刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

5 ເງື່ອນ​ໄຂທາງ​ຍຸດ​ທະ​ສາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຈີນ

2022-03-21 16:30:30 cri

5 ເງື່ອນ​ໄຂທາງ​ຍຸດ​ທະ​ສາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຈີນ_fororder_1128487004_16477604951201n

ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສອງ​ສະ​ພາ ຄື​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ​ກອງ​ປະ​ຊຸມ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ກ່ອນ​ໜ້າ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຊີ້​ແຈງວ່າ: ການ​ພັດ​ທະ​ນາ​ຂອງ​ຈີນ​ຍັງ​ມີ​ 5 ເງື່ອນ​ໄຂ​​ທາງຍຸດ​ທະ​ສາດ​ທີ່​​ດີ ຄື: ມີ​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ມີ​ທ່າ​ແຮງດ້ານ​ລະ​ບອ​ບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ທີ່​ພົ້ນ​ເດັ່ນ​, ມີ​ພື້ນ​ຖານ​ທີ່​ໜັກ​ແໜ້ນ​ເພື່ອ​ພັດ​ທະ​ນາ​ແລະ​ສະ​ສົມ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວ, ມີ​ສະ​ພາບ​ແວດ​ລ້ອມ​ສັງ​ຄົມ​ທີ່​ໝັ້ນ​ທ່ຽງ​ຢ່າງ​ຍາ​ວ​ນານ, ມີພະ​ລັງ​ແຮງ​ດ້ານຈິດ​ໃຈ​ທີ່​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.

5 ເງື່ອນ​ໄຂທາງ​ຍຸດ​ທະ​ສາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຈີນ_fororder_1128484623_16476594150971n

ເມື່ອ​ເບິ່ງ​ຈາກ​ສະ​ພາບ​ການ​ທົ່ວ​ໂລກ​ແລ້ວ, ສະ​ຖາ​ນະ​ການ​ສາ​ກົນ​ມີ​ການ​ປ່ຽນ​ແປງໃໝ່​​ຢ່າງໃຫຍ່ຫຼວງ, ​ຫົວ​ຂໍ້ຫຼັກ​ຂອງ​ຍຸກ​ສະ​ໄໝ ຄື​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ. ​ສະ​ພາບການ​ປ່ຽນ​ແປງ​​ໃນ​ຮອບ​ຮ້ອຍ​ປີ ​ກັ​ບສະ​ພາບ​ພະ​ຍາດ​ໂຄວິດ-19 ລະ​ບາດ​ໄດ້​ຊັບ​ຊ້ອນ​ກັນ, ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໄດ້​ປະ​ເຊີນ​ກັບ​ສິ່ງ​ກີດ​ຂວາງ, ການ​​ແຂ່ງ​ຂັນ​ກັນລະ​ຫວ່າງ​ປະ​ເທດ​ໃຫຍ່​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ, ທົ່ວ​ໂລກ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​​ປ່ຽນ​ແປງ​ໃໝ່​ທີ່​ປັ່ນ​ປ່ວນ.

ເມື່ອ​ເບິ່ງ​ຈາກສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ແລ້ວ, ມີ​ໜ້າ​ທີ່​​​ອັນ​ໜັກ​ໜ່ວງ​ໃນ​ການປະ​ຕິ​ຮູບ​ການ​ພັດ​ທະ​ນາ​ແລະ​ສະ​ຖຽນ​ລະ​ພາບ, ​ການ​ພັດ​ທະ​ນາເສ​ດ​ຖະ​ກິດ​ຈີນ​ມີ​ແຮງ​ກົດ​ດັນສາມ​ດ້ານ ຄື: ຄວາມ​ຕ້ອງ​ການຫຼຸດ​ລົງ, ການ​ສະ​ໜອງ​​​ໄດ້ຮັບ​ຜົນ​ກະ​ທົບ ແລະຄວາມ​ຄາດ​ຫວັງຫຼຸດ​ຕ່ຳ​ລົງ, ດັ່ງ​ນັ້ນ, ການ​ຮັກ​ສາ​ໃຫ້​ສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ປອດ​​ໃສ, ສະ​ພາບ​ແວດ​ລ້ອມ​ສັງ​ຄົມ​ມີ​ຄວາມ​ສະ​ຫງົບ​ສຸກ ແລະ​ສະ​ພາບ​ແວດ​ລ້ອມ​ທາງ​ການ​ເມືອງ​ມີ​ຄວາມປ​ອດ​ໃສ​ຂາວ​ສະ​ອາດ ​ແມ່ນມີ​ຄວາມ​ສຳ​ຄັນຢ່າງ​ຍິ່ງ.

