覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ

2022-01-29 16:34:25 cri


 

ນັບແຕ່ປີ2013ເປັນຕົ້ນມາ, ໃນໄລຍະກ່ອນບຸນກຸດຈີນແຕ່ລະປີ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ເດີນທາງໄປຢ້ຽມຢາມແລະຢື້ຢາມຖາມຂ່າວພະນັກງານແລະປະຊາຊົນຢູ່ຂັ້ນຮາກຖານ ເພື່ອອວຍພອນໄຊອັນປະເສີດເຖິງພີ່ນ້ອງປະຊາຊົນເນື່ອງໃນໂອກາດ ປີໃໝ່ບຸນກຸດຈີນຈະວຽນມາເຖິງ, ເຊິ່ງປີ​ນີ້ທ່ານໄດ້ລົງຢ້ຽມຢາມຂັ້ນຮາກ ຖານແບບນີ້ມາເປັນປີທີ 10 ແລ້ວ.

 

 ວັນທີ 26 ມັງກອນປີ2022ນີ້, ເຊິ່ງ​ຫ່າງ​ຈາກ​ບຸນ​ກຸດ​ຈີນ ບຸນ​ປີ​ໃໝ່​ຕາມ​ປະ​ເພ​ນີ​ຂອງ​ຈີນ​ຍັງ​ເຫຼືອ​ເວ​ລາ​ບໍ່​ຮອດ​ໜຶ່ງ​ອາ​ທິດ, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມ ແລະຢື້ຢາມຖາມຂ່າວພະນັກງານແລະປະຊາຊົນຂອງບ້ານເຟິງນານຢວນເມືອງໂຮ້ໂຈ່ວ ແລະບ້ານຕ້ວນຊຸ່ນ ເມືອງເຟິນຊີ່ ແຂວງສ່ານຊີ່ ທາງພາກເໜືອຂອງຈີນ.

 

 ເປັນຫຍັງ ທ່ານສີຈິ້ນຜິງຈິ່ງຕ້ອງໄປຢ້ຽມຢາມສອງບ້ານດັ່ງກ່າວນີ້ຂອງແຂວງສ່ານຊີ່ໃນໄລຍະກ່ອນບຸນກຸດຈີນໃກ້ຈະໝູນວຽນມາເຖິງ?

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_冯元南村2
 

ບ້ານເຟິງນານຢວນ

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_房子

ການສົມທຽບລະຫວ່າງເຮືອນຂອງຊາວບ້ານທີ່ພັງທະລາຍໃນໄພທຳມະຊາດກັບເຮືອນທີ່ສ້າງໃໝ່ຫຼັງໄພພິບັດ 

 ເຫດຜົນກໍຍ້ອນວ່າ ໃນເດືອນຕຸລາປີ2021 ຜ່ານມາ, ແຂວງສ່ານຊີ່ໄດ້ເກີດມີຝົນຕົກແຮງທີ່ສຸດນັບແຕ່ມີການບັນທຶກດ້ານອຸຕຸນິຍົມເປັນຕົ້ນມາ. ບ້ານເຟິງນານຢວນເມືອງໂຮ້ໂຈ່ວໄດ້ປະສົບໄພຢ່າງໜັກໜ່ວງ, ເຮືອນຢູ່ໃນບ້ານສ່ວນໃຫຍ່ເປັນເຮືອນກໍ່ດ້ວຍດິນຈີ່,ຫຼັງຄາເຮືອນມຸງດ້ວຍດິນ ທີ່ສ້າງຂຶ້ນເມື່ອຊຸມປີ1970, ຍ້ອນໄພທຳມະຊາດເທື່ອນັ້ນ, ເຮັດໃຫ້ທົ່ວບ້ານມີເຮືອນຂອງປະຊາຊົນ19ຄອບຄົວຈຳນວນ 29 ຫ້ອງໄດ້ພັງທະລາຍລົງ, ແລະເຮືອນຂອງປະຊາຊົນ 42 ຄອບຄົວຈຳນວນ 65 ຫ້ອງໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ.
 

