徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜີງກ່າວເນັ້ນວ່າຕ້ອງປະຕິບັດຕາມຍຸດທະສາດການບໍລິຫານກອງທັບດ້ວຍກົດໝາຍ ຍົກສູງລະດັບການປ້ອງກັນປະເທດແລະການສ້າງກອງທັບດ້ວຍການບໍລິຫານຕາມກົດໝາຍ

2022-03-08 14:54:58 cri

 

ທ່ານສີຈິ້ນຜີງກ່າວເນັ້ນວ່າຕ້ອງປະຕິບັດຕາມຍຸດທະສາດການບໍລິຫານກອງທັບດ້ວຍກົດໝາຍ ຍົກສູງລະດັບການປ້ອງກັນປະເທດແລະການສ້າງກອງທັບດ້ວຍການບໍລິຫານຕາມກົດໝາຍ_fororder_1128448091_16466559028371n

ຕາມຂ່າວCRI: ວັນທີ 7 ມີນານີ້, ທ່ານສີຈິ້ນຜີງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວເນັ້ນໃນເວລາເຂົ້າຮ່ວມກອງປະຊຸມຄົບຄະນະຂອງຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນແລະກອງຕຳຫຼວດປະກອບອາວຸດປະຊາຊົນຈີນທີ່ມາເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ວ່າ: ການຄຸ້ມຄອງກອງທັບຕາມກົດໝາຍແມ່ນພື້ນຖານດ້ານການສ້າງແລະການບໍລິຫານກອງທັບຂອງພວກເຮົາ, ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນການບັນລຸເປົ້າໝາຍເພື່ອເຮັດໃຫ້ກອງທັບມີຄວາມເຂັ້ມແຂງກວ່າເກົ່າໃນຍຸກໃໝ່. ຕ້ອງປະຕິບັດຕາມຍຸດທະ

ສາດການບໍລິຫານກອງທັບໂດຍອີງຕາມກົດໝາຍ, ຍົກສູງລະດັບການປ້ອງກັນປະເທດແລະການສ້າງກອງທັບດ້ວຍການບໍລິຫານຕາມກົດໝາຍ, ເພື່ອຮັບປະກັນໃຫ້ດການບໍລິຫານກອງທັບຕາມກົດໝາຍມີປະສິດທິພາບແລະໃນການຊຸກຍູ້ວຽກງານກອງທັບໃຫ້ມີຄວາມເຂັ້ມແຂງກວ່າເກົ່າ.

ຄຳ​ເຫັນ

0