Annie Lennox ນັກຮ້ອງຈາກປະເທດສະກອດແລນ

(GMT+08:00) 2012-01-16 10:08:21     cri
ລາຍການ: ເພງກັບສິລະປິນ
(ໂຄສົກ: ນ້ອຍ & ລູ່ ອອກອາກາດທຸວັນເວລາ 20:00-21:00ໂມງ)
Annie Lennox ນັກຮ້ອງຈາກປະເທດສະກອດແລນ
 
ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີສິລະປິນຈາກປະເທດສະກອດແລນ ມາແນະນຳໃຫ້ ມິດລາຍການໄດ້ຮູ້ຈັກ ! ເປັນນັກຮ້ອງທີ່ມີຫລາຍລາງວັນຢັ້ງຢືນເຖິງຄວາມສາມາດໃນ ການຜະລິດຜົນງານເພງຄຸນນະພາບອອກມາສູ່ຜູ້ຟັງ ບໍ່ວ່າຈະເປັນ4ລາງວັນຈາກ Grammy, 5 ລາງວັນຈາກNovellos Awards, 11ລາງວັນຈາກBrit Awards, 1ລາງວັນຈາກອອສກ້າ ແລະ 2ລາງວັນໜ່ວຍໂລກທອງຄຳ !

ລ: ມາຮູ້ຈັກສິລະປິນຄົນນີ້ Annie Lennox ! ນັກຮ້ອງຊາວສະກອດແລນ ທີ່ມີ ຊື່ສຽງໂດ່ງດັງໃນຖານະອາດີດສະມາຊິກຂອງວົງ Eurythmics ທີ່ມີນຳກັນ2ຄົນຄື: Annie Lennox ແລະ David Stewart ! ແຕ່ປັດຈຸບັນທັງ2ກໍ່ໄດ້ແຍກໄປມີຜົນງານ ເພງເປັນຂອງຕົນເອງ ! Annie Lennox ເກີດຖືກກັບວັນຄຼີສມາດ ວັນທີ25ທັນວາ 1954, ລວມອາຍຸໄດ້57ປີ ກັບຄວາມສາມາດໃນການຮ້ອງເພງທີ່ຫລາກຫລາຍ ບໍ່ວ່າຈະ ເປັນແນວເພງ Pop, Rock;Blue-eyed soul ແລະ;R&B!
ນ: ນອກນັ້ນ Annie ຍັງສາມາດຫລີ້ນເຄື່ອງດົນຕີໄດ້ຫລາຍຊະນິດຄວບຄູ່ກັບການ ເປັນນັກຮ້ອງ ບໍ່ວ່າຈະເປັນກີຕ້າ, ເບສ, ເປຍໂນ, ຄີບອດ, ໂອແກນ ! ແລະ ຍ້ອນວ່າເປັນນັກຮ້ອງທີ່ມັກເຄື່ອນໃຫວກິດຈະກຳສັງຄົມເລື້ອຍໆ, Annie Lennox ຈິ່ງໄດ້ຮັບຮອງຈາກຜູ້ນຳປະເທດສະກອດແລນໃຫ້ເປັນທູດດ້ານມະນຸດສະທຳແຫ່ງຊາດ ເປັນຕົວແທນໃຫ້ກັບປະເທດເຄືອນໃຫວໃນວຽກງານດັ່ງກ່າວໃນທົ່ວໂລກ !

(ເພງ)
ນ: ຕະຫລອດໄລຍະ40ກ່ວາປີຂອງອາຊີບການເປັນນັກຮ້ອງ Annie Lennox ໄດ້ສ້າງປະຫວັດໃຫ້ກັບຕົນເອງນັບບໍ່ຖ້ວນໃນວົງການເພງ ທັງໃນບ້ານເກີດສະກອດແລນ ແລະທົ່ວຢູໂຣບ ກັບຍອດຂາຍ78ລ້ານແຜ່ນໃນທົ່ວໂລກ !ແລະລາງວັນອັນຊົງກຽດ ຕ່າງໆ ຈາກ Grammy, Oscar, MTV ລວມເຖິງລາງວັນໜ່ວຍໂລກຄຳ ທີ່ໄດ້ຮັບເຖີງ2ຄັ້ງ!