 ຫຼັງຈາກເກີດໄພທຳມະຊາດແລ້ວ, ທາງການທ້ອງຖິ່ນໄດ້ຍົກຍ້າຍປະຊາຊົນອອກໄປສະຖານທີ່ປອດໄພເພື່ອລີ້ໄພຢ່າງວ່ອງໄວທັງໝົດ. ພາຍຫຼັງໄລຍະນ້ຳຍຶ່ງຜ່ານພົ້ນໄປແລ້ວ, ທາງການໄດ້ເລີ່ມປະຕິບັດການເຄື່່ອນໄຫວສ້າງສາຄືນໃໝ່ຫຼັງຈາກໄພພິບັດທັນທີ. ຈາກນັ້ນ 2 ເດືອນຕໍ່ມາ, ຊາວບ້ານຜູ້ປະສົບໄພໄດ້ຍ້າຍເຂົ້າໄປອາໄສຢູ່ເຮືອນໃໝ່ທັງໝົດ.

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_访问冯南元村村民
 

ວັນທີ 26 ມັງກອນປີ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມ ແລະຢື້ຢາມຖາມຂ່າວພະນັກງານແລະປະຊາຊົນຂອງບ້ານເຟິງນານຢວນເມືອງໂຮ້ໂຈ່ວ

 

ໃນເວລາບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ອົງການປົກຄອງທ້ອງຖິ່ນຍັງໄດ້ເພີ່ມເງິນອຸດໜູນຊື້ຖ່ານຫີນທີ່ສະອາດແລະປອດໄພຕໍ່ສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ໂດຍໄດ້ຈັດຊື້ອຸປະກອນສ້າງອາຍອຸ່ນໃຫ້ຊາວບ້ານຈຳນວນໜຶ່ງ ເພື່ອຮັບປະກັນໃຫ້ປະຊາຊົນທົ່ວບ້ານສາມາດຜ່ານລະດູໜາວໄປໄດ້ຢ່າງອົບອຸ່ນແລະປອດໄພ.

 

ໃນເວລາຢ້ຽມຢາມບ້ານເຟິງນານຢວນເມືອງໂຮ້ໂຈ່ວ, ທ່ານສີຈິ້ນຜິງກ່າວວ່າ: ຂ້າພະເຈົ້າຫ່ວງໃຍເຖິງປະຊາຊົນເຂດປະສົບໄພມາໂດຍຕະຫຼອດ, ມື້ນີ້ມາແຂວງສ່ານຊີ່, ບ່ອນທຳອິດກໍໄດ້ມາສະຖານທີ່ແຫ່ງນີ້, ກໍເພື່ອຢາກສຳຫຼວດສະພາບຕົວຈິງກ່ຽວກັບການສ້າງສາຄືນໃໝ່ຫຼັງຈາກເກີດໄພພິບັດ.

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_段村
 

ບ້ານຕ້ວນຊຸ່ນ

 

ບ່ອນທີສອງທີ່ທ່ານສີຈິ້ນຜິງໄປຢ້ຽມຢາມທ້ອງຖິ່ນໃນຄັ້ງນີ້ແມ່ນບ້ານຕ້ວນຊຸ່ນ ເມືອງເຟິນຊີ່ແຂວງສ່ານຊີ່. ບ້ານນີ້ຕັ້ງຢູ່ເຂດພູລວີລຽງ ເຊິ່ງເຄີຍເປັນໜຶ່ງໃນເຂດທຸກຍາກທີ່ສຸດທີ່ຕິດຈອດກັນເປັນບໍລິເວນກວ້າງຈຳນວນ 14 ແຫ່ງຂອງປະເທດຈີນ.
 

