​ຈີ​ຫາວ​ເຢ​ຊິວກໍ​ໄດ້​ຍ້າຍ​ເຂົ້າ​ສູ່​ເຮືອນ​ໃໝ່​ທີ່​ມີເນື້ອ​ທີ່ 100 ຕ​າ​ແມັດ, ເຊິ່ງ​ເຮືອນ​ໃໝ່​ແມ່ນ​ກໍ່​ດ້ວຍ​ດິນ​ຈີ່, ສະ​ອາດ ເປັນ​ລະ​ບຽບກວ້າງ​ຂວາງ ແລະ ແຈ້ງ​ສະ​ຫວ່າງ, ​ອົບ​ອຸ່ນ ແລະ ສະ​ດວກ​ສະ​ບາຍ. ​ພາຍໃນ​ເຮືອນ​ມີ​ຫ້ອງ​ຮັບ​ແຂກ ຫ້ອງນອນ ຫ້ອງ​ຄົວ ແລະ ຫ້ອງ​ນ້ຳ​ຢ່າງ​ຄົບ​ຊຸດ, ທາງ​ລັດ​ຖະ​ບານ​ໄດ້​​ປະ​ກອບ​ໂທ​ລະ​ພາບ, ຕູ້​ເຢັນ, ຈັກ​ຊັກ​ເຄື່ອງ ແລະ​ອື່ນໆ​​ໃຫ້ຢ່າງ​ຄົບ​ຖ້ວນ, ທ້າວ​ຈີ​ຫາວ​ເຢ​ຊິວຍັງ​ໄດ້​ເປີດ​ຫ້ອງ​ໜຶ່ງ​ເປັນ​ຮ້ານ​ຂາຍ​ເຄື່ອງ, ຊີ​ວິດ​ການ​ເປັນ​ຢູ່​ໄດ້​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ນອກ​ນີ້, ຢູ່​ຕາ​ແສງ ແລະ ບ້ານ​ບໍ​ລິ​ຫານ​ທັງ​ໝົດ​ຂອງ​ກິ່ງ​ແຂວງ​ລຽງ​ສ່ານ​ໄດ້​ສ້າງ​ທາງ​ປູ​ຢາງ ​ແລະ​ເບ​ຕົ້ງ 100%ແລ້ວ, ເມື່ອ​ອອກ​ຈາກ​ປະ​ຕູ​ເຮືອນ​ກໍ​ສາ​ມາດ​ຍ່າງ​​ໄປຕາມ​ທາງ​ເບ​ຕົ້ງ ແລະ ຂີ່​ລົດ​ໄດ້, ເສັ້ນ​ທາງ​ທີ່​ຮາບ​ພຽງ​ໄດ້​ຜ່ານ​ໜ້າ​ປະ​ຕູ​ເຮືອນ​ຂອງທ້າວ​ຈີ​ຫາວ​ເຢ​ຊິວ. ທາງ​ດິນ​ຕົມ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ຍ່າງ​ຜ່ານ​ນັ້ນ​ໄດ້​​ຮາບ​ພຽງ, ເຮືອນ​ດິນ​ທີ່​ຕ້ອງ​ກົ້ມ​ຫົວ​ຍ່າງ​ເຂົ້າ​ນັ້ນ​ກໍ​ໄດ້​ກາຍ​ມາ​ເປັນ​ເຮືອນ​ໃໝ່​ທີ່ກວ້າງ​ຂວາງ ແລະ ແຈ້ງ​ສະ​ຫວ່າງ.
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ_fororder_吉好也求一家在新家前合影
 

ທ້າວຈີຫາວເຢຊິວພ້ອມຄອບຄົວຖ່າຍຮູບຢູ່ໜ້າເຮືອນໃໝ່
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ_fororder_吉好也求一家
 