ລ: Annie Lennox ມີປະຫວັດການຍ້າຍຄ້າຍເພງ 4ຄ້າຍ: RCA Records, Arista Records, Island Records ແລະຄ້າຍເພງທີ່ສັງກັດຢູ່ປັດຈຸບັນDecca Records ! ກັບຜົນງານເພງທີ່ອອກມາທັງໝົດ 6ອະລາບ້ຳຄື: Diva(1992), Medusa, Bare, Songs of Mass Destruction(2007), The Annie Lennox Collection ແລະ A Christmas Cornucopia (2010) !

ນ: ປັດຈຸບັນ Annie Lennox ເປັນນັກຮ້ອງແນວເພງປ໋ອບ-ຣັອກ ໃນແຖວໜ້າ ຂອງປະເທດສະກອດແລນ ແລະມີຜົນງານເພງຫລາຍກວ່າ30ເພງທີ່ຕິດຢູ່ໃນການຈັດ ອັນດັບເພງດັງຂອງBillboardsໃນອາເມຣິກາ ! ໂດຍມີສິລະປິນຕົ້ນແບບ ທີ່ເປັນວົງ ປ໋ອບ-ຣັອກໃນຕຳນານຂອງປະເທດອັງກິດ ກໍ່ຄື: The Beatleນັ້ນເອງ !
 
 

Jacky cheung ຫຼື ​ເປັນ​ທີ່​ຮູ້​ຈັກ ກັນ​ທົ່ວ​ໄປ​ໃນ​ນາມ Zhang xue You ຈາກ​ຮົງ​ກົງຂອງ ຈີນ; ​ເປັນ​ທັງນັກ​ຮ້ອງ ນັກ​​ແຕ່ງ​ເພງ ​ໂຄສົກ ​ແລະ ພິທິກ​ອນ ນອກ​ຈາກ​ນັນ ຍັງ​ມີ​ຄວາມ​ສາມາດ​ໃນ​ການສະ​ແດງ
Jacky cheung ​ເກີດ​ໃນ ວັນ​ທີ 10 ກໍລະກົດ ປີ 1961 ກັບ​ອາຍຸ​ປັດຈຸບັນ 50ປີ ​​ໃນ​ເບື້ອງຕົ້ນ ​ເຮັດ​ວຽກ ​ເປັນ​ເຈົ້າໜ້າທີ່ ກັບ​ສາຍ​ການບິນ Cathay pacific
ສ່ວນ​ສາ​ເຫດ ທີ່​ກ້າວ​ເຂົ້າ​ມາ​ເປັນ​ນັກ​ຮ້ອງ​ນັ້ນ ​ເນື່ອງຈາກ​ວ່າ ​ໄດ້​ຮັບ​ລາງວັນ ຊະນະ​ເລີດ​ຂາກການ​ປະ​ກວດ​ຮ້ອງ​ເພງ ​ໃນ​ປີ 1984 ທີ່​ຈັດ​ຂື້ນ​ໃນ​ຮົງ​ກົງ​ຂອງ​ຈີນ ​ໃນ​ເວທີ Hong Kong District Singing Contest ຄັ້ງ​ທີ 18 ​ເຊິ່ງຜົນງານ​ເພງ ທີ່​​ໃຊ້​ເຂົ້າ​ໃນ​ການ​ປະ​ກວດ ​ແມ່ນ ​ເພງ​ Fatherland

