刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ຄວາມອວຍ​ພອນປີ​ໃໝ່​ບຸນ​ກຸດ​ຈີນ​ຕໍ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ

2022-01-28 10:26:34 cri

ຕ​ອນ​ບ່າຍ​ວັນ​ທີ 26 ມັງ​ກອນ​ນີ້, ໃນ​ເວ​ລາ​ທີ່​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ບ້ານ​ຕ້ວນ​ຊຸ່ນ ເມືອງ​ເຟີນ​ຊີ່​ແຂວງ​ສ່ານ​ຊີ່, ຢູ່​ສະ​ໜາມຫຼວງວັດ​ທະ​ນະ​ທຳ​ຂອງ​ບ້ານ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ ຄວາມອວຍ​ພອນ​ປີໃໝ່​ບຸນ​ກຸດ​ຈີນ​ຕໍ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຂໍ​ອວຍ​ພອນ​ໃຫ້​ພີ່​ນ້ອງ​ປະ​ຊາ​ຊົນ​ຈົ່ງ​ມີ​ແຕ່​ຄວາມ​​ເປັນສິ​ລິ​ມຸງ​ຄຸນ​ໃນ​ປີ​ຂານ, ຈົ່ງ​ມີ​ຄວາມ​ສຸກ​ໃນ​ຄອບ​ຄົວ ແລະ ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ.

​ຂໍ​ຖື​ໂອ​ກາດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ເນື່ອງ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນ​ຕໍ່​ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ, ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ ແລະ ຊາວ​ຈີນ​ຕ່າງ​ດ້າວ. ຂໍ​ອວຍ​ພອນ​ໃຫ້​ທຸກ​ທ່ານ​ຈົ່ງ​ມີ​ແຕ່​ຄວາມ​ເປັນ​ສິ​ລິ​ມຸງ​ຄຸນ​ໃນ​ປີ​ຂານ, ມີ​ພະ​ລັງ​ຊີ​ວິດ​ຊີ​ວາ. ຂໍ​ອວຍ​ພອນ​ໃຫ້​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່​ຈົ່ງ​ມີ​ຄວາມ​ສວຍ​ສົດ​ງົດ​ງາມ, ​ດິນ​ຟ້າອາ​ກາດ​ເອື້ອ​ອຳ​ນວຍ, ປະ​ເທດ​ຊາດ​ມີ​ຄວາມ​ໝັ້ນ​ຄົງ ປະ​ຊາ​ຊົນ​ຢູ່​ດີ​ມີ​ສຸກ, ມີ​ຄວາມ​ສິ​ວິ​ໄລ​ ແລະ ຮັ່ງ​ມີ​ເຂັ້ມ​ແຂງ.”

ຄຳ​ເຫັນ

0