覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານເສີນ​ສ່ານເມືອງ​ຈິງ​ກ່າງ​ສ່ານ​ແຂວງ​​ຈ່ຽງຊີ່-1

2022-01-31 23:07:15 cri


 

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານເສີນ​ສ່ານເມືອງ​ຈິງ​ກ່າງ​ສ່ານ​ແຂວງ​ເຈີ້​ຈ່ຽງ-1_fororder_神山村今天

ບ້ານ​ເສີນ​ສ່ານ​ໃນ​ທຸກ​ມື້​ນີ້
 

“ຈັ່ງແມ່ນປ່ຽນແປງແບບໜ້າມືເປັນຫຼັງມືແທ້ໆ!”  ນີ້ິຄືຄຳເວົ້າທີ່ນັກຂ່າວໄດ້ຍິນຫຼາຍທີ່ສຸດຢູ່ບ້ານເສີນສ່ານ. ​ເມື່ອ​ເວົ້າ​ເຖິງ​ສາ​ເຫ​ດ​ທີ່​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ແບບ​ນີ້​ແມ່ນ​ຕ້ອງ​ຫວ​ນ​ຄືນ​ເຖິງ ວັນທີ 2 ກຸມພາປີ2016 ທີ່ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານເສີນສ່ານ.

 

ຊາວບ້ານທັງຫຼາຍຍັງຈື່ໄດ້ຢ່າງຄັກແນ່ວ່າ: ມື້ນັ້ນກົງກັບມື້ແຮມ 9 ຄ່ຳເດືອນ 12 ຕາມຈັນທະຄະຕິຈີນ, ຫ່າງຈາກວັນສິ້ນປີຫຼືມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃ​ໝ່ບຸນກຸດຈີນ ຍັງເຫຼືອເວລາບໍ່ຮອດ​ໜຶ່ງອາທິດ, ທ່ານສີຈິ້ນຜິງໄດ້ແຂ່ງອາກາດ​ທີ່​ໜາວຈັດເດີນທາງໄປເຖິງບ້ານເສີນສ່ານ ບ້ານນ້ອຍໆທີ່ທຸກຍາກຢູ່ເຂດພູດອຍ, ເພື່ອສົ່ງເຂົ້າຂອງເຄື່ອງໃຊ້ຍາມບຸນກຸດຈີນແລະອວຍພອນປີໃ​ໝ່ໃຫ້ພວກຊາວບ້ານ.

 

ຫຼາຍປີຜ່ານໄປແລ້ວ, ຄວາມຢື້ຢາມຖາມຂ່າວອັນສະໜິດ​ສະ​ໜົມ, ຄຳໃຫ້ກຳລັງໃຈອັນອົບອຸ່ນ ແລະຄຳສັ່ງສອນອັນດູດດື່ມຂອງທ່ານສີຈິ້ນຜິງໄດ້ຈາລຶກໄວ້ໃນ​ດວງໃຈຂອງພີ່ນ້ອງປະຊາຊົນບ້ານເສີນສ່ານ ຈົນໄດ້ກາຍເປັນຄວາມຊົງຈຳອັນສຸກໃຈທີ່ສຸດຂອງເຂົາເຈົ້າ.
 

​ພໍ່​ເຖົ້າເຜີງສຸ້ຍເສິ່ງ ​ອະ​ດີດເລຂາໜ່ວຍພັກບ້ານບໍ່ນຶກບໍ່ຝັນເລີຍວ່າ, ທ່ານສີຈິ້ນຜິງຈະເດີນທາງໄປບ້ານເສີນສ່ານ ເຊິ່ງເປັນບ້ານນ້ອຍໆທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກໃນປີນັ້ນ. ບ້ານນີ້ຕັ້ງຢູ່ເທິງພູສູງທີ່ສູງກວ່າລະດັບ​ໜ້ານ້ຳທະເລຢ່າງຫຼວງຫຼາຍ, ອຸນຫະພູມຕະຫຼອດປີແມ່ນຕ່ຳກວ່າ​ອຸນ​ຫະ​ພູມ​ຢູ່ຕີນພູຫຼາຍອົງສາ, ສະເລ່ຍແລ້ວ, ຊາວບ້ານແຕ່ລະຄົນມີເນື້ອທີ່ດິນປູກຝັງພຽງເຄິ່ງມູ ເຊິ່ງເປັນຫົວ​ໜ່ວຍວັດແທກເນື້ອທີ່ຂອງຈີນ ຫຼືປະມານ0.03ເຮັກຕາເທົ່ານັ້ນ, ຊາວບ້ານທັງຫຼາຍພາກັນ​ອອກ​ຈາກ​ບ້ານໄປເຮັດວຽກ​ຢູ່ຕ່າງຖິ່ນ, ປະຊາກອນທີ່ດຳລົງຊີວິດປະຈຳຢູ່ໃນບ້ານເຫຼືອພຽງ 26 ຄົນເທົ່ານັ້ນ.