5 ເງື່ອນ​ໄຂທາງ​ຍຸດ​ທະ​ສາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຈີນ_fororder_1128484960_16476732956161n

ຍິ່ງ​ຢູ່​ໃນໄລ​ຍະ​ສຳ​ຄັນ ແລະ​ຈຸດ​ສຳ​ຄັນ, ຍິ່ງ​ຕ້ອງ​ມີ​ການວິ​ນິດ​ໄສ​ທາງ​ຍຸດ​ທະ​ສາດ​ທີ່​ຖືກ​ຕ້ອງ ແລະ​ວາງ​ແຜນ​​ຕາມຫຼັກ​ວິ​ທະ​ຍາ​ສາດ.

ຜູ້​ຊ່ຽວ​ຊານ​ທີ່​ກ່ຽວ​ຂ້ອງ​ກ່າວ​ວ່າ: “5 ເງື່ອນ​ໄຂ​​ທາງຍຸດ​ທະ​ສາດ​ທີ່​ດີ ແມ່ນ​ບົດ​ຮຽນ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ບົນ​ພື້ນ​ຖານ​ທີ່​ຫວນ​ຄືນ​ເສັ້ນ​ທາງ​ທີ່​ເຄີຍ​ຍ່າງ​ຜ່ານ, ສົມທຽບ​ກັບ​ເສັ້ນ​ທາງ​ຂອງ​ຄົນ​ອື່ນ ແລະ​​ເບິ່ງກວ້າງ​ເຫັນ​ໄກ​ເສັ້ນ​ທາງ​ທີ່​ຢູ່​ຕໍ່​ໜ້າ, ໄດ້​ຮັບ​ການ​ຢັ້ງ​ຢືນ​ແລະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ, ຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ ແລະ​ບໍ່ປ່ຽນ​ແປງ​ຍ້ອນມີ​ຄວາມ​ຫຍຸ້ງ​ຍາກ​ແລະ​ອຸ​ປະ​ສັກໃດໆ.”

5 ເງື່ອນ​ໄຂທາງ​ຍຸດ​ທະ​ສາດ​ທີ່​ມີ​ຜົນ​ດີ​ຕໍ່​ການ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຈີນ_fororder_1128487477_16477806937751n

ຈາກ​ການ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ລະ​ບາດ, ເອົາ​ຊະ​ນະ​ໃນ​ບັ້ນ​ລຶບ​ລ້າງ​ຄ​ວາມ​ທຸກ​ຍາກ, ຮອດ​ການ​ບໍ​ລິ​ຫານ​ທີ່​ດີ​ຂອງ​ຈີນ​ກັບ​ຄວາມ​ວຸ້ນ​ວາຍ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ພົ້ນ​ເດັ່ນ​ກວ່າ​ເກົ່າ, ຈາກ​ການ​ມີຍອດ​​ປະ​ລິ​ມານເສດ​ຖະ​ກິດ​ຫຼາຍ ແລະ​ມີ​​ຊ່ອງ​ທາງ​ໃຫຍ່ຫຼວງ​ເພື່ອປັບ​ໂຕ​ຄືນ​ໃໝ່, ຮອດ​ການ​ສ້າງ​​ສິ່ງມະ​ຫັດ​ສະ​ຈັນ​ໃນ​ການ​ຮັກ​ສາ​​ໃຫ້​ສັງ​ຄົມມີ​ຄວາມ​ໝັ້ນ​ຄົງ​ເປັນ​ເວ​ລາ​ຍາວ​ນານ, ຈາກ​ການ​ທີ່​ມີ​ຄວາມ​ຫ້າວ​ຫັນ, ຄວາມ​ເປັນ​ເຈົ້າ​ການ ແລະ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​ຈີນ​ໄດ້​ຮັບ​ການ​ເຊີດ​ຊູ​ຕື່ມ​ອີກ, ຮອດ​ປະ​ຊາ​ຊົນ​ຈີນ​ມີມາ​ນະ​ຈິດ, ມີ​ຄວາມ​ກ້າ​ຫານ ແລະ​ຄວາມ​ໝັ້ນ​ໃຈຫຼາຍຂຶ້ນກວ່າ​ເກົ່າ, “5 ເງື່ອນ​ໄຂ​ທາງຍຸດ​ທະ​ສາດ​ທີ່​ດີ” ​ເປັນ​ເອ​ກະ​ພາບ​ກັນ​ແບບ​ກາຍ​ອິນ​ຊີ ເຊິ່ງ​ເປັນ​ການ​ວິ​ນິດ​ໄສ​ທາງ​ຍຸດ​ທະ​ສາດ​ທີ່​​ປອດ​ໂປ່ງຈະ​ແຈ້ງ ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ທາງ​ຍຸດ​ທະ​ສາດ​ໂດຍ​ຜ່ານ​ຜົນ​ງານ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ຍຸກ​ໃໝ່.

ຄຳ​ເຫັນ

0