Westlife ວົງດັງຈາກປະເທດໄອແລນ

(GMT+08:00) 2012-01-16 10:01:02     cri

ລາຍການ: ເພງກັບສິລະປິນ
(ໂຄສົກ: ນ້ອຍ & ລູ່ ອອກອາກາດທຸກວັນ ເວລາ20:00-21:00ໂມງ)
Westlife ວົງດັງຈາກປະເທດໄອແລນ

ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີປະຫວັດຂອງກຸ່ມສິລະປິນWestlife ມາແນະນຳຕາມຄວາມຮຽກຮ້ອງຂອງມິດລາຍການທີ່ຊື່ວ່າກິ່ງແກ້ວທີ່ເພິ່ນໂທເຂົ້າມາມື້ວານນີ້ ! ສຳລັບກຸ່ມສິລະປິນWestlife ເກືອບວ່າບໍ່ມີໃຜທີ່ບໍ່ຮູ້ຈັກວົງດັງວົງນີ້ ທີ່ມາຈາກນະຄອນ ຫລວງດັບລິນ ປະເທດໄອແລນ ກໍ່ຕັ້ງຂື້ນໃນປີ1998 ! ໂດຍໃນອາດີດວົງນີ້ແມ່ນມີສະມາຊິກທັງໝົດ5ໜຸ່ມຄື: Kian Egan, Mark Feehily, Shane Filan, Nicky Byrne ແລະBrian McFadden ! ແຕ່ພາຍຫລັງມາຮອດປີ2004 ໜຶ່ງໃນສະມາຊິກກໍ່ຄື: Brian McFadden ໄດ້ຂໍລາອອກໄປ ! ເຮັດໃຫ້ວົງດັ່ງກ່າວເຫລືອພຽງແຕ່4ໜຸ່ມຈົນຮອດປັດຈຸບັນ !
ລ: ວົງ Westlife ມີຜູ້ບໍລິຫານສວ່ນຕົວທີ່ມີປະສົບການສູງຄື: Michael Louis Walsh ຜູ້ບໍລິຫານຊາວໄອແລນ ໃນໄວອາຍຸ60ປີ ທີ່ທັງ4ໜຸ່ມໃຫ້ຄວາມເຄົາລົບຄືກັບພໍ່ຄົນທີ2ຂອງຕົນເອງ ! ຜູ້ບໍລິຫານຄົນນີ້ ມີບົດບາດສຳຄັນໃນການກະຕຸ້ນໃຫ້ວົງດັ່ງກ່າວໄດ້ມີຜົນງານເພງຄຸນນະພາບອອກມາສູ່ຜູ້ຟັງ ລວມໄປເຖິງການກະກຽມງານຄອນເສີດ ທີ່ດຶງດູດສາຍຕາມວນຊົນໃນທົ່ວໂລກຫລາຍພັນຫລາຍໝື່ນຄົນໃນແຕ່ລະຄັ້ງ ! ນອກນັ້ນ Michael Louis ຍັງເປັນໜຶ່ງໃນຄະນະກຳມະການຄຸນນະພາບໃນລາຍການປະກວດຄວາມສາມາດພິເສດ The X Factorຂອງອັງກິດນຳອີກ !
ນ: Westlife ເປັນວົງBoybandທີ່ປະສົບຜົນສຳເລັດສູງໃນໄອແລນ, ອັງກິດ ລວມເຖິງໃນຢູໂຣບ, ອາຟຣິກກາ, ອາຊີ, ອາເມຣິກາລາຕິນ ແລະອົດສະຕາລີ ກັບຍອດຂາຍ36ລ້ານແຜ່ນໃນທົ່ວໂລກ ແລະກາຍເປັນວົງທີ່ມີເພງຂື້ນອັນດັບ1ເຖິງ14ເພງໃນລາດສະອານາຈັກທີ່ມີ4ປະເທດຄື: ອັງກິດ, ເວວ, ສະກອດແລນ ແລະໄອແລນ ! ແລະສ້າງສະຖິຕິຍອດຂາຍສູງອັນດັບທີ3ຮອງຈາກElvis Presley ແລະວົງThe Beatles !
(ເພງ)
ນ: ໃນຫວ່າງບໍ່ດົນປີສອງປີຜ່ານມາ 4ໜຸ່ມWestlifeໄດ້ມີການພັດທະນາວົງຈາກໄວໃສໆ ຫລືວ່າ TeenPop ມາເປັນວົງໜຸ່ມທີ່ເປັນຜູ້ໃຫຍ່ຫລາຍຂື້ນ ກັບແນວເພງທີ່ສຸຂຸມຂື້ນເຊັ່ນກັນ ! ໂດຍ4ໜຸ່ມກ່າວວ່າ ການທີ່ປ່ຽນແປງຮູບແບບວົງໃນຄັ້ງນີ້ ແມ່ນເພື່ອຢາກໃຫ້ແຟນເພງໄດ້ເຫັນເຖິງການພັດທະນາຂອງວົງ ໂດຍຍັງຮັກສາເອກະລັກຂອງWestlifeໄວ້ຄືເກົ່າກັບແນວເພງປ໋ອບ !
ລ: 4ໜຸ່ມWestlife ປະສົບຜົນສຳເລັດສູງກັບເພງທຳອິດທີ່ປ່ອຍອອກມາໃນປີ1999:  Swear it again ແລະກາຍເປັນເພງດັງອັນດັບ1ຂອງຫລາຍປະເທດ ໂດຍສະເພາະໃນລາດສະອານາຈັກ ແລະອາເມຣິກາ ! ຈາກນັ້ນກໍ່ໄດ້ຢືນຢັນເຖິງຄວາມສຳເລັດກັບຜົນງານເພງທີ2: If I let you go, ຕາມມາດ້ວຍ Flying Without Wing, Have a Dream, Seasons in the Sun ແລະ Fool Again ທີ່ໄດ້ຮັບຄວາມນິຍົມຫລາຍໃນອາຊີ !
ນ: ປັດຈຸບັນ 4 ໜຸ່ມWestlifeສັງກັດຢູ່ໃນຄ້າຍSony BMG ທີ່ເປັນເຄືອຂ່າຍຂອງຄ້າຍເພງໃຫຍ່ Sony Music Entertainment ! ໂດຍມີສຳນັກງານຕັ້ງຢູ່ນະຄອນ ຫລວງນິວຍອກ ສະຫາລັດອາເມີຣິກາ ! ກັບຜົນງານເພງທັງໝົດທີ່ອອກມາ 12ອະລາບ້ຳເປັນຕົ້ນກໍ່ມີ: Westlife(1999), Coast to Coast(2000), World of Our Own(2001), Turn around(2003), Where We Are(2009), Gravity(2010) ແລະ Greatest Hits(2011)
ລ: ນອກນັ້ນ ກຸ່ມສິລະປິນWestlife ຍັງໄດ້ຮັບລາງວັນຢ່າງຫລວງຫລາຍໃນງານຊິງລາງຂອງGrammy, MTV, British Awards ! ລວມເຖິງການເປັນເຈົ້າຂອງສະຖິຕິການຈັດຄອນເສີດກາງແຈ້ງຫລາຍທີ່ສຸດທີ່ສະໜາມກິລາ "ເວມບຣີມ" ຫລາຍເຖິງ23ຄັ້ງ!

