ເພງກັບສິນລະປິນ

(GMT+08:00) 2011-12-14 19:17:47     cri

NAKHON: ຜູ້ດຳເນີນລາຍການ

ລາຍການ ເພງກັບສິນລະປິນ ​ແມ່ນ​ລາຍການ ທີ່​ຈະ​ນຳພາ​ທ່ານ​ໄປ​ຮູ້ຈັກ ​ກັບປະຫວັດຂອງນັກ​ຮ້ອງ ຫຼື ສິນລະ​ປີນທີ່​ທ່ານ​ມັກ ​ແລະ ປະ​ທັບ​ໃຈ ບໍ່ວ່າຈະ​ເປັນ ສິນລະ​ປິນ​ເກົ່າ ສິນລະ​ປິນ​ໃໝ່ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພ້ອມ​ທັງ​ບັນດາ​ສິນລະ​ປິນຕ່າງໆ​ໃນ​ຂອບ​ເຂດ​ອາຊີ ທີ່​ຂັບຮ້ອງ​ຜົນງານ​ເພງ​ຈີນ ​ແລະ ​ເພງສາກົນ. ​ນອກ​ຈາກນັ້ນ ​ຍັງມີການ​ແນ​ະນຳ​ຜົນງານ​ເພງ​ເກົ່າ ​ແລະ ​ໃໝ່ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບຫຼາຍຄົນ ຕັ້ງ​ແຕ່​ອະດີດ ຈົນ​ເຖິງ​ປັດ​ຈຸ​ບັນ

LU: ຜູ້ດຳເນີນລາຍການ

ທ່ານສາມາດ​ຮັບ​ຟັງ ​ແລະ ຕິ​ດຕາມ ລາຍການ ​ເພງ ກັບ ສິນລະ​ປິນ ​ໄດ້​ໃນ​ທຸກໆຄ່ຳ​ຄືນ ທີ່​ອອກ​ອາກາດ​ເປັນ​ປະຈຳ ຕັ້ງ​ແຕ່​ເວລາ 20:00​ໂມງ - 21:00​​ໂມງ ທາງວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ CRI FM 93 MHz, ຫຼື ຕິດ​ຕາມ ​ແລະ ຮັບ​ຟັງ​ລາຍການ​ຂອງ​ພວກ​​ເຮົາໄດ້​ໃນ laos.cri.cn