黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍຊ່ຽວຊານແພດພື້ນເມືອງຈີນເດີນທາງໄປຊ່ວຍກຳປູເຈຍກຳປູເຈຍດ້ານໂຄວິດ-19

2022-03-19 14:56:12 cri

ໜ່ວຍຊ່ຽວຊານການແພດພື້ນເມືອງຈີນເດີນທາງໄປເຖິງກຳປູເຈຍ_fororder_91529822720e0cf3e302825c02d4f915bf09aa38

ຕາມ​ຂ່າວ CMG: ຕອນ​ບ່າຍ​ວັນ​ທີ 16 ມີ​ນາ​ນີ້, ໜ່ວຍ​ຊ່ຽວ​ຊານ​​ແພດ​ພື້ນ​ເມືອງ​ຈີນຕ້ານ​​ພະ​ຍາດ​ໂຄວິດ-19 ໄດ້​ເດີນ​ທາງ​ໄປ​ເຖິງ​ສະ​ໜາມ​ບິນ​ສາ​ກົນ​​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ. ທ່ານນາງ​​ສວີ​ເຟີ້ງ​ສິນ ຫົວ​ໜ້າ​ໜ່ວຍ​ຊ່ຽວ​ຊານ​ກ່າວ​ວ່າ, ໜ້າ​ທີ່​ຂອງ​ໜ່ວຍ​ຊ່ຽວ​ຊານ​ຕ້ານພະ​ຍາດ​ໂຄວິດ-19 ຂອງ​ຈີນ​ແມ່ນ​ແບ່ງ​ປັນ​ບົດ​ຮຽນ​ຕ້ານ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ໃຫ້​ແກ່​ກຳ​ປູ​ເຈຍ, ແລກ​ປ່ຽນ​ວິ​ຊາ​ການ​ກັບ​ຝ່າຍ​ກຳ​ປູ​ເຈຍແລະ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທ່ານ ໂອມ ໂບ​ຣະ​ຣົ​ສ໌ ເລ​ຂາ​ທິ​ການ​ວຽກ​ງານ​ແຫ່ງ​ລັດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ກ່າວ​ວ່າ, ກ່ອ​ນ​ໜ້າ​ນີ້, ການ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ກຳ​ປູ​ເຈຍ. ປະ​ເທດ​ຈີນ​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ພື້ນ​ເມືອງ​ຈີນ​ມາ​ກຳ​ປູ​ເຈຍ​ເທື່ອ​ນີ້, ​ຈະ​ນຳ​ເອົາ​ເຕັກ​ນິກ​ໃໝ່​ດ້ານ​​ປິ່ນ​ປົວ​ພະ​ຍາດ​​ໃຫ້​ແກ່​ກຳ​ປູ​ເຈຍ, ກໍ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຖືກ​ຕ້ອງ.

ໃນ​ເວ​ລາ 2 ເດືອນ​ຕໍ່​ໜ້າ, ໜ່ວຍ​ຊ່ຽວ​ຊານ​ຈະ​ປະ​ຈຳ​ຢູ່​ໂຮງ​ໝໍ​ມິດ​ຕະ​ພາບຈີນ-ກຳ​ປູ​ເຈຍຄົ​ສ​ມັກເພື່ອ​ດຳ​ເນີ​ນ​ວຽກ​ງານ​ການ​ຊ່ວຍ​ເຫຼືອ. ຫຼັງ​ຈາກ​ນັ້ນ​ຈີນ​ຍັງ​ຈະ​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ຕ້ານ​ພະ​ຍາດ​ໂຄວິດ-19 ໄປ​ເຮັດ​ວຽກ​ຢູ່​ກຳ​ປູ​ເຈຍ​ອີກ.

ຄຳ​ເຫັນ

0