蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ຈີນ ຝ​ຣັ່ງ ເຢຍ​ລະ​ມັນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດຜ່ານ​ທາງວິ​ດີ​ໂອ

2022-03-09 14:19:12 CRI

ຜູ້​ນຳ​ຈີນ ຝ​ຣັ່ງ ເຢຍ​ລະ​ມັນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດຜ່ານ​ທາງວິ​ດີ​ໂອ_fororder_xijinping

ຕອນ​ບ່າຍ​ຂອງວັນ​ທີ 8 ມີ​ນານີ້, ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ທ່ານ​ເອມ​ມາ​ນູແອນ​ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ແລະ​ທ່ານ​ໂອ​ລັ​​ຟ ໂຊນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຜ່ານ​ທາງວິ​ດີ​ໂອ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ຈີນ​ແລະ​ເອີ​ຣົບ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ຫຼາຍ​ດ້ານ​ ເຊັ່ນ: ການ​ຮັກ​ສາ​ສັນ​ຕິ​ພາບ ການສະ​ແຫວງ​ຫາ​ການ​ພັດ​ທະ​ນາ ການ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ​ອື່ນໆ. ສອ​ງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ກັນ, ຍຶດ​ໝັ້ນໃນ​ການ​ຮ່ວມ​ມືກັນ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ເອີ​ຣົບ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ. ສອງ​ຝ່າຍ​ຄວນ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ ເຊັ່ນ: ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ ການ​ພົ​ວ​ພັນ​ຄູ່​ຮ່ວມມື​ດ້ານ​ດີ​ຈີ​ຕອນ ແລະ​ອື່ນໆ ບົນ​ພື້ນ​ຖານ​ຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຍຶດ​ໝັ້ນໃນ​ລັດ​ທິ​ຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ສຳ​ຄັນ​ຂອງ​ໂລກ.

ທ່ານ​ເອມ​ມາ​ນູແອນ​ ມາ​ຄ​ຣົງ ແລະ​ທ່ານ​ໂອ​ລັ​ຟ ໂຊນ​ກ່າວ​ວ່າ: ຝ່າຍ​ເອີ​ຣົບ​ໃຫ້​ຄວາມ​ສຳ​ຄັນຢ່າງ​ສູງ​ທີ່​ປະ​ເທດ​ຈີນໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ແລະ​ຕັ້ງ​ໜ້າ​ໃນ​ວຽກ​ງານ​ສາ​ກົນ, ຝ່າຍ​ເອີ​ຣົບ​ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ຈີນ, ຈັດ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ເອີ​ຣົບ​ແລະ​ຈີນ​ໃຫ້​ດີ, ຊຸກ​ຍູ້​ການ​ພົວ​ພັນ​ຝຣັ່ງ-ຈີນ ເຢຍ​ລະ​ມັນ-ຈີນ ແລະ​ເອີ​ຣົບ-ຈີນ​ໃຫ້ຂະ​ຫຍາຍຕົວ​ໄປ​ໜ້າ​ຢ່າງບໍ່​ຢຸດຢັ້ງ.

ສອ​ງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການທີ່​ເຄັ່ງ​ຮ້ອນ​ຢູ່​ອູ​ແກຼນ​ໃນ​ປະ​ຈຸ​ບັນ. ນອກນີ້, ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ອີ​ຣານ.

ຜູ້​ນຳ​ຈີນ ຝ​ຣັ່ງ ເຢຍ​ລະ​ມັນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດຜ່ານ​ທາງວິ​ດີ​ໂອ_fororder_xijinping22

 

ຄຳ​ເຫັນ

0