 

   ​ພໍ່​ເຖົ້າເຜີງສຸ້ຍເສິ່ງ​ຫວນຄືນຫຼັງວ່າ: “ກ່ອນທີ່ທ່ານເລຂາທິການໃ​ຫຍ່​ມາ​ຢາມບ້ານເຮົາ, ຫິມະຕົກຫຼາຍມື້ລຽນຕິດ, ຫິມະ​ປົກ​ຫຸ້ມ​ແຄມທາງຫຼວງແຫ່ງຊາດທີ່ໃກ້ບ້ານແມ່ນມີຄວາມໜາກາຍຫົວເຂົ່າແລ້ວ, ຕົ້ນໄຜ່​ຢູ່ຂ້າງທາງຖືກຫິມະນ້ຳກ້າມ​ທັບ​​ເຕັງຈົນງໍລົງ.”  “ບໍ່ນຶກເລີຍວ່າ ທ່ານເລຂາທິການ​ໃຫຍ່ຈະແຂ່ງອາກາດທີ່​ໜາວຈັດມາຢາມບ້ານເຮົາ.”

 

ເມື່ອໄດ້ພົບກັບທ່ານເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນຜິງ, ​ພໍ່​ເຖົ້າເຜີງສຸ້ຍ​ເສິ່ງ​ໄດ້ຈັບມືເພິ່ນທັງເວົ້າດ້ວຍຄວາມ​ຕື່ນ​​ເຕັ້ນໃຈວ່າ:  “ອາກາດ​ໜາວ​ແບບນີ້, ເສັ້ນທາງຍາວໄກປານນີ້, ​ແຕ່ທ່ານຍັງເດີນທາງມາບ້ານທຸກ​ຍາກ​ເຂ​ດ​ພູ​ດອຍພວກເຮົາ, ນີ້ເປັນບຸນວາສະ​ໜາຂອງບ້ານ​ທຸກ​ຍາກພວກເຮົາ​ແທ້ໆ, ທ່ານ​ນ່າ ​​ຈັ່ງ​ແມ່ນ​ດີ​ເລີດ​ປະ​ເສີດ​ແທ້!”

 

​ ​ເມື່ອ​ຫວນ​ຄືນ​ເຖິງ​ສະ​ພາບ​ການ​ທີ່​ພົບກັບ​ທ່ານ​ສີ​ຈິ້ນ​ຜິງ,​ພໍ່​ເຖົ້າ​ເຜີງ​ສຸ້ຍ​ເຊິ່ງໄດ້ເລົ່າ​ສູ່​ຟັງ​ດ້ວຍ​ຮ້ອຍ​ຍີ້ມ​ຢ່າງ​ມີ​ຄວາມ​ສຸກວ່າ: “​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ໄດ້​ເອົາ​ສອງ​ມື​ຂອງ​ເພິ່ນ​ຈັບ​ມື​ຂ້ອຍ​ດ້ວຍໃບ​ໜ້າ​ຍີ້ມ​ແຍ້ມ​ແຈ່ມ​ໃສ ແລ້ວ​​ຄ່ອຍໆ​ຕົບ​ຫຼັງ​ມື​ຂ້ອຍ. ຝາ​ມື​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​​ແມ່ນອົບ​ອຸ່ນ​ຫຼາຍ.”

 

ພໍ່​ເຖົ້າ​ໂຈ​ຊິ້ວ​ຟ່າ ຄົນ​ຮຸ່ນ​ຫຼັງ​ຂອງ​ນັກ​ຮົບ​ກອງ​ທັບ​ແດງ​ຜູ້​ເສຍ​ສະ​ຫຼະ​ກໍ​ຮູ້​ສຶກ​ເຖິງ​ຄວາມ​ອົບ​ອຸ່ນ​ແບບ​ນີ້​ເຊັ່ນ​ດຽວ​ກັນ. ເມື່ອ​ແນມ​ເຫັນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຍ່າງ​ມາ​ຕາມ​ທາງ​ນ້ອຍ​ໃນ​ບ້ານ, ພໍ່​ເຖົ້າກັບ​ເມຍ​ແລະ​ຫຼານ​ຊາຍກໍ​ຟ້າວ​ໄປ​ຕ້ອນ​ຮັບ​ທ່ານທັນ​ທີ. ພໍ່​ເຖົ້າ​ຫວນ​ຄືນ​ຫຼັງ​ວ່າ: “ມື້​ນັ້ນ​ອາ​ກາດ​ໜາວ​ຫຼາຍ, ແຕ່​ມື​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອົບ​ອຸ່ນ​ຫຼາຍ. ຕອ​ນ​ຈັບ​ມື​ກັບ​ເພິ່ນ​, ນ້ຳ​ຕາ​ຂ້ອຍ​ເກືອບ​ຊຶມ​ອອກ​ມາ.”

