ລັດຖະບານ​ລາວປັບ​ຂື້ນ​ຄ່າ​ແຮງ​ງານ​ຂັ້ນ​ຕໍ່າ

(GMT+08:00) 2012-01-16 10:25:25     cri
ນັບ​ວ່າ​ເປັນ​ຂ່າວ​ດີ​ຕ້ອນຮັບ​ປີ 2012 ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ປະ​ເທດ ຫຼັງ​ຈາກ​ລັດ​ທະ​ບານ​ໄດ້​ສັ່ງ​ປັບ​ຄ່າ​ແຮງ​ງານ​ຂັ້ນ​່າ​ສຸດ​ບໍ່​ຫຼຸດ 626000 ກີບ​ຕໍ່​ຄົນ​ຕໍ່​ເດືອນ, ຖ້າ​ຄິດ​ເປັນ​ມື້​ແມ່ນ​ບໍ່​ໃຫ້​ຕໍ່າ​ກວ່າ 24.076 ກີບ ຕໍ່​ຄົນ​ຕໍ່​ມື້ ຖ້າ​ຄິດ​ໄລ່​ເປັນ​ຊົ່ວ​ໂມງ​ບໍ່​ໃຫ້​ຕໍ່າ​ກວ່າ 3ພັນ​ກວ່າ​ກີບ​ຕໍ່​ຄົນ​ຕໍ່​ຊົ່ວ​ໂມງ ​ເຊິ່ງຈະ​ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ເອກະ​ພາ​ບກັນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດນັບ​ແຕ່​ວັນ​ທີ 1 ມັງກອນ 2012ນີ້​ເປັນ​ຕົ້ນ​ໄປ.

 ຄ່າ​ແຮງ​ງານ​ຂັ້ນຕໍ່າ​ສຸດນີ້​ມີ​ຜົນ​ນໍາ​ໃຊ້ສໍາລັບ​ຜູ້​ອອກ​ແຮງ​ງານ​ທຸກ​ຄົນ​ທີ່​ເຮັດ​ວຽກ​ໃນ​ຊຂົງ​ເຂດ​ການ​ຜະ​ລິດ, ທຸລະ​ກິດ​ແລະ​ບໍລິການ​ໃນ​ທຸກ​ພາກສ່ວນ​ເສດ​ຖະກິດ​ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ລາວ , ​ແຕ່​ບໍ່​ມີ​ຜົນ​ນຳ​ໃຊ້​ຕໍ່​ຜູ້​ອອກ​ແຮງ​ງານ​ລາວ​ທີ່​ເຮັດ​ວຽກ​ນຳ​ອົງ​ການ​ຕ່າງປະ​ເທດ​ປະຈຳ​ລາວ,ຄ່າ​ແຮ​ງງານ​ຂັ້ນ​ຕໍ່າສຸດ​ນໍ່​ແມ່ນ​ໝາຍ​ເຖິງ​ຜູ້​ໃຊ້​ແຮງ​ງານ​ຕ້ອງ​ເບີກ​ຂ່າຍ​ໃຫ້​ຜູ້​ອອກ​ແຮງ​ງານ​ທີ່​ບໍ່​ມີ​ສີມື​ແຮງ​ງານ , ບໍ່​ມີ​ປະສົບ​ການ​ໃນ​ການ​ເຮັດ​ວຽກ​ຕາມ​ເວ​ລາກໍານົດ​ເຮັດ​ວ-ກ​ແມ່ນ 26 ມື້ຕໍ່​ເດືອນ, 6 ມື້​ຕໍ່​ອາທິດ , 8 ຊົ່ວ​ໂມງ​ຕໍ່​ມື້ ​ໂດຍ​ບໍ່​ໄດ້​ລວມ​ເອົາ​ເງິນການຜະລິດ, ​ເງິນ​ເຮັດ​ວຽກ​ເພີ່​ເວລາ, ​ເງິນ​ບຳ​ເນັດ, ​ເງິນ​ສຸກ​ຍູ້​ມາ​ເຮັດ​ວຽກ,​ເງິນ​ຄ່າ​ອາຫານ​ແລະ​ເງິນ​ນະ​ໂຍບາຍ​ອື່ນໆ​ເຂົ້າ​ນຳ.

 ຫ້ອງ​ວ່າການ​ລັດຖະບານ​ລາວ​ລະບຸ​ວ່າ: ຄ່າ​ແຮງ​ງານ​ຂັ້ນ​ຕໍ່າ​ສຸດ​ນີ້​ບໍ່​ແມ່ນ​ລາຍ​ຮັບ​ຕໍ່າ​ສຸດ​ແລະ​ບໍ່​ແມ່ນ​ເງິນ​ເດືອນ​ພື້ນຖານ​ຂອງ​ຜູ້​ອອກ​ແຮງ​ງານ ​ເຊິ່ງຫ້າມ​ຜູ້​ໃຊ້​ແຮງ​ງານ​ຖື​ເອົາ​ຄ່າ​ແຮງ​ງານ​ຂັ້ນ​ຕໍ່າ​​ສຸດ​ນີ້​ກໍານົດ​ເປັນ​ເງິນ​ເດືອນ​ພື້ນຖານ

ຖ້າ​ຜູ້​ໃຊ້​ແຮງ​ງານ​ຂັ້ນ​ຕໍ່າຫຼື​ແຮງ​ງານ​ທີ່​ມີ​ວິຊາ​ສະ​ເພາະ​ເຮັດ​ວຽກ​ຢູ່​ໃນ​ຂະ​ແໜງ​ການ​ທີ່​ໜັກໜ່ວງ​ແລະ​ສັນ​ສົນ​ກວ່າ, ​ເຊັ່ນ: ​ເຮັດ​ວຽກ​ທີ່​ເປັນ​ອັນຕະລາຍ​ຕໍ່​ສຸຂະ​ພາບ​ແລະ​ອື່ນໆ ຜູ້​ໃຊ້​ແຮງ​ງານ​ຕ້ອງ​ເພີ່ມ​ຄ່າ​ແຮງ​ງານບໍ່​ໃຫ້​ຕໍ່າ​ກວ່າ 15% ຂອງ​ຄ່າ​ແຮງ​ງານ​ຂັ້ນ​ຕໍ່າການ​ປັບປຸງ​ສຸດ​ນີ້​ຈາກ​ການ​ປະສານ​ງານ​ຂອງ 3 ຝ່າຍ​ຄື​ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ​ສັງຄົມ, ສະພາ​ການ​ຄ້າ​ອຸດ​ສະຫະ​ກໍາ​ແຫ່ງ​ຊາດ ​ແລະ​ສູນ​ກາງ​ສະຫະພັນ​ກາມະ​ບານ​ລາວ.