Mandy Moore ນັກຮ້ອງເພງປ໋ອບ-ຣັອກ

(GMT+08:00) 2012-01-16 10:15:07     cri
ລາຍການ: ເພງກັບສິລະປິນ
(ໂຄສົກ: ນ້ອຍ & ລູ່ ອອກອາກາດທຸກວັນ ເວລາ20:00-21:00ໂມງ)
Mandy Moore ນັກຮ້ອງເພງປ໋ອບ-ຣັອກ

ນ: ສຳລັບນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງຄົນອາເມຣິກາຈະມາແນະນຳໃຫ້ມິດ ລາຍການໄດ້ຮູ້ຈັກ ! ເປັນນັກຮ້ອງສາວໄວອາຍຸ27ປີທີ່ມີຜົນງານເພງແລະຜົນງານການ ສະແດງອອກມາຢ່າງຫລວງຫລາຍ ແລະຍ້ອນເປັນຄົນທີ່ມີບຸກຄະລິກດີ ໜ້າຕາໜ້າຮັກ ຈິ່ງເຮັດໃຫ້ສາວຄົນນີ້ຖືກຈັດໃຫ້ຢູ່ອັນດັບທີ່5 ສິລະປິນທີ່ງາມທີ່ສຸດໃນວາລະສານ Issue ທີ່ເປັນສື່ດັງຂອງອາເມຣິກາໃນປີ2011 ;! ກັບສິລະປິນສາວຄົນນີ້ : Amanda Leigh Moore ຫລືເປັນທີ່ຮູ້ຈັກຂອງຄົນທົ່ວໂລກໃນນາມ Mandy Moore !

ລ: Mandy Moore ເປັນນັກຮ້ອງສາວໄວອາຍຸ28ປີ, ເກີດວັນທີ່ 10ເມສາ1984 ທີ່ເມືອງ Nashua, ລັດ New Hampshire ສະຫາລັດອາເມຣິກາ ! ແຕ່ປັດຈຸບັນໄດ້ຍ້າຍມາຢູ່ທີ່ເມືອງ Orlando, ລັດ Florida ; Mandy Moore ເປັນລູກສາວຄົນກາງທີ່ມີອ້າຍຊື່: Scott Moore ແລະນ້ອງຊາຍຊື່: Kyle Moore! ແລະເຫດຜົນທີ່ຍ້າຍມາຢູ່ລັດ Florida ກໍ່ເນື່ອງຈາກຜູ້ເປັນພໍ່ໄດ້ຮັບຕຳແໜ່ງໃໝ່ໃນ ອາຊີບນັກບິນຢູ່ທີ່ເມືອງດັ່ງກ່າວ !

ນ: Mandy Moore ເລີ່ມຕົ້ນຈາກການເປັນນັກຮ້ອງໃນແນວເພງປ໋ອບ-ຣັັອກ ! ຈາກນັ້ນໄດ້ຫັນໂຕເອງມາເອົາດີໃນວົງການສະແດງຈົນປະສົບຜົນສຳເລັດ ແລະມີຊື່ສຽງ ໂດ່ງດັງໃນຖານະນັກສະແດງຫລາຍກວ່າການເປັນນັກຮ້ອງ ! ແລະເຖິງວ່າຈະໄດ້ດີ ໃນວົງການສະແດງຫລາຍກ່ວາ Mandy Mooreກໍ່ຍັງບໍ່ປະການອາຊີບການຮ້ອງເພງ ຈົນປັດຈຸບັນໄດ້ພັດທະນາຕົນເອງມາເປັນນັກຮ້ອງມືອາຊີບ, ນັກແຕ່ງເພງ ແລະນັກອອກ ແບບເຄື່ອງແຕ່ງກາຍ ເຊິ່ງເປັນທ່ີຍອມຮັບໃນວົງການ Fashion ຂອງອາເມຣິກາ !