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານເສີນ​ສ່ານເມືອງ​ຈິງ​ກ່າງ​ສ່ານ​ແຂວງ​ເຈີ້​ຈ່ຽງ-1_fororder_神山村-
 

​ທ່ານ​ສີ​ຈິ້ນ​ຜິງ​ຮ່ວມ​ກັບ​ຊາວ​ບ້ານຕຳເຂົ້າ​ເພື່ອ​ເຮັດ​ເຂົ້າ​ໜົມ"ສື​ປ່າ"

 

ພໍ່​ເຖົ້າ​ໂຈ​ຊິ້ວ​ຟ່າ​ເລົ່າ​ສູ່​ຟັງພາບ​ທີ່​ອົບ​ອຸ່ນ​ຕ່າງໆ​ໃນ​ມື້​ນັ້ນ​ວ່າ: “ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ເຫັນ​ພວກ​ຊາວ​ບ້ານ​ກຳ​ລັງ​ຕຳເຂົ້າ​ເພື່ອ​ເຮັດ​ເຂົ້າ​ໜົມ‘​ສື​ປ່າ’ຢູ່​ໜ້າ​ປະ​ຕູ​ເຮື​ອນ​ຂ້ອຍ, ​ເພິ່ນ​ກໍ​ເຂົ້າ​ໄປ​​ລອງຕຳ​ເຂົ້າ​ດ້ວຍ​ຕົນ​ເອງ ທັງ​ເວົ້າ​ຢອກວ່າ ‘ຄັນ​ຕຳ​ເຂົ້າ​ແບບ​ນີ້​ທຸກ​ມື້ ຍັງ​ສາ​ມາດ​ຫັດ​ກາຍ​ບໍ​ລິ​ຫານ​ໄດ້​ອີກ​ໄດ໋’,​ ຫຼັງ​ຈາກ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້ຍ່າງ​ເຂົ້າ​ໄປ​ໃນ​ເຮືອນ​ຂ້ອຍ, ກວດ​ເບິ່ງ​ສະ​ພາບ​ການ​ກຽມ​ເຂົ້າ​ຂອງ​ເຄື່ອງ​ໃຊ້​ຍາມ​ບຸນ​ກຸດ​ຈີນຢ່າງ​ລະ​ອຽດ,ຮັບ​ຮູ້​ສະ​ພາບ​ການ​ດັດ​ສ້າງ​ເຮືອນ​ດິນ​ແລ້ວ,ຖາມ​ຂ້ອຍ​ວ່າ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຍັງ​ບໍ່? ເພິ່ນ​ຍັງ​ໄດ້​ມອບ​ກະ​ເປົາ​ໜັງ​ສື​ແລະ​ເຄື່ອງ​ຮຽນ​ໃຫ້​ພວກ​ຫຼານ​ຂອງ​ຂ້ອຍ,ໃຫ້​ກຳ​ລັງ​ໃຈ​ເຂົາ​ເຈົ້າ​ວ່າ​ຈົ່ງ​ຕັ້ງ​ໃຈ​ຮ່ຳ​ຮຽນ,ເມື່ອ​ໃຫຍ່​ຂຶ້ນ​ແລ້ວ​ຈະ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ໄດ້​ໝົດ​ທຸກ​ຄົນ…”

 

ເມື່ອ​ໄດ້ເຫັນ​ນັກ​ຂ່າວ​ມາ​ຢ້ຽມ​ຢາ​ມ​ເອົາ​ຂ່າວ​ຢູ່​ບ້ານ, ລຸງ​ຈ່າງ​ເສີງ​ເຕີ ຊາວ​ບ້ານ​ບ້ານ​ເສີນ​ສ່ານ​ໄດ້​ຍ້ອ​ງ​ຍໍ​ຢ່າງ​ບໍ່​ເຊົາ​ປາກ​ວ່າ: “ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເອົາ​ໃຈ​ໃສ່​ນຳ​ພີ່​ນ້ອງ​ປະ​ຊາ​ຊົນ, ຈັ່ງ​ແມ່ນ​ເພິ່ນ​ເປັນ​ຜູ້​ນຳ​ທີ່​ດີ​ຂອງ​ປະ​ຊາ​ຊົນ!”
 

