Tim McGraw ນັກຮ້ອງແນວເພງຄັນທຣີ

(GMT+08:00) 2012-01-16 10:20:59     cri
ລາຍການ: ເພງກັບສິລະປິນ; 2012.1.6
(ໂຄສົກ: ນ້ອຍ; ລູ່ ອອກອາກາດເວລາ 20:00-21:00ໂມງ ທຸກວັນ)
Tim McGraw ນັກຮ້ອງແນວເພງຄັນທຣີ !

ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີນັກຮ້ອງແນວເພງຄັນທຣີມາແນະນຳໃຫ້ມິດລາຍ ການໄດ້ຮູ້ຈັກ ! ນັ້ນກໍ່ຄື Samuel Timothy McGraw ຫລືເປັນທີ່ຮູ້ຈັກໃນວົງການ ເພງສັ້ນໆກໍ່ແມ່ນ Tim McGraw ນັ້ນເອງ ! ນັກຮ້ອງຊາວອາເມຣິກາຄົນນີ້ ໄດ້ຮັບ ສາຍຍານາມວ່າເປັນບຸກຄົນທີ່ປະສົບຜົນສຳເລັດທີ່ສຸດຂອງລັດລຸຍເຊຍນາ ສະຫາລັດ ອາເມຣິກາໃນການຜະລິດຜົນງານເພງຄັນທຣີ ! ນອກນັ້ນ ຍັງໄດ້ສ້າງສະຖິຕິໃໝ່ໃນ ເວໄຊເພງດັງຂອງBillboards ຄືການຖືກຈັດໃຫ້ຢູ່ອັນດັບ1 ຕິດຕໍ່ກັນເຖິງ11ອະລາບ້ຳ !

ລ: Tim McGraw ເປັນນັກຮ້ອງໄວອາຍຸ44ປີ, ເກີດໃນວັນທີ1ພຶດສະພາ1967 ທີ່ເມືອງເດວຮີ ລັດລຸຍເຊຍນາ ສະຫາລັດອາເມຣິກາ ! ໂດຍມີແນວເພງທີ່ເປັນເອກະລັກ ຄື: Southern Rock ຫລືວ່າເພງຣັອກທາງພາກໃຕ້ຂອງອາເມຣິກາ ແລະນອກຈາກ ນັ້ນ ສິ່ງທີ່McGraw ເຮັດໄດ້ດີກ່ວາກໍ່ຄືການເປັນນັກຮ້ອງໃນແນວເພງຄັນທຣີ, ດ້ວຍ ນ້ຳສຽງທີ່ຊວນຟັງ ບວກກັບການເປັນຄົນອັດທະຍາໃສດີ ຈິ່ງເຮັດໃຫ້ລາວເປັນທີ່ຮັກຂອງ ແຟນເພງໄດ້ບໍ່ຍາກ !

ນ: ນອກຈາກຈະເປັນທີ່ຮັກແພງຂອງແຟນເພງດ້ວຍນ້ຳສຽງການຮ້ອງແລ້ວ, Tim McGraw ຍັງສາມາດຫລີ້ນກີ່ຕ້າ, ເປຍໂນ ລວມເຖິງການເປັນນັກແຕ່ງເພງ ແລະນັກ ສະແດງ ທີ່ແຈ້ງເກີດໃນເລື່ອງ The Jeff Foxworthy Show ທີ່ຮັບບົດເປັນນັກພະ ຈົນໄພ ຈົນໄດ້ລາງວັນນັກສະແດງດີເດັ່ນໃນເລື່ອງດັ່ງກ່າວ !

(ເພງ)

ນ: Tim McGraw Tim McGraw ເປັນນັກຮ້ອງ ແລະ ນັກສະແດງຄຸນນະພາບ ຂອງລັດລຸຍເຊຍນາ ສະຫາລັດອາເມຣິກາ ! ໄດ້ກ້າວເຂົ້າສູ່ວົງການເພງທຳອິດໃນປີ 1992 ກັບຄ້າຍເພງ Curb Records ທີ່ເປັນຄ້າຍເພງດັງໃນການປັ້ນສິລະປິນໜ້າ ໃໝ່ກັບແນວເພງປ໋ອບ, ຣັອກ ແລະ ຄັນທຣີ ໂດຍສ້າງຕັ້ງຂື້ນຕັ້ງແຕ່ປີ1973 ! ແລະກໍ່ເປັນຄ້າຍດຽວທີ່ລາວສັງກັດຢູ່ເປັນໄລຍະເວລາ20ປີເຕັມໆ !