(ເພງ)

ນ: Mandy Moore ກ້າວເຂົ້າສູ່ວົງການເພງຢ່າງເປັນທາງການໃນປີ 1999 ກັບ ຄ້າຍເພງ N'SYNC Records ! ຈາກນັ້ນກໍ່ມີການເປີດໂຕອະລາບ້ຳທຳອິດ So Real ແລະກາຍເປັນອະລາບ້ຳທີ່ຖືກຈັດຢູ່ອັນດັບທີ 31 ໃນການຈັດ200 ອະລາບ້ຳ ເພງດັງທີ່ໜ້າຟັງທີ່ສຸດໃນເວບໄຊເພງ Billboards ! ແລະກໍ່ມີຜົນງານເພງອື່ນໆອອກ ມາຢ່າງຕໍ່ເນື່ອງ !

ລ: ປັດຈຸບັນ Mandy Moore ໄດ້ຍ້າຍສັງກັດມາຢູ່ຄ້າຍເພງ Epic Records ແລະມີຜົນງານເພງອອກມ 13ອະລາບ້ຳ ເປັນຕົ້ນ: So Real(1999), I Wanna Be with You, Mandy Moore(2001), Wild Hope, Super Hits, Amanda Leigh(2009) ແລະອະລາບ້ຳອື່ນໆ ! ນອກນັ້ນກໍ່ມີຜົນງານການສະແດງຢ່າງຫລວງ ຫລາຍລວມທັງໝົດ29ເລື່ອງ ! ໃນນັ້ນມີຮູບເງົາ19ເລື່ອງ, ລະຄອນໂທລະພາບ9ເລື່ອງ ແລະຍັງເປັນໂຕລະຄອນໃນວີດີໂອເກມ Kingdom Hearts !

ນ: ປັດຈຸບັນຄວາມສາມາດຂອງ Mandy Moore ແມ່ນເປັນທີ່ຍອມຮັບໃນລະດັບ Hollywood ທັງໃນອາຊີບການເປັນນັກຮ້ອງໃນແນວເພງປ໋ອບ-ຣັອກ ແລະການເປັນ ນັກສະແດງ ເຊິ່ງຢືນຢັນໄດ້ຈາກການໄດ້ຮັບລາງວັນຕ່າງໆຢ່າງຫລວງຫລາຍທັງໃນສາ ຂານັກຮ້ອງເອງ ແລະນັກສະແດງ ບໍ່ວ່າຈະເປັນລາງວັນສາຂາການສະແດງຂອງ Orscar, MTV Muvie Awards, Academy Awards ແລະລາງວັນຂອງ Grammy, MTV ໃນອາຊີບການເປັນນັກຮ້ອງ !

ນັກ​ຮ້ອງ​ຍິງ​ທີ່ ​ສຶ​ກສາ​ກ່ຽວກັບ Graphic Design ຫຼື ສາ​ຂາ​ວິ​ຊາ ການ​ອອກ​ແບບ Zhang Yun Jing ນັກ​ຮ້ອງ​ຍິງ​ຈາກ​ໄຕ້​ຫວັນ​ຂອງ​ຈີນ ນອກຈາກ​ນັ້ນ ຍັງ​ມີ​ຄວາມ​ສາມາດ​ໃນ​ການຫຼິ້ນດົນ​ຕີ ​ທັງ​ເຄື່ອງ​ດົນຕີ ພື້ນ​ເມືອງ ​ແລະ ສາກົນ ​ເຊັ່ນ ​ເປຍ​​ໂນ ກີ​ຕ້າ ກອງ; ​ແລະ; Yue qin ​ເຊິ່ງ​ເປັນ​​ເຄື່ອງ​ດົນ​ຕີ ພື້ນ​ເມືອງ​ຈີນ