ໃນ​ເວ​ລາ​ທີ່​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ຢູ່​ບ້ານ​ສ່ານ​ເຫີ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ເປັນ​ເອ​ກະ​ລັກ ແລະ ສ້າງ​ຄວາມ​ຮັ່ງ​ມີ​ຢ່າງ​ໝັ້ນ​ທ່ຽງ​ເປັນ​ໄລ​ຍະ​ຍາວ, ລ້ວນ​ແຕ່​ຕ້ອງ​ການ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ຕ້ອງ​ບຳ​ລຸງ​ສ້າງ​ຜູ້​​ທີ່ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ທ້ອງ​ຖິ່ນ​ຕົນ, ຊຸກ​ຍູ້​ໃຫ້​ຊາວ​ບ້ານ​​ຈຳ​ນວນ​ມະ​ຫາ​ສານ​ຮຽນ​ຄວາມ​ຮູ້ ແລະ ​ຝຶກສີ​ມືແຮງ​ງານ, ຍົກ​ລະ​ດັບ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ, ​ພ້ອມ​ທັງຍັງ​ຕ້ອງ​ປັບ​ປຸງ​ຮີດ​ຄອງ​ປະ​ເພ​ນີ, ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ​ເພື່ອຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ.
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຄີຍ​ຈັບ​ມື​ກັບ​ຂ້ອຍ - ຢ້ຽມ​ຢາມ​ຊາວ​ບ້ານ​ບ້ານ​ສ່ານ​ເຫີ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີ​ລຽງ​ສ່ານ​ແຂວງ​ເສ​ສວນ_fororder_2


 

ທ້າວຈີຫາວເຢຊິວຢູ່ໃນຮ້ານຂ້າຍເຄື່ອງຍ່ອຍຂອງຕົນ
 

ທ້າວ​ຈີ​ຫາວ​ເຢ​ຊິວກໍ​ໄດ້​ຕັ້ງ​ໜ້າ​ຮ່ຳ​ຮຽນ​ຝຶກ​ສີ​ມື​ໃໝ່, ລາວ​ເວົ້າ​ວ່າ “ຕ້ອງ​ໃຫ້​ສະ​ໝອງ​ອຸ​ດົມ​ສົມ​ບູນ​ຂຶ້ນ”. ລາວ​ຍັງ​ໄດ້​ຄິດ​ໄລ່​ບັນ​ຊີ​ວ່າ, “ຫຼັງ​ຈາກ​ເຂົ້າ​ຮ່ວມ​ການ​ອົບ​ຮົມ​ກຳ​ມະ​ກອນ​ກໍ່​ສ້າງ​ເປັນ​ເວ​ລາ 10 ມື້​ແລ້ວ, ໄປ​ເຮັດ​ວຽກ​ຢູ່​ສະ​ໜາມ​ກໍ່​ສ້າງ​ຢູ່​ຈຸດ​ຈັດ​ສັນ​ປະ​ຊາ​ຊົນ​ຜູ້​ຍົກ​ຍ້າຍ, ໄດ້​ຄ່າ​ແຮງ​ງານ 200 ຢວນ​ຕໍ່​ມື້; ຫຼັງ​ຈາກ​ເປີດ​ຮ້ານ​ຂາຍ​ເຄື່ອງ​ແລ້ວ ແຕ່​ລະ​ເດືອນ​ຈະ​ມີ​ລາຍ​ຮັບ 2000 ກວ່າຢວນ; ເຊົ່າ​ທີ່​ດິນ20 ມູ ເຊິ່ງ​ເປັນ​ຫົວ​ໜ່ວຍ​ວັດ​ແທກ​ເນື້ອ​ທີ່​ຂອງ​ຈີນ ຫຼື ປະ​ມານ1,3 ເຮັກ​ຕາ ເພື່ອ​ປູກ​ໝາກ​ຄາຍ, ໃນ​ແຕ່​ລະ​ປີ​ຈະ​ມີ​ລາຍ​ຮັບ 1 ໝື່ນຢວນ. ການ​ເຮັດ​ວຽກ​ຢູ່​ສວນ​ໝາກ​ໄມ້, ທຸກ​ມື້​ຈະ​ມີ​ຄ່າ​ແຮງ​ງານ 120 ຢວນ.  ປັດ​​ຈຸ​ບັນ​ຄອບ​ຄົວຂ້ອຍ​ສາ​ມາດ​​ມີ​ລາຍ​ຮັບ​ສະ​ເລ່ຍ 1ໝື່ນ 2 ພັນຢວນ​ຕໍ່​ຄົນ​ຕໍ່​ປີ.” ເມື່ອ​ເວົ້າ​ມາ​ເຖິງ​ຈຸດ​ນີ້, ທ້າວ​ຈີ​ຫາວ​ເຢ​ຊິວ​ອົດ​ມີ​ຮອຍ​ຍິ້ມ​ບໍ່​ໄດ້, ຢູ່​ເທິງ​ໃບ​ໜ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ແຫ່ງ​ຄວາມ​ສຸກ.

 

ຄຳ​ເຫັນ

0