ລົມ​ສະບາຍ 93

(GMT+08:00) 2011-12-14 19:13:02     cri

ລາຍ​ລາຍ​ລົມ​ສະບາຍ 93 ​​ແມ່ນ​ລາຍການໜຶ່ງທີ່​ເລີ່​ມອອກ​ອາກາດ​ໃນ​ມື້​ທຳ​ອິດ​ຂອງ​ການຈັດ​ລາຍການ​ສົດ​ຢູ່​ນະຄອນຫຼວງວຽງຈັນທາ​ງຄື້ນຄວາມ​ຖີ່  FM 93.0 MHz, ​ເຊິ່ງອອກ​ອາກາດ​ທຸກໆວັນ​ເວລາ 17:00 – 18:00, ດຳ​ເນີນ​ລາຍການ​ໂດຍ: ສົມ​ຫວັງ ພອນ​ວິ​ໄລ​​ແລະ​ລັດຕະນະ​ພອນ ອິນ​ທະລັງ​ສີ.

ລັກສະນະ​ແລະ​ຮູບ​ແບບ​ຂອງ​ລາຍການ:  ​ແມ່ນ​ລາຍການ​ທີ່​ນຳ​​ເອົາຂ່າວສານ​ຕ່າງໆ​ເຊັ່ນ: ​ເລື່ອງ​ລາວ​ກ່ຽວກັບ​ເຫດການ​ຕ່າງໆທີ່​ເກີດ​ຂື້ນ, ປະກາດ​​ແຈ້ງ​ການ​ຂອງໜ່ວຍງານ​ລັດຫຼືຂ່າວ​ບຸນ​ຂ່າວ​ກຸສົນ..........., ສາ​ລະໜ້າຮູ້​ທີ່​ມີ​ເນື້ອຫຼາຍຮູບ​ແບບ​ເຊັ່ນ: ສຸຂະພາບ, ສີ​ລະ​ປະວັດ​ທະ​ນາ​ທຳ, ການ​ສຶກສາ, ​ເສດຖະກິດ​ສັງຄົມ​ແລະ​ອື່ນໆ. ນຳ​ເອົາ​ມາ​ລົມ​ກັນ​ແບບ​ສະບາຍ​ໆ, ​ໃຊ້​ຄຳ​ສັບ​ງ່າຍໆ​ເພື່ອ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ແລະ​ໄດ້​ເນື້ອ​ຫາ​ສາລະ​ຕ່າງໆປະສົມ​ປະສານ​ກັບສຽງ​ເພງ​, ສຽງຂັບ​ສຽງລຳ​ທີ່ຫຼາກຫຼາຍຮູບ​ແບບ​ແລະມາ​ຈາກຫຼາຍທ້ອງ​ຖິ່ນ​ໃນ​ລາວ​ເພື່ອ​ໃຫ້​ມິດ​ລາຍການ​ໄດ້​ເບີກ​ບານ​ມ່ວນ​ຊື່ນ​ກັບສຽງ​ເພງ​ໃນ​ຍາມ​ຄ້າຍ​ຄ່ຳ​ລົງ​​ແລງ.

​ໃນ​ຍາມ​ຄ້າຍ​ຄ່ຳ​ລົງ​ແລງ​ບັນຍາກາດ​ແສງ​ຕາ​ເວັນ​ໃກ້​ຈະ​ລັບ​ຂອບ​ຟ້າ, ທ່ານ​ອາດ​ຈະ​ຮູ້ສຶກ​ເມື່ອຍ​ຈາກ​ການ​ເຮັດ​ວຽກງານ​ມາໝົດມື້, ຢ່າ​ລືມ​ລາຍການ​ລົມ​ສະບາຍ 93 ຂໍ​ເປັນ​ສ່ວນໜຶ່ງ​ໃນ​ການ​ພັກຜ່ອນ​ຂອງ​ທ່ານ ​ເພາ​ະຄວາມສຸກ​ຂອງ​ທ່ານ​ຄື​ການ​ບໍລິການ​ຂອງ​ພວກ​ເຮົາ.