Zhang Yun Jing ​ເກີດ​ໃນ​ວັນ​ທີ 6 ກັນຍາ ປີ 1983 ​ໃນ​ໄ​ຕ້ຫວັນ​ຂອງ​ຈີນ ​ແລະ ​ເປີດ​ໂຕສຳລັບ​ການ​ເປັນ​ນັກ​ຮ້ອງ​ໃນ​ປີ 2007 ຫຼັງຈາກ​ທີ່​​ໄດ້​ຮັບ​ລາງວັນ​ຊະນະ​ເລີດ ​ໃນ​ການ​ແຂ່ງຂັນ​ປະ​ກວດ​ຮ້ອງ​ເພງ ​ໃນ​ເວທີ Super Idol ທີ່​ຈັດ​ຂຶ້ນ​​ໃນ​​​ໄຕ້​ຫວັນ​ຂອງ​ຈີນ ​ແລະ ​ເຊັນສັນຍາ​ເຂົ້າ​ສົງ​ກັດ​ໃນ​ຄ້າຍ​ເພງ Gold Typhoon

ຫຼັງຈາກ​ນັ້ນ​ໃນ​ປີ 2008 ກໍ​ໄດ້​ປ່ອຍ ​ເພງ The Power; Of Rain ອອກ​ມາ ​ແລະ ​ໄດ້​ອອກ​ອະ​ລະ​ບ້ຳ​ລວມຮ່ວມ​ກັນ​ບັນດາ​ນັກ​ຮ້ອງ ທີ່​​ແຂ່ງ​ຂັນ​ປະ​ກວດ​ຮ້ອງ​ເພງ ​ໃນ​ເວທີ​ດຽວກັນ ​ເຊິ່ງ​ເປັນ​ການ​ລວບ​ລວມ​ເອົາ​ຜູ້​ເຂົ້າປະ​ກວດ​ຮ້ອງ​ເພງ ທີ່​​ເຂົ້າ​ຮອບ ຈຳນວນ 10 ຄົນ; ກັບ ອະ​ລະ​ບ້ຳ Dreams Come True

ຕໍ່ມາ​ໃນ​ວັນ​ທີ 8 ພຶດສະພາ ປີ; 2009 Zhang Yun Jing ກໍ​ໄດ້​ມີ ອະ​ລະ​ບ້ຳ​ດ່ຽວ ​ເປັນ​ຂອງ​ຕົນ​ເອງ ​ແລະ ປ່ອຍ​ອອກ​ມາ ​ແລະ ​ໄດ້​ຮັບ​ການ​ຕອບ​ຮັບ​​ເປັນ​​​ຢ່າງ​ດີ ​ ​ແລະ ກໍມີ​ອະ​ລະ​ບ້ຳ​ຕໍ່​ເນື່ອງ​ອອກ​ມາ​ໃນ​ປີ 2010 ກັບ​ອະ​ລະ​ບ້ຳ The Opposite Me
Zhang Yun Jing ​ໄດ້​ຮັບ​ລາງວັນ​ໃນ​ສາ​ຂາ ນັກ​ຮ້ອງໜ້າ​ໃໝ່ດີ​ເດັ່ນ ​ໃນ​ປີ 2009 ​ແລະ ຄ້ວາ​ມາ​ໄດ້​ເຖິງ ສອງ​ລາງວັນ​ໃນ​ປີ 2010 ກັບ ລາງວັນ ​ເພງຍອດ​ນິຍົ​ມ ​ແລະ ສິລະ​ປິນຍິງ​ຍອດ​ນິຍົມ ແລະ ລ່າ​ສຸດ​​ໃນ​ປີ 2011 ທີ່​ຜ່ານ​ມາ​ກໍ​ໄດ້ ປ່ອຍ​ເພງ ພິ​ເສດ​ອອກ​ມາ​ເພື່ອ​ຈ້ອນ​ຮັບວັນ ວາ​ເລັນ​ໄທ ​ໃນ​ປີ 2011-2012 ກັບ​ຜົນງານ​ເພງ Lovers Knot