赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ມາ​ເລ​ເຊຍ​ເລີ່ມປະ​ຕິ​ບັດ​ອັດ​ຕາ​ພາ​ສີ​ຕາມ​ສັນ​ຍາ RCEP

2022-03-19 14:53:24 cri

ຈີນ-ມາ​ເລ​ເຊຍ​ເລີ່ມປະ​ຕິ​ບັດ​ອັດ​ຕາ​ພາ​ສີ​ຕາມ​ສັນ​ຍາ RCEP_fororder_rcep

ເລີ່ມ​ແຕ່ມື້ນີ້ ຄື ວັນ​ທີ 19 ມີ​ນາ 2022 ເປັນ​ຕົ້ນ​ໄປ ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ໄດ້​ເລີ່ມ​ມີຜົນບັງຄັບໃຊ້ເປັນ​ທາງ​ການ​ຢູ່​ປະ​ເທດ​ມາ​ເລ​ເຊຍ ໂດຍ​ໃນ​ 15 ຝ່າຍ​ທີ່​ເຊັນ​ສັນ​ຍາ​ດັ່ງ​ກ່າວ, ປະ​ຈຸ​ບັນ ຍັງ​ເຫຼືອ​ແຕ່​ອິນ​ໂດ​ເນ​ເຊຍ, ມຽນ​ມາ ແລະ​ຟິ​ລິບ​ປິນ ຍັງ​ບໍ່​ທັນ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ.

ອີງ​ຕາມ​ສັນ​ຍານີ້, ເລີ່ມ​ແຕ່​ວັນ​ທີ 19 ມີ​ນານີ້​ເປັນ​ຕົ້ນ​ໄປ, ຈີນ​ຈະ​ເກັບ​ພາ​ສີ​ຕາມ​ອັດ​ຕາ​ພາ​ສີ​ປີ​ທຳ​ອິດ​ທີ່​ກຳ​ນົດ​ໃນ​ສັນ​ຍາ​ດັ່ງ​ກ່າວ​ສຳລັບປະເທດສະມາຊິກທັງໝົດຂອງອາຊຽນຕໍ່​ສິນຄ້າຈຳ​ນວນ​ໜຶ່ງ​ທີ່​ນຳ​ເຂົ້າ​ຈາກ​ມາ​ເລ​ເຊຍ. ອີງ​ຕາມ​ສັນ​ຍາ, ຈີນ​ແລະ​ເມ​ເລ​ເຊຍ​ແມ່ນ​ໄດ້​ເພີ່ມ​ການ​ເປີດຕະ​ຫຼາດ​ຕື່ມ​ບົນ​ພື້ນ​ຖານ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ, ສະ​ນັ້ນ ສິນ​ຄ້າ​ບາງ​ຢ່າງ​ຈະ​ໄດ້​ຮັບສິດ​ພິ​ເສດ​ດ້ານ​ພາ​ສີ​ອັນ​ໃໝ່.

ມາ​ເລ​ເຊຍ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ທີ​ສອງ​​ຂອງ​ຈີນໃນບັນ​ດາ​ປະ​ເທດ​ອາ​ຊຽນ, ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ມາ​ເລ​ເຊຍໃນຮອບ 13 ປີຜ່ານ​ມາ. ຕາມ​ສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ສະ​ແດງ​ໃຫ້​ເຫັນ​ວ່າ, ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ 2022 ການ​ຄ້າ​ຈີນ-ມາ​ເລ​ເຊຍ​ໄດ້ບັນ​ລຸ​ມູນ​ຄ່າ 29 ຕື້ 450 ລ້ານໂດລາສະຫະຣັດ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 28,1%.

ຄຳ​ເຫັນ

0