Wu qi long ນັກ​ຮ້ອງ​ທີ່​​ເຄີຍ​ຢູ່ ​ໃນ​ກຸ່ມນັກ​ຮ້ອງ Little Tiger Team ​ຕັ້ງ​ແຕ່​ເປັນ​ສະມາຊິກ​ໃນ​ກຸ່ມ ​ວຽກງານ​ທາງ​ດ້ານ​ວົງ​ການບັນ​ເທີງ ​ແມ່ນ​ມີ​ການ​ຂະຫຍາຍ​ຕົວ ​ເປັນ​ຕົ້ນ​ວຽກດ້ານ​ການສະ​ແດງ ​ແລະ ​ເປັນ​ທີ່​​ໂດດ​ເດັ່ນ​ໃນ​ໄຕ້​ຫວັນ ​ແລະ ຮົງ​ກົງ ຂອງ​ຈີນ​​.
Wu qi long ຫຼື ເປັນ​ນັກ​ຮ້ອງ ​ແລະ ນັກສະ​ແດງ​ຈາກ​​​ໄຕ້ຫວັນຂອງ​ຈີນ ​ເກີ​ດ​ໃນ​ວັນ​ທີ 31 ຕຸລາ ປີ 1970 ​ອາຍຸ 41ປີ ​ເປັນ​ລູກ​ຄົນທີ 2 ຂອງ​ຄອບ​ຄົວ ອູ ​​ເຊິ່ງ ມີ ອ້າຍ ​ແລະ ນ້ອງ​ຊາຍ​ ​ເປັນ​ຄອບ​ຄົວ ທີ່​ມ​ີອ້າຍ​ນ້ອງ​ຮ່ວມ​ກັນ ​3 ຄົນ