ທ່ານເລຂາທິການໃຫຍ່ເຄີຍຈັບມືກັບຂ້ອຍ: ຢ້ຽມຢາມບ້ານເສີນ​ສ່ານເມືອງ​ຈິງ​ກ່າງ​ສ່ານ​ແຂວງ​ເຈີ້​ຈ່ຽງ-1_fororder_2016年2月2日慰问张成德一家
 

ວັນ​ທີ 2 ກຸມ​ພາ​ປີ2016, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມ​ຢາມ​ເຮືອນ​ຂອງ​ລຸງ​ຈ່າງ​ເສີງ​ເຕີ

 

ຕອນ​ທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄປ​ເຖິງ​ປະ​ຕູ​ເຮືອນ​ລຸງ​ຈ່າງ​ເສີງ​ເຕີ, ລຸງ​ພ້ອມ​ກັບ​ເມຍ​ໄດ້​ຈູງ​ແຂນ​ທ່ານ​ສີ​ຈິ້ນ​ຜິງ​ຄົນ​ລະ​ເບື້ອງ​ເຊີນ​ເຂົ້າ​ເຮືອນ. ປ້າ ເຜີງ​ເຊ້ຍ​ຢີ່ງ ເມຍ​ຂອ​ງ​ລຸງ​ຈ່າງ​ເສີງ​ເຕີ​ຫວນ​ຄືນ​ຫຼັງ​ວ່າ: “ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເພິ່ນ​ນັ່ງ​ຢູ່​ຂ້າງ​ໂຕະ​ໃນ​ຫ້ອງ​ໂຖງ, ຮ່ວມ​ກັບ​ສອງ​ຜົວ​ເມຍ​ຂ້ອຍ​ຄິດ​ໄລ່​ລາຍ​ຮັບ​ລາຍ​ຈ່າຍ​ຂອງ​ຄອບ​ຄົວ, ເພິ່ນ​ໄດ້​ຖາມ​ວ່າ ໃນ​ບ້ານ​ໄດ້​ປູກ​ພືດ​ຫຍັງ? ໄດ້​ລ້ຽງ​ສັດ​ຫຍັງ? ດ້ານ​ການ​ກິນ​ການ​ຢູ່​ການ​ນຸ່ງ​ຖື​ແລະ​ການ​ເດີນ​ທາງ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຍັງຫຼື​ມີ​ຄວາມ​ຕ້ອງ​ການ​ຫຍັງ​ບໍ່? ເພິ່ນ​ຍັງ​ໄດ້​ຊິມ​ເຂົ້າ​ໜົມ ‘ມີ໋​ໂກ’ ​​ທີ່​ເຮັດ​ດ້ວຍ​ແປ້ງ​ເຂົ້າ​ໜຽວທີ່​ຫາ​ກໍ່​ໜຶ້ງ​ສຸກ​ໃໝ່​ແບບ​ສົດໆ​ຮ້ອນ​ໆ​ໃນ​ເຮືອນ. ຫຼັງ​ຈາກ​ນັ້ນ, ເພິ່ນ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ດ້ານ​ໃນ​ເປີດ​ເບິ່ງວ່າ​ໂທ​ລະ​ພາບ​ສາ​ມາດ​ເບິ່ງ​ລາຍ​ການ​ໄດ້​ຈັກ​ຊ່ອງ, ​ພ້ອມທັງ​ຈັບ​ຜ້າ​ຫົ່ມ​ຢູ່​ເທິງ​ຕຽງ​ແລະ​ຖາມ​ວ່າ​ຜ້າ​ຫົ່ມ​ໃນ​ຍາມ​ກາງ​ຄືນ​ຫົ່ມ​ອົບ​ອຸ່ນ​​ບໍ່? ​ເພິ່ນ​ຍັງ​ໄດ້​ໄປ​ລອງ​ເປີດ​ນ້ຳ​ໃນ​ຫ້ອງ​ນ້ຳ​ວ່າ​ໃຊ້​ສະ​ດວກ​ຫຼື​​ບໍ່? ແລະ​ຍັງ​ໄດ້​ໄປ​ກວດ​ເບິ່ງ​ຄອກ​ແ​ບ້​ແລະ​ສະ​ລ້ຽງ​ສະ​ລາ​ແມນ​ເດີ​ອີກ​ດ້ວຍ.