ລ: ປັດຈຸບັນ McGraw ໄດ້ມີຜົນງານເພງອອກມາທັງໝົດ18ອະລາບ້ຳ ເປັນຕົ້ນ: Tim McGraw ທີ່ເປັນອະລາບ້ຳທຳອິດອອກມາໃນປີ1993, All I Want(1995), Everywhere(1997), A Place in the Sun, Let It Go(2007), Southern Voice, Number One Hits(2010) ແລະອະລາບ້ຳລ່າສຸດທີ່ຫາກໍ່ປ່ອຍອອກມາໃນ ປີ2012: Emotional Traffic !

ນ: ນອກຈາກການຜະລິດຜົນງານເພງແລ້ວ McGrawຍັງມີຜົນງານການສະແດງຮູບ ເງົາລວມທັງໝົດ 8ເລື່ອງ ແລະລະຄອນໂທລະພາບ3ເລື່ອງ ! ປັດຈຸບັນນີ້ McGraw ກາຍເປັນສິລະປິນຄຸນະພາບທີ່ຢືນຢັນໂດຍຄ້າຍເພງແລະໜັງໃນວົງການຂອງHollywoodໂດຍໄດ້ຮັບກຽດບັນທຶກຊື່ຂອງຕົນເອງລົງໃນພື້ນຂອງສຳໜັກງານໃຫຍ່ດັ່ງກ່າວພ້ອມ ດ້ວຍເຄື່ອງໝາຍກາດາວຄຳ ທີ່ເປັນທີ່ຮູ້ຈັກກັນດີກັບຄຳວ່າ:;Hollywood Walk of Fame !

Jane Zhang ຫຼື Zhang Liang Ying ນັກ​ຮ້ອງຍິງ ທີ່​ຂັບ​ຮ້ອງ​ໃນ​ແນວ​ເພງໆໆ​Mandopop , R &; B ;​​ແລະ Hip-Hop ​​ເປັນ​ທັງ​ນັກ​ຮ້ອງ ​ແລະ ນັກ​ແຕ່ງ​ເພງ ເກີດ​ໃນ​​ເມືອງ ​ເຊິ​ງຕູ່ ​ແຂວງ​ ເສສວນ ຂອງ​ປະ​ເທດ​ຈີນ ​ໃນວັນ​ທີ 11 ​ເດືອນຕຸລາ ປີ 1984
Jane Zhang ​ເປັນ​ນັກ​ຮ້ອງ​ທີ່ຜ່ານ​ການ​ປະ​ກວດ​ຮ້ອງ​ເພງ​ລະດັບ​ຊາດ ​ແລະ; ສາມາດ​ຄ້ວາ​ໄດ້ ອັນ​ດັບ3 ​ໃນ​ການ​ປະ​ກວດ​ຮ້ອງ​ເພງ​ຈາກເວທີ Super Girl Contes ​ໃນ​ປີ 2005  ຕະຫຼອດ​ໄລຍະ​ໃນ​ການ​ດຳ​ເນີນ​ການ​ແຂ່ງຂັນ Jane Zhang ນອກຈາກ​ຂັບ​ຮ້ອງ​ໃນ​ບົດ​ເພງທີ່​ເປັນ ​ພາສາ​ຈີນກາງແລ້ວ ຍັງ​ມີ​ຄວາມ ສາມາດ ຮ້ອງ​ເພງທີ່​ເປັນ​ພາສາ ​ແອັສະ​ປາຍ ພາສາ ອັງ​ກິດ ​ແລະ ພາ​ສາຈີນ ກວາງ​ຕຸ້ງນຳ​ອີກ.

ຫຼັງຈາກ​ນັ້ນ ​ໄດ້​ມີ​ອະ​ລະ​ບ້ຳ​ຊຸດ ທຳ​ອິດ​ອອກ​ມາ​ໃນ​ປີ 2006 ທີ່​ຄວບ​ຄຸມ​ການ​ຜະລິດ ​ໂດຍ Craig William ຫຼັງຈາກ​ນັ້ນ​ກໍ​ໄດ້​ຮັບ​​ໂອກາດ​ເຂົ້າ​ຮ່ວມ​ຮ້ອງ​ເພງ ​ໃນ​ງານ​ຄອນ​ເສີດ​ການ​ກຸສົນ ​ເພື່ອ​ສັນຕິພາບ​ຂອງ​​ໂລກ ​ແລະ ​ເພື່ອ​ເປັນ​ການ​ລະດົມ​ທຶນ ສຳລັບ​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ສິດທິ​ມະນຸ​ດ ກັບ​ງານ World Peace Onc Concert

ນັບ​ແຕ່​ການ​ເປັນ​ນັກ​ຮ້ອງ​ມາ Jane zhang ມີ​ອະລະ​​ຢູ່​ທັງໝົດ 5 ອະ​ລະ​ບ້ຳ​ດ້ວຍ​ກັນ ປະກອບ​ມີ
The one ; ​ປີ 2006
Update ​ປີ 2007
Jane @ Music   ​ປີ 2009
Believe in Jane; ປີ 2010
Reform ; ປີ 2011