​Nicky wu ເລີ່​ມ​ເຂົ້າ​ສູ່​ວົງ​ການບັນ​ເທີ​ງ​ເມື່ອອາຍຸ 17 ປີ  ​ໃນ​ປີ 1988 ​​ເປັນສິລະ​ປິນທີ່​ຂັບຮ້ອງ​ໃນ​ແນວ​ເພງ Mandopop ​​ເປັນ​ການ​ຮ້ອງ​ໃນ​ພາ​ສາ​ຈີນ​ກາງ ກັບ​ການ​ເປັນ​ສິລະ​ປິນ​ກຸ່ມ​ຊາຍ ​Little Tiger Team ​ເປັນ​ກຸ່ມ​ສິລະ​ປິນຕົ້ນ​ແບບ ​ທີ່​ພາ​ໃຫ້​ເກີດນັກ​ຮ້ອງຫຼາຍກຸ່ມ​ໃນ​ໄຕ້​ຫວັນ​ຂອງ​ຈີນ

Little Tiger Team ​ເປັນ​ສິລະ​ປິນກຸ່ມ​ທີ່​ສາມາດ ຂາຍ​ແຜ່ນສຽງສູງ​ເຖິງ​ລ້ານ​ແຜ່ນ ​ແຕ່ຫຼັງຈາກ​ນັ້ນ​ສະມາ​ຊິກ​ໃນ​ກຸ່ມ ​ໄດ້​ເຂົ້າໜ້າທີ່​ໃນ​ການ​ເປັນ​ທະຫານ​ພັນທະ ​ແຕ່ Nicky wu ຍັງ​ສືບຕໍ່​ໃນ​ການ​ຮ້ອງ​ເພງ ​ໂດຍ​ແຍກ​ໂຕ​ອອກ​ມາ​ຮ້ອງ​ເພງ​ດ່ຽວ ທີ່​ມີ​ອະ​ລະບ້ຳ ທັງ​ພາສາ​ຈີນ​ກາງ ​ແລະ ຈີນ​ກວາງ​ຕຸ້ງ ​​ເຊິ່ງ ມີຜົນງານ​ເພງ​ປ່ອຍ​ອອກ​ມາ​ແລະ ​ໄດ້​ຮັບ​​ເຊັ່ນ best whishes to you ​ແລະ waiting day by day ແລະ ໃນ​ປີ 1993 Nicky wu​ໄດ້​ຮັບ​ລາງວັນ​ໃນ​ສາ​ຂາ ນັກ​ຮ້ອງໜ້າ​ໃໝ່ດີ​ເດັ່ນ Best New Artist Award ທີ່ຈັດ​ຂື້ນ​ໃນ​ຮົງ​ກົງ​ຂອງ​ຈີນ