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_访问段村
 

   ຕອນບ່າຍວັນທີ 26 ມັງກອນປີ2022, ທ່ານສີຈິ້ນຜິງໄດ້ຢ້ຽມຢາມປະຊາຊົນຂອງບ້ານຕ້ວນຊຸ່ນ.

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_段村考察

ຕອນບ່າຍວັນທີ 26 ມັງກອນນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງບ້ານຕ້ານຊຸ່ນ ໂດຍໄດ້ເຈາະຈົງຮັບຮູ້ສະພາບການຕ່າງໆເຊັ່ນ: ການປັບປຸງແລະເສີມຂະຫຍາຍໝາກຜົນດ້ານການລຶບລ້າງຄວາມທຸກຍາກ, ການສືບຕໍ່ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ ແລະອື່ນໆ.
 

 “ຕ້ອງຖືເອົາການປັບປຸງແລະເສີມຂະຫຍາຍໝາກຜົນດ້ານການລຶບລ້າງຄວາມທຸກຍາກເຊື່ອມເຂົ້າຕໍ່ກັບການພັດທະນາຊົນນະບົດໃຫ້ຈະເລີນຢ່າງມີປະສິດທິຜົນ, ເພີ່ມທະວີການຕິດຕາມກວດກາແລະຊ່ວຍເຫຼືອປະຊາຊົນຕາມສະພາບຕົວຈິງໃນທຸກເວລາ.” ນີ້ແມ່ນຄຳເວົ້າຂອງທ່ານສີຈິ້ນຜິງ ຕອນທີ່ທ່ານໄປຢ້ຽມຢາມພະນັກງານແລະປະຊາຊົນບັນດາເຜົ່າຂອງແຂວງກຸ້ຍໂຈ່ວໃນໄລຍະກ່ອນບຸນກຸດຈີນປີ2021ຜ່ານມາ. ສ່ວນການສຳຫຼວດກວດກາວຽກງານພາຍໃນປະເທດຂອງທ່ານສີຈິ້ນຜິງໃນຫຼາຍປີຜ່ານມາ, ທ່ານໄດ້ເອົາໃຈໃສ່ຕໍ່ວຽກງານອຸດສາຫະກຳທີ່ມີສີສັນພິເສດ ເຊິ່ງເປັນທ່າແຮງຂອງທ້ອງຖິ່ນຕ່າງໆນັ້ນຢ່າງສະເໝີຕົ້ນສະເໝີປາຍ, ທ່ານກ່າວວ່າ: “ຊົນນະບົດຄັນຢາກພັດທະນາ, ການທີ່ຄັດເລືອກເອົາອຸດສາຫະກຳເພື່ອສ້າງຄວາມຮັ່ງມີໃຫ້ກັບປະຊາຊົນຕາມທ່າແຮງຂອງທ້ອງຖິ່ນຕົນນັ້ນແມ່ນເປັນຂໍກຸນແຈທີ່ສຳຄັນ.”

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_段村养殖业
 

ອຸດສາຫະກຳລ້ຽງສັດຂອງບ້ານຕ້ວນຊຸ່ນ

 

ສ່ວນວິທີການຂອງບ້ານຕ້ວນຊຸ່ນແມ່ນພັດທະນາອຸດສາຫະກຳເພື່ອສ້າງຄວາມຮັ່ງມີໃຫ້ປະຊາຊົນ, ຈາກທີ່ເຄີຍຖືເອົາການປູກສາລີເປັນຕົ້ນຕໍໃນເມື່ອກ່ອນ, ໄດ້ປ່ຽນມາເປັນການພັດທະນາອຸດສາຫະກຳຫຼາຍຢ່າງເຊັ່ນ ການປູກຝັງ, ການລ້ຽງສັດ, ການຜະລິດໄຟຟ້າດ້ວຍພະລັງານແສງຕາເວັນ ແລະອື່ນໆ. ປີ2021ຜ່ານມາ,ຊາວກະສິກອນທົ່ວບ້ານມີລາຍຮັບທີ່ສາມາດຈັບຈ່າຍ ໄດ້ສະເລ່ຍຕໍ່ຫົວຄົນບັນລຸເຖິງ 12.000 ຢວນ.
 

