赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຜູ້​ໃດ​ເປັນ​ຜູ້​ຜູກ ຜູ້​ນັ້ນ​ເປັນ​ຜູ້​ແກ້​” ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ສະ​ແດງ​ຄວາມ​ຈິງ​ໃຈ​ໃຫ້​ທົ່ວ​ໂລກ​ໄດ້​ເຫັນ

2022-03-19 17:32:17 cri

图片默认标题_fororder_X

ໃນ​ເວ​ລາ​ພົບ​ປະ​​ສົນ​ທະ​ນາກັນ​ກັບ​ທ່ານ​​ໄບ​ເດັນປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຜ່ານ​ທາງວິ​ດີ​ໂອ​ໃນ​ວັນ​ທີ 18 ມີ​ນານີ້ ທ່ານ​ສີ​ຈິ້ນ​ຜິງ​​ປະ​ທານ​ປະ​ເທດ​ຈີນກ່າວ​ວ່າ, “ພວກເຮົາບໍ່ພຽງແຕ່ ຕ້ອງ​ສຳ​ພາສາຍພົວພັນຈີນແລະອາເມຣິກາໃຫ້ ຂະຫຍາຍຕົວໄປໜ້າຕາມ ​ທິດທາງທີ່ຖືກຕ້ອງເທົ່ານັ້ນ, ແຕ່ຍັງຄວນແບກຫາບໜ້າທີ່ຮັບຜິດຊອບ ສາກົນເທົ່າທີ່ຄວນ, ແລະທຳຄວາມພະຍາຍາມ ເພື່ອສັນຕິພາບ ແລະ ຄວາມ ສະຫງົບຂອງໂລກ.”

ປະ​ຈຸ​ບັນ, ຍ້ອນ​ກຸ່ມ​ນາ​ໂຕ​ທີ່​ນຳ​ພາ​ໂດຍອາ​ເມ​ຣິ​ກາ​​ໄດ້​ຍຸ​ແຍ່​ຢູ່​ບໍ່​ເຊົາ ເຮັດ​ໃຫ້​ການ​ປະ​ທະ​ກັນ​ທາງ​ການ​ທະ​ຫານ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອູ​ແກ​ລນ​​ຍັງ​ສືບ​ຕໍ່​ໄປ, ແຕ່​ອາ​ເມ​ຣິ​ກາ​ທີ່​ເປັນ​ຜູ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ອູ​ແກ​ລນຄັ້ງ​ນີ້​ບໍ່​ເອົາ​ຫົວ​ຊາ​ນຳ​ພັນ​ທະ​ໜ້າ​ທີ່​ຂອງ​ຕົນ​ເອງ, ຍັງ​ໃຊ້​ມາດ​ຕະ​ການ​ໄມ້​ແຂງ​ຂົ່ມ​ຂູ່, ​ຫັນ​ເຫ​ຄວາມ​ຂັດ​ແຍ້ງພາຍ​ໃນ​ປະ​ເທດ ແລະ​ສວຍ​ໂອ​ກາດ​ຫາ​ຜົນ​ປະ​ໂຫຍດ, ເຮັດ​ໃຫ້​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ ແລະ​ສັນ​ນ​ຕິ​ພາບ​ຂອງ​ໂລກ​ຜະ​ເຊີນ​ກັບ​​ສິ່ງ​ທ້າ​ທາຍ​ຫຼາຍກວ່າ​ເກົ່າ. ​ສະ​ນັ້ນ ການ​ສົນ​ທະ​ນາ​ທາງ​ອອນ​ລາຍລະ​ຫວ່າງ​ປະ​ມຸກ​ລັດ​ຈີນ-ອາ​ເມ​ຣິ​ກາຈິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ທັງ​ສອງ​ປະ​ເທດ​ແລະ​ຕໍ່​ທົ່ວ​ໂລກ.

ໃນ​ເວ​ລາ​​ສົນ​ທະ​ນາກັນ, ທ່ານ​ໂຈ​​ໄບ​ເດັນ​ໄດ້​ກ່າວ​ເນັ້ນ​ວ່າ, ອາ​ເມ​ຣິ​ກາ​ຈະ​ບໍ່​ກໍ່​ສົງ​ຄາມ​ເຢັນ​ຄັ້ງ​ໃໝ່​ກັບ​ຈີນ, ບໍ່​ສະ​ແຫວງ​ຫາ​ປ່ຽນ​ແປງ​ລະ​ບອບ​ການ​ເມືອງ​ຂອງ​ຈີນ, ບໍ່​ຄັດ​ຄ້ານ​ຈີນ​ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ກັບ​ພັນ​ທະ​ມິດ​ຕ່າງໆ, ບໍ່​ສະ​ໜັບ​ສະ​ໜູນ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ, ບໍ່​ເຈດ​ຕະ​ນາ​ກໍ່​ການ​ປະ​ທະ​ກັບ​ຈີນ. ທ່ານ​ສີ​ຈິ້ນ​ຜິງ​ກໍ່​ໄດ້​ສະ​ແດງ​​ການ​ໃຫ້ຄວາມສຳ​ຄັນ​ຢ່າງ​ສູງ​​ຕໍ່​ການ​ສະ​ແດງ​ທ່າ​ທີ​​ດັ່ງ​ກ່າວຂອງ​ທ່ານ​ໄລ​ເດັຍ​, ແລະ​ຊີ້​ອອກວ່າ, ສາ​ເຫດ​ທີ່​ພາ​ໃຫ້​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ຕົກ​ຢູ່​ໃນ​ສະພາບ​ຄື​ໃນປະ​ຈຸ​ບັນ ແມ່ນ​ຍ້ອນ​ວ່າ​ອາ​ເມ​ລິ​ກາ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​​ທີ່​ກ່ຽວ​ຂ້ອງຂອງ​ຕົນ, ເຊິ່ງ​ກໍ່​​ຊີ້​ໃຫ້​ເຫັນ​ຄວາມ​ເຂົ້າ​ໃຈ​ຜິດ​ຢ່າງ​ເລິກ​ເຊິ່ງ​ຂອງ​ອາ​ເມ​ລິ​ກາ​ທີ່​ຖືກ​ຈີນ​ເປັນ “ສັດ​ຕູ​ສົມ​ມຸດ”.

ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບາງ​ຄົນ​ໄດ້​ສົ່ງ​ສັນ​ຍານ​ຜິດ​ພາດ​ໃຫ້​ແກ່​ອິດ​ທິ​ກຳ​ລັງ “ແບ່ງ​ແຍກ​ໄຕ້​ຫວັນໃຫ້​ເປັນ​ເອ​ກະ​ລາດ”, “ນີ້​ແມ່ນອັນ​ຕະ​ລາຍ​ທີ່​ສຸດ”. ທ່ານ​ເນັ້ນ​ໜັກ​ວ່າ​ຖ້າ​ວ່າ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ບໍ່​ເໝາະ​ສົມ, ຈະ​ທຳ​ລາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ຈາກ​ຂັ້​ນ​ພື້ນ​ຖານ. ອາ​ເມ​ຣິ​ກາ​ຕ້ອງ​ເອົາ​ໃຈ​ໃສ່​ບັນ​ຫາ​ດັ່ງ​ກ່າວ​ຢ່າງ​ພຽງ​ພໍ, ຕ້ອງ​ລະ​ມັດ​ລະ​ວັງ​ໃນ​ດ້ານ​ວາ​ຈາ​ແລະ​ການ​ກະ​ທຳ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ຜົນ​ກະ​ທົບຕໍ່​ຕົນ​ເອງ.

ໃນ​ເວ​ລາ​ເວົ້າ​ເຖິງວິ​ກິດ​ການ​ອູ​ແກຼນ, ທ່ານ​ສີ​ຈິ້ນ​ຜິງ ເນັ້ນໄດ້​ໜັກ​ອີກວ່າ: “ວຽກ​ງານ​ອັນ​ຮີບ​ດ່ວນ​ທີ່​ສຸດ” ແມ່ນ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ, ຫຼີກ​ເວັ້ນ​ບໍ່​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​ດ້ານມະ​ນຸດ​ສະ​ທຳ, ບັນ​ລຸ​​ເປົ້າ​ໝາຍ​ການຢຸດ​ຍິງ​ກັນ​ໂດຍ​ໄວ. “ວິ​ທີ​ແກ້​ໄຂ​ໄລ​ຍະ​ຍາວ​” ແມ່ນ​ປະ​ເທດ​ໃຫຍ່​ຄວນ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ປະ​ຖິ້ມ​ແນວ​​ຄິດ​ສົງ​ຄາມ​ເຢັນ, ປະ​ຖິ້ມ​ການ​ເປັນ​ປໍ​ລະ​ປັກ​ກັນ, ສ້າງ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ທີ່​ດຸນ​ດ່ຽງ, ມີ​ປະ​ສິດ​ທິ​ຜົນ​ແລະ​ແບບ​ຍືນ​ຍົງ. ແຜນ​ການ​ດັ່ງ​ກ່າວ​ມີ​ຫຼັກ​ໝັ້ນ​ແລະ​ຫຼັກ​ການ, ທັງ​ມີ​ວິ​ທີ​ແກ້​ໄຂ​ລະ​ອຽດ; ມີ​ວິ​ທີ​ແກ້​ໄຂ​ໃນໄລ​ຍະ​ສັ້ນ​ທັງ​ມີ​ວິ​ທີ​ແກ້​ໄຂ​ໃນ​ໄລ​ຍະ​ຍາວ; ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ເອົາ​ໃຈ​ໃສ່​ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຄວາ​ມ​ພະ​ຍາ​ຍາມ​ຫຼ້າ​ສຸດ​ຂອງ​ຈີນ​ເພື່ອ​ແກ້​ໄຂວິ​ກິດ​ການ​ອູ​ແກຼນ.

ໃນ​ໂອ​ກາດ​ພົບ​ປະ​ກັນ, ອ​ຝ່າຍາ​ເມ​ຣິ​ກາ​ກ່າວ​ວ່າ: ຍິນ​ດີ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ປະ​ເທດ​ຈີນ, ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ຂັດ​ແຍ້ງ​ກັນ​ຮຸນ​ແຮງກວ່າ​ເກົ່າ. ຫວັງ​ວ່າ​ອາ​ເມ​ຣິ​ກາ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ປະ​ຕິ​ບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ແລະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທາງ​ການ​ເມືອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ. ຖ້າ​ວ່າ​ອາ​ເມ​ຣິ​ກາ​ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ປະ​ສານ​ງານ​ຂອງ​ປະ​ເທດ​ຈີນ, ແຕ່​ໃນ​ຂະ​ນະ​ດຽວ​ກັນ​ພັດ​ໃສ່​ຮ້າຍ​ປ້າຍ​ສີ​​ປະ​ເທດ​ຈີນ​ແລະ​ຂົ່ມ​ຂູ່​ປະ​ເທດ​ຈີນ​ດ້ວຍ​ການ​ລົງ​ໂທດ, ນີ້​ແມ່ນ​ເລື່ອງ​ທີ່​ເປັນ​ໄປ​ບໍ່​ໄດ້​ແທ້ໆ.

ຄຳ​ເຫັນ

0