 

​ປ້າ ເຜີງ​ເຊ້ຍ​ຢິ່ງ ເລົ່າ​ຄືນ​ຫຼັງ​ຕື່ມ​ວ່າ: “ໃນ​ເວ​ລາກ່າວ​ອຳ​ລາ, ຂ້ອຍໄດ້​ເວົ້າ​ວ່າ: ‘ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ປົກ​ຄອງ​ບ້ານ​ເມືອງໄດ້​ດີ​ຫຼາຍ, ປະ​ຊາ​ຊົນ​ພວກ​ເຮົາ​ຮູ້​ສຶກ​ມີ​ຄວາມ​ສຸກ​ຫຼາຍ!’, ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່​ກໍ​ຕອບ​ວ່າ ‘ປະ​ເທດ​ຊາດ​​ຂອງພວກ​ເຮົາ​ແມ່ນ​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ພະ​ນັກ​ງານ​ການ​ນຳ​ທຸກ​ຄົນ​ເຊິ່ງ​ລວມ​ທັງ​ຂ້າ​ພະ​ເຈົ້າ​ເອງ​ລ້ວນ​ແຕ່​ເປັນ​ຜູ້​ຮັບ​ໃຊ້​ປະ​ຊາ​ຊົນ.’ ເມື່ອ​ໄດ້​ຟັງ​ຄວາມ​ນີ້​ແລ້ວ, ຂ້ອຍ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ, ຄົນ​ທັງ​ຫຼາຍ​ຢູ່​ອ້ອມ​ຂ້າງ​ກໍ​ພາ​ກັນ​ຕົບ​ມື​ຊົມ​ເຊີຍ.

 

ມາ​ຮອດປັດ​ຈຸ​ບັນ ຫ່າງ​ຈາກ​ໄລ​ຍະ​ທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄປ​ສຳ​ຫຼວດກວ​ດ​ກາ​ວຽກ​ງານ​ຢູ່​ເມືອງ​ຈິງ​ກ່າງ​ສ່ານ​ແມ່ນ​ໄດ້ 5 ປີ​ປາຍ​ແລ້ວ, ແຕ່​ວ່າ​ທຸກ​ເທື່ອ​ທີ່​ຫວນ​ຄືນ​ເຖິງ​ສະ​ພາບ​ການ​ໃນ​ຕອນ​ນັ້ນ, ທ່ານ ລານ​ເຊິ້ງ​ຮ​ວາ ອະ​ດີດ​ເລ​ຂາ​ຄະ​ນະ​ພັກ​ຕາ​ແສງ​ເໝົາ​ຜິງ, ກຳ​ມະ​ການ​ປະ​ຈຳ​ຄະ​ນະ​ພັກ​ເມືອງ​ຈິງ​ກ່າງ​ສ່ານ​ໃນ​ປັດ​ຈຸ​ບັນ​ຍັງ​ຮູ້​ສຶກ​ຕື່ນ​ເຕັ້ນ​ໃຈ​ຈົນ​ອົດ​ກັ້ນ​ບໍ່​ໄດ້, ທ່ານ​ກ່າວ​ວ່າ: “ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ລົງ​ສູ່​ຂັ້ນ​ຮາກ​ຖານ,ລົງ​ໄປ​ຢ້ຽມ​ຢາມ​ບ້ານ​ທຸກ​ຍາກ​ຢູ່​ເຂດ​ພູ​ດອຍ ໂດຍ​ໄດ້​ໂອ້​ລົມ​ກັບ​ພີ່​ນ້ອງ​ປະ​ຊາ​ຊົນ​ຢ່າງ​ໃກ້​ຊິດ​ຕິດ​ແທດ​ແລະ​ເປັນ​ກັນ​ເອງ, ຄວາມ​ເວົ້າ​ແບບ​ສະ​ໜິດ​ສະ​ໜົມ​​ໄດ້​ເຮັດ​ໃຫ້​ພະ​ນັກ​ງານ​ບ້ານ​ແລະ​ພີ່​ນ້ອງ​ປະ​ຊາ​ຊົນ​ບ້ານ​ເສີນ​ສ່ານ​ຮູ້​ສຶກ​ອົບ​ອຸ່ນ​ຫຼາຍ.”

 

ຄຳ​ເຫັນ

0