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_段村发电厂
 

ໂຮງຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຂອງບ້ານຕ້ວນຊຸ່ນ

 

ເມື່ອຫວນຄືນເຖິງການເຄື່ອນໄຫວສຳຫຼວດກວດກາວຽກງານຂອງ​ທ່ານ​ສີ​ຈິ້ນ​ຜິງຢູ່ທ້ອງຖິ່ນໃນໄລຍະກ່ອນບຸນກຸດຈີນໃນ 10 ປີຜ່ານມາ, ແມ່ນມີສອງຢ່າງທີ່ສາມາດສົມທຽບໃຫ້ເຫັນເຖິງການປ່ຽນແປງອັນຈະແຈ້ງຄື:

 

ທ້າຍປີ2012, ໃນ​ຍາມລະດູໜາວທີ່​ມີອາກາດໜາວຈັດ, ທ່ານສີຈິ້້ນຜິງໄດ້ແຂ່ງລົມໜາວແລະຍ່າງໄປຕາມທາງທີ່ປົກຫຸ້ມດ້ວຍຫິມະໄປຢ້ຽມຢາມສອງບ້ານຢູ່ເມືອງຟູ້ຜິງແຂວງເຫີເປີຍ. ເຊິ່ງເວລານັ້ນ, ເພິ່ນຫາກໍ່ຂຶ້ນດຳລົງຕຳແໜ່ງເປັນປະທານປະເທດ, ເພິ່ນໄດ້ເດີນທາງໄປສຳຫຼວດຄົ້ນຄວ້າສະພາບຕົວຈິງຂອງທ້ອງຖິ່ນທີ່ທຸກຍາກທີ່ສຸດພ້ອມດ້ວຍປະຊາຊົນຢູ່ເຂດນັ້ນ, ເຊິ່ງຖືເປັນການຄົ້ນຄວ້າເພື່ອກຽມຄວາມພ້ອມໃນການວາງແຜນຍຸດທະສາດເປີດບັ້ນລຶບລ້າງຄວາມທຸກຍາກທີ່ຍິ່ງໃຫຍ່.
 

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_阜平
 

ທ້າຍປີ2012, ທ່ານສີຈິ້ນຜິງໄດ້ຢ້ຽມຢາມປະຊາຊົນຜູ້ທຸກຍາກຂອງເມືອງຟູ້ຜິງ

 

 ຕອນນັ້ນຢູ່ເມືອງຟູ້ຜິງ, ທາງນ້ອຍໃນບ້ານແມ່ນເຕັມໄປດ້ວຍຂຸມ, ຍ່າງບໍ່ສະດວກທີ່ສຸດ. ຊາວບ້ານໄດ້ແກະແຂນທ່ານສີຈິ້ິນຜິງເພື່ອສົ່ງເພິ່ນອອກນອກເຮືອນ, ຊາວບ້ານໄດ້ບອກໃຫ້ທ່ານສີຈິ້ນຜິງຄ່ອຍໆຍ່າງແດ່, ສ່ວນເພິ່ນກໍໄດ້ເຕືອນຊາວບ້ານເຊັ່ນກັນວ່າ ຄ່ອຍໆແດ່, ທາງຍ່າງບໍ່ສະດວກ.