ພາຍຫຼັງທີ່​ຊະນະ​ເລີດ​ຈາກ​ເວ​ທີ​ດັ່ງກ່າວ ກໍ​ໄດ້​ເຊັນ​ສັນຍາ​ກັບ ບໍລິສັດ​ເພງ Polygram Records ສ່ວນ​ປັດຈຸບັນ​ນີ້ ​ແມ່ນ​ສັງ​ກັດ ​ໃນ​​ຄ້າຍ​ເພງ Universal Music Group ຫຼັງຈາກ​ທີ່​ປ່ອຍຜົນງານ​ເພງ​ອອກ​ມາ ​ໃນ​ປີ 1985 ສາມາດ ຄ້ວາ​ລາງວັນ​ຈາກ​ວົງ​ການ​ເພງ​ໄດ້​ເຖິງ ສອງ​ລາງວັນ​ດ້ວຍກັນ ກໍຄື ຜົນງານ​ເພງດີ​ເດັ່ນ ​ໃນ​ງານ​ປະກາດ​ລາງວັນ Top 10 Gold Song; Award; ​ແລະ Jade Solid Gold Top 10 Award
ໃນ​ປີ 1991 ​ໄດ້​ປ່ອຍ​ຜົນງານ​ເພງ Loving You More Every Day ທີ່​ນຳ​ເອົາ​ທຳນອງ​ເພງ ​ແລະ ​ແປ​ມາ​ຈາກ​ພາສາ​ຍີ່​ປຸ່ນ ​ແລະ ຫຼັງຈາກ​ນັນ ​ໃນ​ປີ ຕໍ່ມາ​ ​ໄດ້​ປ່ອຍ​ອະ​ລະ​ບ້ຳ ທີ 2 ​ເຊິ່ງ​ແມ່ນ True Love Expression ທີ່​ສາມາດ​ສ້າງຍອດ​ຂາຍ ​ໃນ​ສະ​ເພາະ​ຮົງ​ກົງ​ຂອງ​ຈີນ ສູງ​ເຖິງ 4 ​ແສນ​ແຜ່ນ; ​​ໃນ​ຂະນະ ທີ່ Jacky Cheung ​ເປັນ​ທີ່​ຮູ້ຈັກ​ໃນ​ນາມ​ນັກ​ຮ້ອງ; ​ແຕ່​ນອກ​ຈາກ​ການ​ຮ້ອງ​ເພງ ຍັງ​ມີ​ຜົນງານ ການສະ​ແດງ​ໃນຮູ​ບ​ເງົາຫຼາຍໆ​ເລື່ອງ ນອກ​ຈາກ​ລາງວັນ​ບທີ່​​ໄດ້​ຮັບ ຈາກການ​ຈັບ​​ໄມ ຮ້ອງ​ເພງ ​ແລ້ວ ຍັງ​ໄດ້​ຮັບ​ລາງວັນ​ຈາກ ການສະ​​ແດງ​ນຳ​ອີກ ​ເຊິ່ງກໍ​ແມ່ນ ລາງວັນ​ນັກສະ​ແດງ​ນຳຊາຍ​ດີ​ເດັ່ນ​ ​ໃນ​ງານ​ປະກາດ​ລາງວັນ Hong kong Film Award ຄັ້ງ​ທີ 8 ​ແລະ ລາງ​ວັນນັກສະ​ແດງ​ດີ​ເດັ່ນ Golden Horse Award ​ແລະ ອີກຫຼາກຫຼາຍສາ​ຂາ​ລາງວັນ​ໃນ​ວົງ​ການບັນ​ເທີ​ງ ​ແລະ ສິ່ງ​ທີ່​ໂດດ​ເດັ່ນ​ກໍ​ຄື ​ເປັນໜຶ່ງສິລະ​ປິນ ທີ​ໄດ້​ບັນ​ທຶກ​ລາຍມື ​ໃນ; ​​ຖະໜົນ​ແຫ່ງ​ດວງ​ດາວ ຫຼື Avenue Of Star ​ໃນ​ຮົງ​ກົງ​ຂອງ​ຈີນ