ການທ່ຽວໃນຍາມບຸນກຸດຈີນປີຂານຂອງຄົນຈີນ
(GMT+08:00) 2010-02-08 11:03:23 cri
ຕາມຂ່າວcri:ບຸນກຸດຈີນ,ທີ່ເປັນບຸນປະເພນີທີ່ຄຶກຄື້ນທີ່ສຸດຂອງຈີນໃກ້ ຈະວຽນມາເຖິງແລ້ວ.ໃນມື້ພັກ 7 ວັນຂອງບຸນກຸດຈີນ, ນອກຈາກເຕົ້າໂຮມກັບຄອບຄົວ, ແລະໄປຢາມພີ່ນ້ອງແລ້ວ, ການອອກໄປທ່ອງທ່ຽວໄດ້ກາຍເປັນທາງເລືອກເອົາຂອງຄົນສ່ວນຫລາຍ. ສະຖາບັນຄົ້ນຄວ້າການທ່ອງທ່ຽວຂອງຈີນໄດ້ເຜີຍແຜ່ບົດສຳຫລວດສະບັບຫນຶ່ງໃນຫວ່າງບໍ່ດົນມານີ້ໂດຍສະແດງໃຫ້ເຫັນວ່າ,ຄົນຈີນໃນຕົວເມືອງມີຫລາຍກວ່າ 1/3 ຢາກອອກໄປທ່ອງທ່ຽວໃນຍາມກຸດຈີນ.
ປັດຈຸບັນ, ແຫ່ງຕ່າງໆຂອງຈີນໄດ້ສ້າງໂຄງການທ່ອງທ່ຽວທີ່ມີເອກະລັກຕ່າງໆໃນຍາມກຸດຈີນ.ພະແນກການທ່ອງທ່ຽວຂອງນະຄອນຫລວງປັກກິ່ງໄດ້ແຈກຢາຍປີ້ເຂົ້າບ່ອນທ່ອງທ່ຽວຕ່າງໆ 3 ແສນໃບໃຫ້ນັກທ່ອງທ່ຽວຈີນແລະຕ່າງປະເທດໂດຍບໍ່ເສຍເງິນ,ເຊີນແຂກພາຍໃນປະເທດແລະຕ່າງປະເທດໄປຫລິ້ນບຸນຢູ່ປັກກິ່ງ.ເມືອງຕ້າຫລຽນແຂວງຫລິວນິງກໍ່ໂຄສະນາການທ່ອງທ່ຽວດ້ວຍການຫລິ້ນສະເກັດ,ບໍ່ນ້ຳອຸ່ນແລະຈູດດອກໄມ້ໄຟ;ເມືອງຈີຫນານແລະເມືອງສິ່ງຕາວແຂວງຊານຕົງ,ກັບເມືອງສືເຈ່ຍຈວງແຂວງເຫີເປີຍລ້ວນແຕ່ໄດ້ມີນະໂຍບາຍພິເສດເພື່ອໂຄສະນາການທ່ອງທ່ຽວແລະຂາຍປີ້ຂອງບ່ອນທ່ອງທ່ຽວຕ່າງໆ.
ໃນການອອກໄປທ່ຽວຕ່າງປະເທດຂອງຄົນຈີນກໍ່ຟົດຟື້ນຫລາຍ, ການສະເຫນີຊື່ໄປທ່ຽວຕ່າງປະເທດນຳສຳນັກງານການທ່ອງທ່ຽວເຊັ່ນ:ສຳນັກງານທ່ອງທ່ຽວສາກົນຈີນ, ເວັບໄຊເສເສິງແລະອື່ນໆນັ້ນແມ່ນຈອງເຕັມດົນແລ້ວ.ຂໍ້ມູນກ່ຽວກັບການອອກໄປທ່ຽວຢ່ຕ່າງປະເທດຂອງສຳນັກງານການທ່ອງທ່ຽວຫລາຍແຫ່ງສະແດງໃຫ້ເຫັນວ່າ, ປີນີ້, ຄົນຈີນມັກໄປທ່ຽວອາຊີຕາເວັນອອກສຽງໃຕ້, ຍີ່ປຸ່ນ,ສ.ເກົາຫລີຫລາຍກວ່າ.
ທ່ານຕ້າຍປິ່ນ,ຮອງຫົວຫນ້າສະຖາບັນຄົ້ນຄວ້າການທ່ອງທ່ຽວຂອງຈີນຄາດຄະເນວ່າ, ຍາມບຸນກຸດຈີນປີນີ້, ທົ່ວປະເທດຈີນຈະຕ້ອນຮັບນັກທ່ອງທ່ຽວ 127 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວມີເກືອບ 60ຕື້ ຢວນ, ເພີ່ມຂຶ້ນຫລາຍກວ່າໄລຍະດຽວກັນຂອງປີກາຍເກືອບ 20%.