 

ນັບແຕ່ການລົງເຄື່ອນໄຫວຢ້ຽມຢາມຢູ່ເມືອງຟູ້ຜິງມາຮອດປັດຈຸບັນເວລາໄດ້ຜ່ານໄປແລ້ວເກືອບ10ປີ, ສ່ວນການຢ້ຽມຢາມແຂວງສ່ານຊີ່ໃນຄັ້ງນີ້, ທ່ານສີຈິ້ນຜິງກໍໄດ້ລົງໄປຢ້ຽມຢາມສອງບ້ານເຊັ່ນດຽວກັນ, ໂດຍໄດ້ສຸມໃສ່ການສຳຫຼວດສະພາບການຕ່າງໆເຊັ່ນ: ການປັບປຸງແລະເສີມຂະຫຍາຍໝາກຜົນດ້ານການລຶບ ລ້າງຄວາມທຸກຍາກ, ການສືບຕໍ່ຊຸກ​ຍູ້ການພັດທະນາຊົນນະບົດໃຫ້ຈະເລີນແລະອື່ນໆ. ທ່ານສີຈິ້ນຜິງໄດ້ເວົ້າກັບພີ່ນ້ອງປະຊາຊົນວ່າ: “ການຫັນເປັນທັນສະໄໝແມ່ນບໍ່ສາມາດປາສະຈາກການຫັນເປັນທັນສະໄໝດ້ານກະສິກຳແລະຊົນນະບົດໄດ້, ຕ້ອງຖືເອົາການປັບປຸງໝາກຜົນດ້ານການລຶບລ້າງຄວາມທຸກຍາກໃຫ້ເຊື່ອມຕໍ່ເຂົ້າກັບການພັດທະນາຊົນນະບົດໃຫ້ຈະເລີນຢ່າງມີປະສິດທິຜົນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊົນນະບົດກ້າວໄປສູ່ຄວາມທັນສະໄໝ ແລະມີຄວາມຫວັງຫຼາຍຂຶ້ນຊູ່ມື້”
 

ທ່ານສີຈິິ້ນຜິງລົງຢ້ຽມຢາມປະຊາຊົນຢູ່ຂັ້ນຮາກຖານໃນໄລຍະກ່ອນບຸນກຸດຈີນ_fororder_房源南村道路.jpeg
 

ເສັ້ນທາງໃນບ້ານເຟິງນານຢວນ

 

​ແຂວງສ່ານຊີ່ໃນທຸກມື້ນີ້, ເສັ້ນທາງຢູ່ຊົນນະບົດໄດ້ກັບ​ກາຍມາເປັນເສັ້ນທາງ​ລຽ​ບ​ທີ່​ທັງ​ກວ້າງ​ແລະ​ຮາບ​ພຽງ, ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ໄດ້ຍ້​າຍ​ໄປ​ອາໄສຢູ່​ໃນ​ເຮືອນ​ສ້າ​ງ​ໃໝ່​ທີ່​ປອດ​ໄພ​ແລະ​ອົບ​ອຸ່ນ, ອຸດ​ສາ​ຫ​ະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້ຊາວ​ບ້ານ​ທັງ​ຫຼາຍ.
 

 ນີ້​ຄືພາບ​ຫຍໍ້​ສອງ​ພາບ​ທີ່​ເກີດ​ຂຶ້ນ​ຢູ່​ບົນ​ເສັ້ນ​ທາງ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ສ່ວນ​ເສັ້ນ​ທາງ​ສາຍ​ນີ້​ບໍ່​ມີ​ຈຸດໝາຍ​ປາຍ​ທາງ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ບາດ​ກ້າວ​ຕໍ່​ໄປ,​ພວກ​ເຮົາ​ຍັງ​ຕ້ອງ​ເດີນ​ທາງ​ທີ່​ຍາວ​ໄກ​ອີກ, ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ​ໜຶ່ງ​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ແລ້ວ, ສຳ​ລັບ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ສູ້​ຊົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ​ສອງ​ກໍ​ໄດ້​ເລີ່ມ​ຕົ້ນຂຶ້ນ​ແລ້ວ, ພວກ​ເຮົາ​ຈະ​ສ້າງ​ສາປະເທດ​ສັງ​ຄົມ​ນິ​ຍົມ​​ທີ່ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ.”

ຄຳ​ເຫັນ

0